ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-20 11:03:45    
ຂໍ້​ສຳຄັນ​ໃນ​ການ​ປົວ​ໂຣກ​ມະ​ເຮັງ​ຄື​ກວດ​ຮູ້​ໄວ

cri Author: li
​ຄຽງ​ຄູ່​ກັບ​ການ​ຂະຫຍາຍຕົວ​ຂອງ​ວິທະຍາສາດ​ເຕັກນິກ​ແລະ​ລະດັບ​ປິ່ນປົວ​ພະຍາດ​ຍົກ​ສູງ​ຂຶ້ນ,ພະຍາດ​ຫຼາຍຢ່າງທີ່​​ເປັນ​ໄພ​ຮ້າຍ​​ແຮງ​ບໍ່​ໄດ້​ເປັນຕາ​ຢ້ານ​ປານ​ໃດ​ແລ້ວ,​ແຕ່​ໂຣກມະ​ເຮັງ​ສ່ວນຫຼາຍ​ທີ່​ສຸດ​ພັດຍັງ​ແມ່ນ​ພະຍາດ​ທີ່​ປົວ​ຍາກ​ຢູ່​ຄື​ເກົ່າ,​ສະນັ້ນ,ປັດຈຸບັນ,​ໂຣກມະ​ເຮັງ​ໄດ້​ກາຍ​​ເປັນ​ບັນຫາ​ສາທາລະນະ​ສຸກ​ທີ່​ໃຫຍ່​ກວ່າ​ໝູ່​ບັນຫາ​ໜຶ່ງ​ໃນ​ໂລກ. ຕາມ​ສະ​ຖິຕິ,​ໃນ​ປີ 2000,​ທົ່ວ​ໂລກ​ໄດ້​ມີ 6 ລ້ານ 2 ​ແສນ​ກວ່າ​ຄົນ​ຕາຍ​ຍ້ອນ​ໂຣກມະ​ເຮັງ.

​ແຕ່​ວ່າ,ຢູ່​ຕໍ່ໜ້າ​ໂຣກມະ​ເຮັງ,​ຄົນ​ເຮົາ​ກໍ​ບໍ່​ແມ່ນ​ບໍ່​ມີ​ວິທີ​ຈັກ​ເມັດ,ອົງການ​ອະນາ​ໄມ​ໂລກ​ເຄີຍ​ສະ​ເໜີ​ວ່າ,ຖ້າ​ປິ່ນປົວ​​ໃນໄລຍະຕົ້ນ​ໄດ້ຢ່າງ​ສຳ​ເລັດ​ຜົນ,​ໂຣກມະ​ເຮັງ 1 ສ່ວນ 3 ​ແມ່ນ​ປົວ​​ໃຫ້ຫາຍ​ຢ່າງ​ເຖິງ​ຖອງ​ໄດ້. ສ່ວນ​ປະຖົມ​ປັດ​ໄຈ​ຂອງ​ການ​ປິ່ນປົວ​ໃນ​ໄລຍະ​ຕົ້ນກໍ​ແມ່ນ​ກວດ​ຮູ້​ໄວ. ​ໃນ​ລາຍການ​ສຸກສາລາ​ພາກ​ນີ້ ພວກ​ເຮົາ​ຂໍ​ລົມ​ເລື່ອງກວດ​ຮູ້​ໂຣກມະ​ເຮັງ​ໃນ​ໄລຍະ​ຕົ້ນ.

