ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-18 17:27:54    
ທ່ານ​ນາງ​ຊົ້ງ​ເຟ

cri

ທ່ານ​ນາງ​ຊົ້ງ​ເຟ ທີ່​ໄດ້​ຮັບ​ນາມມະຍົດ​ເປັນ​ພະ​ລາ​ຊີ​ນີດົນຕີ​ພື້ນ​ເມືອງ​ຈີນ​ກັບ​ນັກ​ສຶກສາ​ທີ່​ເປັນ​ຫມູ່​ຮຽນ​ນຳ​ກັນ​ກັບ​ເພິ່ນ​ໄດ້​ຮ່ວມ​ກັນ​ຈັດ​ງານ​ດົນຕີ​ຮອບ​ຫນຶ່ງ,​ໂດຍ​ໄດ້​ເສບ​ບົດ​ເພງ​ຊໍ​ອູ້ດັ້ງ​ເດີມ​ແລະ​ທັນ​ສະ​ໄຫມ​ຂອງ​ຈີນ​ເປັນ​ຈຳນວນ​ຫຼວງຫຼາຍ,ອັນ​ໄດ້​​ເຮັດ​ໃຫ້​ສັງຄົມ​ມີ​ສຽງ​ສະທ້ອນ​ຄືນ​ຢ່າງ​ດົ່ງ​ດັງ.

ທ່ານ​ນາງ​ຊົ້ງ​ເຟ​ເປັນອາຈານ​ພະ​ແນ​ກ​ເຄື່ອງ​ເສບ​ຂອງ​ມະຫາວິທະຍາ​ໄລ​ດົນຕີ​ຈີນ,ປີນີ້ອາຍຸ 35 ປີ,​ເຊິ່ງ​ເຄີຍ​ເປັນ​ດາວ​ດວ​ຫນຶ່ງ​ທີ່​ໄສ​ແຈ້ງ​ຈັບ​ຕາ​ຄົນ​ບົນ​ເວທີ​ດົນຕີ​ພື້ນ​ເມືອງ​ຈີນ,ທ່ານ​ຊົ້ງ​​ໂກວ​ເສິ້ງ ພໍ່​ຂອງ​ນາງ​ກໍ​ເປັນ​ສາດສະດາຈານ​ສອນ​ຊໍ​ອູ້​ຂອງ​ມະຫາວິທະຍາ​​ໄລ​ດົນຕີ​ທຽນ​ສິນ,​ເປັນ​ຜູ່​ຊັກ​ຈູງ​ນາງ​ເລີ່​ມຮຽນ​ຊໍ​ອູ້​ແລະ​ເດີນ​ຕາມ​ເສັ້ນທາງ​ສິນລະປະ.

