|
![](/images/spacer.gif) |
(GMT+08:00)
2005-05-20 15:51:53
|
![](/images/shim.gif) |
ອາເມລິກາສ້າງຄວາມຫຍຸ້ງຍາກໃຫ້ຊີເລຍດ້ວຍບັນຫາອີຣັກ
cri
Author: MO
ຕາມຂ່າວCRI: ວັນທີ 19 ພຶດສະພາ, ຂ່າວສານອາເປອາເມລິກາໄດ້ນຳເອົາຄວາມເວົ້າຂອງເຈົ້າໜ້າທີ່ຊັ້ນສູງຂອງຝ່າຍທະຫານອາເມລິກາມາແຈ້ງວ່າ, ຫວ່າງມໍ່ໆນີ້, ທ່ານອານ ຈາຄາວີ ຜູ້ນ້ຳເບີ 3 ຂອງອົງການອານເຄດາ ຜູ້ນຳອານເຄດາມູຢາຮິດຂອງອີຣັກໄດ້ຈັດກອງປະຊຸມລັບຫລາຍເທື່ອຢູ່ຊີເລຍ ປະເທດໃກ້ຄຽງຂອງອີຣັກ, ໄດ້ວາງແຜນຢູ່ຊີເລຍແລ້ວດຳເນີນການຫລອນໂຈມຕີກໍ່ການຮ້າຍຢູ່ອີຣັກໃນຫວ່າງມໍ່ໆນີ້, ເຈດຕະນາໃຊ້ການຫລອນໂຈມຕີດ້ວຍກຳລັງຮຸນແຮງມາທຳລາຍຂະບວນວິວັດການເມືອງຂອງອີຣັກ.
ວັນທີ 16 ພຶດສະພາ, ທ່ານນາງໄລສ໌ ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາກໍເຄີຍຕິຕຽນວ່າ, ຊີເລຍໄດ້ເຫັນດີໃນໃຈພວກປະກອບອາວຸດຜ່ານຊາຍແດນຊີເລຍ ຊືມເຂົ້າອີຣັກ, ແລ້ວໂຈມຕີເປົ້າໝາຍທະຫານອາເມລິກາປະຈຳອີຣັກແລະຕຳຫລວດທະຫານອີຣັກ.
ໜັງສືພິມເຕສ໌ລິນເຊິ່ງເປັນໜັງສືພິມຝ່າຍທາງການຊີເລຍສະບັບວັນທີ 17 ພຶດສະພາກໍເຄີຍໄດ້ຕອບຄຳຕິຕຽນຂອງທ່ານນາງໄລສ໌, ທວງໃຫ້ທ່ານນາງໄລສ໌ຈົ່ງເອົາຫລັກຖານອັນຄັກແນ່ມາຢືນຢັນວ່າ ຝ່າຍຊີເລຍໄດ້ສະໜັບສະໜູນອົງການປະກອບອາວຸດຂອງອີຣັກ. ບຸກຄົນການເມືອງຂອງຊີເລຍເຫັນວ່າ, ອາເມລິກາຕິຕຽນຊີເລຍສະໜັບສະໜູນອົງການອານ ຈາຄາວີແມ່ນພາກສ່ວນໜຶ່ງໃນຂະບວນການຄັດຄ້ານຊີເລຍຂອງເຂົາ.
ອາເມລິກາສ້າງຄວາມຫຍຸ້ງຍາກຕໍ່ຊີເລຍໃນຫວ່າງມໍ່ໆນີ້ອີກ, ແມ່ນມີມູນເຫດຫລາຍດ້ານ. ກ່ອນອື່ນ, ພາຍຫລັງລັດຖະບານຂ້າມຜ່ານອີຣັກທີ່ມີທ່ານຈາຟາລີເປັນນາຍົກລັດຖະມົນຕີໄດ້ສ້າງຕັ້ງຂຶ້ນ, ອົງການປະກອບອາວຸດໄດ້ດຳເນີນການເຄື່ອນໄຫວດ້ວຍກຳລັງຮຸນແຮງຮອບໃໝ່, ສະຖານະການຄວາມປອດໄພອີຣັກໄດ້ຊຸດຮ້າຍລົງຢ່າງບໍ່ຢຸດຢັ້ງ. ອາເມລິກາຈຶ່ງຟ້າວສະແຫວງຫາຂໍ້ອ້າງແກ່ຕົນເອງທີ່ບໍ່ມີວິທີຮັບມື.
