ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-19 18:13:06    
ຄ້າຍ​ກັກ​ຂັງ​ນາ​ຊີ:​ພິ​ຍານ​ທີ່ຢັ້ງ​ຢືນ​ປະ​ຫວັດ​ສາດ​ທີ່​ຊົ່ວ​ຊ້າ​ລາມົກ​ແລະ​ຫວາດ​ຫວັ່ນ​ຢ້ານ​ກົວ

cri Author: da
ໃນ​ຖານ​ເປັນ​ຫົວ​ຄິດ​ປະດິດ​ສ້າງ​ທີ່ອັບ​ອາຍ​ຂາຍ​ໜ້າ​ໃນ​ສະຕະ​ວັດ​ທີ 20 ,ລະ​ບອບ​ຄ້າຍ​ກັກ​ຂັງມີ​ສອງ​ຈຸດປະ​ສົງ​ ຄື:ກ່ອນ​ອື່ນ​ແມ່ນ​ໝີ່ນ​ປະໝາດ​ແລະ​ຂົ່ມ​ຂີ່​​ຄົນ​ຈຳນວນ​ໜຶ່ງ​ເປັນ​ຂ້ອຍ​ຂ້າ,​ແລ້ວ​ດັບ​ສູນ​ຮ່າງ​ກາຍ​ຂອງ​ພວກ​ເຂົາ​ເຈົ້າ​,ລະບອບ​ດັ່ງ​ກ່າວ​ນີ້​ໄດ້​ມີ​ການ​ພັດທະ​ນາຈົນ​ສຸດ​ຂະໜາດ​ບົນ​ດິນແດນ​ຈັກ​ກະພັດ​ທີ​ສາມ,ຍ້ອນ​ວ່າ ຄ້າຍ​ກັກ​ຂັງ​ນາ​ຊີ​ຢູ່​ທຸກ​ແຫ່ງ​ຫົນ​ລ້ວນ​ແຕ່​ມີທາດ​ແທ້​ແລະ​ແນວ​ຄິດ​ຊີ້​ນຳອັນ​ດຽວ​ກັນ,​ລ້ວນ​ແຕ່ມີ​ຈຸດປະ​ສົງ​ຄື​ກັນ​ແລະ​ໃຊ້​ພາ​ຫະນະ​ຄືກັນ.

ພໍຮິດ​ແລ​ຂຶ້ນກຳ​ອຳນາດ​ກໍ​​ໄດ້​ສ້າງ​ຄ້າຍ​ກັກ​ຂັງ​ງວດ​ທຳ​ອິດ​ຢູ່​ບ່ອນ​ມໍ່​​ເມືອງ​ໂມ​ນິກ​ແລະ​ ​ພາກ​ເໜືອ​​ເມືອງ​ແບກ​ແລງ,​ກັກ​ຂັງ​ຄົນ​ທີ່​ຄັດ​ຄ້ານ​ສັງ​ຄົມ​ນິຍົມ​ລັດ​ຂອງ​​ເຂົາ,ຄື​ຊາວ​ກອມ​ມູນິດ ຊາວ​ພັກ​ປະຊາ​ທິປະ​ໄຕ​ສັງ​ຄົມ​ແລະ​ສະມາ​ຊິກ​ກຳມະ​ບານ​ເປັນ​ຕົ້ນ,​ຍັງມີ​ນັກ​ໂທດ​ອາຍາ​ແລະ​ຜູ້​ບໍ່ພໍ​ໃຈ​ສ່ວນ​ໜຶ່ງ.

ຄຽງ​ຄູ່​ກັບ​ສົງ​ຄາມ​ໄດ້​ເປີດ​ກວ້າງ​ອອກ,​ແຕ່​ປີ 1939 ​ເປັນຕົ້ນ​ມາ,ອຳ​ນາດ​ການ​ປົກ​ຄອງ​ຮິ​ດ​ແລ​ໄດ້​ຂະຫຍາຍ​ຕາ​ໜ່າງ​ຄ້າຍ​ກັກ​ຂັງ​ຢ່າງ​ຫຼວງ​ຫຼາຍ,​ເພື່ອ​ກັກ​ຂັງປະ​ຊາຊົນ​ຂອງ​ປະ​ເທດ​ທີ່​ຖືກ​ຍຶດ​ຄອງ.​ຕົວ​ຢ່າງຄື​ປີ 1940 ​ໄດ້​ສ້າງ​ຄ້າຍ​ກັກ​ຂັງ​ອົສ​ວິສ,​ຫຼັງ​ຈາກ​ນັ້ນ​ໄດ້​ສ້າງ​ຄ້າຍ​ກັກ​ຂັງ​ຢູ່ອານ​ຊາສ໌,​ໂປ​ໂລ​ຍ,​ເຢຍລະ​ມັນ​ແລະ​ໂຕ​ລາ​ເປັນ​ຕົ້ນ​ເປັນ​ລຳດັບ.​ ​ຂະນະ​ດຽວ​ກັນ​ນັ້ນ,​ຊາວ​ເຢຍລະ​ມັນ​ຍັງ​ໄດ້​ສ້າງ​ຕັ້ງ​ຄ້າຍ​ດັບ​ສູນບົນ​ດິນ​ແດນໂປ​ໂລ​ຍທີ່​ປະຕິ​ບັດ​ນະ​ໂຍບາຍ​ອັນ​ທີ່​ວ່າ"​ແກ້​ໄຂ​ໃນ​ຂັ້ນ​ສຸດ​ທ້າຍ"ຂອງ​ຮິດ​​ແລ,ກັກ​ຂັງ​ຊາວ​ຢິວ ຊາວ​ຢິບ​ຊີ​ແລະ​ຊາວ​ສລັຟ​​ເປັນ​ຕົ້ນ​ໂດຍ​ຈຳ​​ເພາະ ​ເຊິ່ງ​ເປັນ​ເຊື້ອ​ຊາດທີ່​ຕ້ອງ​ການ​ດັບ​ສູນ.

