ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-18 17:16:27    
ປະ​ກົດ​ການ​ເອ​ນີ​ໂນ

cri

ຕາມ​ລາຍ​ງານ​ສະບັບ​ຫນຶ່ງ​ທີ່​ອົງການ​ອຸ​ຕຸນິຍົມ​ໂລກ​ປະກາດ​ຢູ່​ເຊີ​ແນວ​ເມື່ອ​ວັນ​ທີ 3 ​ເດືອນມິຖຸນາ ປີ​ນີ້​ແຈ້ງວ່າ ປະກົດ​ການ​ເອນີ​ໂນ​ທີ່​ກະ​ຫນ່ຳ​ໂລກ​ມາຕັ້ງ​ແຕ່​ປີ 1997 ນັ້ນຈະ​ຫັບຫາຍ​ໄປ​​ແລ້ວ,ຮອດ​ລະດູຮ້ອນ​ປີ​ນີ້,ອາກາດ​ທົ່ວ​ໂລກ​ຈະ​ເປັນ​ປົກກະຕິ​ຄືນ,ບົດ​ລາຍ​ງານ​ແຈ້ງວ່າ,ອຸນຫະພູມມະຫາ​ສະຫມຸດ​ປາຊີ​ຟິກກໍຄ່ອຍໆ​ເຢັນ​ລົງ​ແລ້ວ,ລະດັບ​ຫນ້ານ້ຳທະ​ເລ​ຢູ່​ພາກພື້ນທະວີບອາ​ເມ​ລິ​ກາ​ໃຕ້ທີ່​ສູງ​ຂຶ້ນ 33 ຊັງ​ຕິ​​ແມັດ​ຍ້ອນ​ປະກົດ​ການ​ເອນີ​ໂນນັ້ນ​,ມາ​ດຽວ​ນີ້,ໂດຍ​ຢູ່​ບົນ​ພື້ນຖານ​ດັ່ງກ່າ​ວກໍ​ໄດ້​ ຫຼຸດລົງ 15 ຊັງ​ຕິ​ແມັດ​ແລ້ວ.

