ສະບາຍດີ, ທ່ານຜູ່ຟັງທີ່ເຄົາລົບ. ຫວ່າງມໍ່ໆນີ້, ປັກກິ່ງທີ່ຫາກໍ່ເຂົ້າສູ່ລະດູຮ້ອນໄດ້ມີຝົນຕົກແຮງຢ່າງເປັນໜ້າດີໃຈ. ນ້ຳຝົນໄດ້ລ້າງສ່ວຍຈົນອາກາດສົດຊື່ນທີ່ສຸດ, ຕົ້ນໄມ້ຕົ້ນຫຍ້າກໍຂຽວງາມສະອຸ້ມ, ເປັນໜ້າຊົມຊື່ນ. ສ່ວນຄັນຮົ່ມນານາກໍແຮ່ງຄືກັບດອກໄມ້ທີ່ສວນສົດງົດງາມ, ບານເຮື່ອເຮືອງໃນທ່າມກາງສາຍຝົນ……
"ເຮົາທັງສອງຄຽງບ່າກັນກັ້ງຄັນຮົ່ມດຽວກັນ, ເບິ່ງແຍງກັນ, ເຮົາທັງສອງສູ້ລົມແຂ່ງຝົນ, ບໍ່ປ່ຽວພອຍ. ເຈົ້າກັບຂ້ອຍກັ້ງຄັນຮົ່ມດຽວກັນ, ເຮົາຈູງແຂນເປັນໝູ່ກັນຈັ່ງແມ່ນອົ່ບອຸ່ນ, ເຖິງວ່າເສື້ອຜ້າຖືກຝົນຈົນປຽກກໍ່ຕາມ, ເຮົາທັງສອງເບິ່ງແຍງກັນ, ເປັນຈິດໜຶ່ງໃຈດຽວກັນ, ຝົນຈະຕົກແຮງ,ເສື້ອຜ້າຈະປຽກໝົດ, ກໍ່ດີໃຈ."
ທ່ານຜູ້ຟັງທີ່ຮັກແພງ, ທີ່ຟັງມານັ້ນແມ່ນເພງມ່ວນຊື່ນທີ່ຊື່ວ່າ ອີ້ປາສ້ຽວຢູສານ ຄັນຮົ່ມນ້ອຍຄັນໜຶ່ງ, ເຊິ່ງໄດ້ວາດພາບສະພາບສອງຄົນກັ້ງຄັນຮົ່ມຄັນດຽວກັນຕ່າງອີງອາໄສກັນ. ແມ່ນແລ້ວ, ຖ້າສອງຄົນຕ່າງໃຫ້ຄວາມອົບອຸ່ນແກ່ກັນ, ລົມຈະພັດ, ຝົນຈະຕົກຮຳແຮງປານໃດກໍບໍ່ຢ້ານ:
"ເມື່ອຮັກບໍ່ສົມຫວັງກໍ່ຢ່າໄປຕິໃຜ, ເພາະວ່າເຮົາໄດ້ພົບກັນກໍແມ່ນເລື່ອງທີ່ດີງາມແລ້ວ. ເຖິງນ້ຳຕາຈະໄຫຼ່ຈົນເຫືອດແຫ້ງ, ຖືກບາດໃຈແຮງເຫຼືອເກີນ, ຄວາມປາຖະໜາກາຍເປັນເຖົ່າຖ່ານກໍບໍ່ເປັນຫຍັງ. ຂ້ອຍແຕກອອກຈາກຝັກຫຼອກກາຍເປັນແມງກະເບື້ອ, ຍິນດີບິນຄຽງຄູ່ກັບເຈົ້າ. ຂ້ອຍບິນໄປຫາເຈົ້າໃນສາຍຝົນທີ່ອ່ອນໂຍນ, ຄຶດເຫັນຈະໄດ້ຢູ່ໃນອ້ອມກອດຂອງເຈົ້າ, ທາງໄກກໍບໍ່ຮູ້ເມື່ອຍ. ຂ້ອນບິນໄປຕາມເຈົ້າໃນສາຍຝົນລົມທີ່ອ່ອມໂຍນ, ເຈົ້າບໍ່ຈົ່ມ, ຂ້ອຍກໍ່ບໍ່ກິນແໜງ, ຄວາມຮັກຈັ່ງແມ່ນຈົບງາມ, ຂ້ອຍເພີດເພີນຢູ່ໃນຄວາມຮັກ." ທີ່ຟັງມານັ້ນແມ່ນເພງ ຢູເຕຍະ ແມງກະເບື້ອໃນສາຍຝົນ ທີ່ຂັບຮ້ອງໂດຍນາງຫຼີອີ້ຈຸ່ນ.
