ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-24 18:54:55    
ລັດຖະບານ​ຈີນ​ຈະ​ໃຊ້​ມາດ​ຕະ​ການ​ອອກ​ແຮງ​ຍົກ​ຄວາມ​ສາ​ມາດ​ປະດິດ​ສ້າງ​ໃໝ່​​ໂດຍ​ເປັນ​ເຈົ້າ​ຕົນ​ເອງ(ສຽງ)

cri Author: mo


ສັບປະດາ​ນີ້, ຢູ່ປັກ​ກິ່ງ​ພວມ​ຈັດ​ງານ​ມະຫະກຳ​ອຸດສາຫະກຳ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ​ສາກົນ. ວັນ​ທີ 24 ພຶດສະພາ, ​ໃນ​ກອງ​ປະຊຸມ​ລາຍ​ງານ​ທີ່​ມີ​ຫົວ​ຂໍ້​ຫລັກຂອງ​ງານ​ມະຫະກຳ, ທ່ານ​ຫຸຍ​ລຽນ​ຢູ້ ຮອງ​ນາຍົກລັດຖະມົນຕີຈີນກ່າວ​ວ່າ, ການ​ປະດິດ​ສ້າງເຕັກ​ໂນ​ໂລ​ຢີ​​ໃໝ່​ແມ່ນ​ພື້ນຖານ​ທີ່​ຄ້ຳ​ຢັນ​ການ​ພັດທະນາ​ຂອງ​ປະ​ເທດ​ໜຶ່ງ. ລັດຖະບານ​ຈີນ​ຈະ​ໃຊ້ມາດ​ຕະການ​ອັນ​ບັງ​ເກີດ​ຜົນ, ອອກ​ແຮງ​ຍົກ​ຄວາມ​ສາມາດ​ປະດິດ​ສ້າງ​ໃໝ່​​ໂດຍເປັນ​ເຈົ້າຕົນ​ເອງ​, ຊຸກ​ຍູ້​​​ເສດຖະກິດ​ສັງຄົມ​ຈີນ​ພັດທະນາ​ຢ່າງຮອບດ້ານ ກົມກຽວ​ກັນ​ແລະ​ສືບ​ເນື່ອງ.

ລັດຖະບານ​ຈີນ​ເອົາ​ໃຈ​ໃສ່​ທີ່​ສຸດ​ນຳ​ບົດບາດ​ຂອງ​ຄວາມ​ກ້າວໜ້າ​ດ້ານວິທະຍາສາດ​ເຕັກ​ໂນ​ໂລ​ຢີ​​ໃນ​ການ​ພັດທະນາ​​ແຫ່ງ​ຊາດ, ​ໄດ້​ວາງຍຸດ​ທະ​ສາດ ສ້າງ​ຊາດ​ໃຫ້​ຈະ​ເລີ​ນດ້ວຍ​​ການ​ສຶກສາ​ວິທະຍາສາດເຕັກ​ໂນ​ໂລ​ຢີ​​ນັ້ນຢ່າງ​ແຈ່ມ​ແຈ້ງ, ​ແລະ​ອອກ​ແຮງ​ຊຸກ​ຍູ້​ຄວາມ​ກ້າວໜ້າ​ແລະ​ການ​ປະດິດ​ສ້າງ​ໃໝ່​ຂອງ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ​, ຊຸກ​ຍູ້​ໝາກຜົນ​ວິທະຍາສາດ​ເຕັກນິກ​ຫັນ​ໄປ​ສູ່​ກຳລັງ​ການ​ຜະລິດ. ​ໃນ​ຫລາຍ​ປີ​ມານີ້, ​ໄດ້​ຮັບ​ໝາກຜົນ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ​​ອັນສຳຄັນຕ່າງໆ​ທີ່​ປະຈັກ​ຕາ​ຊາວໂລກ​ຄື​ແນວ​ເຂົ້າປະສົມ​ພັນ, ການບິນ​ອະວະກາດ​ບັນທຸກ​ຄົນ​ເປັນຕົ້ນ. ໝາກຜົນ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ​​ອັນ​ສຳຄັນ​ເຫຼົ່ານີ້​ໄດ້​ມີ​ບົດບາດ​ສຳຄັນ​ໃນ​ການ​ຊຸກ​ຍູ້​ການ​ພັດທະນາເສດຖະກິດ​ສັງຄົມຂອງ​ຈີນ, ຍົກ​ກຳລັງ​ສັງ​ລວມ​ແຫ່ງ​ຊາດ​ຈີນ​​ໃຫ້​ສູງ​ຂຶ້ນ, ​ແລະ​ປົວ​ແປງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ເປັນຕົ້ນ.

