ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-18 18:05:09    
ການ​ພົວ​ພັນ​ລະ​ຫວ່າງ​ອີ​ຣັກ​ກັບ​ອີ​ຣານ​ເປີດ​ໜ້າ​ໃໝ່

cri Author: da
ຕາມ​ຂ່າວ​CRI: ວັນ​ທີ 17 ພຶດ​ສະພາ,​ທ່ານ​ຮາ​ຣາຊີ ລັດຖະ​ມົນຕີ​ການ​ຕ່າງປະ​ເທດ​ອີຣານ​ເດີນທາງ​ໄປ​ຮອດ​ແບກ​ແດັດ,​ເລີ່​ມຢ້ຽມຢາມ​ອີຣັກ,​​ທ່ານ​ແມ່ນ​ເຈົ້າໜ້າ​ທີ່​ສູງ​ສຸດ​ຂອງ​ອີຣານທີ່​ຢ້ຽມຢາມ​ອີຣັກຫຼັງ​ຈາກ​ອຳນາດ​ການ​ປົກຄອງ​ຊາ​ດາມຖືກ​ໂຄ່ນ​ລົ້ມ.ມື້​ດຽວ​ກັນ ທ່ານ​ຮາຣາຊີ​ໄດ້​ເຈລະຈາ​ກັບ​ທ່ານ​ເຊ​ບາຣີ ລັດຖະ​ມົນຕີ​ການ​ຕ່າງປະ​ເທດ​ອີຣັກ,​ສອງ​ຝ່າຍ​ເປັນ​ເອກະ​ສັນ​ກັນ​ເຫັນ​ດີ​ລືມ​ເລື່ອງ​ເກົ່າ,​ເປີດ​ໜ້າ​ໃໝ່​ແຫ່ງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ບົນ​ພື້ນຖານ​ໂຄລົບ​ເຊິ່ງກັນ​ແລະ​ກັນ​ ຮ່ວມ​ມື​ກັນແລະ​ຕ່າງ​ບໍ່​ແຊກ​​ແຊງ​ວຽກ​ງານ​ພາຍ​ໃນຂອງ​ກັນ.

​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ຮ່ວມ​ທີ່​ຈັດ​ຂຶ້ນ​ຫຼັງ​ການ​ເຈລະ​ຈາ,​ທ່ານ​ຮາຣາຊີ​ກ່າວ​ເນັ້ນ​ວ່າ,ທັງ​ສອງ​ປະ​ເທດ​ຈະ​ດຳ​ເນີນ​ການ​ຮ່ວມ​ມື​ຮອບ​ດ້ານ​ໃນ​ຂົງ​ເຂດຄວາມ​ປອດ​ໄພ​ແລະ​ຂົງ​ເຂດ​ເສດ​ຖະກິດ​​ເປັນ​ຕົ້ນ,​ພ້ອມ​ກັນນັ້ນ ທ່ານ​ຍັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ,ອີ​ຣານຈະ​ພະຍາ​ຍາມ​ສະກັດ​ກັ້ນ​ພວກ​ປະກອບ​ອາວຸດ​ຂ້າມ​ຊາຍ​ແດນ​ລະ​ຫວ່າງ​ສອງ​ປະ​ເທດ​ແລ້ວ​ເລັດ​ລອດ​ເຂົ້າ​ອີຣັກ.​ທ່ານ​ເຊ​ບາຣີ​ເວົ້າ​ວ່າ,​ທ່ານ​ຈາ​ຄາວີ ຜູ້​ນຳ​ເບີ​ສາມ​ຂອງ​ອົງການ​ອານ ​​ເຄດາ​ແມ່ນ​ສັດຕູ​ຮ່ວມຂອງ​ອີຣັ​ກ​ແລະ​ອີຣານ,​ລັດຖະ​ບານ​ຊຸດ​ໃໝ່​ຂອງ​ອີຣັກ​ເຊື່ອ​ວ່າ,ອີ​ຣານບໍ່​ຫ່ອນ​ສະໜັບ​ສະໜູນ​ອົງ​ການ​ອານ ​ເຄດາຢູ່​ອີຣັກ​ແລະ​ທ່ານ​ຈາ​ຄາວີ ຜູ້ນຳ​ອານ ​ເຄດາ.

​ໃນ​​ໄລຍະ​ຢ້ຽມ​ຢາມ​ອີຣັກ,​ທ່ານ​ຮາຣາຊີ​ຍັງ​ຈະ​ພົບ​ປະ​ກັບ​ຜູ້ນຳ​ທ່ານ​ອື່ນໆ​ຂອງ​ລັດຖະ​ບານ​ຊຸດ​ໃໝ່​ຂອງ​ອີຣັກ,​ຕົ້ນຕໍ​ຫາລື​ການ​ຄວບ​ຄຸມ​ຊາຍ​ແດນ​ລະຫວ່າງ​ປະ​ເທດ​ທັງ​ສອງ​ສະກັດ​ກັ້ນ​ພວກ​ປະ​ກອບ​ອາວຸດ​ເລັດ​ລອດ​ເຂົ້າ​ອີຣັກ,​ເຮັດ​ໃຫ້​ການ​ວິວາດ​ກັນ​ຈາກ​ສົງ​ຄາມ​ອີຣັກອີ​ຣານ​ສິ້ນ​ສຸດ​ລົງ,ອະນຸ​ຍາດ​ຊາວ​ອີຣານ​​ໄຫວ້​​ໂຄລົບ​ຂຸມ​ຝັງ​ສົບ​ຊາວ​ນິກາຍ​ຊີ​ອິດ​ຢູ່​ອີຣັກ​ແລະ​ບັນຫາ​ອື່ນໆ.