ປະກົດ​ການ​ເອນີ​ໂນ​ມັນ​ແມ່ນ​ແນວ​ໃດ​ກັນ​​ແທ້?ມັນ​ມີ​ຜົນ​ສະທ້ອນ​ຫຍັງ​​ແດ່​ຕໍ່​ຫນ່ວຍ​ໂລກ​?
ຢູ່​ໃນ​ສະພາບ​ປົກກະຕິ,ລົມ​ການ​ຄ້າ​ອັນ​ແຮງ​ກ້າ​ທີ່​ພັດ​ແຕ່​ນອກ​ຝັງ​ທະ​ເລ​ທະວີບອາ​ເມ​ລິ​ກາ​ໃຕ້​ໄປ​ຫາ​ທິດຕາ​ເວັນ​ຕົກ​ນັ້ນ,ຈະ​ຍູ້​ຫນ້ານ້ຳທະ​ເລ​ໃຫ້​ໄຫຼ​ໄປ​ທາງ​ອາຊີ,ຄື​ກັບ​ເຮົາ​ເປົ່າ​ກາ​ເຟຮ້ອນໆ,ລົມ​ກາ​ນຄ້າ​ຈະ​ພັດ​ເອົາ​ນ້ຳທະ​ເລ​ອຸ່ນ​ໄປ​ຫາ​ແຄມ​ຝັ່ງ​ທະ​ເລ​ອົສຕຼາລີ ອິນ​ໂດ​ເນ​ຊີ​ແລະ​ຟິລິ​ປີນ,ຢູ່​ເທິງ​ນ້ຳທະ​ເລ​ອຸ່ນ ອາກາດ​ຊຸ່ມ​ຈະ​ເລື່ອນ​ຂຶ້ນພາ​ໃຫ້​ຄວາມດັນ​ຂອງ​ບັນຍາກາດ​ລົດ​ລົງ,ພາ​ໃຫ້​ຝົນຕົກ​ແຮງ​ຢ່າງຕໍ່​ເນື່ອງ,​ເຮັດ​ໃຫ້​ປ່າ​ໄມ້​ຍາມ​ຝົນ​ໃນ​ອາຊີ​ຊຸ່ມ​ຊື່ນ,ດ້ານ​ຫນຶ່ງ​ອີ​ກຫົວລົມ​ເທິງ​ອາກາດ​ສູງ,ກໍ​ຕ່າວ​ພັດ​ໄປ​ທາງ​ທະວີບອາ​ເມ​ລິ​ກາ​ໃຕ້,​ເມື່ອ​ລົມ​ພັດ​ໄກ​ຮອດ​ທະວີ​ບອາ​ເມ​ລິ​ກາ​ໃຕ້​ແລ້ວ,ອາກາດ​ເຢັນ​ກໍ​ລົດ​ລົງ,ຄວາມ​ດັນ​ຂອງ​ບັນຍາກ​າດກໍ​ເລື່ອນ​ຂຶ້ນ,​ເຮັດ​ໃຫ້​ຝົນຕົກ​ຫນ້ອຍ​ລົງ​ຫຼາຍ.​ແຄມ​ຝັ່ງ​ທະ​ເລ​ມະຫາສະຫມຸດ​ປາຊິຟິກ​ແຖບ​ທະວີບອາ​ເມ​ລິກາ​ໃຕ້​ໃນ​ພາ​ສ່ວນ​ໃຫຍ່​ແມ່ນ​ອົບ​ເອົ້າທີ່​ສຸດ,
ຖ້າ​ຫາກ​ມີ​ປະກົດການ​ເອນີ​ໂນ​ເກີດ​ຂຶ້ນ,​ເບົ້າ​ແບບ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນີ້​ກໍ​ຈະ​ຕ່າວ​ປີ້ນ​ຫມົດ,ຄື​ຄວາມ​ດັນ​ຂອງ​ບັນຍາກາດ​ເທິງ​ມະຫາ​ສະ​ຫ​ມຸດ​ປາຊີ​ຟິກຕາ​ເວັນ​ຕົກ​ເລື່ອນ​ຂຶ້ນ,ກໍ​ອາດ​ຈະ​ເຮັດ​ໃຫ້​ເຂດ​ກວ້າງ​ໃຫຍ່​ແຕ່​ອົສຕຼາລີ​ໄປ​ຮອດ​ອິນ​ເດຍ​ເກີດ​ໄພ​ແຫ້ງ​ແລ້ງ,ນອກ​ນີ້,ລົມ​ກາ​ນຄ້າ​ກໍ​ຈະ​ອ່ອນ​ລົງ​ຫຼືພັດ​ໄປ​ທາງ​ທິດ​ຕາ​ເວັນ​ອອກ,ຍ້ອນ​ບໍ່​ມີ​ລົມ​ການ​ຄ້າ​ພັດ​ຍູ້,ນ້ຳທະ​ເລ​ອຸ່ນ​ຢ່າງຫຼວງຫຼາຍທີ່​ຕ້ອງ​ໄຫຼມາ​ທາງ​ອາຊີ​ນັ້ນ,ມີ​ສ່ວນ​ຫນຶ່ງ​ໄດ້​ໄຫຼ​ໄປ​ທາງ​ທະວີບອາ​ເມ​ລິ​ກາ​ໃຕ້,​ເຮັດ​ໃຫ້​ພາກ​ພື້ນ​ແຕ່​ຈີ​ເລຂຶ້ນມາ​ຮອດ​ລັດ​ກາລີ​ໂຟ​ເນຍ​ແຫ່ງ​ອາ​ເມ​ລິ​ກາ​ເກີດ​ລົມພາຍຸ​ໃຫຍ່​ພິລຶກ.