ເມື່ອຟັງມາຮອດນີ້, ທ່ານອາດຈະຮ້ສຶກູແລ້ວ, ຫົວຂໍ້ດົນຕີຂອງພວກເຮົາມື້ນີ້ແມ່ນຝົນໃນລະດູຮ້ອນ. ລະດູຮ້ອນແມ່ນລະດູທີສອງໃນປີໜຶ່ງ, ເມື່ອເວົ້າເຖິງລະດູຮ້ອນ, ຄົນທັງຫຼາຍມັກຈະຄຶດເຫັນຕົ້ນໄມ້ໃບຂຽວທີ່ດົກໜາເປັນຮົ່ມແລະເຕັມໄປ້ດ້ວຍຄວາມມີຊີວິດຊີວາ. ແຕ່ຫຼັງຈາກຝົນໃນລະດູຮ້ອນຕົກຮ່າໜຶ່ງແລ້ວ, ດອກໄມ້ທີ່ເຄີຍສວຍງາມອາດຈະຮ່ວມໂຮຍກາຍເປັນຄວາມຫວນຄິດອັນສວຍງາມທີ່ສຸດ ກໍອາດຈະກາຍເປັນຄວາມເສົ້າເສຍດາຍທີ່ສຸດໃນໃຈ.
"ຮັກຄົນຜູ່ໜຶ່ງຈະຮັກໄດ້ດົນປານໃດ, ຄວາມເສຍໃຈຮອດຍາມໃດຈຶ່ງຈະສຸດສ້ຽງ, ຝົນກີບດອກໄມ້ທີ່ຮ່ວງລົງເໝືອນສາຍຝົນກໍຄືກັບຄວາມຮັກຂອງຂ້ອຍ, ບໍ່ມີເຈົ້າ, ມີແຕ່ຕົກຫຼົ່ນໃນສາຍລົມ". ທ່ານຜູ່ຟັງທີ່ໂຄລົບ, ທີ່ຟັງມານັ້ນແມ່ນເພງທີ່ໃຫ້ຊື່ວ່າ ຮວາປ້ານຢູ ຝົນກີບດອກໄມ້ ເຊິ່ງຂັບຮ້ອງໂດຍທ່ານທົງອ່ານເກີ.
ບາງຄົນເວົ້າວ່າ, ນ້ຳຝົນແມ່ນນ້ຳຕາຂອງເທວະດາ. ໃນໃຈຂອງຄົນທີ່ອາລົມບໍ່ດີ, ຄວາມຮູ້ສຶກແນວນີ້ແມ່ນແຮງກ້າທີ່ສຸດ. ຟັງແມ, ໃນເພງຂອງທ່ານສີຊິນ, ນ້ຳຝົນກໍໄຮ້ຄວາມປານີ.
"ຍັງຈື່ໄດ້ດີໃນຕອນຄ່ຳຄືກັນນີ້, ເຈົ້າກັບຂ້ອຍຢືນຢູ່ໃນສາຍຝົນ, ຂ້ອຍບໍ່ເຄີຍລືມຄວາມຮູ້ສຶກໃນເວລາເຮົາແຍກກັນໄປ, ໃນສານຝົນຂ້ອຍຄືບໍ່ຮູ້ຈັກເຈົ້າ. ນ້ຳຝົນທີ່ໄຮ້ຄວາມປານີເຮັດໃຫ້ຂ້ອຍຕື່ນຕົວ, ນ້ຳຕາຂ້ອຍໄຫຼລົງຄືນ້ຳຝົນ. ເຈົ້າຜູ່ໃຈດຳບໍ່ຫຼຽວແລອະດີດອີກ, ປະຕິເສດຄວາມຮັກຂອງຂ້ອຍແຕ່ນີ້ໄປ."
