ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-23 22:04:14    
ພວກ​ເຮົາ​ມາ​ເພື່ອ​ສະ​ແຫວ​ງຫາ​ການ​ຮ່ວມ​ມື​​ແລະ​ການ​ພັດທະນາ
----ສຳພາດ​ທ່ານ​ປາລະມີ ພົມ​ມະ​ທັນ​ສີ ຮອງ​ຫົວໜ້າ​ຄະນະ​ຜູ້​ແທນ​ລາວ​​ກ່ຽວ​ກັບສັບປະດາ​ໂທລະ​ຄົມ​ຈີນ​ອາ​ຊຽນ(ສຽງ)

cri Author: mo



ສັບ​ປະ​ດາ​ໂທລະ​ຄົມ​ຈີນ​ອາຊຽນ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ຢ່າງ​ຄຶກ​ຄື້ນ​ໃນ​ວັນ​ທີ 12 ພືດ​ສະ​ພາ. ສັບ​ປະ​ດາ​ໂທ​ລະ​ຄົມ​ເທື່ອ​ນີ້​ມີ​ຫົວ​ຂໍ້​ວ່າ: ຈີນ​ກັບ​ອາ​ຊຽນ: ສ້າງ​ການ​ພົວພັນ​ຄູ່​ຂາ​ຂົງ​ເຂດ​ຂໍ້​ມູນ​ຂ່າວສານ​ແລະ​ໂທລະ​ຄົມມະນາຄົມ​ທີ່​ອວ່າຍໜ້າ​ໄປ​ສູ່​ການ​ພັດທະນາ​ພ້ອມ​ກັນ. ລັດ​ຖະ​ມົນ​ຕີ​ຫຼື​ຮອງ​ລັດຖະມົນຕີ​ຂອງ​ກະຊວງ​ຂໍ້​ມູນ​ຂ່າວສານ​ແລະ​ໂທລະ​ຄົມມະນາຄົມ​ຂອງ​ຈີນ​ແລະ 10 ປະ​ເທດ​ອາ​ຊຽນຄື ລາວ ຫວຽດນາມ​ແລະ​ໄທ​ເປັນຕົ້ນ​ໄດ້​ນຳ​ພາຄະ​ນະ​ຜູ້​ແທນ​ມາ​ເຂົ້າຮ່ວມ​ການ​ເຄື່ອນ​ໄຫວ​ຂອງ​ສັບປະດາ​ໂທ​ລະ​ຄົມ. ຫວ່າງ​ມໍ່ໆ​ນີ້, ທ່ານ​ປາລະມີ ພົມ​ມະ​ທັນ​ສີ ຮອງ​ຫົວໜ້າ​ຄະນະ​ຜູ້​ແທນ​ລາວ ຫົວໜ້າ​ກົມ​​ໄປ​ສະ​ນີ​ໂທ​ລະ​ຄົມກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ໄປສະນີ​ແລະ​ກໍ່ສ້າງ​ສປປລາວ​ໄດ້​ຕ້ອນຮັບ​ການ​ເຂົ້າ​ສຳ​ພາດ​​ໂດຍ​ສະ​ເພາະ​ຂອງ​ວິ​ທະ​ຍຸ​CRIພວກ​ເຮົາ, ທ່ານ​ໄດ້​​ແນະ​ນຳ​ສະ​ພາບ​ກ່ຽວ​ກັບຄ​ະ​ນະ​ຜູ້​ແທນ​ລາວ​ເຂົ້າ​ຮ່ວມ​ສັບ​ປະ​ດາ​ໂທລະ​ຄົມ​ຈີນ​ອາ​ຊຽນ​ເທື່ອ​ນີ້​ສູ່​ຟັງ​:

ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ວາງ​ຊູ​ຕົງ ລັດ​ຖະ​ມົນ​ຕີ​ວ່າການ​ກະຊວງ​ອຸດ​ສາ​ຫະ​ກຳ​ຂ່າວ​ສານ​ສ.ປ.ຈີນ, ຄະ​ນະ​ຜູ້​ແທນ​ສປປລາວ​ນຳ​ໂດຍ​ທ່ານ​ບົວ​ທອງ ວົງ​ລໍ​ຄຳ ລັດຖະມົນຕີ​ວ່າການ​ກະຊວງ ຄຂປກ ​ໄດ້​ເດີນທາງ​ມາ​ຮ່ວມ​ງານສັບປະດາໂທລະ​ຄົມ​ຈີນ​ອາ​ຊຽນ, ຄະນະ​ຜູ້​ແທນ​ປະກອບ​ດ້ວຍ 8 ທ່ານ, ​ໃນ​ນັ້ນຈາກ​ກະຊວງ​ ຄຂປກ 3 ທ່ານ, ​ແລະ​ຈາກ​ຮາກ​ຖານ​ການ​ຜະລິດ​ແລະ​ການ​ບໍລິການ​ໂທລະ​ຄົມ 5 ທ່ານ.

