ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-19 17:19:22    
ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອິສ​ຣາ​ແອນ​ກ່າວ​ວ່າ​ຄວນ​ໃຊ້​ການ​ແກ້​ແຄ້ນ​ຢ່າງ​ຮຸນ​ແຮງ​ກວ່າ​ເກົ່າ​ຕໍ່​ການ​ຫຼອນ​ໂຈມ​ຕີ​ຂອງ​ປາ​ເລັສ​ຕິນ

cri Author: q
ຕາມ​ຂ່າວCRI,ວັນ​ທີ19​ພຶດສະພາ,ທ່ານ​ໂບອິມ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອິສ​ຣາ​ແອນ​ກ່າວ​ວ່າ,ອິສຣາ​ແອນ​ຄວນ​ໃຊ້​ການ​ເຄື່ອນ​ໄຫວ​ແກ້​ແຄ້ນຢ່າງ​ຮຸນ​ແຮງ​ກວ່າ​ເກົ່າ​ຕໍ່​ການ​ຫຼອນ​ໂຈມ​ຕີ​ຂອງ​ພວກ​ປະກອບ​ອາວຸດ​ປາ​ເລັສຕິນ.

ທ່ານ​ໂບອິມກ່າວ​ວ່າ,ນັບ​ມາ​ຮອດ​ປັດຈຸບັນ,ຕໍ່​ພວກ​ປະກອບ​ອາວຸດ​ປາ​ເລັສຕິນກໍ່​ການ​ຫຼອນ​ໂຈມ​ຕີ​ຈຸດ​ຕັ້ງ​ຖິ່ນ​ຖານ​ຊາວ​ຢິວ​ແຖບ​ກາຊາ,ອິສຣາ​ແອນ​ໄດ້​​ໃຊ້​ທ່າ​ທີ​ອົດ​ກັ້ນ​ໂດຍ​ຕະ​ຫຼອດ.​ອິສຣາ​ແອນ​ຖອນ​ອອກ​ຈາກ​ກາຊາ​ຢູ່​ໃຕ້​ການຫຼອນ​ໂຈມ​ຕີ​ດ້ວຍ​ລູກປືນ​ໃຫຍ່​ຂອງ​ພວກ​ປະ​ກອບ​ອາວຸດ​ປາ​ເລັສ​ຕິນ,ນີ້​ແມ່ນ​ເລື່ອງ​ທີ່​ຄາດ​ຄິດ​ຍາກ.

ເລີ່​ມ​ແຕ່​ວັນ​ທີ18​ພຶດສະພາ​ນີ້​ເປັນ​ຕົ້ນ​ມາ,ອົງການ​ຂະ​ບວນການ​ຕໍ່ຕ້ານ​ອິສລາມ​ປາ​ເລັສ​ຕິນ​ຄື​ອົງ​ການ​ຮາ​ມາສ​ໄດ້​ຍິງ​ປຶ​ນຄົກ30​ກວ່າ​ລູກ​ແລະ​ລູກ​ສອນ​ໄຟ​ຕ້ານ​ລົດ​ຕັງ​ຫຼາຍ​ລູກ​ໃສ່​ຈຸດ​ຕັ້ງ​ຖິ່ນ​ຖານ​ຊາວ​ຢິວ​ແລະ​ຈຸດ​ທີ່ຕັ້ງ​ກອງ​ທະຫານ​ອິສຣາ​ແອນ​ຢູ່​ແຖງ​ກາຊາ.​​​ເພື່ອ​ແກ້​ແຄ້ນ,​ກອງ​ທັບ​ອາກາດ​ອິສຣາ​ແອນ​ໄດ້​ຫຼອນ​ໂຈມ​ຕີ​ພວກ​ປະກອບ​ອາວຸດຂອງ​ອົງການ​ຮາ​ມາສ​ດ້ວຍ​ລູກ​ສອນ​ໄຟ​ເປັນ​ຄັ້ງ​ທຳ​ອິດ​ແຕ່​ປາ​ເລັສຕິ​ນອິສຣາ​ແອນ​ປະກາດ​ຢຸດ​ຍິງ​ເມື່ອ​ເດືອນ​ກຸມ​ພາ​ມາ​ນີ້.