ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-19 17:39:33    
ຈີນ-ອາ​ຊຽນ​ຈັດ​ສັບ​ປະ​ດາ​ໂທ​ລະ​ຄົມ(ສຽງ)

cri Author: da



ສັບ​ປະດາ​ໂທລະ​ຄົມ​ຈີ​ນ-ອາ​ຊຽນທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 12 ພຶດ​ສະພາ​ນັ້ນ​ໄດ້​ອັດ​ລົງ​​ແລ້ວ​ຢູ່​ເມືອງ​ເຊີນ​​ເຈີ​ນຈີນ​ໃນ​ວັນ​ທີ 18 ພຶດ​ສະພາ.


ຕາມ​ໄດ້​ຊາບ, ສັບ​ປະດາ​ໂທລະ​ຄົມ​ຈີ​ນ-ອາ​ຊຽນ​ຄັ້ງນີ້​ມີ​ຫົວ​ຂໍ້​ວ່າ"ຈີນ​ກັບ​ອາຊຽນ:ສ້າງ​ການ​ພົວພັນ​ໝູ່ຄູ່​ໃນ​ຂົງ​ເຂດ​ໂທລະຄົມຂໍ້​ມູນ​ຂ່າ​ວສານ ​ທີ່​ອວ່າຍໜ້າ​ໄປ​ສູ່​ການ​ພັດທະນາ​ພ້ອມ​ກັນ".ການຈັດສັບ​ປະດາ​ໂທລະ​ຄົມ​ຈີ​ນ-ອາ​ຊຽນຄັ້ງນີ້​ແມ່ນ​ປະຕິບັດ​ຕາມ​ຂໍ້​ລິ​ເລີ່​ມທີ່​ທ່ານ​ເວີນ​ເຈຍ​ປາວ ນາຍົກ​ລັດຖະມົນຕີ​ຈີນ​ສະ​ເໜີ​ໃນ​ກອງ​ປະຊຸມ​ຜູ້ນຳ​ອາຊີ​ຕາ​ເວັນ​ອອກ​ຄັ້ງທີ 8 ທີ່​ຈັດ​ຂຶ້ນ​ຢູ່​ວຽງ​ຈັນ ນະຄອນຫຼວງ​ສປປ​ລາວ​ໃນ​ເດືອນ​ພະຈິກ​ປີ 2004.​ເລຂາທິການກຸ່ມ​ອາ​ຊຽນ ລັດຖະມົນຕີ​ຫຼື​ຮອງ​ລັດຖະມົນຕີ​ຂອງ​ຂະ​ແໜງ​ການ​ຄຸ້ມ​ຄອງ​ໂທລະ​ຄົມຂໍ້​ມູນ​ຂ່າວສານຂອງ 10 ປະ​ເທດ​ອາ​ຊຽນຄື​ລາວ ກຳປູ​ເຈຍ ​ໄທ ມຽນມາ ຫວຽດນາມ ສິງກະ​ໂປ ມາ​ເລ​ເຊຍ ອິນ​ໂດ​ເນ​ເຊຍ ຟີ​ລິບ​ປີນ ບຼູ​ໄນ​ໄດ້​ນຳພາ​ຄະນະ​ຜູ້​ແທນ​ເຂົ້າຮ່ວມ​ການ​ເຄື່ອນ​ໄຫວ​ເທື່ອ​ນີ້.




