ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-18 16:06:50    
ຟິມສີ​ແມ່ນ​ມີ​ຂຶ້ນ​ແນວ​ໃດ?

cri Author: li
ບໍ່​ວ່າ​ຢູ່​ຮ້ານ​ສັບພະ​ສິນຄ້າ​ຫຼືວ່າ​ຢູ່​ຮ້ານ​ລ້າງຮູບ,ຟິມສີ​ຕ່າງໆ​ເຊັ່ນ​ໂກ​ດັກ​ແລ​ະຟູຈີ​ເປັນຕົ້ນ​ແມ່ນ​ມີ​ຢູ່​ທົ່ວ​ໄປ,ມັນ​ໄດ້​ນຳ​ເອົາ​ຄວາມ​ເບີກບານ​ມ່ວນ​ຊື່ນ​ຫຼວງຫຼາຍມາ​ໃຫ້​ຊີວິດ​ຂອງ​ພວກ​ເຮົາ,​ແຕ່​ວ່າ,ທ່ານ​ຮູ້​ບໍ່​ວ່າ​ຟິມສີ​ແມ່ນ​ມີ​ຂຶ້ນ​ແນວ​ໃດ?

ຟິມສີ​ແຜ່ນ​ທຳ​ອິດ​ໃນ​ໂລກ​ແມ່ນ​ທ່ານ​ໂກ​ເດັສກີ​ແລະ​ທ່ານ​ມານ​ເນັສ ​ເປັນ​ຜູ້​ປ​ະດິດ​ໃນ​ປີ 1923 ,ຟິມຖ່າຍຮູບ​ໄດ້​ບັນທຶກ​ບາງ​ຕອນຂອງ​ຊີວິດ​ຂອງ​ມະນຸດ​ຢ່າງ​ແທ້​ຈິງ,ກາຍ​ເປັນ​ທີ່​ລະ​ລຶກຢ່າງ​ຖາວອນ​ຂອງ​ຄົນ​ທັງຫຼາຍ,ບໍລິສັດ​ໂກດັກ​ໄດ້​ນິຍົມ​ກັນ​ໃນ​ທົ່ວ​ໂລກ,​ໃນ​ຊູ່​ມື້​ນີ້,ບໍ່​ວ່າ​ນັກ​ຖ່າຍຮູບ​ທີ່​ມີ​ວິຊາ​ສະ​ເພາະ​ຫຼືວ່າການ​ຖ່າຍ​ຮູບ​ໃນ​ຊີວິດ​ຄອບ​ຄົວ,ຄົນ​ທັງຫຼາຍກໍ​ໃຊ້​ຟິມສີ​ໂດຍ​ທົ່ວ​ໄປ.

ຟິມ​ແມ່ນ​ມີ​ຂຶ້ນຫລັງ​ຈາກ​ໄດ້​ປະດິດ​ສ້າງ​ກ້ອງຖ່າຍຮູບ​ແລ້ວ,ຕັ້ງ​ແຕ່​ປີ 1826 ພຸ້ນ​ກໍ​ໄດ້​ມີ​ກ້ອງ​ຖ່າຍຮູບ​ເຄື່ອງ​ທຳ​ອິດ​ໃນ​ໂລກ​ໂດຍ​ແມ່ນທ່ານ​ນິບສ໌ຊາວ​ຝຼັ່ງ​ເປັນ​ຜູ່​ປະດິດ​ສ້າງ,ທ່ານ​ໄດ້​ດັດ​ແປງ​ຕາມ​ຫີບ​ອັດ​ແຈບ​ຂອງ​ເຄື່ອງ​ອັດ​ຜັງ​ແຕ້ມ​ແບບ​ມື​ຖື​ຊະນິດ​ຫນຶ່ງ​ໃນ​ສະຕະວັດ​ທີ 17 ທີ່​ເບິ່ງ​ໄປ​​ແລ້ວ​ທັງໃ​ຫຍ່ທັງ​ຫນັກ,ທ່ານ​ນິບສ໌​ທີ່​ສະຫຼາດ​ໄດ້​ດັດ​ແປງ​ຫີບ​ອັດ​ແຈບ​ເອົາ​ເລັນ​ກ້ອງ​ມ່ານ​ປັບ​ແສງ​ແລະ​ແຜ່ນ​ແກ້ວ​ຊາ​ໃ​ສ່,ກໍ​ເຮັດ​​ເປັນ​ກ້ອງຖ່າຍຮູບ,ທ່ານ​ນິບສ໌​ໄດ້​ໃຊ້​ກ້ອງຖ່າຍຮູບ​ທີ່​ເຮັດ​ເອງ,​ໃຊ້​ເວລາ 8 ຊົ່ວ​ໂມງ​ເພື່ອ​ປ່ອຍ​ແສງ​ເຂົ້າຖ່າຍ​ເອົາ​ຮູບ​​ໃບ​ທຳ​ອິດ​ໃນ​ໂລກ,ທ່ານ​ໄດ້​ຕັ້ງຊື່​ໃຫ້ຢ່າງ​ມ່ວນວ່າ,ພາບ​ທີ່​ວາດ​ດ້ວຍ​ແສງຕາ​ເວັນ.