ໃນ​ກອງ​ປະຊຸມ​ລາຍ​ງານ​ຂອງ"ງານ​ມະຫະກຳ​ອຸດສາຫະກຳ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ​​ສາກົນ​ປັກ​ກິ່ງ​ຄັ້ງທີ 8 "ໃນ​ວັນ​ທີ 24 ພຶດສະພາ, ທ່ານ​ຮຸຍ​ລຽງ​ຢູ້ ຮອງ​ນາຍົກລັດຖະມົນຕີຈີນກ່າວ​ວ່າ, ຈີນ​ຍັງ​ຈະ​ໃຊ້​ມາດ​ຕະການ​ຕື່ມ​ອີກ, ຊຸກ​ຍູ້​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ​, ຍົກ​ຄວາມ​ສາມາດ​ປະ​ດິດສ້າງ​ໃໝ່​​ໂດຍເປັນ​ເຈົ້າຕົນ​ເອງ​. ທ່ານ​ເວົ້າວ່າ,

ຕ້ອງ​ຜັນ​ຂະຫຍາຍການ​ເພີ່ມ​ຄວາມ​ສາມາດ​ປະດິດສ້າງ​ໃໝ່​​ໂດຍເປັນ​ເຈົ້າຕົນ​ເອງ​​ໄປ​ຮອດ​ການ​ສ້າງສາ​ທັນ​ສະ​ໄໝທຸກ​ດ້ານ​​, ໄປ​ຮອດ​ທຸກ​ອຸດສາຫະກຳ ຂະ​ແໜງ​ການ​ແລະ​ເຂດ​ແຄວ້ນ. ​ໃນ​ຂົງ​ເຂດ​ທີ່​ເປັນ​ຂໍ​ກະ​ແຈ, ຕ້ອງກຳ​ສິດ​ຊັບ​ສິນ​ທາງ​ປັນຍາ​​ໂດຍເປັນ​ເຈົ້າຕົນ​ເອງ​​ຫລາຍ​ກວ່າ​ເກົ່າ, ​ຄອງຖານະ​ໃນ​ຂົງ​ເຂດ​ວິທະຍາ​ສາດ​​ແລະ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ​​ສູງ​ທາງ​ຍຸດ​ທະ​ສາດ.

