ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-20 22:05:24    
ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຂອງ​ເວ​ທີ​ປາ​ໄສ​ພາກ​ພື້ນ​ອາ​ຊຽນ​ໄດ້​ຫາ​ລື​ບັນ​ຫາ​ຮ່ວມ​ມື​ຮັກ​ສາ​ຄວາມ​ປອດ​ໄພ​ພາກ​ພື້ນ

cri Author: q
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ20​ພຶດສະພາ,ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸໂສ​ຂອງ​ເວທີ​ປາ​ໄສ​ພາກ​ພື້ນ​ອາ​ຊຽນຄັ້ງ​ທີ12​ໄດ້​ຈັດ​ຂຶ້ນ​ຢູ່​ວຽງ​ຈັນ ນະຄອນຫຼວງ​ລາວ.ຫົວ​ຂໍ້​ຈຸດ​ໜັກ​ຂອງ​ເວທີ​ປາ​ໄສ​ພາກ​ພື້ນ​ອາຊຽນຄັ້ງ​ນີ້​ແມ່ນ​ສະ​ຖານະ​ການ​ຄວາມ​ປອດ​ໄພ​ຂອງ​ສາ​ກົນ​ແລະ​ພາກ​ພື້ນ.

ບັນດາ​ຝ່າຍ​ທີ່​ຮ່ວມ​ປະຊຸມ​ເຫັນ​ວ່າ,​ໃນ​ສະ​ເພາະ​ໜ້າ​ນີ້,​ສະ​ຖາ​ນະ​ການ​ຂອງ​ພາກ​ພື້ນ​ອາ​ຊີ​ປາຊີ​ຟິກ​ແມ່ນ​ໝັ້ນ​ທ່ຽງ​​ໃນດ້ານ​ກວມ​ລວມ,ການ​ຮ່ວມ​ມື​ແລະ​ສົນທະນາ​ຢູ່​ພາກ​ພື້ນ​ໄດ້​ລົງ​ສູ່​ລວງ​ເລິກ​​ເລື້ອຍໆ,​ແຕ່​ຄວາມ​ປອດ​ໄພ​ຂອງ​ພາກ​ພື້ນອາຊີ​ປາຊີ​ຟິກຍັງ​ຄົງ​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຢູ່,​ການ​ຂົ່ມ​ຂູ່​ຄວາມ​ປອດ​ໄພ​ທີ່​ບໍ່​ແມ່ນ​ດັ້ງ​ເດີມ​ເຊັ່ນ​ລັດທິ​ກໍ່​ການ​ຮ້າຍ,ອາ​ຊະ​ຍາ​ກຳ​ຂ້າມ​ຊາດ​ເປັນ​ຕົ້ນ​​ຍັງ​ພົ້ນ​ເດັ່ນ​ຢູ່.ບັນດາ​ປະ​ເທດ​ຄວນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື,ພ້ອມ​ກັນ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.

ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​,ທ່ານ​ເສິນ​ໂກວຟ້າ​ງ ຜູ້​ແທນ​ຈີນ​ກ່າວ​​ເນັ້ນ​ວ່າ,ຈີນ​ຈະ​ຕັ້ງໜ້າ​ເພີ່ມ​ທະ​ວີ​ການ​ປະສານ​ງານ​ແລະ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນຕົນ,​​ໃຊ້​ການ​ກະທຳ​ຕົວ​ຈິງ​ຊຸກ​ຍູ້​​ໃຫ້​ພາກ​ພື້ນ​ມີ​ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​​ເຮືອງ.