ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-20 18:05:12    
ເພີ່ມ​ທະວີ​ການ​ຮ່ວມ​ມື​​ແລະ​ຮັດ​ແໜ້ນ​ມິດ​ຕະ​ພາບ-​ທ່ານ​ອູ​ປາງ​​ໂກວ​ຢ້ຽມ​ຢາມ​ສິງ​ກະ​ໂປ(ສຽງ)

cri Author: da


ຕາມ​ຂ່າວCRI: ​ແຕ່ວັນ​ທີ 17 ຫາ​ວັນ​ທີ 19 ພຶດ​ສະພາ,​ທ່ານ​ອູ​ປາງ​ໂກ ປະທານ​ຄະນະ​ປະຈຳ​ສະພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ຢ້ຽມຢາມ​ສັນ​ຖະວະ​​ໄມຕີ​ສິງກະ​ໂປ​ຢ່າງ​ເປັນ​ທາງ​ການ​ຕາມ​ຄຳ​ເຊີນ.ການ​ຢ້ຽມ​ຢາມ​ເທື່ອ​ນີ້​ໄດ້ສະ​ແດງ​ເຖິງ​ມິດຕະ​ພາບ​ລະຫວ່າງ​ຈີນ​ສິງກະ​ໂປ,ພ້ອມ​ທັງ​ໄດ້​ຮັບ​ຜົນ​ອຸດົມ​ສົມບູນ.

ສິງກະ​​ໂປ​ແມ່ນ​ປະ​ເທດອາ​ຊຽນ​ທີ່​ມີ​ອິດ​ທິພົນ​ສຳຄັນ.ຈີນ​ແມ່ນ​ຄູ່​ຂາ​ການ​ຄ້າ​ໃຫຍ່​ທີ​ສີ່​ຂອງ​ສິງກະ​ໂປ,​ສ່ວນ​ສິງກະ​ໂປ​ແມ່ນ​ຄູ່​ຂາ​ການ​ຄ້າ​ໃຫຍ່​ທີ 7 ​ຂອງ​ຈີນ​ແລະ​ແມ່ນ​ປະ​ເທດ​ລົງທຶນ​ຢູ່​ຈີນ​ຫຼາຍ​ເປັນ​ທີ 8 .ຈຸດ​ປະສົງ​ກາ​ນຢ້ຽມຢາມ​ຂອງ​ທ່ານ​ອູ​ປາງ​ໂກ​ເທື່ອ​ນີ້,ກໍ​ແມ່ນເພີ່ມ​ທະວີ​ມິດຕ​ະພາບ​ອັນມີ​ມູນ​ເຊື້ອ​​ແລະ​ການ​ຮ່ວມມືທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ຈີນ​ສິງກະ​ໂປ​ຕື່ມ​ອີກ,​ຊຸກຍູ້​ການ​ພົວພັນ​ລະ​ຫວ່າງ​ຈີນ​ສິງກະ​ໂປ​ມີ​ການ​ຂະຫຍາຍ​ຕົວ​ຫຼາຍ​ກວ່າ​ເກົ່າ.

