|
 |
(GMT+08:00)
2005-05-21 20:04:30
|
ທ່ານອັບບາສກ່າວວ່າຈະພົບປະກັບທ່ານຊາລອນໃນວັນທີ7ເດືອນໜ້າ
cri
Author: q
ຕາມຂ່າວCRI , ວັນທີ21ພຶດສະພາຢູ່ຊາມແອວເຊັກ ເມືອງເອຢິບ, ທ່ານອັບບາສ ປະທານອົງການອຳນາດແຫ່ງຊາດປາເລັສຕິນກ່າວວ່າ,ທ່ານຈະພົບປະກັບທ່ານຊາລອນ ນາຍົກລັດຖະມົນຕີອິສຣາແອນໃນວັນທີ7 ມິຖຸນາ.
ທ່ານອັບບາສແມ່ນໃຫ້ທັດສະນະດັ່ງກ່າວກ່ອນຈະເຈລະຈາກັບທ່ານມູບາລັກ ປະທານາທິບໍດີເອຢິບໃນວັນທີ21ພຶດສະພາ.ທ່ານກ່າວວ່າ,ໃນເວລາພົບປະກັບທ່ານຊາລອນ,ທ່ານຈະເຕືອນໃຫ້ຝ່າຍອິສຣາແອນປະຕິບັດຕາມການຈັດວາງຕ່າງໆທີ່ປາເລັສຕິນອິສຣາແອນຕົກລົງກັນໃນກອງປະຊຸມສຸດຍອດຊາມແອວເຊັກໃນເດືອນກຸມພາປີນີ້.
ພ້ອມກັນນັ້ນ,ທ່ານອັບບາສຍັງໄດ້ກ່າວຕີໂຕ້ຄຳເວົ້າທີ່ວ່າຈະປັດປ່າຍຂະບວນການຕໍ່ຕ້ານອິສລາມປາເລັສຕິນຄືອົງການຮາມາສໃຫ້ຢູ່ນອກຂະບວນວິວັດການເມືອງຂອງປາເລັສຕິນ.ແລະກ່າວເນັ້ນວ່າ,ອົງການຮາມາສຈະເຂົ້າຮ່ວມການເລືອກຕັ້ງຄະນະກຳມະການນິຕິບັນຍັດປາເລັສຕິນໃນເດືອນກໍລະກົດ.
|
|
|