ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-17 21:12:51    
ບຸນ​ກຸດ​ຈີນ

cri
ບຸນ​ກຸດ​ຈີນ​ແມ່ນ​ມື້ບຸນ​ທີ່​ໃຫຍ່​ໂຕ​ມະ​ໂຫລານ​ກວ່າ​ຫມູ່​ຂອງ​ຊາວ​ຈີນ​ໃນ​ປີ​ຫນຶ່ງ,​ເຖິງ​ວ່າ​ຄຽງ​ຄູ່​ກັບ​ການ​ປ່ຽນ​ແປງ​ຂອງ​ຍຸກສະ​ໄຫມ,​ເນື້ອ​ໃນ​ຂອງ​ບຸນ​ກຸດ​ຈີນ​ກໍ​ພວມ​ມີ​ການ​ປ່ຽນ​ແປງ,​ແບບ​ວິທີ​ສະຫຼອງກໍ​ຕ່າງ​ເກົ່າ​ແລ້ວ,​ແຕ່​ຖານະ​ຂອງ​ບຸນ​ກຸດ​ຈີນ​ຍັງ​ບໍ່​ມີ​ສິ່ງ​ໃດ​ເຂົ້າ​ແທນ​ໄດ້​ໃນ​ຊີວິດ​ການ​ເປັນ​ຢູ່​ແລະ​ຈິດ​ນຳ​ນຶກ​ຂອງ​ຄົນ​ທັງຫຼາຍ.

ຕາມ​ການ​ເລົ່າ​ລື​ກັນ​ວ່າ​ບຸນ​ກຸດ​ຈີນ​ໄດ້​ມີ​ປະຫວັດ 4 ພັນ​ປີ​ແລ້ວ,​ແຕ່​ວ່າ​ໃນ​ເວລາ​ເລີ່ມຕົ້ນບໍ່​ເອີ້ນ​ວ່າ​ບຸນ​ກຸດ​ຈີນ,​ແລະ​ບໍ່​ມີ​ມື້​ອັນ​ແນ່ນອນ,ຈົນ​ມາ​ຮອດ​ກ່ອນ ຄ.ສ ສອງ​ພັນ ຫນຶ່ງ​ຮ້ອຍ​ກວ່າ​ປີ​ໃນ​ປາງ​ນັ້ນ,ຄົນ​ທັງຫຼາຍຈິ່ງ​ຖື​ເອົາ​ເວລາ​ທີ່​ດາວ​ພະຫັດ​ຫມູນ​ອ້ອມ​ຮອບ​ຫນຶ່ງ​ເປັນ​ປີ​ຫນຶ່ງ,ຈິ່ງ​ເອີ້ນ​ມື້​ກຸດ​ຈີນ​ວ່າ,ປີ ກ່ອນ​ ຄ.ສ ຫນຶ່ງ​ພັນ​ປີ,ຄົນ​ທັງຫຼາຍຖື​ເອົານຽນ​ເຊິ່ງຫມາຍ​ຄວາມ​ປີ​ມາສະ​ແດງ​​ເປັນ​ມື້ບຸນ​ກຸດ​ຈີນ,ຄຳ​ວ່າ​ມຽນ​ໃນ​ຄາວ​ນັ້ນມີ​ຄວາມ​ຫມາຍວ່າ,​ເກັບ​ກ່ຽວ​ພືດ​ພັນ​ທັນ​ຍາ​ຫານ,ຖ້າ​ເກັບ​ກ່ຽວ​ໄດ້​ຫຼາຍ​ເອີ້ນ​ວ່າ​ໂຢວນຽນ,ຖ້າ​ເກັບ​ກ່ຽວ​ໄດ້​ອຸດົມ​ສົມບູນ​ແທ້ໆ​ກໍ່​ເອີ້ນ​ວ່າ​ຕ້າ​​ໂຢວນຽນ.

