ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-24 14:44:54    
ອົງການ​ອະນາ​ໄມ​ຂອງ​ເຂດ​ຊົນ​ເຜົ່າ​ປົກ​ຄອງ​ຕົນ​ເອງ​ຂອງ​ຈີນ​ມີ 15230 ອົງ​ການ

cri Author: li
ຕາມ​ຂ່າວສານ​ຊິນ​ຮວາ: ສະຖິຕິ​ຫຼ້າສຸດ​ຂອງ​ຄະນະ​ກຳມະການ​ຊົນ​​ເຜົ່າ​ແຫ່ງ​ລັດ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ,ນັບ​ມາ​ຮອດ​ທ້າຍ​ປີ 2003 ຢູ່​ຈີນ​ໄດ້​ມີ​ອົງການ​ອະນາ​ໄມ​​ໃນ​ເຂດ​ຊົນ​​ເຜົ່າ​ປົກຄອງ​ຕົນ​ເອງ​ເຖິງ 15230 ອົງການ,​ໃນ​ນັ້ນ ​ໂຮງໝໍ​ແລະ​ສຸກສາລາ​ມີ 11768 ​ແຫ່ງ,ມີນາຍ​ໝໍ 208246 ຄົນ.

ຄະນະ​ກຳມະການ​ຊົນ​ເຜົ່າ​ແຫ່ງ​ລັດ​ຈີນ​ແນະ​ນຳ​ວ່າ,​ເຂດ​ຊົນ​​ເຜົ່າ​ໄດ້​ດັດ​ສ້າງ​ສຸກສາລາ​ຊົນນະບົດ​ໃຫ້​ປະກອບ​ເປັນ​ຊຸດ,​​ສ້າງ​ໂຮງ​ປ້ອງ​ກັນ​ພະຍາດ​ແລະ​ໂຮງ​ຮັກສາ​ສຸຂະພາບ​ແມ່​ແລະ​ເດັກຂັ້ນ​ເມືອງ,ຄວາມ​ສາມາດ​ບໍລິການ​ດ້ານ​ສາທາ​ລະນະ​ສຸກ​ໄດ້​​​ເພີ່ມ​ຂຶ້ນ. ​ແຕ່ປິ 1991 ​ເປັນຕົ້ນມາ,​ເຂດ​ນິງ​ເຊຍ​ເຜົ່າ​ຮຸຍ​ປົກຄອງ​ຕົນ​ເອງ​ໄດ້​ຫ້າງ​ຫາ​ເງິນ​ທຶນ,​ເພື່ອ​ສ້ອມ​ແປງ​ຫຼື​ຂະຫຍາຍ​ສ້າງ​ສຸກສາລາ 109 ​ແຫ່ງ,ໂຮງ​ປ້ອງ​ກັນ​ພະຍາດ ​10 ​​ແຫ່ງ​ແລະ​ໂຮງ​ຮັກສາ​ສຸຂະພາບ​ແມ່​ແລະ​ເດັກ​ 10 ​​ແຫ່ງໃນ​ທົ່ວ​ເຂດ,​ແລະ​ໄດ້​ປະກອບ​ເຄື່ອງ​​ປິ່ນປົວ​​ໃໝ່. ​ເມືອງ 80% ຂຶ້ນ​ໄປ​ຂ​ອງ​ເຂດ​ຕິ​ເບດ​ປົກຄອງ​ຕົນ​ເອງ​ໄດ້​ສ້າງ​ຕັ້ງ​ສຸກສາລາ. ພາລະກິດ​ສາທາລະນະ​ສຸກ​ຂອງ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ຈີນ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ,​ໄດ້​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ໃນ​ການ​ຮັກສາ​ສຸຂະພາບ​ຂອງ​ປະຊາຊົນ,ຍົກ​ຄຸນ​ທາດ​ຂອງ​ຊົນ​ເຜົ່າ​ໃຫ້​ສູງ​ຂຶ້ນ​ແລະ​ເພີ່ມ​ຄວາມ​ສາມັກຄີ​ລະຫວ່າງ​ຊົນ​ເຜົ່າ​ຕ່າງໆ​ເປັນຕົ້ນ.

