ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-24 16:45:44    
ການ​ປົວ​ແປງ​ດິນ​ຊາຍ​ຕາມ​ຫຼັກ​ວິ​ທະ​ຍາ​ສາດ​ເຮັດ​ໃຫ້​ທົ່ງ​ຫຍ້າ​ຮູນ​ຊ້ານ​ດັກ​ມີ​ຊີ​ວິດ​ຊີ​ວາ​ຄືນ​ໃໝ່

cri Author: li
ຕາມ​ຂ່າວ CRI: ທົ່ງ​ຫຍ້າ​ຮູ​ນຊ້ານດັກ​ຕັ້ງຢູ່​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ເຂດ​ມົງ​ໂກ​ໃນ,​ແມ່ນ​ທົ່ງ​ຫຍ້າ​ຜືນໜຶ່ງ​ທີ່​ໃກ້​ສຸດ​ກັບ​ປັກ​ກິ່ງ. ​ເມື່ອ 3-4 ປີ​ກ່ອນ,ທົ່ງ​ຫຍ້າ​ຜືນ​ນີ້​ບໍ່​ງາມ​ຄື​​ເມື່ອ​ກ່ອນ​ແລ້ວ,​ໄດ້ປະກົດ​ມີ​ສະພາບ​ທີ່​ຂາດ​​ຕົ້ນ​ໄມ້​ຕົ້ນ​ຫຍ້າ​,ລົມພັດ​ຂີ້​ຊາຍ​ກຸ້ມກົ້ວ​ທ້ອງຟ້າ​ເລື້ອຍໆ. ​ແຕ່​ເມື່ອ​​ພະຍາຍາມ​ປົວ​ແປງ​ຈົນຮອດ​ຊູ່​ມື້​ນີ້,ຂີ້​ຊາຍ​ເຄື່ອນ​​ຍ້າຍໄດ້​ຖືກ​ຄວບ​ຄຸມ​ໄວ້​ແລ້ວ,​ທົ່ງ​ຫຍ້າ​​ຟື້ນ​ຟູ​ເປັນ​ກ້າວໆ,ຢູ່​ບາງ​​ແຫ່ງ​ກົກ​ໄມ້​ໃຫຍ່​ຂຶ້ນ​ເປັນ​ປ່າ.

ລູງ​ຈາງ​ເຊີງ​ຊຽງ​ໄດ້​ດຳລົງ​ຊີວິດ​ຢູ່​ທົ່ງຫຍ້າ​​ແຫ່ງ​ນີ້​ມາ​ຫຼາຍສິບ​ປີ​ແລ້ວ,ລູງ​ໄດ້​ເຫັນ​ກັບ​ຕາ​​ທີ່​ທົ່ງ​ຫຍ້າ​ເຊື່ອມ​ລົງ​ເປັນ​ດິນຊາຍ,​ແລ້ວ​​ຖືກ​ປົວຟື້ນ​ຟູ​ເປັນ​ທົ່ງ​ຫຍ້າ​ອີກ:

"​ປີ 2000 ​ແລະ 2001,ສັນ​ພູ​​ນີ້​ແມ່ນ​ຂີ້ຊາຍ​ໝົດ,ຂີ້​ຊາຍ​ເຫຼົ່ານີ້​ຍັງເຄື່ອນ​ຍ້າຍ​ກວ້າງ​ອອກ​ທຸກ​ປີ,​ແຕ່​ເມື່ອ​ປົວ​ແປງ​ຕາມ​ຫຼັກ​ວິທະຍາສາດ​ແລ້ວ,ພຽງ​ແຕ່​ສາມ​ປີ​ກໍ​ໄດ້​ຟື້ນ​ຟູ​ທົ່ງ​ຫຍ້າ​ໃນ​​ເມື່ອ​ກ່ອນ​ໂດຍ​ພື້ນຖານ."