ນ້ຳຝົນ ນ້ຳຕາແລະອາລົມໃນຍາມຈາກກັນ, ໃນເພງ ອູສິງເຕີ່ຢູ ອູສິງເຕີ່ໜີ ນ້ຳຝົນແລະເຈົ້າໄຮ້ຄວາມປານີ, ທ່ານສີຊິນໄດ້ສະແດງຄວາມເສຍໃຈຂອງຜູ່ຜິດຫວັງໄດ້ດີທີ່ສຸດ.
ມີອີກເພງໜຶ່ງກໍເວົ້າເຖິງນ້ຳຝົນຄືກັນ, ແຕ່ຄວາມຮູ້ສຶກຂອງນາງຮວງຊ່ຽງອີ ພັດຕ່າງກັນຫຼາຍ. ນາງຖືນ້ຳຝົນເປັນນ້ຳອະມະລິດສຳລັບດອກໄມ້ດອກຕອກ, ແມ່ນນ້ຳທິບນ້ຳມົນຈົນນາງຮວງຊ່ຽງອີໄດ້ຖິ້ມຄັນຮົ່ມ, ແຫງນໜ້າຮັບເອົານ້ຳຝົນຢ່າງສົມອົກສົມໃຈ.
"ທ້ອງຟ້າສີບົດໆ, ເຝື້ອຄ່ອຍໆໂຮມເຂົ້າກັນ, ຄົນທຽວູທາງຟ້າວແລ່ນຫາບ່ອນຊົ້ນຝົນ, ຂ້ອຍກັບເຈົ້າພັດດີໃຈ, ຕັ້ງປະຄັນຮົ່ມໄວ້ຢູ່ເຮືອນ. ອາກາດມື້ນີ້ຈັ່ງແມ່ນຖືກໃຈ, ສ້າງເລື່ອງຫວນຄືນໄວ້ມື້ໜ້າ, ເຮັດເລື້ອງທີ່ປ່ວງບ້າໃນເວລານີ້, ຖ້າຄຶດຫຼາຍຈະເສຍບັນຍາກາດ. ຢູ່ຮ້ານກາເຟທີ່ກາງແຈ້ງພວມກະຈາຍເພງເຕັ້ນລຳ, ມີແຕ່ຢາກແລ່ນອອກໄປຮຳຝົນນຳກັນກັບເຈົ້າ. ຈັບມືທີ່ປຽກໆແຕ່ອົ່ບອຸ່ນຂອງເຈົ້າ, ເຖິງວ່າຄືກັບໄກ່ຕົກນ້ຳ, ແຕ່ຮູ້ສຶກຊື່ນໃຈ, ເຖິງມີຄົນເບິ່ງດ້ວຍສາຍຕາປະຫຼາດກໍ່ບໍ່ເປັນຫຍັງ. ໃນຂະນະນີ້, ໂລກເປັນຂອງຂ້ອຍແລະເຈົ້າ. ໂລກທີ່ມົວໆມີສະເຫນພິເສດ. ເພີ່ມຄວາມມ່ວນຊື່ນໃຫ້ແກ່ຊີວິດໃນມື້ທຳມະດາ, ໂລກໃນວິນາທີນີ້, ມີແຕ່ຂ້ອຍກັບເຈົ້າຈູບນ້ຳຝົນ."
ຟັງເບິ່ງ, ຟັງເບິ່ງ, ສອງຄົນທັງຮຳຝົນທັງຈູບນ້ຳຝົນ, ຈັ່ງແມ່ນບ້າແທ້ໆ, ກໍ່ເຕັມໄປດ້ວຍຄວາມບັນຍາກາດໂລມັງຕິກ, ຢ່າເປັນຫວັດກໍແລ້ວກັນ, ເພາະວ່າເມື່ອຝົນເອື້ອນແລ້ວ, ທ້ອງຟ້າປອດໂປ່ງ, ສົມບູນຍັງຫວັງພົບກັບເພື່ອນຜູ່ຟັງໃນລາຍການດ້ວຍຄວາມມ່ວນຊື່ນ. ລາຍການນັດພົບກັນໃນວັນອາທິດຂອງມື້ນີ້ຂໍສ້ຽງສຸດລົງພຽງທໍ່ນີ້, ຂອບໃຈທີ່ທ່ານໄດ້ຮັບຟັງ, ພົບກັນໃໝ່ໃນອາທິດໜ້າ.
|