ການ​ເຄື່ອນ​ໄຫວ​ສັບປະດາ​ໂທລະ​ຄົມ​​​ຈີນ​ອາ​ຊຽນ​ເທື່ອ​ນີ້​ໄດ້​ຈັດ​ຂຶ້ນ​ແຕ່​ວັນ​ທີ 12 ຮອດ​ວັນ​ທີ 18 ພຶດສະພາ​ປີ 2005 ​ໂດຍ​ແບ່ງ​ອອກ​ເປັນ 3 ​ໄລຍະ, ຕ່າງ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ ຊຽງ​ໄຮ້​ແລະ​ເສີນ​ເຈີ້ນ. ​ໃນ​ໄລຍະ​ນີ້​ໄດ້​ຈັດ​ງານ​ສົນທະນາ​ກັນ​ລະ​ຫວ່າງ​ລັດຖະບານ​ຈີນ​ອາ​ຊຽນກັບວິ​ສາ​ຫະກິດ, ງານ​ສຳ​ມະ​ນາ​ຂໍ້​ມູນ​ຂ່າວ​ສານ​ໂທ​ລະ​ຄົມ​ຈີນ​ອາ​ຊຽນ​ຄັ້ງ​ທີ 4, ພ້ອມ​ດ້ວຍກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ເຈົ້າ​ໜ້າ​ທີ່​ຊັ້ນສູງ​ດ້ານ​ໂທລະ​ຄົມຈີນອາ​ຊຽນ​ແລະ​ອື່ນໆ. ຄະນະ​ຜູ້​ແທນ​ຂອງ​ບັນດາ​ປະ​ເທດ​ຍັງ​ໄດ້​ໄປ​ທັດ​ສະ​ນະ​ສຶກ​ສາ​ວິ​ສາ​ຫະກິດ​ທຸລະ​ກິດ​​ແລະ​ວິ​ສາ​ຫະກິດ​ຜະລິດ​ເຄື່ອງ​ປະກອບ​​ໂທລະ​ຄົມ​ຈີນ.

ທ່ານ​ປາລະມີ ພົມ​ມະ​ທັນ​ສີ​ບອກ​ພວກ​ເຮົາ​ວ່າ, ການ​ເຄື່ອນ​ໄຫວ​ຂອງ​ສັບປະດາໂທລະ​ຄົມ​ເທື່ອ​ນີ້​ໄດ້​ສ້າງ​ພາບ​ປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງທີ່​ສຸດ​​ໄວ້​​ກັບທ່ານ:

​ຂ້າພະ​ເຈົ້າຮູ້ສຶກ​ວ່າ, ການ​​​ມາ​ຮ່ວມກອງ​ປະຊຸມ​ສັບປະດາ​ໂທລະ​ຄົມ​ຈີນ​ອາຊຽນຄັ້ງ​ນີ້​​ເປັນ​ຜົນ​ປະ​ໂຫຍດດີ​ທີ່​ສຸດ​ໃຫ້​ແກ່​ຄະນະ​ຜູ້​ແທນພວກຂ້າພະ​ເຈົ້າ, ​ເປັນຕົ້ນ​ແມ່ນ​ເນື້ອ​ໃນ​ໃນ​ການ​​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ແລະ​ບັນດາ​ແນວ​ຄິດ​ຍຸດ​ທະ​ສາດ​ອັນ​ສຳຄັນທີ່​ວ່າ​ໄດ້​ກ່າວຢູ່​ໃນ​ຖະ​ແຫລ​ງການກອງ​ປະຊຸມປັກ​ກິ່ງ​ຄັ້ງນີ້, ​ເປັນ​ເນື້ອ​ໃນ​ສຳຄັນທີ່​ຈະ​ຕ້ອງ​ຜັນ​ຂະຫຍາຍ​ໃນ​ປະ​ເທດ​ພວກ​ຂ້າ​ພະ​ເຈົ້າ, ​ເພື່ອ​ການ​ຮ່ວມ​ມື​ລະຫວ່າງ​ລາວ​ກັບ​ຈີນ, ​ແລະ​ເພື່ອ​ການ​ຮ່ວມ​ມື​ລະຫວ່າງ​ລາວ​ກັບ​ອາຊຽນພາຍ​ໃຕ້​ໝາກ​ໄດ້ຜົນມາ​ສູ່​ປະ​ເທດ​ຊາດ​​ແລະ​ສັງຄົມ​ແລະ​ເພື່ອການ​ພັດທະນາ​ໂທລະ​ຄົມ​ແລະ​ເພື່ອ​​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງຄົມ​ຢ່າງ​ມີ​ທິດ​ເລັ່ງ​ແລະ​ເປົ້າໝາຍ​ຄັກ​ແນ່, ອັນ​ນີ້​ຂ້າພະ​ເຈົ້າກໍ​ຖື​ວ່າ​​ເປັນ​ຜົນ​ໄດ້, ພວກ​ຂ້າພ​ະ​ເຈົ້າ​ກໍ​ໄດ້​ຮ່ຳຮຽນ​ເອົາ​ບົດຮຽນ​ຂອງ​ປະ​ເທດ ຕ່າງໆທີ່​ໄດ້​ຍົກ​ຂຶ້ນແລກ​ປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ໃນ​ກອງ​ປະຊຸມຫັ້ນ ກໍຖື​ວ່າປະ​ເສີດ​. ມາ​ເທື່ອ​ນີ້​ ຂ້າພະ​ເຈົ້າກໍ​ຖື​ວ່າ​ໄດ້​ຮັບ​ບົດຮຽນ​ເປັນ​ຢ່າງ​ດີ. ​ສອງ, ການ​ຮັບ​ຕ້ອນ​ຂອງ​ປະ​ເທດ​ເຈົ້າພາບ​ໂດຍ​ສະ​ເພາະ​ຂອງ​ກະຊວງ​ອຸດສາຫະກຳ​ຂໍ້​ມູນ​ຂ່າວສານ​ຈີນຕໍ່​ຄະນະ​ຜູ້​ແທນ​ຂອງ​ກະຊວງ​ ຄຂປກ ລາວ​ນີ້ແມ່ນ​ມີ​ລັກສະນະພິ​ເສດ​ ອົບ​ອຸ່ນ​ ​ເປັນ​ກັນ​ເອງ ຖື​ວ່າສົມ​ກຽດ. ອັນ​ນີ້​ຂ້າພະ​ເຈົ້າປະ​ທັບ​ໃຈ​​ເປັນ​ຢ່າງ​ດີ. ສາມ, ມາ​ປັກ​ກິ່ງ​ເທື່ອ​ນີ້, ຖື​ວ່າ, ​ຍ້ອນ​ແນວທາງ​ການ​ເມືອງ​ແລະ​ແນວທາງ​ເສດ​ຖະກິດ​ຂອງ​ສປຈີນ​ແມ່ນ​ຖືກຕ້ອງ, ​ໃນ​ສະ​ພາບ​ປັດຈຸບັນ, ​ເຮັດ​ໃຫ້​ເສດຖະກິດ​ຂອງ​ສປຈີນ​ໄດ້​ຮັບ​ການ​ເຕີຍ​ໃຫຍ່​ຂະຫຍາຍຕົວ​ຢ່າງ​ໄວ​ວາ. ຂ້າພະ​ເຈົ້າມາ​ເທື່ອ​ນີ້ ​ເຫັນ​ວ່າ​ຫລາຍ​ອາຄານ​ກໍ່ສ້າງ​ຫລາຍ​ແບບໆນີລະ​ມິດ​ແປ​ວ່າ​ມັນ​ໄວ​ທີ່​ສຸດ, ​ແລະ​ມີ​ຫລາຍອຸດສາ​ຫະກຳ​ເກີດ​ຂຶ້ນ. ​ເວລາ​ຄະນະ​ຜູ້​ແທນ​ພວກຂ້າພ​ະ​ເຈົ້າຢູ່​ນີ້​ກໍໄດ້ຮັບ​ການຢ້ຽມຢາມຂອງບັນດາ​ທຸລະ​ກິດ ໂດຍ​ສະ​ເພາະ​ໂຮງ​ຈັກ​ໂຮງງານ ບັນດາ​ບໍລິສັດ​ບໍລິການດ້ານ​ໂທລະ​ຄົມICT​ເຂົ້າພົບ, ​ຖື​ວ່າ​ເປັນ​ບໍລິສັດ​ໃຫຍ່ທີ່​ຜະລິດ​ອຸປະກອນ​ທີ່​ໄດ້​ລະດັບ​ມາດຖານ​​ໃນ​ໂລກ​ແລະ​ກໍ​ປະສົບ​ຜົນສຳ​ເລັດ​ທາງ​ດ້ານ​ບໍລິການ​ອັນ​ໃຫຍ່​ຫລວງ. ​ເຂົາ​ມາ​ພົບ​ແມ່ນ​ຢາກ​​ເຂົ້າ​ໄປ​ຮ່ວມທຸລະ​ກິດ ​ໄປ​ລົງ​ທຶນ​ ​​ໄປ​ໃຫ້​ຊ່ອຍ​ໃນ​ການ​ກູ້​ຢືມ​ທຶນຮອນ​ຫລື​ຊ່ອຍໃນ​ດ້ານ​ວິ​ສາວະ​ກຳດ້ານ​ຊ່ຽວຊານ​ ທີ່​ປຶກສາຕ່າງໆ. ອັນ​ນີ້​ກໍ​ເປັນ​ໜ້າ​ປະ​ທັບ​ໃຈ​ເປັນ​ຢ່າງ​ຍິ່ງ​, ​ບັນຫາ​ອື່ນໆ​​ກໍ​ແມ່ນ​ບັນຍາກາດ​ໃນ​ການ​ພົບ​ປະ​​​ແລກປ່ຽນຄຳ​ຄິດ​ຄຳ​ເຫັນ​ກັບ​ບັນດາ​ຜູ້​ແທນ​​ແລະອົງການຈັດຕັ້ງສາກົນຕ່າງໆ​ກໍ​ຖື​ວ່າ​ດີ, ອັນ​ນີ້​ຂ້າພະ​ເຈົ້າກໍ​ເປັນອັນ​ປະ​ທັບ​ໃຈຢ່າງ​ຫລວງຫລາຍ​ທີ່​ສຸດ​ໃນ​ການ​ເຂົ້າຮ່ວມ​ກອງ​ປະຊຸມ​ສັບປະດາ​ໂທລະ​ຄົມ​ຈີນ​ອາ​ຊຽນ​ເທື່ອ​ນີ້.

ແຕ່​ໃດ​ມາ, ລັດຖະບານ​ຈີນ​ກໍໄດ້​ເອົາ​ໃຈ​ໃສ່​ທີ່​ສຸດ​ນຳ​ການ​ພົວພັນ​ຮ່ວມ​ມື​ດ້ວຍໄມ​ຕີ​ຈິດ​ກັບ​ບັນດາ​ປະ​ເທດ​ອາຊຽນ, ​ສັບປະດາ​ໂທລະ​ຄົມ​ຈີນ​ອາ​ຊຽນ​ເທື່ອ​ນີ້​ແມ່ນທ່ານ​ເວີນ​ເຈຍ​ປາວ ນາຍົກ​ລັດຖະ​ມົນຕີ​ຈີນ​ສະ​ເໜີ​ອອກ​ມາໃນ​ກອງ​ປະຊຸມ​ສຸດ​ຍອດ​ອາຊຽນຄັ້ງທີ 8 ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ຫລວງ​ວຽງຈັນ​ເມື່ອ​ເດືອນ​ພະຈິກ​ປີ 2004 , ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຢ່າງ​ຕັ້ງໜ້າ​ຈາກ​ຜູ້ນຳ​ບັນດາ​ປະ​ເທດ​ອາ​ຊຽນ. ທ່ານ​ຮວງ​ຈູ ຮອງ​ນາຍົກລັດຖະມົນຕີຈີນ​ໄດ້​ເຂົ້າຮ່ວມ​ພິທີ​ໄຂ​ສັບປະດາ​ໂທລະ​ຄົມ​ເທື່ອ​ນີ້, ທ່ານ​ຫວັງ​ໃຫ້​ສອງ​ຝ່າຍລົງ​ເລິກ​ແລະ​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​ຂໍ້​ມູນ​ຂ່າວສານ​ໂທລະ​ຄົມ​​ຢ່າງຮອບດ້ານ​ຕາມ​ຫລັກການ​ສະ​ເໝີ​ພາບ ຕ່າງ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ​ຮ່ວມ​ມື​ກັນ​​ແລະໄດ້​ຮັບ​ຜົນ​ປະ​ໂຫຍ​ດນຳ​ກັນບົນ​ພື້ນຖານ​ຮ່ວມ​ມື​ໃນ​ເມື່ອ​ກ່ອນ.

