ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-17 17:22:11    
ດ້ວຍ​ເຫດ​ໃດ ອິສ​ລະ​ແອນ​ຈິ່ງ​ສົນ​ທະ​ນາ​ກັບ​ອົງ​ການ​ຮາ​ມາສ

cri Author: da
ຕາມ​ຂ່າວ​CRI: ວັນ​ທີ 16 ພຶດ​ສະພາ,​ເຈົ້າ​ໜ້າ​ທີ່ຊັ້ນ​ສູງຜູ້​ໜຶ່ງ​ຂອງ​ຝ່າຍທະ​ຫານ​ອິສລະ​ແອນ​ເປີດ​ເຜີຍ​ວ່າ,​ປະຈຸ​ບັນ ຝ່າຍ​ທະ​ຫານ​ອິສລະ​ແອນ​ພວມ​ສົນ​ທະນາ​ກັບ​ສະມາ​ຊິກ​ສ່ວນ​ໜຶ່ງ​ຂອງຂະ​ບວນ​ອິສ​ລາມ​ຕໍ່ຕ້ານ​ຫຼື​ອົງ​ການ​ຮາມາສ​ທີ່​ໄດ້​ຮັບ​ໄຊ​ຊະນະ​ໃນ​ການ​ເລືອກ​ຕັ້ງ​ທ້ອງ​ຖິ່ນ​ຂອງ​ປາ​ເລັສຕີນ​ໃນ​ຫວ່າງ​ມໍ່ໆ​ນີ້.ຜູ້ນຳ​ທ້ອງ​ຖິ່ນ​ຂອງ​ອົງ​ການ​ຮາ​ມາສ​ໄດ້​ຢືນຢັນ​ຂ່າວ​ດັ່ງ​ກ່າວ.​ໃນ​ເວລາ​ດົນ​ນານ​ມາ​ນີ້,ອິສ​ລະ​ແອນ​ໄດ້​ຖື​ອົງ​ການ​ຮາ​ມາສ​ເປັນ​ອົງການ​ກໍ່​ການ​ຮ້າຍ​ໂດຍ​ຕະ​ຫຼອດ,​ປະຕິ​ເສດ​ສຳຜັດ​ກັບ​ເຂົາ​ຢ່າງ​ເປີດ​ເຜີຍ,​ສ່ວນ​ອົງ​ການ​ຮາ​ມາສກໍ​ຖື​ການ​ດັບ​ສູນ​ອິສລະ​ແອນ​ເປັນ​ໜ້າ​ທີ່​ຂອງ​ຕົນ,​ແຕ່​ດຽວ​ນີ້ ຄູ່​ສັດຕູ​ຄູ່​ນີ້ພັດ​ເລີ່ມ​ສົນ​ທະນາ​ກັນ,​​ເຂົາ​ເຈົ້າ​ແມ່ນ​ພິຈາ​ລະນາ​ຫຍັງ​ແດ່?