ໃນ​ເວລາ​ກ່າວ​ເຖິງ​ມາດ​ຕະການ​ອັນລະອຽດ​ທີ່​ຊຸກ​ຍູ້​ການ​ພັດທະນາ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ​ແລະ​ຍົກ​ສູງຄວາມ​ສາມາດ​ປະດິດ​ສ້າງ​ໃໝ່​ນັ້ນ, ທ່ານ​ຮຸຍ​ລຽງ​ຢູ້ກ່າວ​ວ່າ, ຈຸດ​ໜັກ​ແມ່ນ​ສ້າງ​ລະບົບ​ປະດິດ​ສ້າງເຕັກ​ໂນ​ໂລ​ຢີ​ໃໝ່ທີ່​ເອົາ​ວິ​ສາ​ຫະກິດ​ເປັນ​ອັດຕະພາບ, ສ້າງແລະ​ປະຕິ​ບັດ​ລະບົບ​ການ​ເງິນ​ສ່ວຍ​ສາ​ອາກອນ​ແລະ​ການ​ທະນາຄານ​ທີ່​ມີ​ຜົນ​ດີ​ຕໍ່​ການ​ປະດິດ​ສ້າງ​​ໃໝ່​​ໂດຍເປັນ​ເຈົ້າຕົນ​ເອງ, ສະໜັບສະໜູນ​ວິ​ສາ​ຫະກິດ​​ລົງທຶນ​​ເຂົ້າ​ໃນ​ການປະ​ດິດສ້າງເຕັກ​ໂນ​ໂລ​ຢີ​ໃໝ່​ໃຫ້​ຫລາຍ​ກວ່າ​ເກົ່າ, ພັດທະນາ​ເຕັກ​ໂນ​ໂລ​ຢີ​ຂໍ​ກະ​ແຈ​ທີ່​ມີ​ສິດ​ຊັບ​ສິນ​ທາງ​ປັນຍາ​​ໂດຍເປັນ​ເຈົ້າຕົນ​ເອງ, ສ້າງ​ຍີ່​ຫໍ້​ຊື່​ສຽງ​ລະດັບ​ໂລກ.

ຕາມ​ແນະນຳ​ວ່າ, ​ໃນ​ຫລາຍ​ປີ​ມາ​ນີ້, ຈີນ​ລົງທຶນ​ໃນຂົງ​ເຂດວິທະຍາສາດ​ເຕັກ​ໂນ​ໂລ​ຢີ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ປີ 2003, ຄ່າ​ໃຊ້​ຈ່າຍ​ດ້ານ​ວິທະຍາສາດ​ເຕັກນິກ​ຂອງ​ຈີນ​ກວມ 1,3% ຂອງGDP, ອັດຕາ​ດັ່ງກ່າວ​ໄດ້​ສູງ​ກວ່າ 6 ປີ​ກ່ອນ 1 ​ເທົ່າ. ຕາມ​​ແຜນ​ກຳນົດ​ພັດທະນາ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ​​ຂອງ​ຈີນ, ຮອດ​ທ້າຍ​ປີ​ນີ້, ຄ່າ​ໃຊ້​ຈ່າຍ​ດ້ານ​ວິທະຍາສາດເຕັກ​ໂນ​ໂລ​ຢີ​ຂອງ​ຈີນ​ກວມGDP ຈະ​ຫລາຍ​ກວ່າ 1,5%.

ທ່ານ​ຮຸຍ​ລຽງ​ຢູ້ຍັງ​ກ່າວ​ເນັ້ນວ່າ, ຈີນ​ຍັງ​ຈະ​ອອກ​ແຮງ​ອົບ​ຮົມ​ແລະ​ນຳ​ເຂົ້າຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດດ້ານ​ວິທະຍາສາດເຕັກ​ໂນ​ໂລ​ຢີ​ຢ່າງ​ຕັ້ງໜ້າ, ບູລະນະ​ກົນ​ໄກ​ທີ່​ມີ​ຜົນ​ດີ​ຕໍ່​ການ​ເຮັດ​ໃຫ້​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ໂປ​ໂລ​ຂຶ້ນ​ນັ້ນ​​ຢ່າງ​ບໍ່​ຢຸດ​ຢັ້ງ.ສືບຕໍ່ຄັດ​ເລືອກ​ແລະ​ສົ່ງຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ທີ່​ດີ​ເລີດ​ໄປ​ຮຽນ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີທີ່​ກ້າວຫນ້າ​ຂອງ​ໂລກ​ຢູ່​ຕ່າງປະ​ເທດ,ພ້ອມ​ທັງ​ນຳ​ໃຊ້​ແລະ​ເຝິກ​ຝົນ​ຜູ້​ມີ​ຄວາມ​ຮູ້​ຄວາ​ມສາມາດ​ໄວ​ຫນຸ່ມ​ໄວ​ກາງທີ່ດີ​ເລີດ​ໃນ​ໂຄງການ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີສຳຄັນ​ແລະ​ໂຄງກາ​ນກໍ່ສ້າງ​ສຳຄັນ​ຂອງ​ລັດ,​ດູດ​ດຶງ​ຜູ້​ຊ່ຽວຊານ​ແລະ​ນັກປາດ​ຕ່າງປະ​ເທດ​ມາ​ຮ່ວມ​ມື​ກັບ​ຝ່າຍ​ຈີນໃນ​ໂຄງການ​ຄົ້​ນຄວ້າ​ວິທະຍາສາດ​ຢູ່​ຈີນ​ດ້ວຍ​ຫລາຍ​ຮູບ​ການ.