​ໃນ​ເວລາ​ລູງ​ຈາງ​ເຊີງ​ຊຽງ​ເວົ້າຄວາມ​ນີ້​ນັ້ນນ້ຳຕາ​​ເກືອບ​ໄຫຼອອກ. ລູງ​ເວົ້າວ່າ,​ເມື່ອ​ບໍ່​​ເທົ່າ​ໃດ​ປີ​ກ່ອນ ຖ້າ​ປະ​ໃຫ້​ດິນຊາຍ​ກວ້າງ​ອອກ,ລູງ​ອາດ​ຈະ​ຕ້ອງໜີ​ອອກ​ຈາກ​ບ້ານ​ເກີດ​ເມືອງ​ນອນ,ພາ​ໝົດ​ຄອບຄົວ​ໄປທຳ​ມາ​ຫາ​ກິນ​ຢູ່​ບ່ອນ​ອື່ນ​ແລ້ວ.

ການ​ປ່ຽນ​ແປງ​ຂອງ​ທົ່ງ​ຫຍ້າ​ຮູ​ນຊ້ານດັກ​ແມ່ນ​​ໄດ້​ປະ​ໂຫຍ​ດຈາກ​ໂຄງການ​ປົວ​ແປງ​ແຫຼ່ງລົມ​ພັດຂີ້​ຊາຍ​ທີ່​ລັດຖະບານ​ຈີນ​ປະຕິບັດ​ຢູ່​ທ້ອງ​ຖິ່ນນັ້ນ. ​ເມື່ອ​ບໍ່​ເທົ່າໃດ​ປີ​ກ່ອນ,​ຫຼັງຈາກ​ທົ່ງ​ຫຍ້າ​ຮູນ​ຊ້ານ​ດັກ​ຊຸດ​ໂຊມ​​ເປັນ​ຂີ້ຊາຍ​ແລ້ວ,​ເມື່ອຮອດ​ລະດູບານ​ໃໝ່​ທຸກ​ປີ,ກໍ​ຈະ​ປະກົດ​ມີ​ລົມພັດ​ຂີ້​ຊາຍ​ກຸ້ມກົ້ວ​ທ້ອງຟ້າ. ​ບາງຄັ້ງ ລົມ​ຍັງ​ພັດຂີ້​ຊາຍ​​ໄປຮອດ​ນະຄອນ​ຫຼວງ​ປັກ​ກິ່ງ​ແລະ​ນະຄອນ​ທຽນ​ສິນ​ທີ່​ຢູ່​ໃກ້​ກັນ. ​ເພື່ອ​ປ່ຽນ​ແປງ​ສະພາບ​ດັ່ງກ່າວ,ຈີນ​ໄດ້​ປະຕິບັດ​ໂຄງການ​ປົວ​ແປງ​ແຫຼ່ງ​ເກີດ​ລົມພັດ​ຂີ້​ຊາຍ​ປັກ​ກິ່ງ​ທຽນ​ສິນ. ​ໂຄງການ​ດັ່ງກ່າວ​ໄດ້​ປົວ​ແປງ​ດິນຊາຍ​ກວ້າງ 5 ໝື່ນ​ກິ​ໂລ​ແມັດ​ຕາ​ຢູ່​ພາກ​​ເໜືອ​ຂອງ​ຈີນ​ເຊິ່ງ​ລວມທັງ​ທົ່ງ​ຫຍ້າ​ຮູນຊ້ານດັກ​,ດຽວ​ນີ້​ຢູ່​ແຫ່ງ​ດັ່ງກ່າວ ຕົ້ນ​ໄມ້ຕົ້ນ​ຫຍ້າ​ເຕີບ​ໃຫຍ່​ສີ​ງາມ,​ໄດ້​ປົກ​ຫຸ້ມ​ທີ່​ດິນ​ອີກ.