​ແຕ່​ກ່ອນ ອົງ​ການ​ຮາ​ມາສ​​ໄດ້​ຍຶດ​ໝັ້ນ​ຕ້ານ​ການ​ຍຶດຄອງ​ຂອງ​ອິສລະ​ແອນ​ດ້ວຍ​ກຳ​ລັງ​ອາ​ວຸດ​ໂດຍ​ຕະ​ຫຼອດ,​ແຕ່​ໃນ​ຫຼາຍ​ປີ​ມາ​ນີ້,ອົງ​ການ​ຮາ​ມາສ​ພັດ​ຄ່ອຍໆ​ສັບ​ຊ້ອນ​ຫຼັກ​ໝັ້ນ​​ແຂງ​ກະດ້າງ​ໃນ​ເມື່ອ​ກ່ອນ​,​ເລີ່ມ​ເຂົ້າ​ຮ່ວມ​ແລະ​ພິຈາ​ລະນາ​ວຽກ​ງານ​ການ​ເມືອງ​ຢ່າງຕິດ​ແທດ​ຕົວ​ຈິງ​ແລະ​ຄ່ອງ​ແຄ້ວ.ອີກ​ດ້ານ​ໜຶ່ງ​,ທ່ານ​ອາ​ບາສ ຜູ້ນຳ​ຜູ້​ໃໝ່​ຂອງ​ປາ​ເລັສ​ຕີນ​ຖືສັນຕິ​ພາບ​ລະຫວ່າງ​ປາ​ເລັສ​ຕີນ​ອິສລະ​ແອນ,ກໍ​ຫວັງ​ໃຫ້​ອົງ​ການ​ຮາ​ມາສ​ເຂົ້າ​ຮ່ວມ​ການ​ວາງ​ນະ​ໂຍບາຍ​ການ​ເມືອງ​ຂອງ​ປາ​ເລັສ​ຕີນ,​ເພື່ອ​​ແລກ​ປ່ຽນ​ເຂົາ​ເຫັນ​ດີ​ນຳ​ການ​ຢຸດ​ຍິງ​ອິສລ​ະ​ແອນ.​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ປາ​ເລັສ​ຕີນ​ທີ່​ຈັດ​ຂຶ້ນ​​ໃນ​ປີ​ກາຍ​ນີ້,ອົງ​ການ​ຮາ​ມາສ​ໄດ້​ສະ​ແດງ​ຄວາມ​ຈູດ​ຈ້າວ​ຫ້າວຫັນ​​ສູງ​ທີ່​ຢາກ​ເຂົ້າ​ຮ່ວມ​ວຽກ​ງານ​ການ​ເມືອງ​ແລະ​ທ່າ​ທີ​ການ​ເມືອງ​ອັນ​ຕັ້ງ​ໜ້າ​,ທັງ​ໄດ້​ຮັບ​ໄຊ​ຊະນະ​​ເລື້ອຍໆໃນ​ການ​ເລືອກ​ຕັ້ງ​ທ້ອງ​ຖິ່ນ​ປາ​ເລັສ​ຕີນໃນ​ຕົວ​ຫຼາຍ​ເມືອງ​ຢູ່​​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່ນ້ຳຈໍ​ແດນ​ແລະ​ແຖບ​ກາ​ຊາທີ່​ຈັດ​ຂຶ້ນ​​ໃນທ້າຍ​ປີ​ກາຍ​ນີ້.ບຸກ​ຄົນ​ວິ​ເຄາະ​ຊີ້​ອອກ​ວ່າ,ຖ້າ​ທ່ວງ​ທ່າ​ດັ່ງ​ກ່າວ​ນີ້​ຂະ​ຫຍາຍ​ໄປ ຈະ​ກະທົບ​ກະ​ເທືອ​ນ​ເຖິງ​ສະຖານະ​ການ​ການ​ເມືອງ​ຂອງ​ປາ​ເລັສ​ຕີນ​ແລະນະ​ໂຍ​ບາຍ​ຕໍ່​ອິສລະ​ແອນ.

​ໂດຍ​ປະ​ເຊີນ​ກັບ​ສະ​ຖານະ​ການ​ໃໝ່​ທີ່​ອົງ​ການ​ຮາ​ມາສ​ພົ້ນ​ເດັ່ນ​ຂຶ້ນ​,ນະ​ໂຍ​ບາຍ​ຕໍ່​ອົງ​ການ​ຮາ​ມາສ​ຂອງອາ​ເມ​ລິ​ກາ​ແລະ​ຂອງ​ບັນດາ​ປະ​ເທດ​ເອີ​ລົບ​ກໍ​ມີການ​ປ່ຽນ​ແປງ​ເລັກ​ນ້ອຍ​ແລ້ວ.ນະ​​ໂຍບາຍ​ຕໍ່​ອົງ​ການ​ຮາ​ມາສ​ຂອງ​ອາ​ເມ​ລິ​ກາກໍ​ຜ່ອນ​ຄາຍ​ລົງ. ທ່ານ​ລາ​ອີລາ ​ເຟຼວາວ​ສ໌ ລັດຖະ​ມົນຕີ​ການ​ຕ່າງ​ປະ​ເທດ​ຊູ​ແອດ​ເວົ້າ​ວ່າ​,ຖ້າ​ວ່າ​ອົງ​ການ​ຮາ​ມາສ​ເຂົ້າ​ຮ່ວມ​ຂະ​ບວນ​ວິວັດ​ການ​ເມືອງ​ປາ​ເລັສ​ຕີນ​ຢ່າງ​ແທ້​ຈິງ,​​ໂຄລົບ​ກະຕິ​ກາ​ຫຼິ້ນ​ເກ​ມນັ້ນ​ແລ້ວ,​ເອີ​ລົບ​ຍິນ​ດີ​ຖື​ເຂົາ​ເປັນ​ໝູ່ຄູ່​ໃນ​ເສັ້ນ​ທາງ​ເດີນ​ໄປ​ສັນຕິ​ພາບ.