ໃນ​ພິທີ​ໄຂ​ສັບປະ​ດາຢູ່​ປັກ​ກິ່ງ​ໃນ​ວັນ​ທີ 12 ພຶດ​ສະພາ​,ທ່ານ​ຮວງ​ຈູ ຮອງ​ນາຍົກ​ລັດຖະ​ມົນ​ຕີຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ຊີ້​ອອກ​ວ່າ,​ແຕ່​ຈີນ​ກັບ​ອາ​ຊຽນ​ເຊັນ"ຄຳ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ພົວພັນ​ໝູ່​ຄູ່​ຍຸດ​ທະ​ສາດ​ທີ່​ອວ່າຍ​ໜ້າ​​ໄປ​ສູ່​ສັນຕິ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ"​ໃນ​ປີ 2003 ​ເປັນ​ຕົ້ນມາ​,ການ​ພົວພັນ​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ຂະຫຍາຍ​ຕົວ​ແລະ​ລົງ​ສູ່​ລວງ​ເລິກ​ຕື່ມ​ອີກ,ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດກໍ​​ໄດ້ກ້າວ​ເຂົ້າສູ່​ໄລຍະ​​ໃໝ່.ການ​ສົນ​ທະນາ​ທາງ​ການ​ເມືອງ​ແລະ​ຄວາມ​ປອດ​ໄພ​ລະຫວ່າງ​ສອງ​ຝ່າຍ​ນັບ​ມື້​ນັບ​ເນື່ອງ​ນິດ​ແລະ​ລົງ​ສູ່​ລວງ​ເລິກ,​ຄວາມ​ໄວ້​​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນ​ໄດ້ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ;ການ​ພົວພັນ​ເສດ​ຖະກິດ​ການ​ຄ້າ​​ໄດ້​ເພີ່ມ​ທະວີ​ຂຶ້ນ​ຢ່າງ​ບໍ່​ຂາດ​ສາຍ,ຂົງ​ເຂດ​ການ​ຮ່ວມ​ມື​ກໍ​​ໄດ້ຂະ​ຫຍາຍ​ກວ້າງ​ອອກ​ຢ່າງ​ຮອບ​ດ້ານ,​ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາຊຽນ​ໄດ້​ຮັບຄວາມ​ຄືບ​ໜ້າ​ທີ່​ສຳຄັນ,​ງານ​ມະຫາ​ກຳ​ຈີນ-ອາ​ຊຽນ​ໄດ້ຈັດ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນ.ອາ​ຊຽນ​ແມ່ນພາກ​ພື້ນ​ໃກ້​ຄຽງ​ທີ່​ສຳຄັນ​ຂອງ​ຈີນ,ຈີນ​ຈະ​ສືບ​ຕໍ່​ຮ່ວມ​ມື​ກັບ​ອາ​ຊຽນ​ໃນ​ທຸກ​ດ້ານ,​ປັບປຸງ​ແລະ​ຂະຫຍາຍ​ການ​ພົວພັນ​ໝູ່ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ອາ​ຊຽນ.

ທ່ານ​ຮອງ​ນາຍົກ​ຮວງ​ຈູ​ຫວັງ​ໃຫ້​ສອງ​ຝ່າຍ​ປະຕິບັດ​ຕາມ​ຫຼັກ​ການ​ທີ່​ສະ​ເໝີ​ພາບ​ກັນ​ຕ່າງ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ ຮ່ວມ​ມື​ກັນ​ໃຫ້​ໄດ້ຜົນ​ນຳ​ກັນບົນ​ພື້ນຖານ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​​ໃນ​ເມື່ອ​ກ່ອນ,ລົງ​ເລິກ​​ແລະ​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​​ໂທລະ​ຄົມຂໍ້​ມູນ​ຂ່າວ​ສານ​ຢ່າງ​ຮອບ​ດ້ານ,​ເພີ່ມ​ທະວີ​ການ​ລຸ​ລົງ​ກັນ​ແລະ​ການ​ແລກປ່ຽນ​ກັນ​ຕື່ມ​ອີກ,ກຳ​ໂອກາດ​​ເຕັກນິກ​ດີ​ຈິ​ຕອນ,​​ເຮັດໃຫ້​ເນື້ອ​​ການ​ຮ່ວມ​ມື​ອຸດົມ​ສົມບູນ​,ບູລະ​ນະ​ແບບ​ເບົ້າການ​ຮ່ວມ​ມື​,​ເປີດ​ກວ້າງ​ຊ່ອງ​ທາງ​ຮ່ວມ​ມື,ຊຸກຍູ້​ການ​ຮ່ວມ​ມື​ກັນ​ໃຫ້ມິ​ລະດັບ​ສູງ​ກວ່າ​ເກົ່າ ຂອບ​ເຂດ​ກວ້າງ​ກວ່າ​ເກົ່າ​ແລະ​ບັງ​ເກີດ​ຜົນ​ກວ່າ​ເກົ່າ.