ນາງ​ຊົ້ງ​ເຟ​ເວົ້າວ່າ,ນາງ​ເລີ່​ມຮຽນ​ສີຊໍ​ອູ້​ແຕ່​ຄາວ​ອາຍຸ 5—6 ຂວບ,ທຳ​ອິດ​ມີ​ແຕ່​ຟັງ​ນັກ​ສຶກສາ​ຮຽນ​ສີ​ຊໍ​ອູ້​ນຳ​ພໍ່,ຮູ້ສຶກ​ວ່າ​ມ່ວນ​ແທ້,ຖ້າ​ເຂົາ​ຫນີ​ແລ້ວ,ນາງ​ຈິ່ງ​ຫັດ​ສີ​ຊໍ​ເ​ປັນ ສຽງອອດໆ​​ແອດໆ​ຂຶ້ນ,ພໍ່​ເພິ່ນ​ຜາກົດ​ເຫັນ​ນາງ​ມີ​ພອນ​ສະຫວັນ​ທາງ​ດ້ານ​ນີ້,ຈິ່ງ​ເລີຍ​ເລີ່​ມຕັ້ງ​ອົກ​ຕັ້ງ​ໃຈ​ສອນ​ນາງ,ມາ​ຮອດ​ອາຍຸ 7 ຂວບ,​ໂດຍ​ມີ​ການ​ຊັກນຳຈູງ​ຂອງ​ພໍ່,ນາງ​ຊົ້ງ​ເຟຈິ່ງ​ໄດ້​ຂຶ້ນສະ​ແດງ​ຢູ່​ບົນ​ເວທີ​ຫໍ​ຊຸມນຸມ​ຂອງ​ຄຸ້ມ​ເປັນ​ເທື່ອ​ທຳ​ອິດ,​ເມື່ອ​ເວົ້າ​ເຖິງ​ປະສົບ​ການສະ​ແດງ​ເທື່ອ​ນີ້,ນາງ​ຊົ້ງ​ເຟ​ແມ່ນ​ລືມ​ຍາກ​ທີ່​ສຸດ,ນາງ​ເວົ້າວ່າພໍ່​ໄດ້​ກຽມ​ເພງ​ເສບ​ເພງ​ຫນຶ່ງ​ຊື່ວ່າ,ນົກ​ກະຈອກ​ຟ້າ​ໃຫ້​ຂ້າພະ​ເຈົ້າ,​ເມື່ອ​ຂ້າພະ​ເຈົ້າຈະ​ຂຶ້ນ​ເວທີ​ໄດ້​ຍິນ​ສຽງຊໍ​ສອງ​ສາຍ​ບໍ່​ຖືກ,ຂ້າພະ​ເຈົ້າກໍ່​ເລີຍ​ຢ້ານ,ຂ້າພະ​ເຈົ້າງວາກ​ຫນ້າ​ຄືນ​ເມືອ​ກໍ​ເຫັນ​ພໍ່​ເພິ່ນ​ພວມ​ເບິ່ງ​ຂ້າພະ​ເຈົ້າຢູ່​ຂ້າງ​ເ​ວທີ,ຂ້າພະ​ເຈົ້າກໍ​ຟ້າວ​ເຕັ້ນດ່ອງລົງ​ຈາກ​ເວທີ​ໄປ​ໃຫ້​ເພິ່ນ​ເບັດ​ສາຍ​ໃຫ້,ຫລັງ​ຈາກ​ເບັດ​ສາຍ​ແລ້ວ,ພໍ່​ກໍ່​ເວົ້ານຳ​ຂ້າພະ​ເຈົ້າວ່າ,​ໄປ​ສາ!ປິນ​ໄປ​ເລີຍ,ບໍ່​ຕ້ອງ​ຢ້ານ​ຫຍັງ​ດອກ!ພໍ​ໄດ້​ຍິນ​ເພິ່ນ​ເວົ້າ​ແນ​ວນີ້,ຂ້າພະ​ເຈົ້າກໍ່​ຮູ້ສຶກ​ເບົາ​ອົກ​ເບົາ​ໃຈ​ຫຼາຍທີ່​ສຸດ,​ແລ້ວ​ກັບ​​ເມືອ​ສີ​ຊໍ​ຢູ່​ເທິງ​ເວທີ.

​ແຕ່​ນັ້ນມາ,ກໍ່​ບໍ່​ຕ່າງ​ຫຍັງ​ກັບ​ພໍ່​ຂອງ​ນາງ​ຊົ້ງ​ເຟ​ເວົ້ານັ້ນ,ນາງ​ໄດ້​ເລີ່​ມ​ເຫາະ​ເຫີ​ນຢູ່​ບົນ​ເວທີ,​ແລະ​ເກີດ​ຄວາມ​ຮັກ​ການ​ສີ​ຊໍ​ຢູ່​ເທິງ​ເວທີ.

​ເມື່ອ​ປີ 1981,ນາງ​ຊົ້ງ​ເຟ ອາຍຸ​ໄດ້ 12 ປີຜ່ານ​ການ​ສອບ​ເສັງ​ແລ້ວ​ກໍ່​ເຂົ້າຮຽນ​ໃນ​ໂຮງຮຽນ​ມັດ​ຖະຍົມ​ສັງກັດ​ມະຫາວິທະຍາ​ໄລ​ດົນຕີ​ທຽນ​ສິນ,​ເມື່ອ​ປີ 1987,ກໍ​ເສັງ​ເຂົ້າຮຽນ​ພະ​ແນ​ກ​ເຄື່ອງ​ເສບ​ຂອງ​ມະຫາວິທະຍາ​ໄລ​ດົນຕີ​ຈີນ​ດ້ວຍ​ຄະ​ແນນ​ດີ​ເດັ່ນ​ແລ້ວ​ເຂົ້າຮຽນ​ຊໍ​ອູ້​ເປັນ​ຫລັກ,ພ້ອມ​ກັນນັ້ນຍັງ​ຮຽນ​ພິນ​ຂິມ​ບູຮານ​ນຳ​ອີກ.