​ໃນ​ໄລຍະ​ປູກ​ຕົ້ນ​ໄມ້​ຕົ້ນຫຍ້າ​ຢູ່​ທົ່ງ​ຫຍ້າ​ຮູນຊ້ານດັກ​ນັ້ນ ກົມ​ປ່າ​ໄມ້​ແຫ່ງ​ຊາດຈີນ,ມະຫາ​ວິທະຍາ​ໄລ​ກະສິກຳ​ຈີນ​ແລະ​ສະພາ​ບັນດິດ​ວິສະວະກຳ​ຈີນ​ເປັນຕົ້ນ​ໄດ້​ຮ່ວມ​ສຳພັນ​ກັນ ​ໃຊ້​​ເຕັກ​ໂນ​ໂລ​ຢີ​ທີ່​ກ້າວໜ້າ​ມາ​ຕິດຕາມ​ວັດ​ແທກ​ດິນຊາຍ​ໃນ​​ເມື່ອ​ຫົວທີ. ທ່ານ​ວາງທ່າວ ບັນດິດ​ສະພາ​ບັນດິດ​ວິສະວະກຳ​ຈີນ​ແນະນຳ​ວ່າ,ການ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ​ຕິດຕາມ​ວັດ​ແທກ​ສາມາດ​ສະໜອງ​ຂໍ້​ມູນ​ຂ່າວສານ​​ໃຫ້​ວຽກ​ກັນ​ແລະ​ປົວ​ແປງ​ຂີ້​ຊາຍ:

"ວຽກ​ງານ​ຕິດຕາມ​ວັດ​ແທກ​ການ​ຫັນ​ເປັນ​ດິນ​ເຮື້ອ​ຢູ່​ເຂດ​ດັ່ງກ່າວ​​ໄດ້​ເລີ່​ມແຕ່​ປີ 1995. ທຳ​ອິດ​ພວກ​ຂ້າພະ​ເຈົ້າ​ໃຊ້​​ເຕັກ​ໂນ​ໂລ​ຢີ​ສູງ​ທີ່ທັນ​ສະ​ໄໝ​ເຊັ່ນ​ຢັ່ງ​ແທກ​ໂດຍ​ຜ່ານ​ດາວ​ທຽມ,ລະບົບ​ຂ່າວ​ຄາວ​ພູມີພາກ​ແລະ​ລະບົບ​GPS​ເປັນຕົ້ນ,ນັບ​ມາ​ຮອດ​ປັດຈຸບັນ​ໄດ້​ດຳ​ເນີນ​ວຽກ​ງານ​ຕິດຕາມ​ວັດ​ແທກ​ສອງ​ເທື່ອ​ຢ່າງ​ສຳ​ເລັດ​ຜົນ. ທັງ​ນີ້​ໄດ້​ສະໜອງ​ຂໍ້​ມູນ​ຂ່າວສານ​ສຳຄັນ​ແລະ​ແມ່ນ​ຢຳ​ໃຫ້ການ​ປ້ອງ​ກັນ​​ແລະ​ດັດ​ແປງ​ຂີ້​ຊາຍ."