​ໂຣກມະ​ເຮັງ​ກໍ​ເອີ້ນ​ວ່າ​ຊີ້ນ​ປົ່ງ​​ຮ້າຍ​ແຮງ,​ແມ່ນ​ພະຍາດ​ທີ່​ມີ​ຈຸດ​ພິ​ເສດ​ຄື​ຈຸ​ລັງ​​ເພີ່ມ​ຂຶ້ນ​ຜິດ​ປົກກະຕິ​ແລະ​ຍົກຍ້າຍ. ​ໃນ​ການ​ປິ່ນປົວ​ໂຣກມະ​ເຮັງ,ການກວດ​ພົບ​ໃນ​ໄລຍະ​ຕົ້ນ,ບົ່ງມະຕິ​ໃນ​ໄລຍະ​ຕົ້ນ​ແລະ​ປິ່ນປົວ​ໃນ​​ໄລຍະຕົ້ນມີ​ຄວາມ​ໝາຍ​ສຳຄັນ. ຕົວຢ່າງ​ຄື​ຜູ້​ເປັນ​ມະ​ເຮັງ​ໄສ້​ແກ່,ຖ້າ​ໄດ້​ປິ່ນປົວ​ໃນ​ໄລຍະ​ຕົ້ນ,ຈະ​ມີ​ຄົນ​ເຈັບ 90% ສາມາດ​ມີ​ຊີວິດ​ຢູ່​ລອດອີກ 5 ປີ​ຂຶ້ນ​ໄປ; ​ແຕ່​ຖ້າ​ຮອດ​ໄລຍະ​ປາຍ​ຈຶ່ງ​ປິ່ນປົວ,ກໍ​ມີ​ແຕ່​ຄົນ​ເຈັບ 5% ຮອດ 7% ຈະມີຊີວິດ​ຢູ່​ລອດ​ຕໍ່​ອີກ 5 ປີ.

ທ່ານ​ຊືຢວນຂາຍ ນາຍ​ໝໍໃຫຍ່​ຂອງ​ໂຮງໝໍ​ຊີ້ນ​ປົ່ງ​ແຫ່ງ​ສະ​ຖາ​ບັນ​ແພດສາດ​ຈີນ​ເວົ້າວ່າ:

"ຄຽງ​ຄູ່​ກັບ​ວິທະຍາສາດ​ເຕັກນິກ​ກ້າວໜ້າ​ແລະ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ຄົນ​ທັງຫຼາຍ​ຍົກ​ສູງ​ຂຶ້ນ,ວິທີ​ແລະ​ຢຸກຢາ​ປິ່ນປົວ​ຊີ້ນ​ປົ່ງ​ປະເພດ​ຮ້າຍແຮງ​ກໍ​ມີ​ຫຼາຍຂຶ້ນ​ເລື້ອຍໆ,ຜົນ​ການ​ປິ່ນປົວ​ກໍ​ດີຂຶ້ນ​​ໃນ​ລະດັບ​ໃດ​ໜຶ່ງ,​ແຕ່​ວ່າ,ຜົນ​ການ​ປິ່ນປົວ​ຜູ້​ເປັນ​ມະ​ເຮັງ​ໄລຍະ​ຕົ້ນຈະ​ດີກ​ວ່າ​ຄົນ​ເຈັບ​ໄລຍະ​ກາງ​ແລະ​ໄລຍະ​ທ້າຍ."

ທ່ານ​ເວົ້າວ່າ,​ໃນ​ໄລຍະ​ຕົ້ນຂອງ​ໂຣກມະ​ເຮັງບໍ່​ໜ້ອຍ​ມັກ​ຈະ​ມີ​ອາການ​​ເຕືອນ​ບາງຢ່າງ​ທາງ​ຮ່າງກາຍ,ເຊັ່ນເປັນ​ຊີ້ນ​ປົ່ງ,​ເຈັບ,ອອກ​ເລືອດ,ຄໍ​ແຫບ​ຫຼື​ອາຫານ​ບໍ່​ຍ່ອຍ​ເປັນຕົ້ນ. ຕົວຢ່າງ​ຄື​​ຜູ້​ເປັນ​ມະ​ເຮັງ​ໄສ້​ແກ່​ໄລຍະ​ຕົ້ນມີ 40% ຮອດ 60% ໃນເວລາຖ່າຍໜັກຈະ​ມີ​ເລືອດອອກ,ມະ​ເຮັງ​ຕ່ອມ​ນົມ​ໄລຍະ​ຕົ້ນ​ສ່ວນຫຼາຍ​ຕ່ອມ​ນົມ​​ຈະມີ​ກ້ອນແຂງ​ແລະ​ອື່ນໆ. ​ເຖິງ​ວ່າ​ອາການ​ເຫຼົ່ານີ້​ອາດ​ຈະ​ຄ້າຍຄື​ກັບ​ອາການ​ຂອງ​ພະຍາດ​ທຳ​ມະ​ດາ​ກໍ​ຕາມ,​ແຕ່​ຖ້າ​ຄົນ​ເຈັບ​ແລະ​ນາຍ​ໝໍ​ເອົາ​ໃຈ​ໃສ່​ແລ້ວ,ຈະ​ຊ່ອຍ​ການ​ບົ່ງມະຕິ​ໂຣກມະ​ເຮັງ​ໃນ​ໄລຍະ​ຕົ້ນ.