ຕອນ​ບ່າຍ​ວັນ​ທີ 12 ພຶດ​ສະພາ​ໄດ້​ຈັດ​ກອງ​ປະຊຸມ​ເວທີ​ປາ​ໄສ​ລັດຖະມົນຕີ​ໂທລະ​ຄົມ​ຈີນ-ອາ​ຊຽນ.ລັດ​ຖະມົນ​ຕີກະ​ຊວງ​ໂທລະ​ຄົມ​ຂອງ​ຈີນ​ແລະ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ ​ເລຂາທິ​ການ​ກຸ່ມອາ​ຊຽນ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ໂດຍ​ໝູນ​ອ້ອມ​ການ​ພັດ​ທະນາ​ແລະ​ການ​ຮ່ວມ​ມື​ໃນ​ດ້ານ​ໂທລະ​ຄົມຂໍ້​ມູນ​ຂ່າວ​ສານ​ຂອງ​ພາກ​ພື້ນ​ແຫ່ງ​ນີ້,​ເປັນ​ເອກະ​ສັນກັນ​ຜ່ານ​ຮັບ​ຮອງ​ຄຳ​ຖະ​ແຫຼ​ງການ​ປັກ​ກິ່ງ​ກ່ຽວ​ກັບ"ຈີນ​ກັບ​ອາ​ຊຽນ​:ສ້າງ​ການ​ພົວພັນ​ໝູ່ຄູ່​ໃນ​ຂົງ​ເຂດ​​ໂທລະ​ຄົມຂໍ້​ມູນ​ຂ່າ​ວສານທີ່​ອວ່າຍ​ໜ້າ​ໄປ​ສູ່​ການ​ພັດ​ທະນາ​ພ້ອມ​ກັນ".

ຕາມ​ໄດ້​ຊາບ,​ຄຳ​ຖະ​ແຫຼ​ງການ​ປັກ​ກິ່ງ​ທີ່​ຜ່ານ​ຮັບ​ຮອງໃນ​ກອງ​ປະຊຸມ​ຄັ້ງນີ້​ໄດ້​ກ່າວ​ເນັ້ນ​ວ່າ ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດອາ​ຊຽນ​ໃນ​ຂົງ​ເຂດ​ໂທລະ​ຄົມ​ຂໍ້​ມູນ​ຂ່າວ​ສານ​ມີ​ຄວາມ​ໝາຍ​ສຳຄັນ,​​ໄດ້​ສະ​ເໜີ​ວ່າ ຕ້ອງ​ເພີ່ມ​ທະວີ​ການ​ສົນທະນາ​ແລະ​ການ​ແລກ​ປ່ຽນ​ກັນ​ລະ​ຫວ່າງ​ລັດຖະ​ບານ​ບັນດາ​ປະ​ເທດ​ໃນ​ດ້ານ​ພື້ນຖານ​ໂຄງ​ລ່າງ​​ໂທລະ​ຄົມ​ຂໍ້​ມູນ​ຂ່າວ​ສານ ການ​ບໍລິການ​ທົ່ວ​​ໄປ​ທາງ​ໂທລະ​ຄົມ ການ​ບຳລຸງ​ສ້າງ​ຊັບ​ພະຍາ​ກອນ​ມະນຸດ ​ຄວາມ​ປອດ​ໄພ​ຂອງ​ແວບ​ໄຊ​ແລະ​ຂໍ້​ມູນ​ຂ່າວ​ສານ ຄວາມ​ສະດວກ​ທາງ​ການ​ຄ້າ​ແລະ​ການ​ລົງທຶນ​ເປັນ​ຕົ້ນ,ອັນ​ໄດ້​ສ້າງ​ພື້ນຖານ​ທີ່​ໝັ້ນ​ຄົງ​ກວ່າ​ເກົ່າ​ໃຫ້​ແກ່​ການ​ຮ່ວມ​ມື​ຕື່ມ​ອີກ​ຂອງ​ອຸດສ​າຫະກຳ​ຂໍ້​ມູນ​ຂ່າວ​ສານລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ.

