ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-18 16:14:59    
ລົດ​ໄຟ​ລອຍ​ດ້ວຍ​ແຮງ​ແມ່​ເຫຼັກ

cri
ທ່ານ​ອາດ​ຈະ​ໄດ້​ຮູ້​ຂ່າວ​ແລ້ວ​ວ່າ,​ໃນວັນ​ທີ 31 ທັນວາ ປີ 2002,ລົດ​ໄຟ​ລອຍ​ດ້ວຍ​ແຮງ​ແມ່​ເຫຼັກຊຽງ​ໄຮ້​ຂອງ​ຈີນ​ໄດ້​ທົດ​ລອງ​ແລ່ນ​ລົດ​ເປັນຄັ້ງທຳ​ອິດ,​ແລະ​ທຸລະ​ກິດ​ທາງ​ການຄ້າ​ກ່ອນ​ຫມູ່​ໃນ​ໂລກ.

ທາງ​ລົດ​ໄຟ​ລອຍ​ດ້ວຍ​ແຮງ​ແມ່​ເຫຼັກຊຽງ​ໄຮ້,ທິດຕາ​ເວັນ​ຕົກ​ເລີ່ມຈາກ​ສະ​ຖາ​ນີ​ໂລ​ຢາງ​ລູ້ຂອງ​ລົດ​ໄຟ​ໃຕ້​ດິນ​ສາຍ​ທີ​ສອງ​ເນັ່ງ​ໄປ​ຮອດ​ເດີ່ນຍົນ​ສາກົນ​ພູ​ຕົງ​ຢູ່​ທິດຕາ​ເວັນ​ອອກ,ຍາວ​ທັງ​ຫມົດ​ປະມານ 33 ກິ​ໂລ​ແມັດ,​ລົງທຶນ​ທັງ​ຫມົດ​ປະມານ 10 ຕື້​ຢວນ,ຄວາມ​ໄວ​ສູງ​ສຸດ​ແມ່ນ 430 ກິ​ໂລ​ແມັດຕໍ່​ຊົ່ວ​ໂມງ,​ແລ່ນ​ຖ້ຽວ​ຫນຶ່ງ,​ໃຊ້​ເວລາ​ປະມານ 8 ນາທີ,ປະຈຸ​ບັນ,ລາຄາ​ປີ້​ລົດ​ຖ້ຽວ​ດຽວ​ແມ່ນ 150 ຢວນ,ທໍ່​ກັບ​ປະມານ 1​ແສນ 6 ຫມື່ນ 5 ພັນ​ກີບ,ອາດ​ມີຄົນ​ຖາມ​ວ່າ,33 ກິ​ໂລ​ແມັດ,ລົງທຶນ​ຫຼາຍປານ​ນີ້,ຄ່າ​ປີ້​ແພງ​ປານ​ນີ້,ມັນ​ຄຸ້ມ​ບໍ່?ສົມບໍ່?

ທີ່​ຈິງ​ແລ້ວ,​ເມື່ອ​ທຽບ​ກັບ​ທາ​ງລົດ​ໄຟ​ຄວາມ​ໄວ​ສູງ​ໃນ​ປະຈຸ​ບັນ,ລົດ​ໄຟ​ລອຍ​ດ້ວຍ​ແຮງ​ແມ່​ເຫຼັກມີ​ຈຸດ​ດີ​​ເດັ່ນ 6 ຂໍ້​ທີ່​ລົດ​ແນວ​ອື່ນ​ທຽບ​ບໍ່​ໄດ້.