ທ່ານ​ປາລະມີ ພົມ​ມະ​ທັນ​ສີ​ໄດ້​ສະ​ແດງ​ຄວາມ​ເຫັນ​ດີ​​ເຫັນ​ພ້ອມ​ນຳ​ເລື່ອງ​ນີ້. ທ່ານ​ເຫັນ​ວ່າ, ສັບປະດາ​ໂທລະ​ຄົມ​ຈີນ​ອາ​ຊຽນ​ຈັດ​ຂຶ້ນຢ່າງ​ສຳ​ເລັດ​ຜົນ​ມີ​ຄວາມ​ໝາຍ​​ເລິກ​ເຊິ່ງຍາວ​ໄກ​ຕໍ່​ການ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມືກັນ​ດ້ວຍ​ໄມຕີ​ຈິດ​ລະຫວ່າງ​ຈີນ​ກັບ​ອາ​ຊຽນທີ່​ມີ​ຢູ່​ແລ້ວ.

ສັບປະດາ​ໂທ​ລະ​ຄົມ​ອາ​ຊຽນຈີນ​ມີຄວາມ​ສຳຄັນ​ຕໍ່​ການ​ຮ່ວມ​ມື​ດ້ານ​ໂທລະ​ຄົມ ICT ​ແລະ​ການ​ຮ່ວມ​ມື​ດ້ານ​ອື່ນໆ​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ​ດ້ານ​ເສດຖະກິດ ດ້ານ​ອຸດສາຫະກຳ ດ້ານ​ການ​ຄ້າ​ລະຫວ່າງ​ອາ​ຊຽນກັບ​ຈີນ ​ແລະ​ລະຫ​ວ່າງ​ສອງ​ປະ​ເທດດ້ວຍ​ກັນ​ຄື​ຈີນ​ກັບ​​ແຕ່ລະສະມາຊິກອາ​ຊຽນ, ​ແລະ​ກໍ​ມີຄວາມ​ສຳຄັນ​ເປັນ​ຖານະ​ບົດບາດ​ລວມ​ເພື່ອ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດລວມຂອງ​ອາຊີ​ປາຊີ​ຟິກຕໍ່​ນະ​ໂຍບາຍ​ເສດຖະກິດ​ການ​ຄ້າ​ໃນ​ທົ່ວ​ໂລກ​ອີກ​ດ້ວຍ. ລະອຽດ: ກອງ​ປະຊຸມ​ຄັ້ງນີ້​ໄດ້​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ​ກ່ຽວ​ກັບ​ການ​ຮ່ວມ​ມື​ພັດທະນາດ້ານICT ​ໃນ​ຂົງ​ເຂດ​ອາຊີ​ປາຊີ​ຟິກ, ຂຸດ​ຄົ້ນນຳ​ໃຊ້​ທ່າ​ແຮງ​ລວມລະຫວ່າງ 10 ປະ​ເທດສະມາຊິກ​ຂອງ​ອາຊຽນ​ແລະ​ຈີນ, ​ເໝືອນ​ດັ່ງ​ບັນດາ​ທ່ານ​ໄດ້​ຮັບ​ຊາບ​ແລ້ວ, ICT ​ແມ່ນ​ຂະ​ບວນ​ໂລກາ​ວິວັດ​ຂອງ​ການ​ສື່​ສານ​ທີ່​ທັນ​ສະ​ໄໝ​ຂອງຕົ້ນສັດ​ຄະ​ວັດ​ທີ 