ປະຈຸ​ບັນ,ບັນ​ຫາ​ພົ້ນ​ເດັ່ນ​ທີ່​ສຸດ​ທີ່​ອີຣັກ​ປະສົບ​ໃນ​ຂະ​ບວນ​ວິວັດ​ສ້າງສາ​ຄືນ​ໃໝ່​ທາງ​ການ​ເມືອງ​ແລະ​ເສດ​ຖະກິດ​ນັ້ນ​ແມ່ນ​ບັນຫາ​ຄວາມ​ປອດ​ໄພ.​ແຕ່​ລັດຖະ​ບານຊຸດ​ໃໝ່​ຂອງ​ອີຣັກ​ສ້າງ​ຕັ້ງ​ຂຶ້ນ​ເປັນ​ຕົ້ນ​ມາ,​ພວກ​ປະ​ກອບ​ອາວຸດ​ອີຣັກ​ໄດ້​​ເປີດການ​ໂຈມຕີ​ດ້ວຍ​ລູກລະ​ເບີດ​ຢ່າງ​ນອງ​ເລືອດ​ຫຼາຍ​ເທື່ອ,ໄດ້​ມີ​ເກືອບ 500 ຄົນ​ຕາຍ​ແລ້ວ​.ສະ​ຖານະ​ການ​ຄວາມ​ປອດ​ໄພ​ປັ່ນ​ປ່ວນ​ນັ້ນ,​ໄດ້​ກີດ​ຂວາງ​ຂະ​ບວນ​ວິວັດ​ສ້າງ​ການ​ຄືນ​ໃໝ່​ທາງ​ການ​ເມືອງ​ແລະ​​ເສດຖະກິດ​ຂອງ​ອີຣັກ​.ສິ່ງ​ທີ່​ເຮັດ​ໃຫ້​ຄົນ​ເປັນ​ຫ່ວງ​ເປັນ​ໃຍ​ເປັນ​ພິ​ເສດ​ນັ້ນ​ແມ່ນ,​ຄວາມ​ຂັດ​ແຍ່ງ​ກັນ​ລ​ະຫວ່າງ​ນິກາຍ​ຊີ​ອິດ ນິກາຍ​ຊຸນ​ນິດ​ແລະ​ຊາວ​ເຄິດ​ຂອງ​ອີຣັກ​ໃນ​ປະຈຸ​ບັນ​ພວມ​ດຸ​ເດືອດ​ຂຶ້ນ,ຄວາມ​ອັນຕະ​ລາຍ​ທີ່​ອີຣັກ​ກ້າວ​ໄປ​ຫາ​ສົງ​ຄາມ​ລະ​ຫວ່າງ​ບັນດາ​ນິກາຍ​ນັ້ນ​ໄດ້​ເພີ່ມ​ຂຶ້ນ​ຕື່ມ​.ຢູ່​ໃຕ້​ສະພາບ​ດັ່ງກ່າວ​ນີ້,​ໃນ​ຖານ​ເປັນ​ປະ​ເທດ​ໃກ້​ຄຽງ​ທີ່​ມີ​ອິດ​ທິພົນ​ສຳຄັນ​ຂອງ​ອີຣັກ,​ທ່ານ​ຮາຣາຊີ​​ໄປຢ້ຽມ​ຢາມ​ອີຣັກ,​ໄດ້​ສະ​ແດງ​ໃຫ້​ເຫັນ​ອີກ​​ເທື່ອ​ໜຶ່ງ​ວ່າ ອີຣານ​ສະ​ໜັບສະ​ໜູນ​ລັດຖະ​ບານ​ຊຸດ​ໃໝ່​ຂອງ​ອີຣັກ.​ສ່ວນ​ອີຣັກ​ກັບ​ອິຣານ​ເຂົ້າ​ໃກ້ຊິດ​ກັນ,​ ຈະ​ມີ​ຜົນ​ດີ​ຕໍ່​ການ​ຟຶ້ນຟູ​ຄວາມ​ປອດ​ໄພ​ແລະ​ສະຖຽນ​ລະ​ພາບ​ຂອງ​ອີຣັກ​ໃນ​ລະດັບ​ສ່ວນ​ໃດ​ສ່ວນ​ໜຶ່ງ​,ຊຸກຍູ້​ຂະ​ບວນ​ວິວັດ​ສ້າງ​ສາ​ຄືນ​ໃໝ່​ທາງ​ການ​ເມືອງ​ແລະ​ເສດ​ຖະກິດ​ຂອງ​ອີຣັກ.

ບຸກຄົນ​ວິ​ເຄາະ​ເຫັນ​ວ່າ,​ຖ້າ​ວ່າ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ຮາຣາຊີ​ເທື່ອ​ນີ້​ຈະເຮັດ​ໃຫ້​ອີຣັກ​ກັບ​ອີຣານ​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ຄວາມ​ປອດ​ໄພ​ແລະ​ເສດ​ຖະ​ກິດ,ສະ​ກັດ​ກັ້ນ​ພວກ​ປະກອບ​ອາວຸດ​ຜ່ານ​ຊາຍ​ແດນ​​ເລັດ​ລອດ​ເຂົ້າ​ອີຣັກ,​ຊ່ອຍ​ຟື້ນ​ຟູ​ຄວາມ​ປອດ​ໄພ​ແລະ​ສະຖຽນ​ລະ​ພາບ​ຂອງ​ອີຣັກ​,ຊຸກຍູ້​ຂະ​ບວນ​ວິວັດ​ສ້າງ​ສາ​ຄືນ​ໃໝ່​ທາງ​ການ​ເມືອງ​ແລະ​ເສດຖະກິດ​ຂອງ​ອີຣັກ​ແລ້ວ,​​ການ​ພົວ​ພັນ​ລະ​ຫວ່າງ​ອີຣັກ​ກັບ​ອີຣານ​ຍ່ອມ​ຈະ​​ແໜ້ນ​ແຟ້ນ​ຂຶ້ນ.