​ໃນ​ໄລຍະ​ຢ້ຽມຢາມ,​ທ່ານ​ອູ​ປາງ​ໂກວ​ໄດ້ພົບ​ປະ​ບັນດາ​ຜູ້ນຳ​​ສິງກະ​ໂປ​ ​ເຊັ່ນ:​ທ່ານ​ນາ​ຕານ ປະ​ທານາ​ທິບໍດີ,​ທ່ານລີ​ຮຽນ​ລົງ ນາຍົກ​ລັດຖະ​ມົນຕີ,​ທ່ານ​ອັບ​ດູ​ນລາ ຕາ​ມູກີ ປະທານ​ລັດຖະ​ສະພາ​ແລະ​ທ່ານ​ລີກ​ວນ​ຢູ ລັດຖະ​ບຸລຸດ​​ລັດຖະບານ​ສິງ​​ກະ​ໂປ​.ສອງ​ຝ່າຍ​ໄດ້​ກ້າວ​ເຖິງ​ຂັ້ນມີ​ຄວາມ​ຮັບ​ຮູ້​ຄື​ກັນ​ກ່ຽວ​ກັບ​ການ​ພົວ​ພັນ​ລະຫວ່າງ​ສອງ​ປະ​ເທດ​ແລະ​ຫຼາຍ​ບັນຫາ​​ທີ່​ສົນ​ໃຈ​ນຳ​ກັນ.ທ່ານ​ອູ​ປາງ​ໂກວ​ກ່າວ​ເນັ້ນ​ວ່າ,​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ເຊິ່ງ​ກັນ​ແລະ​ກັນທາງ​ການ​ເມືອງ​ແລະ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແມ່ນ​ພື້ນຖານ​ແລະ​ພະລັງ​ແມ່ແຮງ​​ແຫ່ງ​ການ​ຂະ​ຫຍາຍ​ການ​ພົວພັນ​ລະຫວ່າງ​ຈີນ​ສິງກະ​ໂປ.​ເພື່ອ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດຂະ​ຫຍາຍ​ຕົວ​ອອກ,​ທ່ານ​ສະ​ເໜີ​ວ່າ,ສອງ​ຝ່າຍ​ສາມາດ​ຫຼຸດ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຢ່າງ​ບໍ່​ຢຸດ​ຢັ້ງ​ແລະ​ເປີດ​ກວ້າງ​ຄວາມ​ຮັບ​ຮູ້​ຄື​ກັນ​ໂດຍ​ຜ່ານ​ການ​​ເພີ່ມ​ທະວີ​ການ​ແລກ​ປ່ຽນ​ກັນ;​ອຸດສາ​ຫະກຳ​ທີ​ສາມ​​ແມ່ນ​ຈຸດ​ເຕີບ​​ໃຫຍ່​ໃໝ່​ແຫ່ງ​ການ​ຮ່ວມ​ມື​ເສດ​ຖະກິດ​ການ​ຄ້າ.ທ່ານ​ອູ​ປາງ​​ໂກວ​ຍັງ​ກ່າວ​ປາຖະ​ກະຖາ​ໃນ​ພິທີ​ໄຂ​ກອງ​ປະຊຸມ​ເວທີ​ປາ​ໄສ​ກ່ຽວກັບ​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ຈີນ​ສິງກະ​ໂປ,​ແລະ​ສະ​ເໜີ​​ໃຫ້​ບັນລຸ​ເປົ້າ​ໝາຍ​ໃໝ່​ທີ່​ມີມູນ​ຄ່າການ​ຄ້າຈີນ​ສິງກະ​ໂປຫຼາຍ​ກວ່າ 50 ຕື້​ໂດ​ລາ​ສະຫະລັດ​ເມື່ອ​ຮອດ​ປີ 2010 ​,​ແລະ​ຂໍ້​ສະ​ເໜີ​ລະອຽດທີ່​ກ່ຽວ​ຂ້ອງ​ຂອງ​ຈີນ​.ນອກ​ນັ້ນ,​ທ່ານ​ອູ​ປາງ​ໂກວ​ຍັງ​ໄດ້​ເຂົ້າ​ຮ່ວມ​ພິທີ​ເຊັນ​ເອກະ​ສານ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ ​ເຊັ່ນ"​ສັນຍາ​ສ້າງ​ຕັ້ງ​ຄະນະ​ກຳມະ​ການ​ສົ່ງ​ເສີມ​ການ​ລົງທຶນ​ຈີນ​ສິງກະ​ໂປ​"​​ເປັນ​ຕົ້ນ,​ເພື່ອ​ຊຸກຍູ້​ການ​ສ້າງ​ແທ່ນ​ສຳລັບ​ການ​ທີ່​ຫາ​ລື​ແລະ​ແກ້​ໄຂ​ບັນຫາ​ເສດ​ຖະກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ.

​ໃນ​ໄລຍະ​ຢ້ຽມຢາມ​ສິງກະ​ໂປ,ທ່ານ​ອູ​ປາງ​ໂກວ​ຍັງ​ໄປ​ທັດ​ສະນາ​ຈອນຫໍ​ລະ​ລຶກນານ​ຢາງ​ຊຸນ​ຢັດ​ເຊັນ​ສິງກະ​ໂປ​ທີ່​ມີ​ຄວາມ​ໝາຍ​ປະຫວັດ​ສາດ​ພິ​ເສດ.ຊາວ​ຈີນ​ຕ່າງ​ດ້າວ​ແລະ​ພໍ່ຄ້າ​ຊາວ​ຈີນ​ຢູ່​ຫຼາຍ​ປະ​ເທດ​ອາຊີ​ອາຄະ​ເນ​ເຄີຍ​ໄດ້​ສະໜອງ​ການ​ຊ່ອຍ​ເຫຼືອ​ແລະ​ການ​ສະ​ໜັບສະ​ໜູນ​ຢ່າງ​ບໍ່​ເຫັນ​ແກ່​ຕົວ​​ໃຫ້​ແ​ກ່​ການ​ເຄື່ອນ​ໄຫວ​ປະຕິ​ວັດ​ອັນ​ຍິ່ງ​ໃຫຍ່​ຂອງ​ທ່ານ​ຊຸນ​ຢັດ​ເຊັນ. ປີ​ນີ້​ແມ່ນສະ​ມາຄົມ​ສະຫະ​ພັນ ​ເຊິ່ງເປັນ​ພັກ​ການ​ເມືອງ​ຊົນຊັ້ນ​ນາຍທຶນ​ພັກ​ທຳ​ອິດຂອງ​ຈີນ​ເຊິ່ງນຳ​ໂດຍ​ທ່ານ​ຊຸນ​ຢັດ​ເຊັນ ສ້າງ​ຕັ້ງຂຶ້ນ​ຄົບຮອບ 100 ປີ,ກໍ​ແມ່ນ​ທ່ານ​ຊຸນ​ຢັດ​ເຊັນ​ເຖິງ​ແກ່​ກຳ​ຄົບຮອບ 80 ປີ.ນັກປາດ​ສິງກະ​ໂປ​ຫຼາຍ​ທ່ານ​ເຫັນ​ວ່າ,ການ​ທັດ​ສະນາ​ຈອນຫໍ​ລະ​ລຶກນານ​ຢາງ​ຊຸນ​ຢັດ​ເຊັນ​ຂອງ​ທ່ານ​ອູ​ປາງ​ໂກ​ວເທື່ອ​ນີ້​​ມີ​ຄວາມ​ໝາຍ​ຫຼາຍ.