21, ​ແຕ່ລະ​ປະ​ເທດ​ຕ້ອງ​ນຳ​ໃຊ້ICT​ເປັນ​ພາຫະນະ, ​ເປັນ​ຂໍ້​ກຸນ​ແຈ​ກ້າວໄປ​ສູ່​ການ​ພັດທະນາ​ດ້ານ​ເສດຖະກິດ, ອຸດສາຫະກຳການ​ຜະລິດ, ການ​ສຶກສາ​ວັດທະນະທຳ​ສັງຄົມ, ສ້າງ​ຄວາມ​ສີວິ​ໄລ​ອຸດົມ​ຮັ່ງມີ​ໃຫ້​ແກ່​ປະ​ເທດ​ຊາດ. ດ້ວຍ​ຈິດ​ໃຈ​ດັ່ງກ່າວ, ​ຢູ່​​ໃນປະ​ເທດ​ໃດ, ຂົງ​ເຂດ​ຊົນນະບົດ​ໃດ​ຍັງ​ບໍ່​ທັນ​ມີ​ຕາ​ໜ່າງຊົມ​​ໃຊ້ICT​ໄປ​ເຖິງ, ​ກໍ່ຕ້ອງ​ພັດທະນາICT​ໃຫ້​ໄປ​ເຖິງ, ​ເພື່ອ​ໃຫ້ປະຊາຊົນ​​ໄດ້​ຊົມ​ໃຊ້, ​ເພື່ອ​ລົບ​ລ້າງ​ການ​ດ້ອຍ​ໂອກາດ​​ໃນ​ການນຳ​ໃຊ້ICT ​ແລະ​​ເພື່ອແກ້​ໄຂ​ຄວາມ​ທຸກ​ຍາກ​ຂອງ​ປະຊາຊົນ.
ກອງ​ປະຊຸມຄັ້ງນີ້​ໄດ້​ປຶກສາ​ຫາລື​ໃນ​ຫລາຍ​ບັນຫາ​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ​ເພື່ອ​ເປັນ​ທິດ​ທາງ​ລວມ​ໃນ​ການ​ຮ່ວມ​ມື​ເປັນຕົ້ນ: 1, ດ້ານ​ອຸດສາຫະກຳ ​ເຕັກ​ໂນ​ໂລ​ຍີ​ຂ່າວສານ; 2, ການ​ບໍລິການ​ນຳ​ໃຊ້ICTຢ່າງ​ກວ້າງຂວາງ​ທົ່ວ​ເຖິງ, ບໍ່​ໃຫ້​ມີ​ເຂດ​ທີ່​ຍັງ​ດ້ອຍ​ໂອກາດ; 3, ສົ່ງ​ເສີມ​ການ​ຄ້າ​ອຸປະກອນ​ເອ​ເລັກ​ໂຕຼນິກ​ໂທລະ​ຄົມລະຫວ່າງ​ປະ​ເທດ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ; 4, ການ​ພັດທະນາ​ໂຄງ​ລ່າງ​ພື້ນຖານICT ​ໂຄງການ​ກໍ່ສ້າງ​ສາຍ​ສົ່ງ​ຂ່າວສານ​ຄວາມ​ໄວ​ສູງ​ລະຫວ່າງ 6 ປະ​ເທດ​ລ້ອງ​ແມ່​ນ້ຳຂອງ(GMS)ຊຶ່ງ​ມີ​ທັງສປປລາວ ຈີນ ຫວຽດນາມ ກຳປູ​ເຈຍ ​ໄທ ​ແລະ​ມຽນມາ; 5, ການ​ພັດທະນາ​ຊັບພະຍາກອນ​ມະນຸດທາງດ້ານ​ICT; 6, ການ​ປ້ອງ​ກັນ​ລະບົບ​ຂໍ້​ມູນ​ຂ່າວສານ, ບໍ່​ໃຫ້ຂໍ້​ມູນ​ຂ່າວສານ​ຖືກ​ທຳລາຍ, ບໍ່​ໃຫ້​ຖືກ​ປະປົນ​ເນື້ອ​ໃນ, ບໍ່​ໃຫ້​ເນື້ອ​ໃນ​ຖືກ​ລັກ​ລອບ​ໄປ; 