ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-20 18:38:55    
ພວກ​ປະ​ກອບ​ອາ​ວຸດ​ປາ​ເລັສ​ຕິນ​ຫຼອນ​ໂຈມ​ຕີ​ຈຸດ​ຕັ້ງ​ຖິ່ນ​ຖານ​ຊາວ​ຢິວ​ຢູ່​ແຖບ​ກາ​ຊາ

cri Author: q
ຕາມ​ຂ່າວCRI,ຕອນ​ຂ້ອນ​​ແຈ້ງ​ວັນ​ທີ20​ພຶດສະພາ,ພວກ​ປະ​ກອບ​ອາວຸດ​ປາ​ເລັສຕິນ​ໄດ້​ຫຼອ​ນ​ໂຈມ​ຕີ​ຈຸດ​ຕັ້ງ​ຖິ່ນ​ຖານ​ຊາວ​ຢິວ​ແຫ່ງ​ໜຶ່ງ​ຢູ່​ແຖບ​ກາຊາ,​ໃນ​ນັ້ນ,ຜູ້​ຫຼອນ​ໂຈມ​ຕີ​ຜູ້​ໜຶ່ງ​ຖືກ​ກອງ​ທະຫານ​ອິສຣາ​ແອນ​ຍິງ​ຕາຍ.

ນອກ​ນີ້,ຂ່າວ​ແຈ້ງວ່າ,ວັນ​ທີ19​ພຶດ​ສະພາ,ທ່ານ​ຊາ​ລອນ ນາຍົກລັດຖະມົນ​ຕີອິສຣາ​ແອນ​ໄດ້​ເຫັນ​ດີ​ໃຊ້​ມາດ​ຕະການ​ຕ່າງໆ​ທີ່​ສະ​ແດງ​​ເຈດຕະນາ​ດີ​ຕໍ່​ຝ່າຍ​ປາ​ເລັສຕິນ,​ເພື່ອ​​ເພີ່ມ​ທະວີ​ອິດ​ທິພົນ​ຂອງ​ອົງກາ​ນອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນ.ມາດ​ຕະການ​ເຫຼົ່າ​ນີ້​ ​ລວມທັງ,ສືບ​ຕໍ່​ປ່ອຍ​ຕົວນັກ​ໂທດ​ປາ​ເລັສຕິນ400ຄົນ,ອະນຸຍາດ​ໃຫ້​ພວກ​ປະກອບ​ອາວຸດ​ປາ​ເລັສຕິນທີ່​ຖືກ​ຂັບ​ໄລ່​ອອກ​ເມືອງ​ເມື່ອ​ປີ2002​ນັ້ນ​ກັບ​ຄືນ​ສູ່​ປ​າ​ເລັສຕິນ​ແລະ​ອະນຸຍາດ​ໃຫ້​ພວກ​ປະກອບ​ອາວຸດ​ປາ​ເລັສ​ຕິນ​ທີ່​ຖືກ​ຂັບ​ໄລ່​ໄປ​ຮອດ​ແຖບ​ກາ​ຊາ​ນັ້ນ​ກັບ​ຄືນ​ຮອດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ເປັນ​ຕົ້ນ.ມາດ​ຕະການ​ເຫຼົ່າ​ນີ້​ຍັງ​ຕ້ອງ​ຜ່ານ​ການ​ອະນຸມັດ​ຈາກຄະນະ​ລັດຖະບານ​ອິສ​ຣາ​ແອນ​ແລ້ວ​ຈິ່ງ​ປະ​ຕິ​ບັດ​ຢ່າງ​ເປັນ​ທາງ​ການ​ໄດ້.