​ໃນ​ຄ້າຍ​ກັກ​ຂັງ​ເຫຼົ່ານີ້​ມີອັນ​ທີ່​ວ່າ"ນັກ​ໂທດ"ຕ່າງໆ,ມີ​ຕັ້ງ 25 ສັນ​ຊາດ​.ພວກ​ເຂົາ​ເຈົ້າ​ດຳ​ລົງ​ຊີວິດ​ທີ່​ໜ້າ​ສັງ​ເວດ,ຖືກ​ຟັດ​ຊິກ​ລົງ​​ໂທດ​ຢ່າງ​ທາ​ລຸນ,​ເປັນ​ກຸລີ​ເຮັດ​ວຽກ​ໜັກ,​ແລະຈະ​ຖືກ​ດັບ​ສູນ​ໃນ​ຂັ້ນສຸດ​ທ້າຍ​.ຍ້ອນ​ວ່າ ຈຸດ​ປະສົງ​ຂອງ​ຮິ​ດ​ແລ​ແມ່ນ​ຕ້ອງ​ດັບ​ສູນ​ຊາວ​ຢິວ​ໝົດ​ທຸກ​ຄົນຢູ່ເອີ​ລົບ.

​ເດືອນ​ມັງ​ກອນ​ປີ 1942,ຢູ່​ຄ້າຍ​ກັກ​ຂັງ​ທຳ​ມະ​ດາ ​ໄດ້​ກັກ​ຂັງ​ປະມານ 1 ​ແສນ​ຄົນ.​ແຕ່​ເມື່ອ​ຮອດ​ປີ 1945,ຖ້າ​ຄິດ​ໄລ່​ໝົດ​ທຸກ​ແຫ່ງ​ແລ້ວ ຜູ່​ຢູ່ຄ້າຍ​ກັກ​ຂັງ​ທຳ​ມະ​ດາ​ເຫຼົ່າ​ນີ້​ໄດ້​ຫຼາຍ​ກວ່າ 1 ລ້ານ 6 ​ແສນ 5 ໝື່ນ​ຄົນ,​ໃນ​ນັ້ນ ຈຳນວນ​ຄົນ​ຕາຍ​ມີ​ປະມານ 5 ​ແສນ 5 ໝື່ນ​ຮອດ 6 ​ແສນ 5 ໝື່ນ​ຄົນ.​ສ່ວນ​ຄົນ​ຕາຍ​ໃນ​ຄ້າຍ​ດັບ​ສູນຍິ່ງ​ຫຼາຍ:​ຢູ່​ຫ້ອງ​ອາຍ​ພິດ​ຂອງ​ຄ້າຍ​ດັບ​ສູນ​ອົສ​ວິສ ມີ​ຊາວ​ຢິວ 1 ລ້ານ​ຄົນ​ຖືກພິດ​ຕາຍ​.ສ່ວນຢູ່​ຄ້າຍ​ດັບ​ສູນ 4 ​ແຫ່ງ​ຢູ່​ເບ​ອູ​ເຢັສ,ຮາ​ຍອຸມ​ໂນ​ແລະ​ເຕຼບຼິນ​ຄາ​ເປັນ​ຕົ້ນມີ​ຊາວ​ຢິວ 1 ລ້ານ 5 ​ແສນ​ຄົນ​ຖືກ​ຂ້າ​ຕາຍ.ນີ້​ຍັງ​ບໍ່​ນັບຜູ້​ທີ່ຖືກ​ທຳ​ລະ​ມັນຈົນ​ຕາຍ​ຫຼື​ຖືກ​ຍິງ​ຕາຍ​ຢູ່​ເຂດ​ຊາວ​ຢິວ.ຄົນ​ທັງ​ຫຼາຍ​ຄວນ​ຈື່​ຈຳ​ປະຫວັດ​ສາດ​ທີ່​ຊົ່ວ​ຊ້າ​ລາ​ມົກ​ແລະ​ຫວາດ​ຫວັ່ນ​ຢ້ານ​ກົວ​ຂອງ​ເຢຍລະ​ມັນ​ນາ​ຊີ​ດັ່ງ​ກ່າວ​ຈົນ​ເທົ່າ​ໃດໆ.