ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-21 16:27:03    
ອີຣັກຍາດ​ແຍ່ງ​​ໃຫ້​ປະ​ເທດ​ອ້ອມ​ຂ້າງ​ສະ​ໜັບ​ສະ​ໜູນ​ອີ​ຣັກ​ປົວ​ແປງ​ສະ​ຖາ​ນະ​ການ​ຄວາມ​ປອດ​ໄພ

cri Author: q

ຕາມ​ຂ່າວCRI,ຜູ້ນຳ​ອີຣັກ​ໄດ້​ເພີ່ມ​ທະວີ​ການທູດ​ກັບປະ​ເທດ​ອ້ອມ​ຂ້າງ,ຍາດ​​ແຍ່ງ​ໃຫ້​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ສະ​ໜັບສະ​ໜູນອີຣັກປົວ​ແປງ​ສະຖານະ​ການ​ຄວາມ​ປອດ​ໄພ.

ວັນ​ທີ20​ພຶດສະພາ,ທ່ານ​ຈາ​ຟາ​ລີ ນາຍົກລັດຖະມົນຕີອີຣັກ​ໄດ້​​ເຈລະຈາ​ກັບ​ທ່ານ​ເອ​​ໂດ​ແກນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຕວກ​ກີ​ຢູ່​ອັງ​ກາ​ລາ,ສອງ​ຝ່າຍ​ໄດ້​ກ້າວ​ເຖິງ​ຂັ້ນ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ການ​ຕັ້ງ​ປົດ​ກວດກາ​ຊາຍ​ແດນ​ບ່ອນ​ໃໝ່​ຢູ່​ເຂດ​ຊາຍ​ແດນ​ລະຫວ່າ​ງສອງ​ປະ​ເທດ,​ຕວກ​ກີ​ອົບ​ຮົມ​ພະ​ນັກ​ງານ​ຮັກສາ​ຄວາມ​ປອດ​ໄພ​ໃຫ້​ອີ​ຣັກ​ແລະ​ບັນ​ຫາ​ອື່ນໆ.​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຮ່ວມ​ກັນຈັດ​ຂຶ້ນ​ຫຼັງ​ການ​ເຈລະຈາ,ທ່ານ​ທັງ​ສອງ​ຍັງ​ກ່າວ​ວ່າ,​ສອງ​ຝ່າຍ​ຈະ​ໃຊ້​ມາດ​ຕະການ​ໂຈມ​ຕີ​ອົງການ​ກໍ່​ການ​ຮ້າຍ​ທີ່​​​ເປັນ​ໄພຕໍ່​ປະ​ເທດ​ຝ່າຍ​ກົງ​ກັນ​ຂ້າມ.

ໃນ​ເວລາ ທ່ານ​ເຈ​ບາ​ລີ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີຣັກ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ສະ​ໄໝ​ວິສາມັນ​ຂອງ​ເວທີ​ປາ​ໄສ​ເສດຖະກິດ​ໂລກ​ທີ່​ຈັດ​ຂຶ້ນ​ຢູ່​ຊອກ​ດາ​ນີ​ເມື່ອ​ວັນ​ທີ20​ພຶດ​ສະ​ພາ,​ທ່ານ​ໄດ້​ເວົ້າ​ຕໍ່​ວົງ​ການ​ໜັງສືພິມ​ວ່າ,​ໃນ​ກອງ​ປະຊຸມ,ທ່ານ​ຈະ​ວາງ​ຄວາມ​ຮຽກ​ຮ້ອງ​ຢ່າງ​ຈະ​ແຈ້ງ​ຕໍ່​ປະ​ເທດ​ອ້ອມ​ຂ້າງ​ຂອງ​ອີຣັກ,ຫວັງ​ໃຫ້​ພວກ​ເຂົາ​ເຈົ້າ​ຊ່ອຍ​ອີຣັກຄວບ​ຄຸມ​ເຂດ​ຊາຍ​​ແດນ,​ປ້ອງ​ກັນ​ຢ່າງ​ເຄັ່ງ​ຄັດ​ບໍ່​ໃຫ້​ພວກ​ກໍ່​ການ​ຮ້າຍ​ຂ້າມ​ຊາຍ​ແດນ​ເຂົ້າມາ​ກໍ່​ການ​ເຄື່ອນ​ໄຫວ​ທຳ​ລາຍ​ຢູ່​ອີຣັກ.