ວັນ​ທີ 12 ພຶດສະ​ພາ,ຍັງ​ໄດ້​​ເປີດ​ແວບ​ໄຊ​ຮ່ວມ​ມື​ທາງ​ໂທລະ​ຄົມຂໍ້​ມູນ​ຂ່າວ​ສານ​ຈີນ-ອາ​ຊຽນ,​ທັງ​ໄດ້ສະ​ໜອງ​ພາຫະນະ​ທີ່​ສະດວກ​ໃຫ້​ແກ່​ການ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ແລະ​ການ​ຮ່ວມ​ມື​ກັນ​ລະ​ຫວ່າງ​ສອງ​ຝ່າຍ.



ສັບ​ປະດາ​ໂທລະ​ຄົມ​ຈີ​ນ-ອາ​ຊຽນຄັ້ງນີ້​ແມ່ນ​ຈັດ​ຂຶ້ນ​ແຕ່​ວັນ​ທີ 12 ຫາ​ວັນ​ທີ 18 ພຶດສະພາໂດຍ​ແບ່ງ​ອອກ​ເປັນ​ສາມ​ໄລຍະ​,ຕ່າງ​ຢູ່​ນະຄອນປັກ​ກິ່ງ ນະຄອນ​ຊຽງ​ໄຮ້​ແລະ​ນະຄອນ​ເຊີນ​​ເຈີ​ນ.​ໃນ​ໄລຍະ​ດັ່ງກ່າວ​ນີ້​ໄດ້​ຈັດກອງ​ປະຊຸມສົນທະນາລະຫວ່າງລັດຖະບານ​ກັບວິ​ສາ​ຫະກິດ​ຂອງ​ຈີນ​​ອາ​ຊຽນ,ກອງ​ປະຊຸມສຳ​ມະ​ນາ​ໂທລະ​ຄົມຂໍ້​ມູນ​ຂ່າວສານຈີນ-ອາ​ຊຽນຄັ້ງທີ 4 ,ກອງ​ປະຊຸມ​ເຈົ້າໜ້າ​ທີ່​ອາວຸ​ໂສບໍ່​ເປັນ​ທາງ​ການ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ ​ແລະ​ການ​ເຄື່ອນ​​ໄຫວ​ອື່ນໆ.ຄະນະ​ຜູ້​ແທນ​ບັນດາ​ປະ​ເທດ​ຍັງ​ໄດ້​ທັດສະນະສຶກສາວິ​ສາ​ຫະກິດ​ທຸລະ​ກິດ​​ໂທລະ​ຄົມ​ແລະ​ວິ​ສາ​ຫະກິດ​ຜະລິດ​ອຸປະກອນ​ໂທລະ​ຄົມຂອງ​ຈີນ.

ຕາມ​ໄດ້​ຊາບ,​ໃນ​ຫຼາຍ​ປີ​ມາ​ນີ້,ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໃນ​ຂົງ​ເຂດ​​ໂທລະ​ຄົມຂໍ້​ມູນ​ຂ່າວສານ​ໄດ້ລົງ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ,​ແຜນການທີ່​ຈີນ​ອົບຮົມ​ຜູ້​ຄຸ້ມຄອງ​ໂທລະ​ຄົມຊັ້ນກາງ​ແລະ​ຊັ້ນສູງ​ຂອງ​ອາ​ຊຽນ 500 ຄົນ​ນັ້ນພວມ​ດຳ​ເນີນ​ຢ່າງ​ຕັ້ງໜ້າ,ການ​ກໍ່ສ້າງ​ທາງ​ດ່ວນ​ໂທລະ​ຄົມ​ໃນ​ອະນຸ​ພາກ​ພື້ນ​ແມ່ນ້ຳຂອງ​ເຊິ່ງລວມທັງ​ຈີນກໍ​ເລີ່​ມດຳ​ເນີນ​ແລ້ວ,ການ​ຮ່ວມ​ມື​ດ້ານ​ໂທລະ​ຄົມຂໍ້​ມູນ​ຂ່າວສານ​ໄດ້ກາຍ​ເປັນຂົງ​​ເຂດ​ສຳຄັນ​ອັນໜຶ່ງ​ໃນ​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ,ມັນຈະ​ມີ​ບົດບາດ​ສຳຄັນ​ຕໍ່​ການ​ຊຸກຍູ້​ການ​ພົວພັນ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍຂະຫຍາຍຕົວ​ອອກ.