ປັດຈຸບັນ ຢູ່​ເຂດ​ຊົນ​ເຜົ່າ​ປົກຄອງ​ຕົນ​ເອງ​ຂອງ​ຈີນ​ມີ​ອົງການ​ປ້ອງ​ກັນ​ພະຍາດ​ແລະ​ປິ່ນປົວ​ພະຍາດ​ສະ​ເພາະ 934 ​ແຫ່ງ,​ມີໂຮງ​ຮັກສາ​ສຸຂະພາບ​ແມ່​ແລະ​ເດັກ 371 ​ແຫ່ງ. ຜູ້​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງ​ຄະນະ​ກຳມະການ​ຊົນ​ເຜົ່າ​ແຫ່​ງລັດ​ຈີນ​ເວົ້າວ່າ,ອົງການ​ປົກຄອງ​ທຸກຂັ້ນ​ຂອງເຂດ​ຊົນ​ເຜົ່າ​​​ໄດ້​ດຳ​ເນີນ​ການ​ປ້ອງ​ກັນ​ປິ່ນປົວ​ຢ່າງ​ສັງ​ລວມ,​ສຸມ​ກຳລັງ​ກຳຈັດ​ແລະ​ຄວບ​ຄຸມ​ບາງ​ພະຍາດ​ຕິດ​ແປດ​ທີ່​​ເປັນ​ໄພ​ໜັກໜ່ວງ. ​ເຂດ​ຊົນ​ເຜົ່າ​ໄດ້​ເພີ່ມ​ທະວີ​ການ​ກໍ່​ສ້າງ​ກົນ​ໄກ​ຊຳລະ​ເຫດການ​ສຸກ​ເສີນ​ສາທາ​ລະນະ​ສຸກ,ວາງ​​ແລະ​ປົວ​ແປງ​ແຜນການ​ສຸກ​ເສີນ,ບູລະນະ​​ເຄືອຂ່າຍ​ຂ່າວ​ຄາວ​ອິນ​ເຕີ​ແນັດ,ສ້າງຖັນ​ແຖວ​ຊຳລະ​ເຫດການ​ສຸກ​ເສີນ,ຍົກ​ຄວາມ​ສາມາດ​ຊຳລະ​​ເຫດການ​ສຸກ​ເສີນ​ໃຫ້​ສູງຂຶ້ນ. ​ໄດ້​​ໃຊ້​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ລາຍ​ງານ​ຜູ້​ເປັນ​ພະຍາດ​ຕິດ​ແປດ​,ອັນ​ໄດ້​ລາຍ​ງານ​ສະພາບ​ພະຍາດ​ຢ່າງ​ທັນ​ການ,​ໄວ​ແລະ​​ແມ່ນ​ຢຳ​​,​ໄດ້​ບັນລຸ​ການ​​ເຮັດ​ສະຕິ​ຖິ​ແລະ​ວິ​ເຄາະ​ສະພາບ​ຕິດຕາມ​ກວດກາ​ພະຍາດ​ຕິດ​ແປດ​ແລະ​ເຫດການ​ສາທາ​ລະນະ​ສຸກ​ທີ່​ເກີດ​ຂຶ້ນ​ກະທັນຫັນ.

ຜູ້​ຮັບ​ຜິດ​ຊອບ​ຜູ້​ນີ້​ເວົ້າວ່າ,​ໃນຫຼາຍປີ​ມາ​ນີ້ ໃນ​ຂະນະ​ທີ່​ເພີ່ມ​ທະວີ​ການ​ສຶກສາ​ສຸຂະພາບ​ທົ່ວ​ປວງ​ຊົນນັ້ນ,​ເຂດ​ຊົນ​ເຜົ່າ​ໄດ້​ສ້າງຖັນ​ແຖວ​ສາທາ​ລະນະ​ສຸກ​ວິຊາ​ສະ​ເພາະ​ປະ​ເພດ​ຕ່າງໆ,ດຳ​ເນີນ​ວຽກ​ງານ​ປົວ​ແປງ​ນ້ຳ,ສ້ວມ​ຖ່າຍ​ແລະ​ຊຳລະ​ຂີ້​ເຫຍື້ອ​ເປັນຕົ້ນ,ດຳ​ເນີນ​ການ​ປົວ​ແປງ​ສາທາ​ລະນະ​ສຸກ​ແບບ​ສັງ​ລວມ​ຢູ່​ຕົວ​ເມືອງ​ແລະ​ຊົນນະບົດ. ​ໄດ້​ເປີດ​ກວ້າງ​ຂອບ​​ເຂດ​ບໍລິການ​ຮັກສາ​ສຸຂະພາບ​ໃຫ້​ແມ່​ແລະ​ເດັກ, ກວດ​ແລະ​ປົວ​ພະຍາດ​ທີ່​ມັກ​ເປັນແລະ​ມີ​ຜູ້​ເປັນຫຼາຍ. ​ໄດ້​​ເຮັດ​ວຽກ​ຄຸມ​ກຳ​​ເນີດ​ແລະ​ສັກ​ວັກ​ແຊງ​ພາກ​ບັງຄັບ​ຢ່າງ​ແທ້​ຈິງ,​ອັດຕາ​ການ​ຕາຍ​ຂອງ​ແມ່ຍິງ​ຖືພາ​ແລະ​ແມ່​ມານ​ພ້ອມ​ດ້ວຍ​ອັດຕາ​ການ​ຕາຍ​ຂອງ​ເດັກ​ແດງ​ໄດ້​ຖືກ​ຄວບ​ຄຸມ​ຢ່າງ​ບັງ​ເກີດ​ຜົນ,ອາຍຸ​ສະ​ເລ່ຍ​ຂອງ​ປະຊາ​ກອນ​ໄດ້​ສູງ​ຂຶ້ນ​ຢ່າງ​ເດັ່ນ​ຊັດ.