ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-20 11:31:17    
ສຽງ​ນັນ​ແຊວ​ເປັນ​ສາ​ທາ​ລະ​ນະ​ໄພ​ທີ່​ຮ້າຍ​ແຮງ

cri Author: li
ປີ 1981 ​ໃນ​ງານ​ຄອນ​ເຊີດ​ກາງ​ແຈ້ງ​ທີ່​ທັນ​ສະ​ໄໝ​ເທື່ອ​ໜຶ່ງ​ທີ່​ຈັດ​ຂຶ້ນຢູ່​ອາ​ເມ​ລິ​ກາ,​ເມື່ອ​ສຽງ​ດົນຕີ​ທີ່​ດັງ​ກ້ອງ​ສະ​ນັ່ນດັງ​ຂຶ້ນ,ມີ​ຜູ້​ຟັງ 300 ກວ່າ​ຄົນ​ໄດ້​ເສຍສະຕິ​ຢ່າງ​ກະທັນຫັນ,​ແລະ​ສະຫຼົບ​ໄປ,ລົດ​ພະຍາບານ 100 ຄັນ​ໄດ້​ແລ່ນ​ມາຮອດ​​ເພື່ອ​ກອບ​ກູ້. ນີ້​ກໍ​ແມ່ນ​ເຫດການ​​ສຽງ​ນັນ​ແຊວ​ເຊື່ອມ​ພິດ​ທີ່​ເຮັດ​ໃຫ້​ຄົນ​ຕື່ນ​ຕົກ​ໃຈ.

ການຄົ້ນຄວ້າ​ສຽງ​ນັນ​ແຊວ​ເລີ່​ມ​ແຕ່​ສະຕະວັດ​ທີ 17,ຫຼັງຈາກ​ຊຸມ​ປີ 50 ສະຕະວັດ​ທີ 20,ສຽງ​ນັນ​ແຊວ​ຖືກ​ຖື​ໂດຍ​ທົ່ວ​ໄປ​ວ່າ​ເປັນ​​ໄພ​ສາທາລະນະ​ທີ່ຮ້າຍ​ແຮງ. ສື່​​ມວນ​ຊົນ​ກໍ​ໄດ້​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ເຫດການສຽງ​ນັນ​ແຊວ​​ເຊື່ອມ​ພິດ​ຢູ່ເລື້ອຍໆ. ​ເດືອນ​ພະຈິກ​ປີ 1960 ຢູ່​ເມືອງ​ຮີ​ໂລ​ຊີ​ມາແຫ່ງ​ຍີ່​ປຸ່ນ,ຜູ້​ຊາຍ​ຜູ້​ໜຶ່ງ​ໄດ້​ຖືກ​ສຽງ​ນັນ​​ແຊວ​ຂອງ​ໂຮງງານ​ຢູ່​ມໍ່ຫັ້ນ​ທໍລະມານ​ຈົນ​ລຳ​ຄານ​ໃຈ​ທີ່​ສຸດ,​​ຈົນ​ຮອດ​ຂ້າ​ເຈົ້າຂອງ​ໂຮງງານ​ຕາຍ​ໃນ​ທີ່​ສຸດ. ນອກນັ້ນ ​ເດືອນ​ກໍລະກົດ​ປີ 1961 ຊາວ​ໜຸ່ມ​ຍີ່​ປຸ່ນຜູ້​ໜຶ່ງ​ໄດ້ໄປ​ຫາ​ວຽກ​​ເຮັດ​ຢູ່​ໂຕ​ກຽວ,ຍ້ອນ​ວ່າ​ພັກ​ຢູ່​ມໍ່​ທາງ​ລົດ​ໄຟ,​ຈຶ່ງ​ໄດ້​ຖືກ​ສຽງ​ນັນ​ແຊວ​ຂອງ​ລົດ​ໂດຍສານ​ແລະ​ລົດ​ບັນທຸກ​ສິນຄ້າ​ທີ່​ແລ່ນ​ໄປມາ​ເລື້ອຍໆ​ທໍລະມານ,​ແລ້ວ​ໄດ້​ເປັນ​ພະຍາດ​ນອນ​ບໍ່ຫຼັບ,​​ແລະ​ທົນຕໍ່​ຄວາມທຸກ​ທໍລະມານ​ບໍ່​ໄດ້,​ເລີຍ​ຂ້າ​​ໂຕ​ຕາຍ. ​ເດືອນ​ຕຸລາ​ປີດຽວ​ກັນ,​ໃນ​ຄອບຄົວ​ຢູ່​ເຂດໜຶ່ງ​ຂອງ​ໂຕ​ກຽວ,​ແມ່ລູກ​ສາມ​ຄົນ​ຍ້ອນ​ທົນຕໍ່​ສຽງ​ນັນ​ແຊວ​ຂອງ​ໂຮງງານ​ວັດ​ສະດຸ​ກໍ່ສ້າງ​ທີ່​ຢູ່​ມໍ່​ຫັ້ນບໍ່​ໄດ້,ຈຶ່ງ​ເຈຕະນາ​ຂ້າ​​ໂຕ​ຕາຍ,​ແຕ່​ບໍ່​ສຳ​ເລັດ​ຜົນ. ຈີນ​ກໍ​ແມ່ນ​ປະ​ເທດ​ທີ່​ສຽງ​ນັນ​ແຊວ​ເຊື່ອມ​ພິດ​ຂ້ອນ​ຂ້າງຮ້າຍ​ແຮງ,​ໃນ​ທົ່ວ​ປະ​ເທດ​ມີ​ໄທ​ເມືອງ​ເກືອບ 2 ສ່ວນ 3 ດຳລົງ​ຊີວິດ​ແລະ​ເຮັດ​ວຽກ​ຢູ່​ໃນ​ສະພາບ​ແວດ​ລ້ອມ​ທີ່​ສຽງ​ນັນ​ແຊວ​ເກີນ​ມາດຖານ,ການ​ຮ້ອງ​ຟ້ອງ​ຕໍ່​ສຽງ​ນັນ​ແຊວ​ເຊື່ອມ​ພິດ​ກວມ​ການ​ຮ້ອງ​ຟ້ອງ​ຕໍ່​ສິ່ງ​ແວດ​ລ້ອມ​ເປັນ​ພິດເກືອບ 40%.