ຕາມ​ຮີດຄອງ​ປະ​ເພນີ​ພື້ນ​ເມືອງ​ຂອງ​ຈີນ,ບຸນ​ກຸດ​ຈີນ​ໃນ​ຄວາມ​ຫມາຍ​ທົ່ວ​ໄປ,​ແມ່ນ​ເລີ່​ມ​ແຕ່​ມື້​​ແຮມ 8 ຄ່ຳ​ເດືອນ 12 ຈົນ​ຮອດ​ບຸນ​ເຂົ້າຫນົມ​ບົວລອຍ​ຫຼືຄວາມ​ຈີນ​ຮຽກ​ວ່າ​ຢວນຊຽວ​ເຈຽ​ໃນ​ເດືອນ​ຈຽງ 15 ຄ່ຳ​ຈັນທະຄະຕິ​ເຊິ່ງຍຶດ​ເຍືອ​ເປັນ​ເວລາ​ເກືອບ​ສາມ​ອາທິດ,​ໃນ​ໄລຍະ​ນີ້,ນັບ​ວ່າ​ມື້​ແຮມ 15 ຄ່ຳ​ເດືອນ 12 ຄື:ວັນ​ສິ້ນປີ​ແລະ​ມື້​ອອກ​ໃຫມ່​ຫນຶ່ງ​ຄ່ຳ​ເດືອນ​ຈຽງ​ເປັນ​ມື້​ຄຶກຄື້ນ​ກວ່າ​ຫມູ່.

ຢູ່​ແຫ່ງ​ຕ່າງໆ​ຂອງ​ຈີນ,ກໍ​ມີ​ຮີດຄອງ​ປະ​ເພນີ​ເຮັດບຸນ​ທີ່​ຕ່າງ​ກັນຫຼາຍຢ່າງ,​ແຕ່​ວ່າ​ຫມົດ​ທຸກຄົນ​ໃນ​ຄອບ​ຄົວ​ຊຸມ​ພາ​ເຂົ້າກັນ​ໃນ​ຕອນ​ຄ່ຳ​ວັນ​ສິ້ນປີນັ້ນ,ບໍ່​ວ່າ​ຢູ່​ພາກ​ເຫນືອ​ຫຼືພາກ​ໃຕ້​ແມ່ນ​ເຮັດ​ແບບ​ດຽວ​ກັນ​ຫມົດ,ຢູ່​ພາກ​ໃຕ້​ອາຫານ​ຄາບ​ນີ້​ຕ້ອງ​ມີ 10 ກວ່າ​ເຍື່ອງ,​ໃນນັ້ນ,ຕ້ອງ​ມີ​ເຕົາ​ຮູ້​ແລະ​ປາ,​ເພາະ​ເຕົາ​ຮູ້​ແລະ​ປາຢູ່​ໃນ​ພາສາ​ຈີນ​ອອກສຽງ​ຄ້າຍຄື​ກັບ​ຄຳ​ວ່າ​ຟູ້​ໂຢະ ຟູ້​ໂຢະ​ແປ​ວ່າ​ຮັ່ງມີ​ເຫຼືອກິນ​ເຫຼືອ​ໃຊ້​ຢູ່​ພາກ​ເຫນືອ

ຄອບຄົວ​ຊຸມ​ເຂົ້າຮ່ວມ​ພາ​ໃນ​ຄາບ​ຄ່ຳ​ວັນ​ສິ້ນປີ​ສ່ວນ​ຫຼາຍຈະ​ຕ້ອງ​ກິນ​ສຸຍ​ຈຽວ ຄື​:

​ເຂົ້າຫນົມ​ກ້ຽວ,ຫມົດ​ຄອບຄົວ​ນັ່ງ​ຫໍ່​ສຸຍ​ຈຽວ​ນຳ​ກັນ,​ເມື່ອ​ຫໍ່​ແລ້ວໆ,ກໍ່ຕົ້ມ​ໃຫ້​ສຸກ,ຈ້ຳ  ນ້ຳ​ແຈ່ວ​ກິນ,ນັ່ງ​ຊຸມ​ໂຕະ​ກັນ​ຟົດ​ຟື້ນ​ຄຶກຄື້ນ​ທີ່​ສຸດ ​ເຂົ້າຫນົມ​ສຸຍ​ຈຽວ​ມີ​ຄວາມ​ຫມາຍ
​ເຕົ້າ​ໂຮມ​ກັນ​ຢ່າງ​ພ້ອມພຽງ​ຮຽງ​ຫນ້າ.