ປະກົດ​ການ​ເອນີ​ໂນມັກ​ນຳ​ເອົາ​ມະ​ຫັນ​ຕະ​ໄພ​ມາ​ໃຫ້​ແກ່ມ​ວນມະນຸດ,ປະກົດ​ການ​ເອນີ​ໂນ​ທີ່​ເກີດ​ຂຶ້ນ​ແຕ່​ປີ 1982 ​ເຖິງ​ປີ 1983,ຄາດ​ວ່າ,​ໄດ້​ເຮັດ​ໃຫ້​ມວນ​ມະນຸດ​ເສຍ​ຫາຍ​ຊັບ​ສິນ​ແລະ​ເຂົ້າຂອງ​ຄຶດ​ເປັນ​ເງິນ 13 ຕື້​ດອນ​ລາ​ສະຫະລັດ ມີ​ຜູ່​ເສຍ​ຊີວິດ 2 ພັນ​ກວ່າ​ຄົນ,ຢູ່​ພາກ​ໃຕ້​ຂອງ​ອິນ​ເດຍ,ຍ້ອນ​ບໍ່​ມີ​ຄວາມ​ຜິດ​ແຜກ​ແຕກ​ຕ່າງ​ກັນ​ທາງ​ລະດູ​ການ,​​ເຄື່ອງ​ປູກ​ຂອງ​ຝັງ​ກໍ​ຕາຍ​ແລ້ວຫມົດ,ປະກົດ​ການ​ເອນີ​ໂນ​ເທື່ອ​ນັ້ນ,​ໄດ້​ພາ​ໃຫ້​ບາງ​​ແຫ່ງ​ທີ່​ບໍ່​ເຄີຍ​ເກີດ​ລົມພາຍຸ​ຈັກ​ເທື່ອ​ຢູ່​ມະຫາ​ສະຫມຸດ​ປາຊີ​ຟິກກໍ​ຖືກ​ພາຍຸ​ກະ​ຫນ່ຳ​ຫຼາຍ​ເທື່ອ,ບາງ​ແຫ່ງ​ໃນ​ຮາ​ວາຍ​ກໍ່​ຖືກ​ທຳລາຍ​ຢ່າງ​ຫນັກຫນ່ວງ​ແຕ່​ເດີມ ການ​ປະມົງ​ຂອງ​ເອລູ​ແມ່ນ​ຫາ​ປູ​ປາ​ໄດ້​ຫຼາຍທີ່​ສຸດ,ນັບ​ວ່າ​ຢູ່​ແຖວ​ຫນ້າ​ຂອງ​ໂລກ,​ແຕ່​ຖືກ​ໄພ​ເທື່ອ​ນັ້ນທຳລາຍ​ຈົນ​ປົ້ນປີ້​ຢ່າງ​ຟື້ນ​ຕົວ​ບໍ່​ໄດ້​ເລີຍ,ນ້ຳຝົນ​ຢູ່​ພາກ​ຕາ​ເວັນ​ຕົກສຽງ​ເຫນືອ​ຂອງ​ເປລູແມ່ນ​ຫຼາຍກວ່າ​ຍາມປົກກະຕິ​ຕັ້ງ 10 ​ເທົ່າ,ຈົນ​ຖະຫນົນ​ຫົນທາງ​ຫຼາຍສາຍ​ກາຍ​ເປັນ​ຫ້ວຍ​ຫ່ອງ​ໄປ​ຫມົດ.ບົດ​ລາຍ​ງານ​ຂອງ​ອົງການ​ອຸຕຸນິຍົມ​ໂລກ​ດັ່ງກ່າວ​ແຈ້ງວ່າ,ປະກົດ​ການ​ເອນີ​ໂນ​ທີ່​ເລີ່​ມ​ເກີດ​ຂຶ້ນ​ເມື່ອ​ລະດູ​ຮ້ອນ​ປີ​ກາຍ​ນີ້​ໄດ້​ເຮັດ​ໃຫ້​ຫມົດ​ໂລກ​ເສຍ​ຫາຍ​ທາງ​ເສດຖະກິດ 10 ຕື້​ດອນ​ລາ​ສະຫະລັດ,​ໃນ​ນັ້ນອາຊີ​ເສຍ​ຫາຍ​ຫນັກ​ກວ່າ​ເພິ່ນ​ຄື 8 ຕື້​ກວ່າ​ດອນ​ລາ,ຍ້ອນ​ຖືກ​ຜົນ​ກະທົບ​ຈາກ​ປະກົດ​ການ​ເອນີ​ໂນ,ອິນ​ໂດ​ເນ​ຊີ​ໄດ້​ປະສົບ​ໄພ​ແຫ້ງ​ແລ້ງ​ທີ່​ຫນັກຫນ່ວງ​ທີ່​ສຸດ​ໃນ​ເຄິ່ງສະຕະວັດ​ມາ​ນີ້,​ແລະ​ພາ​ໃຫ້​ປ່າ​ໄມ້ 1 ​ແສນ 8 ຫມື່ນ​ເຮັກຕາ​ຢູ່​ກາລີ​ມານ​ຕານ​ເຫນືອ​ເກີດ​ໄຟ​ໄຫມ້ຈົນ​ຮອດ​ດຽວນີ້​ກໍ​ຍັງ​ບໍ່​ມອດ​ເທື່ອ,ຫຼາຍທ້ອງ​ຖິ່ນ​ເຊັ່ນ​ອາ​ຟຼິກາ​ແລະ​ອາ​ເມິ​ລກາ​ລາ​ຕິນ​ເປັນຕົ້ນກໍ​ເກີດ​ໄຟ​ນ້ຳຖ້ວມ,​ເຮັດ​ພືດ​ພັນ​ທັນ​ຍາ​ຫານ​ຖືກ​ນ້ຳ​ໄຫຼ​ເຊາະ,ສິ່ງ​ກໍ່ສ້າງ​ຊົນ​ລະ​ປະທານ​ນາ​ສວນ​ກໍ​ເພພັງ ຫຼາຍລ້ານຄົນ​ປະສົບ​ໄພ​ອຶດ​ຢາກ.

