ຕາມຂ່າວCRI: ວັນທີ 18 ພຶດສະພານີ້ຢູ່ທີ່ປັກກິ່ງ, ທ່ານລີແສຈີ ລັດຖະມົນຕີກະຊວງການປົກຄອງແລະປະຊາສົງເຄາະຈີນກ່າວວ່າ, ເມື່ອໄດ້ພະຍາຍາມຢ່າງບໍ່ລົດລະ, ການປົກຄອງຕົນເອງຂອງຊາວບ້ານຈີນໄດ້ມີການຂະຫຍາຍຕົວຢ່າງໃຫຍ່.
ຕາມສະເໜີວ່າ, ເຂດຊົນນະບົດສ່ວນຫຼາຍທີ່ສຸດຂອງຈີນໄດ້ດຳເນີນການເລືອກຕັ້ງຄະນະກຳມະການຂັ້ນບ້ານ 5-6 ຄັ້ງແລ້ວ; ບ້ານຊົນນະບົດ 90% ໄດ້ສ້າງຕັ້ງຄໍລຳເປີດເຜີຍວຽກງານຂອງບ້ານ, ບັນຫາວຽກງານບ້ານແລະວຽກງານການເງິນທີ່ຊາວບ້ານເອົາໃຈໃສ່ນັ້ນໄດ້ເປີດເຜີຍຢ່າງທັນການ. ການປົກຄອງຕົນເອງຂອງຊາວບ້ານໄດ້ເສີມຂະຫຍາຍບົດບາດໃນດ້ານຊຸກຍູ້ການສ້າງສາຊົນນະບົດ.
|