ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-17 16:26:50    
ທ່ານ​ອູ​ປາງ​​ໂກ​​ໄປ​ຢ້ຽມຢາມສິງກະ​ໂປ

cri
ຕາມ​ຂ່າວCRI, ວັນ​ທີ17​ພຶດສະພາ, ທ່ານ​ອູ​ປາງ​ໂກ ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ເດີນທາງ​ໄປ​ຮອດ​ສິງກະ​ໂປ, ​​ເລີ່​ມ​ຢ້ຽມຢາມ​ສັນທະວະ​ໄມຕີ​ສິງ​ກະ​ໂປຢ່າງ​ເປັນ​ທາງ​ການ​​ເປັນ​ເວລາ​ສອງ​ມື້.

ພາຍຫຼັງ​ທ່ານ​ອູ​ປາ​ງ​ໂກ​​ໄປ​ຮອດ​ສິງກະ​ໂປ​ແລ້ວ​ໄດ້​ກ່າວ​ຄຳ​ປາ​ໄສ​ທາງ​ລາຍ​ລັກ​ອັກສອນ​, ທ່ານ​ກ່າວ​ວ່າ, ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ວຍໄມຕີ​ຈິດ​ລະຫວ່າງ​ຈີນ​ກັບ​ສິງກະ​ໂປ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດກົກ​ຮາກ​ແລະ​ຜົນ​ປະ​ໂຫຍ​ດຍາວ​ໄກ​ຂອງ​ສອງ​ປະ​ເທ​ດ​ແລະ​ປະຊາຊົນ​ສອງ​ຊາດ, ທັງ​ມີ​ຜົນ​ດີ​ຕໍ່​ການຊຸກ​ຍູ້​ສັນຕິພາບ, ສະຖຽນ​ລ​ະພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ນີ້. ທ່ານ​ຫວັງ​ໃຫ້​ຜ່ານ​ການ​ຢ້ຽມຢາມ​ເທື່ອ​ນີ້, ​ຈົ່ງເພີ່ມ​ທະວີ​ມິດຕະພາບ​ທີ່​ມີ​ມູນ​ເຊື້ອ​ແລະ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​​ປະ​ໂຫຍ​ດລະຫວ່າງ​ຈີນ​ສິງກະ​ໂປ, ຊຸກ​ຍູ້​ການ​ພົວພັນ​ຈີນ​ສິງ​ກະ​ໂປ​​ໃຫ້​ຂະຫຍາຍຕົວ​ຢ່າງ​ກວ້າງຂວາງ​ກວ່າ​ເກົ່າ.