ການ​ຢ້ຽມຢາມ​ຂອງ​ທ່ານ​ອູ​ປາງ​ໂກວ​ເທື່ອ​ນີ້​ໄດ້​ຮັບ​ຜົນ​ອຸດົມ​ສົມບູນ,ຈະ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດລະ​ຫວ່າງ​ຈີນ​ສິງກະ​ໂປ​ຂະຫຍາຍ​ຕົວ​ຕື່ມ​ອີກ​ຢ່າງ​ແທ້​ຈິງ.ການ​ຢ້ຽມຢາມ​ເທື່ອນີ້​ໄດ້​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນ,​ເປີດ​ກວ້າງ​ຄວາມ​ຮັບ​ຮູ້​ຄື​ກັນ,ຮັກສາ​ທ່ວງທ່າ​ການ​ຢ້ຽມຢາມ​ກັນ​ຂອງຜູ້ນຳ​ຊັ້ນສູງປະ​ເທດ​ຢ້ຽມ​ຢາມ​ທັງ​ສອງ​;ຊຸກຍູ້​ການ​ໄປມາ​ຫາສູ່​ກັນ​ແລະ​ການ​ຮ່ວມ​ມື​​ໃນ​ທຸກ​ລະດັບລະຫວ່າງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ກັບ​ລັດຖະສະພາ​ສິງກະ​ໂປ​,ການ​ເລີ່​ມຈັດ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ຈີນ​ສິງກະ​ໂປ​ນັ້ນ,ຈະ​ຍົກ​ການ​ພົວພັນ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ຂຶ້ນສູ່​ລະດັບ​ໃໝ່;​ ຜູ້ນຳ​ສອງ​ປະ​ເທດຍັງ​ສະ​ແດງວ່າ,ຈະ​ສືບ​ຕໍ່​ເພີ່ມ​ທະວີການ​ຫາລື​ກັນແລະ​ການ​ປະສານ​ສົມທົບກັນ​ໃນ​ວຽກ​ງານ​ພາກ​ພື້ນ​ແລະ​ສາກົນ,ຊຸກຍູ້​ສັນຕິພາບ​ແລະ​ຄວາມ​ຮຸ່ງ​​ເຮືອງ​ຂອງ​ພາກ​ພື້ນ.

ການ​ຢ້ຽມຢາມ​ຂອງ​ທ່ານ​ອູ​ປາງ​ໂກວ​ເທື່ອ​ນີ້​ບໍ່​ພຽງ​ແຕ່​​​ຜູ້ນຳ​ສິງກະ​ໂປ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ເທົ່າ​ນັ້ນ,ຫາກ​ຍັງ​ໄດ້​ຮັບການຕ້ອນຮັບ​ຊົມ​ເຊີຍ​ຢ່າງ​ຈິງ​ອົກ​ຈິງ​ໃຈ​ແລະກະຕືລືລົ້ນຈາກ​ປະຊາຊົນ​ສິງກະ​ໂປ​ທີ່​​ເຕັມ​ໄປ​ດ້ວຍ​ໄມຕີ​ຈິດຮັກ​ແພງ.ກໍ​ເໝືອນ​ກັບ​ທ່ານ​ອູ​ປາງ​ໂກວ​​ເວົ້ານັ້ນວ່າ,ຈີນ​ຈະ​ສະໜອງ​ໂອກາດ​ແກ່​ການບັນດາ​ປະ​ເທດ​ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ອ້ອມ​ຂ້າງ​ດ້ວຍ​ການ​ພັດທະນາ​ຂອງ​ຕົນ.ສ່ວນ​ນ້ຳ​ໃຈ​ທີ່​ພະຍາຍາມ​ພັດທະນາ​ພ້ອມ​ກັນ​ດັ່ງກ່າວ​ນີ້,​ພວມ​ເຮັດ​ໃຫ້​ຈີນ​ໄດ້​ຮັບ​ມິດຕະພາບ​ແລະ​ການສະໜັບສະໜູນ​ຍິ່ງ​ຫຼາຍ​ກວ່າ​ເກົ່າ.