ຈີນ​ແມ່ນ​ປະ​ເທດ​ໜຶ່ງ​ທີ່​ມີ​ການ​ຫາບ​ແບກ​ໜັກ​ຫຼາຍ​ໃນ​ດ້ານ​ໂຣກມະ​ເຮັງ. ປີ 2000,ຢູ່​ຈີນ​ມີ 1 ລ້ານ 5 ​ແສນ​ຄົນ​ຕາຍ​ຍ້ອນ​ໂຣກມະ​ເຮັງ. ​ການ​ກວດ​ຮູ້ມະເຮັງ​ໃນ​ໄລຍະ​ຕົ້ນ​ແມ່ນ​ວິທີ​ສຳຄັນ​ໃນ​ການ​ປ້ອງ​ກັນ​ແລະ​ປົວ​ໂຣກມະ​ເຮັງ,ປັດຈຸບັນ ໄດ້​ເຜີຍ​ແຜ່​ຢູ່​ຈີນ​ຢ່າງ​ກວ້າງຂວາງ.

ຈີນໄດ້ເລີ່ມ​ດຳ​ເນີນ​ວຽກ​ງານ​ກວດ​​ໂຣກມະ​ເຮັງ​ໄລຍະ​ຕົ້ນ​ມາ​ແຕ່​ຊຸມ​ປີ 50 ສະຕະວັດ​ທີ 20,​ໃນ​ຄາວ​ນັ້ນ,ຄຳ​ຂວັນ​ທີ່​ກະ​ຕຸ້ນ​ໃຈ​ຄົນ​ທີ່​ສຸດ​ແມ່ນ"​ເລືອດ​ຢອດ​ໜຶ່ງ​ປັດສາວະ​ຢອດ​ໜຶ່ງ​ກໍ​ກວດ​ໂຣກມະ​ເຮັງ​ໄລຍະ​ຕົ້ນໄດ້". ​ແຕ່​ທີ່​ຈິງແລ້ວ​ກໍ​ບໍ່​ແມ່ນ​ງ່າຍ​ປານນັ້ນ​ດອກ,​ແຕ່​ວຽກ​ບາງດ້ານ​ໄດ້​ຮັບ​ຜົນ​ເດັ່ນ​ຊັດທີ່​ສຸດ. ຕົວຢ່າງ​ຄື​ຈີນ​ໄດ້​ເຜີຍ​ແຜ່​ວິທີ​ກວດດ້ວຍ​ວິທະຍາສາດ​ຈຸ​ລັງ​ຢູ່​ໃນໝູ່​ກຳມະກອນ​ຕ່ຳ​ແຜ່ນ​ເພດ​ຍິງ​ແລະ​ເຂດ​ທີ່​ມີ​ຜູ້​ເປັນມະ​ເຮັງ​ປາກ​ມົດ​ລູກ​ຫຼາຍ,​ແລະ​ປິ່ນປົວ​ຄົນ​ເຈັບ​ທີ່​ກວດ​ພົບ​ນັ້ນຢ່າງ​ທັນ​ການ,​ແລ້ວ​ເຮັດ​ໃຫ້​ອັດຕາ​ເປັນ​ມະ​ເຮັງ​ປາກ​ມົດ​ລູກ​ຫຼຸດໜ້ອຍ​ລົງ​ຢ່າງ​ຫຼວງຫຼາຍ; ​ເມືອງ​ຊື​ແຂວງ​ເຮີ​ເປ ພາກ​ເໜືອ​ຂອງ​ຈີນ​ແມ່ນ​ເຂດ​ທີ່​ມີ​ຜູ້​ເປັນ​ມະ​ເຮັງ​ຫຼອດ​ອາຫານ​ຫຼາຍ,ປີ 1973,ຈີນ​ໄດ້​ຕັ້ງຈຸດ​ປ້ອງ​ກັນ​ແລະ​ປິ່ນປົວ​ມະ​ເຮັງ​ສັງ​ລວມຢູ່​ແຫ່ງ​ນັ້ນ,​ເມື່ອ​ໄດ້​ໃຊ້​ມາດ​ຕະການ​ປ້ອງ​ກັນ​​ປິ່ນປົວ​ສັງ​ລວມທີ່​ຖື​ການກວດ​ມະ​ເຮັງ​ຫຼອດ​ອາຫານ​ໄລຍະ​ຕົ້ນ​ເປັນ​ຈຸດ​ໜັກ​ແລ້ວ,​ອັດຕາ​ເປັນ​ພະຍາດ​ແລະ​ຕາຍ​ຍ້ອນ​ມະ​ເຮັງ​ຫຼອດ​ອາຫານ​ໄດ້ຫຼຸດ​ໜ້ອຍ​ລົງ​ຢ່າງ​ຫຼວງຫຼາຍ.