7, ການ​ຮ່ວມ​ມື​ທາງ​ດ້ານ​ການ​ລົງທຶນ​ລະຫວ່າງ​ປະ​ເທດ, ໝາຍ​ຄວາມ​ວ່າ, ​ໃນ 10 ປະ​ເທດ​ບວກ​ກັບ​ຈີນ​ນີ້, ​ແມ່ນ​ການ​ຮ່ວມ​ມື​ຊ່ອຍ​ເຫຼືອກັນ, ​ແລະ​ກັນ​ການ​ຂາດຂຶນທຶນ​ຮອນ ອຸ​ກະ​ກອນການ​ລົງທຶນ​ກໍ່ສ້າງ​ພຶ້ນຖານ, ​ແລະທາງ​ດ້ານ​ຊັບພະຍາກອນ​ມະນຸດ​ຕ່າງໆນັ້ນ, ​​ແມ່ນເພິ່ງ​ພາ​ອາ​ໄສ​ເຊິ່ງກັນ​ແລະ​ກັນ​ແລະ​ຊ່ອຍ​ເຫຼືອກັນ; 8, ການ​ຊຸກ​ຍູ້​ໃຫ້​ມີ​ການ​ພົວພັນລະຫວ່າງ​ສອງ​ຝ່າຍ​, ​ໝາຍ​ຄວາມ​ວ່າ, ​ໃນ 10 ປະ​ເທດ​ບວກ​ກັບ​ຈີນ​ນີ້, ​ມີ​ການ​ພົວພັນ​ລະຫວ່າງຈີນ​ກັບ​ແຕ່ລະປະ​ເທດ​ອາຊຽນກໍ​ເປັນ​ໄປ​ໄດ້ສອງ​ຝ່າຍ, ຫລື​ວ່າຈີນ​ກັບ​ຫລາຍ​ປະ​ເທດທີ່​ເຊັນ​ຢູ່​ໃນGMSກໍ​ມີ​ການ​ພົວພັນ​ເປັນ​ໄປ​ໄດ້​ບໍ່​ແມ່ນ​ວ່າ​ມີ​ແຕ່​ອາ​ຊຽນກັບ​ຈີນ. ອັນ​ນີ້​ກໍ​ແມ່ນ​ບັນຫາ​ສຳຄັນ​ທີ່​​ພວກ​ເຮົາ​ໄດ້ເອົາ​ມາ​ປຶກສາ​ຫາລື​ກັນ​ແລະ​ເປັນ​ເອກະ​ພາບ​ກັນ​ແລ້ວ. ສຸດ​ທ້າຍ, ກໍ​ຕ້ອງ​ຜ່ານ​ຍັດຕິ, ໝາຍ​ຄວາມ​ວ່າ​ຖະ​ແຫລ​ງການ​ຂອງ​ປັກ​ກິ່ງ​ກ່ຽວ​ກັບ​ການ​ຮ່ວມ​ມື​ຊ່ອຍ​ເຫຼືອກັນ​ພັດທະນາ​ທາງ​ດ້ານICT, ​​ແລະ​ໃຫ້​ບັນດາ​ປະ​ເທດ​ມີ​ສ່ວນ​ຮ່ວມ​ໃນ​ການພັດທະນາ​ເສດຖະກິດ​ສັງຄົມ​ເຂົ້າຮ່ວມ​ກັນ. ອັນ​ນີ້​ກໍ​ແມ່ນ​ເນື້ອ​ໃນ​​​ເວົ້າໃນ​ຖະ​ແຫລ​ງການ​ປັກ​ກິ່ງ​ຢ່າງ​ລະອຽດ​ແລ້ວ.

ຂອບ​ໃຈ​ທ່ານ​ປາລະມີ ທີ່ໄດ້​ສະຫຼະ​ເວລາ​ອັນ​ລ້ຳ​ຄ່າ​ຮັບ​ການ​ສຳພາດ​ຂອງ​ພວກ​ເຮົາ, ​ພ້ອມ​ທັງ​ຂໍ​ຂອບ​ໃຈ​ເພື່ອນ​ຜູ້​ຟັງ​ທີ່​ພວມ​ຮັບ​ຟັງ​ລາຍ​ການ​ນີ້.