ຫນຶ່ງ​ແມ່ນ​ໄວ,ລົດ​ໄຟ​ລອຍ​ດ້ວຍ​ແຮງ​ແມ່​ເຫຼັກ​ແມ່ນ​ພາຫະນະ​ຂົນ​ສົ່ງ​ຜູ່​ໂດຍ​ສານ​ທາງ​ຫນ້າດິນ​ທີ່​ຄວາມ​ໄວ​ສູງ​ເຖິງ 500 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ​ພຽງຫນຶ່ງ​ດຽວ​ໃນ​ປະຈຸ​ບັນ,ຍ້ອນ​ວ່າ​ລົດ​ໄຟປະ​ເພດ​ນີ້​ມີ​ແຕ່​ລາງ​ບໍ່​ມີ​ລໍ້,​ໃນ​ເວລາ​ແລ່ນ,ອາ​ໃສ​ແຮງ​ຢັນ​ຂອງ​ແມ່​ເຫຼັກ,ລາງ​ກັບ​ລົດ​ບໍ່ສຳຜັດ​ກັນ,ບໍ່​ຮຸກ​ຖູ​ກັນ,ສະນັ້ນ,ຄວາມ​ໄວ​ຈຶ່ງ​ສູງ​ເຖິງ 300 ຮອດ 500 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ,ນີ້​ຫມາຍ​ຄວາມ​ວ່າ,ສຳລັບ​ການ​ເດີນທາງ​ລະຫວ່າງ​ຕົວ​ເມືອງ​ທີ່​ຫ່າງ​ກັນ​ແຕ່ 500 ຮອດ 1000 ກິໂລ​ແມັດ​ນັ້ນຂີ່ລົດ​ໄຟປະ​ເພດ​ນີ້,ພໍ​ປານ​ກັບ​ຂີ່ຍົນ.

ສອງ​ແມ່ນ​ສິ້ນ​ເປືອງ​ພະລັງງານ​ຕ່ຳ​ໂດຍ​ທຽບ​ຖານ,​ໃນ​ເວລາ​ແລ່ນ​ລົດ 500 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງການ​ສິ້ນ​ເປືອງ​ພະລັງງານ​ຕໍ່​ທີ່​ນັ່ງ​ຕໍ່​ກິ​ໂລ​ແມັດ​ຂອງ​ລົດ​ໄຟ​ລອຍ​ດ້ວຍ​ແຮງ​ແມ່​ເຫຼັກພຽງ​ແຕ່​ກວມ 1 ສ່ວນ 3 ຫຼື​ເຄິ່ງດຽວ​ຂອງ​ຍົນ,ຢ່າງ​ຫນ້ອຍ​ປະຢັດ​ພະລັງງານ​ໄດ້​ຫຼາຍກວ່າ​ລົດຍົນ 30%,ພ້ອມ​ກັນນັນກໍ​ປະຢັດ​ພະລັງງານ​ດີກວ່າ​ທາງ​ລົດ​ໄຟທຳ​ມະ​ດາ.

ສາມ​ແມ່ນ​ລົດ​ໄຟ​ຊະນິດ​ນີ້​ລ້ຽວງ່າຍ,ຂຶ້ນຄ້ອຍ​ໄດ້,​ເລືອກ​ເສັ້ນທາງ​ໄດ້​ຄ່ອງ​ແຄ້ວ​ແລະ​ປັບ​ໃຫ້​ສອດຄ່ອງ​ກັບ​ສະພາບ​ການ​ໄດ້ດີ,​ເຄິ່ງ​ເສັ້ນຜ່າ​ສູນ​ກາງ​ເວລາ​ລ້ຽວລົດ​ນ້ອຍ​ກວ່າ​ລົດ​ໄຟ​ທຳ​ມະ​ດາ​ຫຼາຍ,ທັງ​ສາມາດ​ຂຶ້ນຄ້ອຍ​ຄວາມ​ເນີ​ນສູງ​ສຸດ​ໄດ້​ເຖິງ 10%,ທັງ​ນີ້​ເຮັດ​ໃຫ້​ທາງລົດ​ໄຟ​ດ້ວຍ​ແຮງ​ແມ່​ເຫຼັກຍິ່ງ​ສອດຄ່ອງ​ກັບ​ພູມ​ສັນຖານ​ຢ່າງ​ຄ່ອງ​ແຄ້ວ,ມູນ​ຄ່າ​ກໍ່ສ້າງ​ກໍ​ຖືກ​ກວ່າ​ອຸມົງ​ແລະ​ຂົວຫຼາຍ,ສ້າງ​ພາບ​ກັນ​ໄປ​ກັບ​ທາງ​ຄົມມະ​ນາ​ຄົມ​ທີ່​ມີ​ຢູ່​ແລ້ວ​ເຊັ່ນ​ທາງ​ດ່ວນ​ກໍ​ງ່າຍ,ບໍ່ຕ້ອງ​ເພີ່ມ​ສິ່ງຫາບ​ແບກ​ທາງ​ສິ່ງ​ແວດ​ລ້ອມ​ໃຫມ່ອີກ.

ສີ່​ແມ່ນ​ສຽງບໍ່​ນັນ​ແຊວ,ຍ້ອນ​ວ່າ​ບໍ່​ມີ​ລໍ້​ລົດ​ຮຸກ​ຖຸກັນ,ລາງ​ລົດ​ສຽງລົດ​ໄຟ​ລອຍ​ດ້ວຍ​ແຮງ​ແມ່​ເຫຼັກຈຶ່ງ​ເບົາ​ກວ່າລົດ​ໄຟ​ທຳ​ມະ​ດາ,​ເມື່ອລົດ​ໄຟ​ແລ່ນ​ເຂົ້າ,​ເມືອງ​ດ້ວຍ​ຄວາມ​ໄວ 200 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ​ນັ້ນ,ມັນ​ຈະ​ມີດ​ງຽບ​ກວ່າ​ລົດ​ໄຟ​ລາງ​ເບົາ​ໃນ​ຕົວ​ເມືອງ​ທີ່​ຄວາມ​ໄວ​ຕ່ຳ​ກວ່າ 100 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ​ນັ້ນຫຼາຍ.

ຫ້າ​ແມ່​ນບໍ່​ເຊື່ອມ​ພິດ​ຕໍ່​ສິ່ງ​ແວດ​ລ້ອມ,ຍ້ອນ​ວ່າ​ລົດ​ໄຟ​ລອຍ​ດ້ວຍ​ແຮງ​ແມ່​ເຫຼັກ​ໃຊ້​ໄຟຟ້າ​ເປັນ​ແມ່​ແຮງ,ສະ​ນັ້ນ,​ໃນ​ເວລາ​ແລ່ນ​ຈຶ່ງ​ບໍ່​ມີອາຍ​ເສຍ​ລະບາຍ​ອອກ​ຕະຫຼອດ​ທາງ​ແມ່ນ​ພາຫະນະ​ຄົມມະນາຄົມ​ສີຂຽວ​ຄື​ບໍ່​ມີ​ສິ່ງ​ເຊື່ອມ​ພິ​ດ​ແທ້ໆ.

ສຸດ​ທ້າຍ​ແມ່ນ​ປອດ​​ໄພ,ຂີ່​ສະບາຍ​ບໍ່ຫຼຸຍຫ້ຽນ​ງ່າຍ,​ເວົ້າ​ໃນ​ດ້ານ​ອົງ​ປະກອບ​ລົດ​ໄຟ​ລອຍ​ດ້ວຍ​​ແຮງ​ແມ່​ເຫຼັກ​ຮັບປະກັນ​ບໍ່ຕົກ​ລາງ,ວິທີ​ແລ່ນລົດ​ກໍ່​ຮັບປະກັນ​ບໍ່​ຕ່ຳ​ກັນ​ງ່າຍ,ຍ້ອນ​ວ່າ​ພື້ນ​ລົດ​ບໍ່​ສຳຜັດ​ກັບ​ລາງ,ສະ​ນັ້ນ,​ໃນ​ເວລາ​ແລ່ນ​ລົດ​ຈຶ່ງ​ສະ​ເທືອນ​ຫນ້ອຍ,ຂີ່​ສະ​ລາຍ,ບໍ່ຫຼຸ້ຍ​ຫ້ຽນ​ງ່າຍ,ດັ່ງນັ້ນ,ຈຶ່ງ​ມີ​ແຕ່​ສ້ອມ​ແປງ​ໃນ​ດ້ານ​ເຕັກນິກ​ເອ​ເລັກ​ໂຕຼນິກ​ເພື່ອ​ຮັກສາ,ບໍ່​ຕ້ອງການ​ອອກ​ກຳລັງ​ກາຍ​ຫຼາຍ.