ສຽງ​ນັນ​ແຊວ​ຖືກ​ເອີ້ນ​ເປັນ"ກຳລັງ​ຮຸນ​ແຮງ​ທີ່​ບໍ່​​ເຫັນ​ຮູບ",​ແມ່ນ​ໄພ​ຮ້າຍ​ໃຫຍ່​ອັນ​ໜຶ່ງ​ຂອງ​ຕົວ​ເມືອງ​ໃຫຍ່. ມີ​ຄົນ​ເຄີຍ​​ທົດ​ລອງ,​ເອົາ​ໜູ​ໄປໄວ້​ຢູ່​ໃນ​ສະພາບ​ແວ​ດລ້ອມ​ທີ່​ສຽງ​ດັງ 173 DB,ບໍ່​ເທົ່າ​ໃດ​ນາທີ,ໜູ​ກໍ​ຕາຍ.​ ຫຼັງຈາກ​ຜ່າຕັດ​ໜູ​ແລ້ວ​ເຫັນ​ວ່າ,ປອດ​ແລະ​ຕັບ​ໄຕ​ໄສ້​ພຸງ​ຂອງ​ໜູ​ລ້ວນ​ແຕ່​ມີ​ປະກົດ​ການ​ເລືອດ​ອອກ​. ປີ 1959 ຢູ່​ອາ​ເມ​ລິ​ກາ​ມີ 10 ຄົນ​ອາສາ​ສະໝັກ​ດຳ​ເນີນ​ການ​ທົດ​ລອງ​ສຽງ​ນັນ​ແຊວ. ​ເມື່ອ​ຍົນ​ທົດ​ລອງ​ບິນ​ຜ່ານ​ຜູ້​ທົດ​ລອງ 10 ຄົນ​ນີ້​ຈາກ​ຄວາມ​ສູງ​ກວ່າ 10 ຮອດ 12 ​ແມັດ​,ມີ 6 ຄົນ​ຕາຍ​ກັບ​ບ່ອນ,ອີກ 4 ຄົນ​ກໍ​ຕາຍ​ຫຼັງຈາກ​ນັ້ນບໍ່​ເທົ່າ​ໃດຊົ່ວ​ໂມງ. ​ເມື່ອ​ວັນນະ​ສູດ​ສົບ​ແລ້ວ​ໄດ້​ຢັ້ງຢືນ​ວ່າ,10 ຄົນ​ນີ້​ລ້ວນ​ແຕ່​ຕາຍ​ຍ້ອນ​ສະໝອງ​ອອກ​ເລືອດ​ຍ້ອນ​ສຽງ​ນັນ​ແຊວ. ຈາກ​ນີ້​ສາມາດ​ເຫັນ​ໄດ້​ວ່າ,"ອາວຸດ​ສຽງ"ນີ້​ມີ​ລິ​ເດດ​ແຮງ​ປານ​ໃດ.