ປັດຈຸບັນ,ຢູ່​ຈີນ ຜູ້​ທີ່​ຕາຍ​ຍ້ອນ​ໂຣກມະ​ເຮັງ​ໄດ້​ມີ​ທ່ວງທ່າ​ເພີ່ມ​ຂຶ້ນ​ຕະຫຼອດມາ,​ເພື່ອ​ຕັ້ງໜ້າ​ຮັບ​ມື​ຕ້ານ​ໂຣກມະ​ເຮັງ,ຮັກສາ​ສຸຂະພາບ​ຂອງ​ສາທາລະນະ​ຊົນ,ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​ໄດ້​ວາງ​ແຜນການ​ປ້ອງກັນ​ແລະ​ປິ່ນປົວ​ໂຣກມະ​ເຮັງ​ສະບັບ​ໃໝ່. ທ່ານ​ນາງ​ຂົງລິງ​ຈື ​ເຈົ້າໜ້າ​ທີ່​ຂອງ​ກົມ​ຄວບ​ຄຸມ​ພະ​ຍາດ​ກະຊວງ​ສາທາລະນະ​ສຸກ​ຈີນ​ເວົ້າວ່າ:

"​ເດືອນ​ທັນວາ​ປີ 2003 ກະຊວງ​ສາທາລະນະ​ສຸກ​ໄດ້​ປະກາດ​ໂຄງ​ຮ່າງ​ແຜນການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ໂຣກມະ​ເຮັງ​ຈີນ,​ແຜນການ​ດັ່ງກ່າວ​ມີ​ຈຸດ​ພິ​ເສດ​ທີ່​ເນັ້ນໜັກ​ການ​ກວດມະ​ເຮັງ​ໃນ​ໄລຍະ​ຕົ້ນ,ບົ່ງມະ​ຕິ​ໃນ​ໄລຍະ​ຕົ້ນ​ແລະ​ປິ່ນປົວ​ໃນ​ໄລຍະ​ຕົ້ນ."

ຫຼັງຈາກ​ປະກາດ"​​ແຜນການ"ດັ່ງກ່າວ​ແລ້ວ,ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​ໄດ້​ຕັ້ງໜ້າ​ເຄື່ອນ​ໄຫວ,ດຳ​ເນີນ​ວຽກ​ງານ​ຫຼາຍຢ່າງ,​ເຊັ່ນ​ຈັດຕັ້ງຜູ້​ຊ່ຽວຊານ​ຮຽບຮຽງ"ຄູ່​ມື​ຊີ້​ນຳ​ການກວດ,​ການ​ບົ່ງມະຕິ​ແລະ​ປິ່ນ​ປົວ​​ໂຣກມະ​ເຮັງໃນ​ໄລຍະ​ຕົ້ນ","ຄູ່​ມື"ດັ່ງກ່າວ​ໄດ້​ສະ​ເໜີ​ວິທີທີ່​ເປັນ​ແບບ​ສະບັບ​ໃນ​ການ​ບົ່ງມະຕິ​ແລະ​ປິ່ນປົວ​ມະ​ເຮັງ​ສ່ວນ​ໜຶ່ງ​ໃນ​ໄລຍະ​ຕົ້ນ.