ການ​ປ່ຽນ​ແປງ​ທີ່​ສຳຄັນ​ດັ່ງ​ກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ,​ອົງ​ການ​ຮາ​ມາສ​ໄດ້​ຂຶ້ນ​ເວທີ​ການ​ເມືອງ​ຂອງ​ປາ​ເລັສ​ຕີນ​ໃນ​ຖານ​ເປັນ​ກຳລັງ​ກອງ​ໜຶ່ງທີ່​ປະໝາດ​ບໍ່​ໄດ້,​ຍ່ອມ​ຈະ​ມີ​ຜົນ​ສະທ້ອນ​ທີ່​ປະ​ໝາດ​ບໍ່​ໄດ້ຕໍ່​ສະຖານະ​ການ​ປາ​ເລັສ​ຕີນ​ອິສລະ​ແອນ​ຢ່າງ​​ແນ່​ນອນ.​ຫວ່າງ​ມໍ່ໆ​ນີ້ ໜັງ​ສືພິມ​ຮາ​ເລສ໌​ຂອງ​ອິສລະ​ແອນ​ໄດ້​ພິມ​ບົດ​ນຳ​ໂດນ​ເຫັນ​ວ່າ,ອິສ​ລະ​ແອນ​ຄວນ​ຮັບຮູ້​ຄວາມ​ສັບ​ສົນ​ຂອງ​ການ​ເມືອງປາ​ເລັສ​ຕີນ,ປະ​ຕິບັດ​ຕໍ່​ບັນດາ​ຝ່າຍ​ປາ​ເລັສ​ຕີນ​ດ້ວຍ​ທ່າ​ທີ​ທີ່​ມີ​ລັກ​ສະນະ​ສ້າງ​ສັນ.

ບຸກຄົນ​ວິ​ເຄາະ​ຊີ້​ອອກ​ວ່າ,​ການ​ສົນ​ທະນາ​ລະຫວ່າງ​ຝ່າຍ​ທະ​ຫານ​ອິສລະ​ແອນ​ກັບ​ເຈົ້າ​ໜ້າ​ທີ່​ອົງ​ການ​ຮາ​ມາສ​ໃນ​ສະ​ເພາະ​ໜ້າ​ນີ້​ພຽງ​ແຕ່​ຢູ່​ໃນຂົງ​ເຂດ​ການ​ຄ້າ ​ໄຟຟ້າ​ແລະ​ການ​ໃຊ້​ນ້ຳຂອງ​ປະຊາ​ຊົນ​ເປັນ​ຕົ້ນ,ບໍ່​​ໄດ້ກ່ຽວ​ພັນ​ເຖິງ​ບັນຫາ​ການ​ຕ່າງປະ​ເທດ​​ໃດໆ,ການ​ຂະ​ຫຍາຍ​ຕົວ​ແຫ່ງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ຍັງ​ມີ​ອຸປະ​ສັກ​ຫຼາຍ.​ແຕ່​ສອງ​ຝ່າຍ​ເລີ່ມ​ສົນ​ທະນາ​ກັນ​ແລ້ວ​ກໍ​ແມ່ນ​ການ​ເລີ່ມ​ຕົ້ນທີ່​ມີ​ຄວາມ​ໝາຍ​ອັນ​ຕັ້ງ​ໜ້າ.