ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-20 18:03:25    
ນາຍົກ​ອີຣັກຮຽກຮ້ອງ​ໃຫ້​ປະ​ເທດ​ອ້ອມ​ຂ້າງ​ຊ່ອຍ​ສະ​ກັດ​ກັ້ນ​ບໍ່​ໃຫ້​ຜູ່​ປະ​ກອບ​ອາ​ວຸດ​ຕ່າງ​ປະ​ເທດ​ເຂົ້າ​ແດນ​ອີ​ຣັກ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 19 ພຶດສະພາ​ນີ້, ທ່ານ​ຈາ​ຟາ​ລີ ນາຍົກ​ລັດຖະບານ​ຂ້າມ​ຜ່ານ​ຂອງ​ອີຣັກ​ໄດ້​ຮຽກຮ້ອງ​ໃຫ້​ປະ​ເທດ​ອ້ອມ​ຂ້າງ​ຈົ່ງຊ່ອຍ​ສະກັດ​ກັ້ນບໍ່​ໃຫ້​ຜູ່​ປະກອບ​ອາ​ວຸດ​ຕ່າງ​ປະ​ເທດ​ລັກ​ຂ້າມ​ຊາຍ​ແດນ​ອີຣັກ​ເພື່ອດຳ​ເນີນ​ການ​ເຄື່ອນ​ໄຫວ​ທຳ​ລາຍ.

ທ່ານ​ຈາ​ຟາ​ລີ​ແມ່ນ​ກ່າວ​ຄວາມ​ດັ່ງກ່າວ​ໃນ​ເວລາ​ພົບ​ປະ​ທ່ານ​ໂຈ​ລິກ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ທີ່​ມາ​ຢ້ຽມຢາມ.

ກ່ອນ​ນີ້​ມື້ໜຶ່ງ, ​ເຈົ້າໜ້າ​ທີ່ຊັ້ນສູງ​ຜູ່​ໜຶ່ງ​ຂອງ​ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກກ່າວ​ວ່າ, ​ກ່ອນ​ນີ້ປະມານ​ເດືອນ​ໜຶ່ງ ກອງ​ປະກອບ​ອາວຸດ​ຕ້ານ​ອາ​ເມ​ລິ​ກາ​ທີ່​ນຳພາ​ໂດຍ​ທ່ານ​ຈາ​ຄາວີ ຫົວ​ໂປ່​ຄົນສຳຄັນ​ຂອງ​ອົງການ​ອານ ​ເຄດາ​ ໄດ້​ໄຂ​ກອງ​ປະຊຸມ​ລັບ​ຢູ່​ຊີ​ເລຍ ປະ​ເທດ​ໃກ້​ຄຽງ​ອີຣັກ, ​ແລະ​​ໄດ້ວາງ​ແຜນ​ກໍ່​ເຫດການຫຼອນ​ໂຈມ​ຕີ​ຕ່າງໆ​ທີ່​ເກີດ​ຂຶ້ນຢູ່​ອີຣັກ​ໃນ​ມໍ່ໆ​ມາ​ນີ້, ​ເຮັດ​ໃຫ້ຫຼາຍຮ້ອຍ​ຄົນ​ເສຍ​ຊີວິດ.