ຫລັງ​ຈາກ​ນັ້ນ,ທ່ານ​ກັບ​ທ່ານ​ດາ​ແກນ ນັກ​ປະດິດ​ສ້າງ​ອີກ​ຜູ່​ຫນຶ່ງ​ໄດ້ພ້ອມ​ກັນ​ປະດິດສ້າງ​ວິທີ​ຖ່າຍຮູບດ້ວຍ​ແຜ່ນ​ເງິນ,ຄື​ເອົາ​ແຜ່ນ​ທອງ​ທີ່​ເຄື່ອບ​ເງິນ​ວາງ​ໄວ້​ເທິງ​ຊາມ​ທີ່​ໃສ່​ອີ​ອົດ,​ເມື່ອ​ກ້ອງຖ່າຍຮູບ​ຖືກ​ແສງ​ແລ້ວ​ກໍ​ໃຊ້​ອາຍ​ນ້ຳບາ​ຮ້ອນ​ມາ​ຮົມ​ແຜ່ນ​ທອງ​ໂອ​ບ​​ເງິນ​ດັ່ງກ່າວ​ຢູ່​ເທິງ​ແຜ່ນ​ເງິນ​ກໍຄ່ອຍໆ​ມີ​ຮູບ​ປະກົດ​ອອກ,ຖ້າ​ເອົາ​ແຜ່​ນແຊ່​ໃສ່​ນ້ຳເກືອ,ມັນ​ກໍ​ຈະ​ເປັນ​ຮູບ​ຖາວອນ,ນີ້​ກໍ​ແມ່ນ​ການ​ເປັນມາ​ຂອງ​ຟິມ​ໃນ​ເວລາ​ທຳ​ອິດ.

ຫລັງ​ຈາກ​ນັ້ນ 50 ກວ່າ​ປີ,ທ່ານ​ຈອດ ອິສມານ ຊາວ​ອາ​ເມ​ລິ​ກາ​ໄດ້​ປະດິດສ້າງ​ຟິມ​ໃສ​ທີ່​ໄວ​ແສງ​ຊະນິດ​ຫນຶ່ງ,​ເພື່ອ​ໃຊ້​ເປັນ​ຟິມຖ່າຍຮູ​ບ,ກ່ຽວ​ກັບ​ຄວາມ​ຄຶດ​ປະດິດ​ຟິມສີ,​​ແມ່ນ​ທ່ານ​ຄູນ​ຊູ​​ແຢນ,​ເປັນຜູ່​ສະ​ເຫ​ນີອອກ​ມາ​ກ່ອນ​ຫມູ່,ຍ້ອນ​ວ່າ​ເຕັກນິກ​ບໍ່​ສຸກ​ງອມ​ຈຶ່ງ​ບໍ່​ສຳ​ລັດ,ຈາກນັ້ນ,ນັກວິທະຍາສາດ​ຫຼາຍທ່ານ​ຂອງ​ເຢຍລະ​ມັນ​ກໍ​ໄດ້​ເຂົ້າຮ່ວມ​ການຄົ້ນຄວ້າ​ໃນ​ດ້ານ​ນີ້​ຕາມໆ​ກັນ,​ແຕ່​ກໍ່​ບໍ່​ໄດ້​ຮັບ​ຜົນ​ຕົວ​ຈິງ.

