ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-21 20:54:26    
ແຂວງ​ກຸ້ຍ​ໂຈ່​ວຈີນ​ຕັ້ງ​ທຶນ​ສຶກ​ສາ​ເພື່ອ​ຊ່ອຍ​ນັກ​ສຶກ​ສາ​ຜູ້​ທຸກ​ຍາກ​ໂດຍ​ຈຳ​ເພາະ

cri Author: q
ຕາມ​ຂ່າ​ວສານ​ຊິນ​ຮວາ,​​ເລີ່​ມ​ແຕ່​ປີ​ນີ້​ເປັນ​ຕົ້ນ​ໄປ​,ແຂວງ​ກຸ້ຍ​ໂຈ່​ວ ທີ່​ຕັ້ງ​ຢູ່ພາກ​ຕາ​ເວັນ​ຕົກສ​ຽງ​ໃຕ້​ຂອງ​ຈີນ​​ເບີກ​ເງິນ6​ລ້ານ​ຢວນຈາກ​ການ​ເງິນ​ຂອງ​ແຂວງ,ຈັດ​ເປັນ​ຄ່າ​ໃຊ້​ຈ່າຍ​ຈຳ​ເພາະ​ຄື​ທຶນ​ສຶກ​ສາ​ຊ່ອຍ​ເຫຼືອ​ນັກ​ສຶກສາ​ຜູ້​ທຸກ​ຍາກ​ຂອງ​ໂຮງຮຽນ​ຊັ້ນ​ສູງ,​ແຕ່​ລະ​ປີ​ຈະ​ມອບ​ເງິນ​ລາງ​ວັນ​ໃຫ້​ນັກ​ສຶກ​ສາ​ຜູ້​ທຸກ​ຍາກ200​0ຄົນ​ທີ່​ທັງ​ຮຽນ​ເກັ່ງ​ແລະ​ມີ​ຄຸນ​ສົມບັດ​ດີ.

ຕາມ​ໄດ້​ຊາບ,​ແຂວງກຸ້ຍ​ໂຈ່​ວ​ໄດ້​ຮຽກ​ຮ້ອງ​ໃຫ້​ບັນດາ​ໂຮງຮຽນ​ຊັ້ນສູງ​ຕັ້ງ​​ແລະ​ບູ​ລະ​ນະ​ສາງ​ສຳ​​ເນົາ​​ເອກະສານຂອງ​ນັກ​ສຶກສາ​ຜູ້​ທຸກ​ຍາກ​ໃຫ້​ສົມບູນ​ຂຶ້ນ​ເປັນ​ກ້າວໆ, ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຊ່ອຍ​ເຫຼືອ​ນັກ​ສຶກສາ​ເລື້ອຍໆ,​ ​ຄຸ້ມ​ຄອງ​ ​ທຶນ​ຊ່ອຍ​​ເຫຼືອ​ນັກ​ສຶກສາ​ຜູ້​ທຸກ​ຍາກ​ໃຫ້​ເປັນ​ເອ​ກະ​ພາບ,ປະຕິບັດ​ມາດ​ຕະການ​ຊ່ອຍ​ເຫຼືອ​ຢ່າງຮອບດ້ານ,​​ ​ບໍ່​ໃຫ້​ມີນັກ​ສຶກສາ​ເຊົາ​ຮຽນ​ຍ້ອນ​ທຸກ​ຍາກ​ຈັກ​ຄົນ.