​ໃນ​ບົດ​ລາຍ​ງານ​ສະບັບ​ຫນຶ່ງ​ຂອງ​ທະນາຄານ​ໂລກ​ໄດ້​ປະ​ເມີນ​ວ່າ,​ເມື່ອຕາບ​ຈູ​ນ​ຄວາມ​ເສຍ​ຫາຍ​ເນື່ອງ​ຈາກ​ປະກົດ​ການ​ເອນີ​ໂນ ຢ່າງ​ຫນ້ອຍ​ຕ້ອງ​ໃຊ້​ເງິນ 500 ລ້ານ​ດອນ​ລາ​ສະຫະລັດ,ພຽງ​ແຕ່​ເປ​ລູ ​ເອກ​ວາ​ດໍ ອັກ​ຊັງ​ຕິນ ​ໂບລີ​ວີ​ແລະ​ປາ​ລາກ​ວາຍ​ທໍ່ນັ້ນກໍ​ຕ້ອງການ​ຄວາາ​ຊ່ອຍ​ເຫຼືອ​ເຖິງ 350 ລ້ານ​ດອນ​ລາ​ສະຫະລັດ.

​ເມື່ອ​ເວົ້າວ່າ,ປະກົດ​ການ​ເອນີ​ໂນ​ຈະ​ຜ່ານ​ພົ້ນ​ໄປ​ແລ້ວ,ພວກ​ເຮົາ​ກໍ​ຈະ​ໂລ່ງ​ອົກ​ໂລ່ງ​ໃຈ​ໄດ້​ແລ້ວ​ຕິ​ແມ່​ນ​ບໍ່?

ທ່ານ​ຈ່າງ​ຈື່​ປິ່ງ ນັກ​ຄົ້ນ​ຄວ້າ​ໃນ​ຫ້ອງທົດ​ລອງຈຸດ​ຫນັກ​ຂອງ​ລັດ​ທີ່​ຄົ້ນຄວ້າ​ການ​ປົວ​ແປງສັງ​ລວມ​ກ່ຽວ​ກັບ​ໄພບົ້ງ​ແມງ​ແລະ​ຫນູ​ຂີ​ທາງ​ກະສິກຳ​ແຫ່ງ​ສະ​ຖາ​ບັນ​ຄົ້ນຄວ້າ​ສັດ​ຂອງ​ສະ​ພາ​ບັນດິດ​ວິ​ທະ​ຍາ​ສາດ​ແຫ່ງ​ປະ​ເທດ​ຈີນ​ໄດ້​ສະ​ເຫ​ນີບົດ​ພະຍາກອນ​ໄພ​ທຳ​ມະ​ຊາດ​ໂດຍ​ເຕືອນ​ໄຫ້ຝ່າຍ​ທີ່​ກ່ຽວຂ້ອງ​ຈົ່ງ​ລະ​ວົງ​ປ້ອງ​ກັນ​ໄພ​ຊີວະ​ຊາດ​ຫລັງ​ຈາກ​ປະກົດ​ການ​ເອນີ​ໂນ​ແລ້ວ.

ທ່ານ​ຈ່າງ​ຈື່​ປິ່ງ​ສະ​ເຫ​ນີ​ໃຫ້ຮູ້ວ່າຫລັງ​ຈາກ​ເກີດ​ປະກົດ​ການ​ເອນີ​ໂນ​ສາມ​ເທື່ອ​ເມື່ອ​ປີ 1982—1983 ປີ 1991 ​ແລະ​ປີ 1993 –1994 ​ແລ້ວ,ຢູ່​ປະ​ເທດຈີນ​ໄດ້​​ເກີດ​ໄພ​ຫນູ​ຂີ​ແລະ​ໄພບົ້ງ​ແມງ​ໃນ​ບໍລິ​ເວນ​ອັນ​ກວ້າງ​ໃຫຍ່.ທ່ານ​ຊີ້​ເນັ້ນວ່າ,ປະກົດ​ການ​ເອນີ​ໂນ​ທີ່​ເກີດ​ຂຶ້ນ​ໃນ​ປີ 1997ນັ້ນ,ຍັງ​ແຮງ​ກວ່າ​ສາມ​ເທື່ອ​ກ່ອນ​ອີກ​ຊ້ຳ ສະນັ້ນຈຶ່ງ​ມີ​ຄວາມ​ອາດ​ສາມາດ​ທີ່​ຈະ​ເກີດ​ໄພ​ຊີວະ​ຊາດ​ຮ້າຍ​ແຮງ​ກວ່າ,ຕາມ​ການຄົ້ນຄວ້າ​ໃນ​ປະຈຸ​ບັນ​ເຫັນ​ວ່າ,​ໃນ​ປີທີ່​ເກີດ​ປະກົດ​ການ​ເອນີ​ໂນ​ແລະ​ປີ​ລຸນ​ມາ​ແມ່ນ​ມັກ​ເກີດ​ໄພ​ຊີວະ​ຊາດ​ຫຼາຍທີ່​ສຸດ,ສະນັ້ນ,​ໃ​ນປີ 1998 ​ແລະ​ປີ 1999,ຈະ​ຕ້ອງ​ລະວັງ​ປ້ອງ​ກັນ​ເ​ປັນພິ​ເສດ.