​ໃນ​ຂະນະ​ດຽວ​ກັນ​ນີ້,ຜ່ານ​ພຶດຕິ​ກຳຄົ້ນຄວ້າ​ເປັນ​ເວລາຫຼາຍປີ,ຈີນ​ໄດ້​ສະ​ສົມ​ບົດຮຽນ​ຫຼາກຫຼາຍ​ທີ່​ສອດຄ່ອງ​ກັບ​ສະພາບ​ຂອງ​ຈີນ,ດັ່ງນັ້ນ,ຈີນ​ຈະຕັ້ງຈຸດ​ທົດ​ລອງ​ກວດ​ມະ​ເຮັງ​ຫຼອດ​ອາຫານ,ມະ​ເຮັງ​ຕັບ​ແລະ​ມະ​ເຮັງ​ດັງ​ແລະ​ຄໍ​ໄລຍະ​ຕົ້ນຢູ່​ເຂດ​ທີ່​ມີ​ຜູ້​​ເປັນ​ມະ​ເຮັງ​ເຫຼົ່ານີ້​ຫຼາຍ,​ແລະ​ຄ່ອຍໆ​ປົວ​ແປງ​ແຜນການ​ເຕັກນິກ,ຊອກ​ຫາ​ກົນ​ໄກ​ໝູນ​ເດີນ​ທີ່​ບັງ​ເກີດ​ຜົນ.

ທ່ານ​ນາງ​ຂົງລິງ​ຈື ​ເຈົ້າໜ້າ​ທີ່​ກົມ​ຄວບ​ຄຸມພະ​ຍາດ​ຂອງ​ກະຊວງ​ສາທາລະນະ​ສຸກ​ຈີນ​ເວົ້າວ່າ:

"ປີ 2004 ພວກ​ເຮົາ​ໄດ້​ຄັດ​ເລືອກ 3 ​ເຂດ​ຊົນນະບົດ​ທີ່​ມີ​ຜູ້​ເປັນ​ມະ​ເຮັງຫຼາຍຢູ່​​ແຂວງ​ເຮີ​ນານ,​ແຂວງ​ເຮີ​ໄປ​ແລະ​ແຂວງ​ສ້າ​ນຊີພ້ອມ​ດ້ວຍ​ຄຸ້ມ​ເຮືອນ​ຢູ່​ຂອງ​ນະຄອນ​ເສີນ​ເຈີ້ນ​ແຂວງ​ກວາງ​ຕຸ້ງ,​ແຍກ​ອອກ​ສ້າງ​ຖານ​ຕົວຢ່າງ​ບົ່ງມະຕິ​ແລະ​ປິ່ນປົວ​ມະ​ເຮັງ​ປາກ​ມົດ​ລູກ​ແລະ​ມະ​ເຮັງ​ຫຼອດ​ອາຫານ​ໃນ​ໄລ​ຍະຕົ້ນ,ຕໍ່​ໄປ​ພາຍ​ໜ້າ,ຍັງ​ຈະ​ສືບ​ຕໍ່​​ເລືອກ​ເອົາ​​ເຂດ​ສ່ວນ​ໜຶ່ງ,​ສ້າງຖານ​ຕົວຢ່າງ​ບົ່ງມະຕິ​ແລະ​ປິ່ນປົວ​ມະ​ເຮັງ​ໄສ້​ແກ່,ມະ​ເຮັງ​ຕັບ​ແລະ​ມະ​ເຮັງ​ດັງ​ແລະ​ຄໍ."

ຢູ່​ຖານຕົວຢ່າງ,ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​ຈະ​ດຳ​ເນີນ​ການ​ກວດ​ມະ​ເຮັງ​ຢ່າງ​ມີ​​ເປົ້າໝາຍ,​ເພື່ອ​ກວດ​ພົບ​ຄົນ​ເຈັບ​ໂດຍ​ໄວ; ພ້ອມ​ກັນນັ້ນ,ຍັງ​ຈະ​ໂຄສະນາ​ຄວາມ​ຮູ້​ປ້ອງ​ກັນ​ແລະ​ຕ້ານ​ມະ​ເຮັງ​ຕໍ່​ໄທ​ເມືອງ,ສົ່ງ​ເສີມ​ໃຫ້​ໄທ​ເມືອງ​ມີ​ຄວາມ​ຊິນ​ເຄີຍ​ດຳລົງ​ຊີວິດ​ຢ່າງ​ຖືກຕ້ອງ; ນອກ​ນີ້,ຖານຕົວ​ຢ່າງ​ຍັງ​ມີ​ໜ້າ​ທີ່​ຄົ້ນຄວ້າ​ວິທະຍາສາດ​ທີ່​ກ່ຽວຂ້ອງ.