ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-18 12:03:27    
ເວ​ທີ​ປາ​ໄສ​ການ​ຮ່ວມ​ມື​ເສດ​ຖະ​ກິດ​
ການ​ຄ້າ​ຈີນ-​ສິງ​ກະ​ໂປ​ໄຂ​ຂຶ້ນ​ຢູ່​
ສິງ​ກະ​ໂປ

cri Author: da


ຕາມ​ຂ່າວCRI: ເວທີ​ປາ​ໄສ​ການ​ຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າ​ຈີນ-ສິງກະ​ໂປໄດ້​ໄຂຂຶ້ນ​ຢູ່​ສິງກະ​ໂປ​ໃນ​ວັນ​ທີ 18 ພຶດສະພາ.


ທ່ານ​ອູ​ປາງ​ໂກ ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ທີ່​ພວມ​ຢ້ຽມຢາມ​ສິງກະ​ໂປ​ໄດ້​ເຂົ້າຮ່ວມ​ພິທີ​ໄຂ​ກອງ​ປະຊຸມ​ແລະ​ກ່າວ​ປາຖະກະ​ຖາ​ທີ່​ມີ​ຫົວ​ຂໍ້​ວ່າ"​ເພີ່ມ​ທະວີ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ,ຊຸກຍູ້​ໃຫ້​ພັດທະນາ​ພ້ອມ​ກັນ".ທ່ານ​ອູ​ປາງ​ໂກ​ຊີ້​ອອກ​ວ່າ,ສອງ​ຝ່າຍ​ຄວນ​ພ້ອມ​ກັນ​ພະຍາຍາມ​ເຮັດ​ໃຫ້​ບໍລິ​ມາດ​ການ​ຄ້າ​ສອງ​ຝ່າຍ​​ໃນ​ປີ 2010 ລື່ນ​ກາຍ 50 ຕື້​ໂດ​ລາ​ສະຫະລັດ.

ທ່ານ​ອູ​ປາງ​ໂກ​ຍັງ​ໄດ້​ສະ​ເໜີ​ຂໍ້​ສະ​ເໜີ​ລະອຽດ,​ໃນ​ນັ້ນລວມທັງ​ການສ້າງ​ພື້ນຖານ​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ໃຫ້​ໜາແໜ້ນຕື່ມອີກ,​ເສີມ​ຂະຫ​ຍາຍ​ບົດບາດ​ສຳຄັນຂອງ​ວິ​ສາ​ຫະກິດ​ໃນ​ການ​ຮ່ວມ​ມື​ເສ​ດຖະກິດ​ການ​ຄ້າ,ບຸກ​ເບີກ​ຈຸດ​ເພີ່ມ​ໃໝ່​ໃນ​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ຢ່າງ​ຕັ້ງໜ້າ,ສືບ​ຕໍ່​ເພີ່​ມທະວີ​ການ​ປະສານ​ສົບ​ທົບ​ໃນ​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ຫຼາຍ​ຝ່າຍ.

ນອກ​ນີ້,ທ່ານ​ອູ​ປາງ​ໂກ​ຍັງ​ໄດ້​ຕີ​ລາຄາ​ສູງ​ຕໍ່​ການ​ສ້າງສາ​ເຂດ​ການ​ຄ້າ​ເສລີ​ຈີ​ນ-ອາ​ຊຽນ.

ຜູ້​ແທນ​ວົງ​ການ​ອຸດສາຫະກຳ​ການ​ຄ້າ ອົງການ​ນິຕິ​ບັນຍັດ​ແລະ​ເຈົ້າໜ້າ​ທີ່​ລັດຖະບານ​ຂອງ​ສອງ​ປະ​ເທດ​ຈີນ​ສິງກະ​ໂປ​ລວມ 500 ກວ່າ​ຄົນ​ໄດ້​ເຂົ້າຮ່ວມພິທີ​ໄຂ​ກອງ​ປະຊຸມ.


​ທ່ານ​ອັບ​ດຸນ​ລາ ປະທານ​ລັດຖະສະພາ​ສິງກະ​ໂປ​ກໍ​ໄດ້​ກ່າວ​ປາຖະກະຖາ​ໃນ​ພິທີ​ໄຂ​ກອງ​ປະຊຸມ.