ຟິມສີ​ໂກດັກ​ມີ​ຂຶ້ນ​ເມື່ອ​ປີ 1923,ປະດິດ​ສ້າງ​ໂດ​ຍທ່ານ​ໂກ​ເດັສກີ ​ແລະ​ທ່ານ​ມານ​ເນັສ ​ໃນ​ສະ​ໄຫມ​ພວກທ່ານ​ທັງ​ສອງ​ຮຽນ​ຢູ່​ນິວຢອກ​ນັ້ນ​ໄດ້​ຕິດ​ອົກ​ຕິດ​ໃຈ​ນຳ​ເຕັກນິກ​ຖ່າຍຮູບ​ຫຼາຍ,ສະນັ້ນ,​ໄດ້​ພາກັນ​ເຮັດ​ການ​ທົດ​ລອງຫຼາຍຢ່າງ,ຫລັງ​ຈາກ​ທ່ານ​ມານ​ເນັສ​ເຂົ້າມະຫາວິທະຍາ​ໄລ​ຮາ​ເວິດ​ແລະ​ທ່ານ​ໂກ​ເດັສກີ ​ເຂົ້າ​ມະຫາວິທະຍາ​ໄລ​ກາ​ນີ​ໂຟ​ເນຍ​ແລ້ວ,ພວກ​ເພິ່ນຍັງ​ໄດ້​ໃຊ້​ເວລາ​ພັກ​ຮຽນ​ດຳ​ເນີນ​ການຄົ້ນຄວ້າ​ນຳ​ກັນ,​ແລະ​ເລີ່ມ​ພິຈາລະນາ​ຜະລິດ​ຟິມທີ່​ມີ​ສີ​ຕ່າງໆ,​ເມື່ອ​ຮອດ​ປີ 1923,ຈຶ່ງ​ໄດ້​ຖ່າຍຮູບ​ທີ​ມີ​ສີ​ຕ່າງໆ​ໃບ​ທຳ​ອິດ​ສຳ​​ເລັດໃນ​ການຄົ້ນຄວ້າ​ຜະລິດ​ນັ້ນ,ພວກ​ເຂົາ​ເຈົ້າ​ໄດ້​ຮັບ​ການ​ຊ່ອຍ​ເຫຼືອຈາກ​ທ່ານ​ດຣ ມິສ ຂອງ​ບໍລິສັດ​ອີສມານ,​ໂກດັກ​ອາ​ເມລິ​ກາ,​ໄດ້​ແກ້​ໄຂ​ວິທີຄວບ​ຄຸມ​ບໍ່​ໃຫ້​ຢາ​ລ້າງຮູບ​ຊືມອອກ,ທັງ​ນີ້​ໄດ້​ເສີມ​ຂະຫຍາ​ຍບົດບາດຊີ້​ຂາດ​ຕໍ່​ການ​ທົດ​ລອງ​ຜະລິດ​ຟິມສີ​ໂກດັກ​ຢ່າງ​ສຳ​ເລັດ​ຜົນ,​ເມື່ອ 1953 ​ໂດຍ​ມີ​ພະນັກ​ງານຂອງ​ສະ​ຖາ​ບັນ​ຄົ້ນຄ້ວາ​ໂກດັກ​ຊ່ອຍ​ເຫຼືອ,ທ່ານ​ໂກ​ເດັສກີ​ແລະ​ທ່ານ​ມານ​ເນັສ​ໄດ້​ຊອກ​ພົບ​ວິທີ​ຜະລິດ​ຟິມສີ​ໂກ​ດັກ​ເປັນ​ງວດ​ໃຫຍ່,ບໍລິສັດ​ອີສມານ​ໂກດັກ​ຈຶ່ງ​ໄດ້​ຂາຍ​ສິນຄ້າ​ແນວ​ນີ້​ທີ່​ຕັ້ງຊື່​ໃຫ້ວ່າ​ໂກດັກ.

ໃນ​ຊູ່​ມື້​ນີ້,ຟິມ​ໂກດັກ​ໄດ້​ກາຍ​ເປັນ​ສິນຄ້າ​ທີ່ຂາຍ​ດິບ​ຂາຍ​ດີ​ຢູ່​ໃນ​ທົ່ວ​ໂລກ​ແລ້ວ,​ໄດ້​ຖືກ​ນຳ​ໃຊ້​ໃນ​ທຸກໆ​ຄອບ​ຄົວ,ບໍ່​ວ່າ​ໃນ​ການ​ຖ່າຍຮູບ​ວິຊາ​ອາຊີບ​ສະ​ເພາະ​ຫຼືວ່າ​ໃນ​ການ​ຖ່າຍຮູບ​ໃນ​ຄອບ​ຄົວ,ກໍ່ລ້ວນ​ແຕ່​ໄດ້​ໃຊ້​ຟິມສີ​ໂດຍ​ທົ່ວ​ໄປ, ສິ່ງ​ທີ່​ຖືກ​ບັນທຶກ​ໃນ​ຮູບ​ຖ່າຍນັ້ນ​ແມ່ນ​ການ​ປ່ຽນ​ແປງ​ຂອງ​ຊີວິດ,​ແຕ່​ຟິມ​ທີ່ບາງໆ​ແຜ່ນ​ຫນຶ່ງ​ພັດ​ແມ່ນ​ຫົວ​ກະທິ​ແຫ່ງ​ການ​ຄົ້ນຄວ້າ​ວິທະຍາສາດ​ຂອງ​ມວນ​ມະນຸດ