​ເມື່ອ​ປີ 1991 ,ຫລັງ​ຈາກ​ນາງ​ຊົ້ງ​ເຟຮຽນ​ຈົບ​ຈາກ​ມະຫາວິທະຍາ​ໄລ​ດົນຕີ​ຈີນ​ແລ້ວ,ກໍ່​ເຂົ້າ​ໄປ​ເປັນ​ນັກ​ສີ​ຊໍ​ຂອງ​ຄະນະ​ສີ​ລະ​ປະກອນ​ຊົນ​ເຜົ່າ​ສູນ​ກາງ​ຈີນ,​ໃນ​ປາງ​ນັ້ນ,ນາງ​ຊົ້ງ​ເຟ​ໄດ້​ປະກົດ​ຕົວ​ຢູ່​ບົນ​ເວທີ​ເລື້ອຍໆ,ນາງ​ເຫັນ​ວ່າ​ຖ້າ​ຢາກ​ໃຫ້​ດົນຕີ​ຊົນ​ເຜົ່າ​ຈີນ​ຈະ​ເລີ​ນຂຶ້ນ​ເລືອ​ຍໆ,​ແມ່ນ​ຕ້ອງການ​​ໃຫ້​ມີ​ຄົນຫຼາຍກວ່າ​ເກົ່າ​ມາ​ເຮັດ​ວຽກ​ນີ້​ໃຫ້ຫຼາຍຂຶ້ນຢ່າງກວ້າງຂວາງ,ຈາກ​ນັ້ນນາງ​ຊົ້ງ​ເຟກໍ​ເຂົ້າວົງ​ດົນຕີ​ນິຍົມ​ເພງ​ແມ່ຍິງ​ຈີນເມື່ອ​ປີ 1998,ນາງ​ຊົ້ງ​ເຟ​ໄດ້​ຢ່ວງ​ເຂົ້າສູ່​ຫໍ​ສິຄຳ​ກຸງວຽນ​ຄະນະ​ສີ​ລະປະກອນຊົນ​ເຜົ່າ​ສູນ​ກາງ​ຈີນ​ເປັນ​ເທື່ອ​ທຳ​ອິດ,​ເພງ​ເສບ​ຊື່ວ່າ​ສຽງ​ນົກກາງ​ພູດ​ອຍ ດ້ວຍ​ສຽງ​ຊໍ​ໂດຍນາງ​ຊົ້ງ​ເຟນັ້ນສົດ​ຊື່ນ​ຫນ້າ​ຮັກ​ແລະ​ເພງ​ເສບ​ຊື່ວ່າ​ດວງ​ຈັນ​ພິມ​ພາບ​ກາງ​ຫມອກ​ເອີ້​ສວນ​ທີ່​ເຮັດ​ໃຫ້​ຄົນ​ມີ​ອາລົມ​ລ້ຳ​ເລິກ​ນັ້ນກໍ​ເຮັດ​ໃຫ້​ຄົນ​ສັງ​ເກດ​ເຫັນ​ຈາກ​ອາລົມ​ຂອງ​​ເຂົາເຈົ້າວ່າ,ພວກ​ເຂົາ​ເຈົ້າ​ໄດ້​ຖືກ​ດົນຕີ​ຈີນ​ພາ​ໃຫ້​ກະ​ຕຸ້ນ​ໃຈ​ຢ່າງ​ເລິກ​ເຊິ່ງ  ປີ 2002,ນາງ​ຊົ້ງເຟ​ໄດ້​ຈັດ​ງານ​ດົນຕີ​ດ່ຽວ​ຊື່ວ່າ​ເຄື່ອງສາຍ​​ເຊ​ຢ່າງຮອບ​ຫນຶ່ງ,ນາງ​ຊົ້ງ​ເຟ​ໄດ້​ຫຼິ້ນ​ເຄື່ອງສາຍ 13 ຢ່າງ​ຄື:ຊໍ​ອູ້ ກະ​ຈັບ​ປີ່ ພິນ​ບູຮານ​ແລະ​ອື່ນໆ,ງານ​ດົນຕີ  ເທື່ອ​ນີ້​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ໃຫຍ່​ຫຼວງ,​ແລະ​ເຮັດ​ໃຫ້​ຫມູ່​ອາຊີບ​ດຽວ​ໃນ​ວົງ​ການ​ດົນຕີ​ພາກັນ​ຕົກ​ໃຈ​ວາບ​ບາດ​ຫນຶ່ງ.