ອາດ​ຈະ​ມີ​ຄົນ​ເວົ້າວ່າ,​ເຕັກນິກ​ລອຍ​ດ້ວຍ​ແຮງ​ແມ່​ເຫຼັກຂອງ​ເຢຍລະ​ມັນ​ນຳ​ຫນ້າ​ໂລກ,​ແຕ່​ເປັນ​ຫຍັງ​ເຢຍລະ​ມັນ​ບໍ່​ໄ​ດ້ນຳ​ມາ​​ໃຊ້​ທາງ​ການ​ຄ້າ?ນີ້​ແມ່ນ​ຍ້ອນ​ວ່າ,​ເຢຍລະ​ມັນ​ມີ​ປະຊາກອນ​ຫນ້ອຍ,ຜູ່​ໂດຍສານ​ມີ​ຈຳກັດ,ບວກກັບ​ເນື້ອທີ່​ດິນ​ບໍ່​ກວ້າງ,​ໄລະ​ທາງ​ແລ່ນ​ລົດ​ສັ້ນ,ສະນັ້ນ,ຫລັງ​ຈາກ​ເຂົາ​ເຈົ້າຄິດ​ໄລ່​ແລ້ວ,​ເຫັນ​ວ່າ,ອາດ​ຈະ​ຂາດທຶນ,ສະນັ້ນ,ຈຶ່ງບໍ່​ໄດ້​ນຳ​ໃຊ້​ທາງ​ການ​ຄ້າ.

ສ່ວນ​ຈີນ​ແມ່ນ​ຕ່າງ​ກັນຫຼາຍ,​ໄລຍະ​ທາງ​ລະຫວ່າງ​ຕົວ​ເມືອງ​ໃຫຍ່​ໄກ​ກັນຫຼາຍ,ຜູ່​ໂດຍສານ​ກໍ​ຫຼາຍ,ລັກສະນະ​ດີ​ເລີດ​ຂອງ​ພາຫະະ​ຂົນ​ສົ່ງ​ທີ່​ມີ​ຄວາມ​ໄວ 400 ຮອດ 500 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ​ຕ້ອງ​ສະ​ແດງ​ອອກ​ໃຫ້​ເຫັນ​ຢູ່​ບ່ອນ​ໄລຍະ​ທາງ​ໄກ.​ຕົວຢ່າງ​ຄື​ຈາກ​ນະຄອນ​ຊຽງ​ໄຮ້​ຮອດ​ນະ​ຄອນ​ຫາງ​ໂຈວ, 30 ນາທີ​ກໍ​ພໍ,ຈາກ​ປັກ​ກິ່ງ​ຮອດ​ຊຽງ​ໄຮ້ 3 ຊົ່ວ​ໂມງ​ກໍ​ຮອດ,​ເມື່ອ​ເປັນ​ແນວ​ນີ້,ກໍ​ຈະ​ຈໍ່​ຕົວ​ປະກອບ​ເປັນ​ວົງ​ເສດຖະກິດ 30 ນາທີ​ທີ່​ຫ່າງ​ກັນ​ຫຼາຍຮ້ອຍ​ກິ​ໂລ​ແມັດ​ແລະວົງ​ເສດຖະກິດ 3 ຊົ່ວ​ໂມງ​ທີ່​ຫ່າງ​ຈາກ​ກັນ​ຫນຶ່ງ​ພັນ​ກິ​ໂລ​ແມັດ,ມັນ​ອາດ​ຈະ​ກວມ​ເຖິງ​ບັນດາ​ຕົວ​ເມືອງ​ໃຫຍ່​ແລະ​ເມືອງ​ຜ້ານ​ກາງ​ຕ່າງໆ​ຂອງ​ຈີນ.