ພາຍຫຼັງ​ນຳ​ໃຊ້​​ເຕັກ​ໂນ​​ໂລ​ຢີສູງ​ຕິດຕາມ​ວັດ​ແທກ​ດິນຊາຍ​ແລະ​ກຳ​ສະພາບ​ພື້ນຖານ​ເຊັ່ນ​ການ​ແຈກ​ຢາຍ​ແລະ​ການ​ປ່ຽນ​ແປງ​ແລ້ວ,ພະນັກ​ງານ​ຄົ້ນຄວ້າ​ວິທະຍາສາດ​ຂອງ​ຈີນ​ເລີ່ມຊອກ​ຫາ​ວິທີ​ປ້ານ​ດິນ​ຊາຍ​​ໄວ້​ໃຫ້​ຢູ່.​ ຫຼັງຈາກ​ໄດ້​ສຳຫຼວດ​ກັບ​ບ່ອນ​ຫຼາຍ​ເທື່ອ​ແລ້ວ,ພວກ​ເຂົາ​ເຈົ້າ​ໄດ້​ປະກົດ​ເຫັນ​ວ່າ,ພືດ​ປະ​ເພດ​ເທົາ​ແລະ​ປະ​ເພດ​ໄຄ​ມີ​ລັກສະນະ​ປ້ານ​ດິນ​ຊາຍ​ໄວ້​ໃຫ້​ຢ່​ໄດູ້,​ແລະ​ມີ​ລັກສະນະ​ທົນ​ຕໍ່​ຄວາມ​ແຫ້ງ​ແລ້ງ​ກວ່າ​ຕົ້ນ​ໄມ້​ຕົ້ນຫຍ້າ,​​ໃຕ້​ເງື່ອນ​ໄຂ​ທີ່​ບໍ່​ມີນ້ຳ,ພວກ​ມັນ​ກໍ​ຊົງ​ຕົວ​ໄດ້,​ເມື່ອ​ມີນ້ຳ​ແລ້ວ,ກໍ​ຈະ​ເຕີບ​ໃຫຍ່​ຢ່າງ​ດົກ​ໜາ. ນອກ​ນີ້ ນຳ​ໃຊ້​ພືດ​ປະ​ເພດ​ເທົາ​ແລະ​ປະ​ເທດ​ໄຄ​ມາ​ປ້ານ​ດີ​ນຊາຍ​​ໄວ້​ໃຫ້​ຢູ່​,ຕົ້ນທຶນ​ຕ່ຳ​ກວ່າ​ການ​ປູກ​ຕົ້ນ​ໄມ້ຕົ້ນ​ຫຍ້າ. ທ່ານ​ວາງທ່າວ ບັນດິດ​ສະພາ​ບັນດິດ​ວິສະວະກຳ​ຈີນ​ເວົ້າວ່າ:

"​ເມື່ອ​ກ່ອນ,ພວກຂ້າພະ​ເຈົ້າ​ຕົ້ນຕໍ​​ໃຊ້​ມາດ​ຕະການ​ຊີວະ​ຊາດ​ຫຼື​ປະສານ​ສົມທົບ​ກັບ​ວິ​ທີ​ປົກ​ປ້ອງ​ດ້ວຍກົນ​ຈັກ​ມາ​ດັດ​ແປງ​ຂີ້​ຊາຍ,ວິທີ​ທົ່ວ​ໄປ​​ແມ່ນ​ປູກ​ຕົ້ນ​ໄມ້​ຫຼື​ຕົ້ນຫຍ້າ​ຢູ່​​ເຫຼວ​ທະ​ເລ​ຊາຍ​ຫຼືຢູ່​ແຄມ​ໂຄງການ,ກ່ອນ​ຕົ້ນ​​ໄມ້​ບໍ່​ໄດ້​ເຕີບ​ໃຫຍ່​ເປັນ​ປ່າ,ປູກ​ຕົ້ນຫຍ້າ​ເປັນ​ສີ່ຫຼ່ຽມ​ຫຼື​ຮົ້ວມາ​ກີດຂວາງ​ຂີ້​ຊາຍ​ເຄື່ອນ​ຍ້າຍ. ​ແຕ່​ປັດຈຸບັນ ພວກ​ຂ້າພະ​ເຈົ້າ​ຄົ້ນຄວ້າ​ໃຊ້​ພືດ​ປະ​ເພດ​ເທົາ​ແລະ​ປະ​ເພດ​ໄຄ​​ບົນ​ດິນ​ເຮື້ອ​ແລະ​ຢາ​ປ້ານ​ດິນຊາຍ​ໃຫ້​ໄວ້​ຢູ່,​ເມື່ອ​ເປັນ​ແນວ​ນີ້ ດ້ານ​ໜຶ່ງ​ສາມາດ​ເຮັດ​ໃຫ້​ໜ້າ​ທະ​ເລ​ຊາຍ​ເກີດ​ເປັນ​ເປືອກ​ດິນທຽມ,ພ້ອມ​ກັນນັ້ນ ຍັງ​ສາມາດ​ເຮັດ​ໃຫ້​ມັນ​ຄົງ​ຕົວຢ່າງ​ຖາວອນ.