ສຽງ​ແບ່ງ​ອອກເປັນ​ສຽງ​ມ່ວນ​ແລະ​ສຽງ​ນັນ​ແຊວ. ສຽງ​ທີ່​​ເກີດ​ມາ​ຈາກ​ວັດຖຸ​ທີ່​ສະ​ເທືອ​ນ​ຕາມ​ກົດ​ເກນ​​ໃດ​ໜຶ່ງ​ແມ່ນ​ສຽງມ່ວນ;ສຽງ​ທີ່​ເກີດ​ຈາກ​ສິ່ງ​ທີ່​ສະ​ເທືອ​ນບໍ່​ເປັນ​ລະບຽບ​ແລະ​ບໍ່​ເປັນ​ຮອບ​ນັ້ນ​ແມ່ນ​ສຽງ​ນັນ​ແຊວ. ​ສຽງ​ທີ່​ລົບ​ກວນ​ການ​ພັກ​ຜ່ອນ,ຮ່ຳຮຽນ​ແລະ​ເຮັດ​ວຽກ​ຂອງ​ຄົນ​ທັງຫຼາຍ​ພ້ອມ​ດ້ວຍ​ສຽງ​ສະ​ເທືອນ​ທີ່​ມີຄວາມ​ຖີ່​​ແລະ​ຈັງຫວັດ​ບໍ່​ເປັນ​ລະບຽບ,ຂາດ​ຕິດ​ຂາດ​ຕໍ່ຫຼືບໍ່​ເປັນ​ລະບຽບ​ໃນ​ດ້ານ​ສະຖິຕິ​ລ້ວນ​ແຕ່​ເອີ້ນ​​ເປັນ​ສຽງ​ນັນ​ແຊວ. ສຽງ​ນັນ​ແຊວ​ມາ​ຈາກ​ສະພາບ​ແວດ​ລ້ອມ​ທີ່​ມະນຸດ​ດຳລົງ​ຊີວິດ,​ເຊັ່ນ​ການ​ຜະລິດ​ອຸດສາ​ຫະກຳ,ການຂົນ​ສົ່ງ​ຄົມມະນາຄົມ,ການ​ສ້າງ​ສິ່ງ​ກໍ່ສ້າງ​ແລະ​ຊີວິດ​ສັງຄົມ​ອື່ນໆ,ກໍ​ເອີ້ນ​ວ່າ​ສຽງ​ນັນ​ແຊວ​ສິ່ງ​ແວດ​ລ້ອມ. ສຽງ​ທີ່​ລົບ​ກວນ​ຊີວິດ​ແລະ​ສຸຂະພາບ​ຂອງ​ຄົນ​ຈາກ​ງານ​ຄອນ​ເສີດ​ດັ່ງກ່າວ​ນັ້ນກໍ​ຢູ່​ໃນ​ປະ​ເພດ​ນີ້.

ສຽງ​ນັນ​ແຊວ​ສາມາດ​ທຳລາຍ​ໂສຕະ​ວິນ​ຍານ,ພາ​ໃຫ້​ເປັນ​ພະຍາດ​ຊຳ​ເຮື້ອ,ນອກ​ນີ້,ຍັງ​ສາມາດ​ກະທົບ​ກະ​ເທືອນ​ເຖິງ​ລະບົບ​ອື່ນໆ​ຂອງ​ຮ່າງກາຍ​ຄົນ,​ເຊັ່ນ​ລະບົບ​​ເສັ້ນ​ປະສາດ,ລະບົບ​​ເສັ້ນ​ເລືອດ​ຫົວ​ໃຈ,ລະບົບ​ກະ​ເພາະ​ລຳ​ໄສ້,ຕາ​ແລະ​ລະບົບ​ພູມ​ຕ້ານທານ.

ສຽງ​ນັນ​ແຊວ​ແມ່ນ​ສິ່ງ​ເຊື່ອມ​ພິດ​ລັກສະນະ​ຟິຊິກ,ບ່ອນ​ທີ່​ຕ່າງ​ກັບ​ສິ່ງ​ເຊື່ອມ​ພິດ​ລັກສະນະ​ເຄມີ​ແລະ​ລັກສະນະ​ຊີວະ​ຊາດ​ແມ່ນ​ຢູ່​ບ່ອນ​ວ່າ,ຈຸດ​ພິ​ເສດ​ຂອງ​ສຽງ​ນັນ​ແຊວ​ສິ່ງ​ແວດ​ລ້ອມ​ເຊື່ອມ​ພິດ​ແມ່ນ​ມີ​ລັກສະນະ​ພາກ​ສ່ວນ,ລັກສະນະ​ເຂດ​ແລະ​ລັກສະນະ​ບໍ່​ສືບ​ຕໍ່. ໝາຍ​ຄວາມ​ວ່າ,​ເມື່ອ​ແຫຼ່ງ​ເຊື່ອມ​ພິດ​ເຊົາ​ໝູນ​ເດີນ​ແລ້ວ,ການ​ເຊື່ອມ​ພິດ​ກໍ​ຈະ​ຫາຍ​ໄປ​ໃນ​ທັນທີ. ສະນັ້ນ ​ເຖິງ​ວ່າ​ສຽງ​ນັນ​ແຊວ​ແມ່ນ"ຄາຕະກອນ​​ເລືອ​ມກາຍ"ກໍ​ຕາມ,ຂໍ​ແຕ່​ວ່າ​ຄົນ​ເຮົາ​ຄວບ​ຄຸມ​ຢ່າງ​ເໝາະ​ສົມ​ໃນ​ດ້ານ​ແຫຼ່ງສຽງ​ນັນ​ແຊວ,ຂະ​ບວນການ​ສົ່ງ​ສຽງ​ນັນ​ແຊວ​ພ້ອມ​ດ້ວຍ​ເຕັກນິກ​ປົກ​ປ້ອງ​ສ່ວນ​ຕົວ​ແລ້ວ,ກໍ​ສາມາດ​​ເຮັດ​ໃຫ້​ສຽງ​ນັນ​ແຊວ​ຫ່າງ​ໄກ​ຈາກ​ຊີວິດ​ພວກ​ເຮົາ​ໄດ້.