ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-22 17:21:30    
ຮອງ​ນາຍົກລັດຖະມົນຕີ​ໄທ​​ຢ້ຽມຢາມ​ນະຄອນຊີ່​ອານ

cri
ຕາມ​ຂ່າວສານ​ຊິນ​ຮວາ, ວັນ​ທີ21​ພຶດສະພາ, ທ່ານ​ສົມ​ກິດ ຮອງ​ນາຍົກລັດຖະມົນຕີຜູ້ທີ​ໜຶ່ງ​ຂອງ​ໄທ ປະທານ​ສະມາ​ຄົມ​ເສດຖະກິດ​ວັດທະນະທຳ​ໄທ​ຈີນພ້ອມ​ຄະນະ​ໄດ້​ຂີ່​ຍົນ​ຈາກ​ປັກ​ກິ່ງ ນະຄອນຫຼວງ​ຂອງ​ຈີນ​​ໄປຮອດ​ນະຄອນ​ຊີ​ອານ ​ເທດສະບານ​ແຂວງ​ສ້ານ​ຊີ ພາກ​ຕາ​ເວັນ​ຕົກສ​ຽງ​ເໜືອ​ຂອງ​ຈີນ, ສືບ​ຕໍ່​ຢ້ຽມຢາມ​ສັນທະ​ວະ​ໄມຕີ​ຕໍ່​ຈີນ.

ຕອນ​ຄ່ຳ​ວັນ​ທີ21​ພຶດສະພາ, ທ່ານ​ເສິນ​ເຕີ​ມິງ ​ເຈົ້າ​ແຂວງ​ແຂວງ​ສ້ານ​ຊີ​ໄດ້​ພົບ​ປະ​ແລະ​ຈັດ​ງານ​ລ້ຽງ​ເພື່ອ​ເປັນກ​ຽດ​ແກ່​ທ່ານ​ສົມ​ກິດ​ພ້ອມ​ຄະນະ. ທ່ານ​ສົມ​ກິດ​ເວົ້າ​ວ່າ, ​ໄທ​ກັບ​ແຂວງ​ສ້ານ​ຊີ​ມີ​ລັກສະນະ​ຕາບ​ຈູ​ນກັນ​ໃນ​ຫຼາຍ​ດ້ານ, ສອງ​ຝ່າຍ​ຄວນເພີ່ມ​ການ​ແລ​ກປ່ຽນ​ແລະ​ຮ່ວມ​ມື​ກັນໃນ​ດ້ານ​ການທ່ອງທ່ຽວ​ແລະ​ເສດຖະກິດ​ການ​ຄ້າ​ເປັນ​ຕົ້ນ, ​ໃຫ້​ປະຊາຊົນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍ​ກວ່າ​ເກົ່າ. ທ່ານ​ເສິນ​ເຕີ​ມິນງຫວັງ​ໃຫ້​ວິ​ສາ​ຫະກິດ​ຂອງ​ສອງ​ຝ່າຍ​ຈົ່ງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ​ຕື່ມ​ອີກ​ໃນ​ຂົງ​ເຂດ​ ​ໝາກ​ໄມ້, ການ​ຜະລິດ​ຢາ​ແລະ​ການທ່ອງທ່ຽວ​​ເປັນ​ຕົ້ນ.