ຄວາມ​ຫມາຍ​ຫຼາຍກວ່າ​ຫມູ່​ຂອງການ​ສ້າງ​ລົດ​ໄຟ​ລອຍ​ດ້ວຍ​ແຮງ​ແມ່​ເຫຼັກຊຽງ​ໄຮ້​ແມ່ນ​ຢູ່​ບ່ອນ​ວ່າມັນ​ເປັນ​ແບບຢ່າງ​ໃຫ້ແກ່​ອົງ​ປະກອບ​ຄົມມະ​ນາ​ຄົມ​ຂອງ​ຈີນ​ໃນ​ອະນາຄົດ,​ໃນ​ຄົມມະນາຄົມ​ຜູ້​ໂດຍສານ.ການ​ເດີນທາງ 30 ນາທີ​ທໍ່​ກັບ​ການ​ເດີນທາງ​ພາຍ​ໃນ​ຕົວ​ເມືອງ​ດຽວ​ກັນ,ການ​ເດີນທາງ 3 ຊົ່ວ​ໂມງ​ແມ່ນ​ການ​ເດີນທາງ​ທີ່​ສະບາຍ​ກວ່າ​ຫມູ່​ຄື​ໄປ​ກັບ​ໄດ້​ໃນ​ມື້​ດຽວ,​ໃນ​ການ​ເດີນທາງ​ໄກ,ດັ່ງນັ້ນ,ຄວາມຫມາຍ​ເປັນ​ແບບຢ່າງ​ຂອງ​ຫມາກຜົນ​ນີ້​ແມ່ນບໍ່​ມີ​ຂອບ​ເຂດ,ອົງ​ປະກອບ​ວົງ​ເສດ​ຖະກິດ​ຂອງຈີນຍ່ອມ​ຈະ​ສັບ​ຊ້ອນ​ກັນ​ໃຫມ່ຢ່າງ​ແນ່ນອນ.

​ເຖິງ​ວ່າ​ລາຄາ​ສ້າງ​ທາງ​ລົດ​ໄຟ​ເສັ້ນນີ້​ແພງ​ຫຼາຍ,​ແຕ່​ຖ້າ​ກໍ່ສ້າງ​ຢ່າງ​ຂະຫນາດ​ໃຫຍ່​ແລ້ວ,ຕົ້ນທຶນ​ກໍ​ຈະ​ຫຼຸດ​ຕ່ຳລົງ​ໃນ​ຫນ້າ​ພຽງ​ຕ່າງ​ກັນ,​ເມື່ອ​ຈີນ​ເຢຍລະ​ມັນ​ພ້ອມ​ກັນ​ທຳ​ຄວາມ​ພະຍາຍາມ​ແລ້ວ,ມີ​ຫວັງ​ຈະ​ແກ່ງ​ແຍ່ງ​ກັບ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ໃນ​ດ້ານ​ລາຄາ,ນອກ​ນີ້,ຕໍ່​ໄປພາຍ​ຫນ້າ,ຍ່ອມ​ຈະ​ມີ​ເຄື່ອງ​ປະກອບ​ທາງ​ລົດ​ໄຟ​ລອຍ​ດ້ວຍ​​ແຮງ​ແມ່​ເຫຼັກຍິ່ງ​ຫຼາຍຜະລິດ​ຢູ່​ຈີນ,ມັນ​ກໍ​ຈະ​ຫຼຸດຕ່ຳ​ຕົ້ນທຶນ​ກໍ່ສ້າງ​ໃຫ້​ຕ່ຳລົງ​ເຊັ່ນ​ດຽວ​ກັນ ຜູ່​ຊ່ຽວຊານ​ເຫັນ​ວ່າ,​ເຕັກນິກ​ລອຍ​ດ້ວຍ​ແຮງ​ແມ່​ເຫຼັກມີ​ຫວັງ​ຈະ​ຊຸກ​ຍູ້​ໃຫ້​ອຸດສາຫະກຳ​ລອຍ​ດ້ວຍ​ແຮງ​ແມ່​ເຫຼັກ​ຂອງ​ຈີນ,ຂະຫຍາຍ​ຕົວ​ອອກ​ຢ່າງ​ວ່ອງ​ໄວ,ຂ້ຽວ​ເລັ່ງ​ໃຫ້​ເຕັກນິກ​ກ້າວຫນ້າ​ທັນ​ສະ​ໄຫມ​ຂອງ​ຈີນ,​ໄລ່​ທັນ​ລະດັບ​ກ້າວຫນ້າ​ຂອງ​ໂລກ.