​ໃນ​ອາຫານ​ດັ້ງ​ເດີມ​ໃນ​ມື້ບຸນ​ກຸດ​ຈີນ​ຍັງ​ມີ​ເຂົ້າຫນົມ​ນຽນ​ກາວ​ທີ່​ຄ້າຍ​ກັບ​ເຂົ້າຫນົມ​ເຂັ້ງ​ແລະ​ມີ​ເຂົ້າຫນົມ​ບົວລອຍ​ແນວ​ມີ​ໄສ້​ແລະ​ບໍ່​ມີ​ໄສ້​ທີ່​ເຮັດ​ດ້ວຍ​ແປ້ງ​ເຂົ້າຫນຽວ,
ອາຫານ​ເຫຼົ່ານີ້ມີຄວາມ​ຫມາຍວ່າ,ຊີວິດ​ການ​ເປັນ​ຢູ່ດີ​ຂຶ້ນນຳ​ຄູ່​ປີ,ຄອບ​ຄົວ​ເຕົ້າ​ໂຮມ​ກັນ​ແລະ​ມີ​ຄວາມສຸກ.

ການ​ຄົບງັນ​ຄືນ​ວັນ​ສິ້ນປີກໍ່​ແມ່ນ​ການ​ເຄື່ອນ​ໄຫວ​ແນວ​ຫນຶ່ງ​ໃນ​ຍາ​ມບຸນ​ກຸດ​ຈີນ​ທີ່​ສືບ​ທອດ​ກັນ​ມາ,​ໃນ​ຄືນ​ວັນ​ສິ້ນປີ​ຄົນ​ທັງຫຼາຍສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃຫມ່​ໃນ​ທ່າມກາງ​ບັນຍາາດ​ມ່ວນ​ຊື່ນ,​ແ​ຕ່ກ່ອນ,​ເມື່ອຮອດ​ບຸນປີ​ໃຫມ່,ຄົນທັງຫຼາຍມັກ​ຈູດ​ຫມາກກະ​ໂພ​ກ​ເພື່ອ​ເປັນການສະ​ເຫຼີມສະຫຼອງ,ຮີດຄອງ​ປະ​ເພນີ​ຂັບ​ໄລ່​ຄວາມ​ອັບປະມຸງຄຸນ​ດັ່ງກ່າວຍ້ອນ​ມູນ​ເຫດ​ທາງ​ດ້ານ​ຄວາມ​ປອດ​ໄພ​ແລະ​ການ​ເຊື່ອມ​ພິດ,ຢູ່​ປັກ​ກິ່ງ​ແລະ​ໃນ​ຕົວ​ເມືອງ​ໃຫຍ່​ຫຼາຍ​​ແຫ່ງ​ຂອງ​ຈີນ​ໄດ້​ຫ້າມ​ບໍ່​ໃຫ້​ຈູດຫມາກກະ​ໂພກ​ແລ້ວ,ພໍ​ຮອດ​ມື້​ອອກ​ໃຫມ່​ຫນຶ່ງ​ຄ່ຳ​ເດືອນ​ຈຽງ,​ເຊິ່ງ​ເປັນ​ມື້​ຂຶ້ນປີ​ໃຫມ່,ຍິງ​ຊາຍ​ນ້ອຍ​ໃຫຍ່ກໍຈະ​ພາກັນ​ແຕ່ງ​ເນື້ອ​ແຕ່ງ​ກາຍ​ຕ້ອນຮັບ​ແຂກ​ມາ​ຢາມ​ຫຼືອອກ​ເຮືອນ​ໄປ​ອວຍ​ໃຫ້​ພອນ​ແກ່​ກັນ,ຖ້າ​ໃນ​ຫນຶ່ງ​ປີ​ທີ່ຜ່ານ​ມາ,ລະຫວ່າງ​ຍາດຕິ​ພີ່ນ້ອງ​ຫຼື​ເພື່ອນ​ມິດ​ເຄີຍ​ເກີດ​ການ​ຜິດ​ຂ້ອງ​ຕ້ອງ​ຖຽງ​ກັນ,​ແລ້ວ​ເມື່ອ​ຮອດ​ຍາມ​ກຸດ​ຈີນ,ຖ້າ​ອວຍ​ໄຊ​ໃຫ້​ພອນ​ແກ່​ກັນ​ກໍ​ຫມາຍ​ຄວາມ​ວ່າ​ໄດ້​ອະ​ໂຫສິກຳ​ແກ່​ກັນ​ແລ້ວ.
​ໃນ​ຍາມ​ກຸດ​ຈີນ,ມີ​ການ​ເຄື່ອນ​ໄຫວ​ຫຼາຍຮູບ​ຫຼາຍ​ແບບ,​ໃນ​ຫຼາຍປີ​ມານີ້,​ເມື່ອ​ປີ​​ໃຫມ່​ສາກົນ​ຫາ​ກໍ​ຜ່ານ​ໄປ,ຮູບ​ເງົາ​ອວຍພອນ​ປີ​ໃຫມ່​ກໍ​ເລີ່ມນຳ​ອອກ​ສາຍ​ຢ່າງ​ຄຶກຄັກ​ໃນ​ທົ່ວ​ປະ​ເທດ.ຢູ່​ເຂດຊົນ​ນະບົດ​ອັນ​ກວ້າງ​ໃຫຍ່​ໄພສານ,ກໍ​ຍ່ອມຈະ​ຈັດ​ໃຫ້​ມີ​ການ