ຖັດມາ, ຫວ່າງມໍ່ໆນີ້, ການປະທະກັນລະຫວ່າງບັນດານິກາຍສາສະໜາອີຣັກໄດ້ເລື່ອນຂັ້ນ, ກໍລະນີວຸ້ນວາຍຢູ່ພາຍໃນໄດ້ເກີດຂຶ້ນເລື້ອຍໆ. ໃນເວລານີ້, ອາເມລິກາແນປາຍຫອກໃສ່ຊີເລຍ, ກໍແມ່ນຢາກຍ້າຍສາຍຕາ. ວັນທີ 18 ພຶດສະພາ, ທ່ານຈາຄາວີໄດ້ປະກາດກະແຊັດອັດສຽງໂດຍຜ່ານອິນເຕີເນັດ, ກ່າວປະນາມວ່າ, ນິກາຍຊີອິດແມ່ນ"ຜູ້ຂາຍຊາດ"ທີ່ຮ່ວມມືກັບອາເມລິກາ. ວັນທີ 18 ພຶດສະພາ, ສະມາຄົມຊາວມຸສລິນອາວຸໂສ ອົງການສາສະໜານິກາຍຊຸນນິດຂອງອີຣັກກໍຕິຕຽນວ່າ, ອົງການກອງພົນນ້ອຍປາເຕັນ ອົງການປະກອບອາວຸດທີ່ຂຶ້ນກັບຄະນະກຳມະການສູນສຸດປະຕິວັດອີຣັກ ພັກການເມືອງນິກາຍຊີອິດໄດ້ຂ້າຄຸນພໍ່ນິກາຍຊິດນີ 14 ຄົນຢ່າງຕໍ່ເນື່ອງກັນຢູ່ພາກຕາເວັນຕົກແບກແດັກໃນມໍ່ໆນີ້, ແຕ່ອົງການດັ່ງກ່າວໄດ້ປະຕິເສດການກ່າວຟ້ອງດັ່ງກ່າວໃນວັນທີ 19 ພຶດສະພາ. ກ່ອນໜ້ານີ້, ທ່ານຊາດ ຜູ້ນຳນິກາຍຊີອິດທີ່ຫົວຮຸນແຮງໄດ້ຮຽກຮ້ອງໃຫ້ນິກາຍຊຸນນິດຈົ່ງຮັກສາຄວາມອົດກັ້ນໄວ້, ທ່ານແຍ້ມໃຫ້ຮູ້ວ່າ, ທະຫານຍຶດຄອງທີ່ມີອາເມລິກາເປັນຫົວໂປ່ໄດ້ຍຸແຍ່ນິກາຍຊີອິດກັບນິກາຍຊຸນນິດຜິດກັນ, ແມ່ນຫົວໂປ່ເຈົ້າໂທດທີ່ເຮັດໃຫ້ການປະທະກັນລະຫວ່າງສອງຝ່າຍດຸເດືອດຂຶ້ນ.
ສາມ, ຊີເລຍແມ່ນປະເທດໜຶ່ງໃນປະເທດຈຳນວນໜ້ອຍຂອງພາກພື້ນນີ້ທີ່ກ້າທ້າທາຍກັບອາເມລິກາ. ຊີເລຍຄັດຄ້ານອາເມລິກາເຂົ້າຮຸກຮານອີຣັກແລະແຜ່ຂະຫຍາຍແຜ່ນການປະຊາທິປະໄຕຕາເວັນອອກກາງໃຫຍ່ຢູ່ພາກຕາເວັນອອກກາງ, ສະນັ້ນໄດ້ກາຍເປັນເປົ້າໝາຍໜຶ່ງທີ່ອາເມລິກາໂຈມຕີເປັນຕົ້ນຕໍພາຍຫລັງໂຄ່ນລົ້ມອຳນາດການປົກຄອງຊາດາມອີຣັກແລ້ວ. ບຸກຄົນວິເຄາະຊີ້ອອກວ່າ, ອາເມລິກາຕ້ອງເອົາຫລັກຖານອັນຄັກແນ່ມາຢືນຢັນວ່າ, ອົງການກໍ່ການຮ້າຍຈາຄາວີແມ່ນໃຊ້ດິນແດນຊີເລຍມາແຊກຊືມແລະຫລອນໂຈມຕີອີຣັກແທ້. ຖ້າອາເມລິກາແລະຊີເລຍຜິດກັນ, ຈະເຣັດໃຫ້ສະຖານະການອີຣັກທີ່ສັບສົນແລ້ວນັ້ນຍິ່ງວຸ້ນວາຍກວ່າເກົ່າ.
|
|
|