ນາງ​ຊົ້ງ​ເຟ​ເວົ້າວ່າ,ທີ່​ຈິງ​ແລ້ວ,ນາງ​ແມ່ນ​ມັກ​ກະ​ຈັບ​ປີ່​ມາ​ແຕ່​ຍາມ​ຍັງ​ນ້ອຍ,ຕໍ່​ມາ​ຍ້ອນ​ພໍ່​ເປັນ​ຜູ່​ສະ​ເຫ​ນີ,ນາງ​ຈິ່ງ​ຮຽນ​ສີ​ຊໍ​ອູ້​ແລະ​ຫຼິ້ນພິນ​ບູຮານ,​ແ​ຕ່ວ່າ​ເພິ່ນ​ຕິດ​ໃຈ​ທີ່​ສຸດນຳ​ກະ​ຈັບ​ປີ່​ໂດຍ​ຕະຫຼອດ,ຫລັງ​ຈາກ​ໄດ້​ເປັນ​ອາຈານ​ສອນ​ໃນ​ມະຫາວິທະຍາ​ໄລ​ດົນຕີ​ຈີນ​ແລ້ວ,​ເພິ່ນ​ກໍ່​ຮຽນ​ນຳ​ທ່ານ​ວາງ​ຟ້າ​ນ ອາຈານ​ກະ​ຈັບ​ປີ່​ແລະ​ໃນ​ທີ່​ສຸດ​ກໍ​ໄດ້​ສົມ​ປາຖະຫນາ​ທີ່​ຕົນ​ໄດ້​ໃຝ່ຝັນ​ມາ,ນາງ​ຊົ້ງເຟ​ເວົ້າວ່າ,ຂ້າພະ​ເຈົ້າຮູ້ສຶກ​ວ່າ,ອາດ​ຈະ​ແມ່ນ​ການ​ດີດ​ກະ​ຈັບ​ປີ່​ແລະ​ພິນ​ບູຮານ​ມາສະ​ແດງ​ອອກ​ຢູ່​ເທິງ​ເວທີ​ຈິ່ງ​ເຮັດ​ໃຫ້​ຄົນ​ທັງຫຼາຍຮູ້ສຶກ​ຈິດ​ອາລົມ​ເຊິ່ງ​ເປັນ​ທາດ​ແທ້​ຂອງ​ຂ້າພະ​ເຈົ້າທີ່​ມີ​ຕໍ່​ດົນຕີ​,ຂ້າພະ​ເຈົ້າກໍ​ຫວັງ​ໃຫ້​ຜູ່​ຊົມ​ມີ​ຄວາມ​ໂຄລົບ​ນັບຖື​ແລະ​ມີ​ຄວາມ​ເຂົ້າ​ໃຈ​ແນວ​ໃດ​ແນວ​ຫນຶ່ງ​ຕໍ່​ດົນຕີ​ຂ້າພະ​ເຈົ້າ​ໃນ​ເວລາ​ເຫັນ​ຫນ້າ​ຂ້າພະ​ເຈົ້າ​ແລະ​ດົນຕີ​ຂອງ​ຂ້າພະ​ເຈົ້າ.