ຫຼິ້ນງິ້ວທ້ອງ​ຖິ່​ນ,​ເຊີດໂຕ​ສິງ ຟ້ອນ​ຢາງ​ໂກ ຫຼິ້ນ​ໄມ້​ໂຢກ​ເຢກ,ຫຼິ້ນບຸນ​ວັດ,​ແລະ​
ອື່ນໆ​ປ່ຽນ​ລົ້ນ​ໄປ​ດ້ວຍ​ບັນຍາກາດ​ມ່ວນ​ຊື່ນ​ຟົດຟື້ນ,ຢູ່​ປັກ​ກິ່ງ,​ໃນ​ຫຼາຍປີ​ມານີ້​ກໍມັກ​ ຈັດ​ບຸນ​ວັດ​ຢ່າງ​ຂະຫນາດ​ໃຫຍ່,​ແຕ່​ຄົນ​ສ່ວນ​ຫຼາຍກໍ​ຍັງ​ມັກ​ເບິ່ງ​ລາຍການ​ໂທ​ລະ​ພາບ​ຢູ່ກັບ​ເຮືອນ​ຕົນ​ເອງ​ຫຼາຍກວ່າ​ໃນ​ວັນ​ບຸນ,ສະຖານ​ນີ​ໂທລະພາບ​ແຫ່ງ​ຕ່າງໆ​ຈະຈັດ​ໃຫ້​ມີ​ລາຍກາ​ນອັນ​ດີ​ເລີດ​ເປັນ​ຈຳນວນ​ຫຼວງຫຼາຍສຳລັບ​ຜູ່​ຊົມ​ທີ່​ມີອາຍຸ​ຕ່າງ​ກັນ

