ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-19 20:49:13    
ຝ່າຍ​ອິສຣາ​ແອນ​ກ່າວ​ວ່າ​ຕ້ອງ​ໃຊ້​ການ​​ແກ້​ແຄ້ນ​ຢ່າງ​ຮຸນ​ແຮງ​ກວ່າ​ເກົ່າ​ຕໍ່​ການ​ຫຼອນ​ໂຈມ​ຕີ​ຂອງ​ອົງ​ການ​ຮາ​ມາສ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 19 ພຶດສະພາ​ນີ້, ທ່ານ​ໂບ​ອິມ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອິສຣາ​ແອນ​ກ່າວ​ວ່າ, ອິສຣາ​ແອນ​ຕ້ອງ​ໃຊ້​ການ​ເຄື່ອນ​ໄຫວ​ແກ້​​ແຄ້ນ​​ຢ່າງ​ຮຸນແຮງ​ກວ່າ​ເກົ່າຕໍ່​ການຫຼອນ​ໂຈມ​ຕີ​ຂອງ​ອົງການ​ຮາ​ມາສປາ​ເລັສຕິນ.

ທ່ານ​ໂບ​ອິມກ່າວ​ວ່າ, ນັບ​ມາ​ຮອດ​ປະຈຸ​ບັນ, ອິສຣາ​ແອນ​ໄດ້​​ໃຊ້​ທ່າ​ທີ​ອົດ​ກັ້ນ​ໂດຍຕະ​ຫຼອດ​ຕໍ່​ອົງການ​ຮາ​ມາສທີ່ຫຼອນ​ໂຈມ​ຕີຈຸດ​ຕັ້ງຖິ່ນ​ຖານ​ຂອງຊາວ​ຢິວຢູ່​ແຖບ​ກາຊາ, ​ແຕ່​ດຽວ​ນີ້ ອິສ​ຣາ​ແອນ​ຕ້ອງ​ຕອບ​ໂຕ້ຄື​ນຢ່າງ​​ຮຸນ​ແຮງ, ​ເພື່ອ​ຟື້ນ​ຟູ​ຄວາມ​ສະຫງົບ​ຢູ່​ແຖບ​ກາຊາ.

ຝ່າຍ​ອິສຣາ​ແອນ​ກ່າວ​ວ່າ, ​ແຕ່​ວັນ​ທີ 18 ​ພຶດສະພາ​ນີ້ເປັນຕົ້ນມາ, ອົງການ​ຮາ​ມາສ​ໄດ້​ຍິງ​ລູກປືນ​ໃຫຍ່ 3​0 ກວ່າ​ລູກ​​ໃສ່ຈຸດ​ຕັ້ງຖິ່ນ​ຖານ​ຊາວ​ຢິວ.

ທ່ານ​ຊາ​ລອນ ນາຍົກລັດຖະມົນຕີອິສຣາ​ແອນ​ຈະ​ພົບ​ປະ​ເຈົ້າໜ້າ​ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດ​ອິສຣາ​ແອ​ນ​ໃນ​ຕອນ​ຄ່ຳ​ວັນ​ທີ 19 ພຶດສະພາ​ນີ້, ຫາລື​ບັນຫາ​ການ​ປະ​ທະ​ກັນ​ຢູ່​ແຖບ​ກາຊາ.