ໃນ​​ເວລາ​ລິ​ເລິ່ມ​ການປະ​ດິດສ້າງ​ໃໝ່​​​ໂດຍເປັນ​ເຈົ້າຕົນ​ເອງ​ນັ້ນ, ທ່ານ​ຮຸຍ​ລຽງ​ຢູ້ກ່າວ​ວ່າ, ຈີນ​ກໍ​ສົ່ງ​ເສີມ​ການ​ແລກປ່ຽນ​ແລະ​ການຮ່ວມ​ມື​ລະຫວ່າງຊາດ. ທ່ານ​ກ່າວ​ວ່າ,

ພວກ​ຂ້າພະ​ເຈົ້າມີ​ເຈດ​ຈຳນົງວ່າ, ​ໃນ​ການ​ຮ່ວມ​ມື​ລະຫວ່າງ​ຊາດ​ຢ່າງ​ກວ້າງຂວາງ​ນັ້ນ, ​ເອົາ​ໃຈ​ໃສ່​ການ​ປະດິດ​ສ້າງ​ດັ້ງເດີມ​ແລະ​ການ​ປະດິດ​ສ້າງ​ເຕັກ​ໂນ​ໂລ​ຢີ​​ໃໝ່​ໃນ​ຂົງ​ເຂດ​ຕ່າງໆ​ຄື​ວິທະຍາສາດ​ທຳ​ມະ​ຊາດ ວິທະຍາສາດ​ວັດທະນະທຳ, ​ແລະ​ວິທະຍາສາດ​ສັງຄົ​ມ​ເປັນຕົ້ນ. ​ບົນ​ເສັ້ນທາງ​ທີ່​ຍົກ​ສູງ​ຄວາມ​ສາມາດ​ປະດິດ​ສ້າງ​ໃໝ່​ໂດຍ​ເປັນ​ເຈົ້າຕົນ​ເອງ​ນັ້ນ, ລັດຖະບານ​ຈີນ​ໄດ້​ເອົາ​ໃຈ​ໃສ່​ຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ​ແລະ​ຈະ​ເຮັດ​ຄື​ແຕ່​ເກົ່າ​ເມືອ​ຫລັງ, ​ຊຸກ​ຍູ້​ການ​​ແລກປ່ຽນ​ແລະ​ການຮ່ວມ​ມື​ດ້ານວິທະຍາສາດ​ເຕັກ​ໂນ​ໂລ​ຢີ​​ລະຫວ່າງ​ຊາດ​.

ທ່ານ​ຮຸຍ​ລຽງ​ຢູ້ຊີ້​ອອກ​ວ່າ, ຈີນ​ຄວນຊຸກ​ຍູ້​ການ​ປະດິດ​ສາງ​ໃໝ່​ພັດທະນາ​ໃນ​ລະດັບ​ສູງ​ບົນ​ພື້ນຖານ​ທີ່​ດູດ​ດຶງ​ແລະ​ຖອດຖອນ​ເອົາໝາກຜົນ​ວິທະຍາສາດ​ເຕັກນິກ​ທີ່​ກ້າວໜ້າ​ໃນ​ໂລກ​ຢ່າງ​ກວ້າງຂວາງ.