ການ​ຕິດ​ຄະ​ຕິຄູ່ ຕິດ​ຮູບ​ແຕ້ມ​ປີ​ໃຫມ່​ແລະ​ໄຕ້​ໂຄມ​ໄຟ​ກໍ​ແມ່ນ​ເນື້ອ​ໃນ​ທີ່​ຄົນທັງຫຼາຍ
ມັກ​ເຮັດ​ໃນ​ຍາມ​ບຸນ​ກຸດຈີນ,ຄຽງ​ຄູ່​ກັບ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ສູງ​ຂຶ້ນ​ເລື້ອຍໆ,​ໃນ​ຂະນະ​ທີ່​ຄົນ​ທັງຫຼາຍ​ຮັກສາ​ຮີດຄອງ​ປະ​ເພນີ​ດັ້ງ​ເດີມ​ນັ້ນ,ກໍ​ໄດ້​ຈັດ​ໃຫ້​ມີ​ການ​ເຄື່ອນ​ໄຫວ​ສະຫຼອງ​ແບບ​ໃຫມ່​ຂຶ້ນ,ຕົວຢ່າງ​ຄື:​ໄປ​ແລ່ນ​ສະ​ກີດຫຼືນັດ​ເພື່ອນ​ຫຼາຍຄົນ​ມາ​ຫຼິ້ນ​ເກ​ມນຳ​ນັກ,ຫຼືຮ່ວມ​ກັນ​ແຕ້ມ​ຮູບ​ກາ​ຕູນ​ທີ່​ມີ​ຄວາມ​ຫມາຍ​​ເປັນຕົ້ນ.ນອກ​ນີ້,ການ​ໄປ​ທ່ອງ​ທ່ຽວ​ຢູ່​ຕ່າງປະ​ເທດ​ກໍ​ໄດ້ກາຍ​ເປັນ​ລົດ​ນິຍົມ​ໃຫມ່​ຊະນິດ​ຫນຶ່ງ​ຂອງ​ຊາວ​ຈີນ​ແລ້ວ.

​ເລື່ອງ​ທີ່​ຍັງ​ຢາກ​ເວົ້າສູ່​ຟັງ​ນັ້ນກໍ​ແມ່ນ​ຈີນ​ແມ່ນ​ປະ​ເທດ​ທີ່​ມີຫຼາຍຊົນ​ເຜົ່າ,ນອກຈາກ​ເຜົ່າ​ຮ້ານ​ແລ້ວ,ຍັງ​ມີ 55  ຊົນເຜົ່າ​ສ່ວນ​ຫນ້ອຍ,ພວກ​ເຂົາ​ເຈົ້າ​ເຖິງ​ວ່າ​ມີ​ພາສາ​ປາກ​ເວົ້າຕ່າງ​ກັນ​ແລະ​ຕົວ​ຫນັງສື​ຕ່າງ​ກັນ​ແບບ​ວິທີ​ດຳລົງ​ຊີວິດ​ແລະ​ຮີດຄອງ​ປະ​ເພນີ​ກໍ່​ບໍ​ຄື​ກັນ​ກໍ​ຕາມ,​ແ​ຕ່​ເຂົາ​ເຈົ້າສ່ວນ​ຫຼາຍລ້ວນ​ແຕ່​ຖື​ບຸນ​ກຸດ​ຈີນ​ເປັນ​ມື້ບຸນ​ສຳຄັນ​ຂອງ​ຊົນ​ເຜົ່າ​ຕົນ​ຄື:​​ເຜົ່າເອີ​ລຸນ​ຊຸ່ນ ​ເຜົ່າ​ຕະ​ໂວ້​ເອີ ​ເຜົ່າ​ເກົາ​ຫລີ ​ເຜົ່າ​ມົ້ງ ​ເຜົ່າ​ຢ້າວ ​ເຜົ່າ​ເຊີ່ ​ແລະ​ເຜົ່າ​ກິ່ງ​ເປັນຕົ້ນ,ການ​ເຄື່ອນ​ໄຫວ​ສະຫຼອງບຸນ​ຂອງ​ເຂົາ​ເຈົ້າຍັງ​ຮັກສາ​ຈຸດ​ພິ​ເສດ​ຂອງ​ຊົນ​ເຜົ່າ​ຕົນ​ເອງ​ໄວ້.