ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-25 15:47:57    
ສຳ​ຜັດສະ​ເໜ​ສິ​ລະ​ປະ, ​ເພີ່ມ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ(ສຽງ)

cri Author: mo


ການ​ເຄື່ອນ​ໄຫວ​"ນັດ​ພົບ​ທີ່​ປັກ​ກິ່ງ" ​ເຊິ່ງ​​ແມ່ນ​ງານ​ສິລະ​ປະ​ສາກົນ​ຂະໜາດ​ໃຫຍ່​ທີ່​ຂະ​ແໜງ​ການ​ວັດທະນະທຳ​ຈີນ​ເປັນ​ເຈົ້າພາບ​​ໄດ້ຈັດ​ຂຶ້ນຢູ່​ປັກ​ກິ່ງ​ໃນ​ເດືອນ​ພືດ​ສະພາ, ສິນລະ​ປີນ​ພັນ​ກວ່າ​ຄົນ​ທີ່​ມາ​ຈາກ 30 ກວ່າ​ປະ​ເທດ​ໄດ້​ມາ​ຮອດ​ປັກ​ກິ່ງ​ຢ່າງ​ຕໍ່​ເນື່ອງ​ກັນ, ​ໄດ້​ຈັດການ​ສະ​ແດງ​ແລະ​ງານ​ວາງສະ​ແດງ​ທີ່​ມີ​ສິສັນ​ພິ​ເສດ​ຕ່າງໆ. ຕໍ່​ໄປ​ເຊີນ​ຟັງ​ການ​​ແຈ້ງ​ຂ່າວ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ"ນັດ​ພົບ​ທີ່​ປັກ​ກິ່ງ"ຄັ້ງທີ 5 .

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ອັດ​ສຽງ​ງານ​ລາຕີ​ສິລະ​ປະ​ທີ່​ມີ​ຫົວ​ຂໍ້​ວ່າ"ມວນ​ໝູ່​ມາລາແຂ່ງ​ກັນ​ບານ ສິລະ​ປະ​ແຫ່ງ​ຊົນ​ເຜົ່າ" ​ເຊິ່ງ​ເປັນ​ງານ​ລາຕີ​ເປີດ​ສາກຂອງ​ການ​ເຄື່ອນ​ໄຫວ"ນັດ​ພົບ​ທີ່​ປັກ​ກິ່ງ"ຄັ້ງນີ້. ສິນລະ​ປີນ​ຂອງ​ຄະນະ​ສິລະ​ປາ​ກອນ​ຈີນ​ໄດ້​​ສະ​ແດງ​ລາຍການ​ຟ້ອນ​ແລະຮ້ອງ​ຂອງ​ບັນດາຊົນ​ເຜົ່າ​ໃນ​ສະ​ໄໝ​ຕ່າງໆ​ຂອງ​ຈີນ​ໃນ​ເຄິ່ງສະຕະວັດ​ກວ່າ​ມາ​ນີ້. ການສະ​ແດງ​ຢ່າງ​ດີ​​ເດັ່ນ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ດ້ວຍສຽງ​ຕົບ​ມື​ຢ່າງຟົດ​ສະ​ນັ່ນ​ແລະສຽງ​ໄຊ​ໂຍ​ໂຮ​ຮ້ອງຈາກ​ຜູ້​ຊົມ​ທັງຫລາຍ.

ແຕ່​ປີ 2000 ມາ​ນີ້, ການ​ເຄື່ອນ​ໄຫວ​"ນັດ​ພົບ​ທີ່​ປັກ​ກິ່ງ"​ໄດ້​ຈັດ​ຂຶ້ນ 4 ຄັ້ງຢ່າງ​ສຳ​ເລັດ​ຜົນ, ​ໄດ້​ດູດ​ດຶງ​ຜູ່​ມາຊົມລ້ານ​ກວ່າ​ເທື່ອ​ຄົນ​. ​ໃນ​ຖານ​ເປັນ​ງານ​ສິລະ​ປະລະ​ດັບ​ຊາດ​ຂອງ​ຈີນ, ​ແລະ​ງານ​ສິລະ​ປະລະ​ດູ​ບານ​ໃໝ່​ທີ່​​ມີ​ຂະໜາດໃຫຍ່​ກວ່າ​ໝູ່​ຢູ່​ພາກ​ພື້ນ​ອາຊີ, ການ​ເຄື່ອນ​ໄຫວ"ນັດ​ພົບ​ທີ່​ປັກ​ກິ່ງ"​ໄດ້​ຈໍ່​ຕົວ​ຂຶ້ນ​ເປັນຍີ່​ຫໍ​ສິລະ​ປະ​ທີ່​ມີ​ອິດ​ທິພົນອັນ​ແນ່ນອນ, ​ໄດ້​ຮັບ​ຄວາມ​ຮັບ​ຮອງຈາກວົງ​ການ​ສິລະ​ປະພາ​ຍ​ໃນ​ປະ​ເທດ​ຈີນ​ແລະ​ຕ່າງປະ​ເທດ. ການ​ເຄື່ອນ​ໄຫວ"ນັດ​ພົບ​ທີ່​ປັກ​ກິ່ງ"ຄັ້ງນີ້​ໄດ້​ຍຶດໝັ້ນວັດຖຸ​ປະສົງທີ່ສົ່ງ​ເສີມ​ວັດທະນະທຳ​ຊົນ​ຊາດ​ຈີນ, ນຳ​ເຂົ້າ​ສິລະ​ປະ​ຍອດ​ຢ້ຽມຂອງຕ່າງປະ​ເທດ​​, ຊຸກ​ຍູ້​ການ​ແລກປ່ຽນ​ວັດທະນະທຳລະຫວ່າງ​ຊາດ, ຜ່ານຮູບ​ການ​ສິລະ​ປະ​ຊະນິດຕ່າງໆ​ມາສະ​ແດງ​ໃຫ້​ເຫັນ​ການ​ແລກ​ປ່ຽນ​ແລະ​ເຊື່ອມ​ໂຍງ​​ເຂົ້າກັນ​ຂອງວັດທະນະທຳ​​ຕ່າງ​ກັນ​​.
ທ່ານ​ຈ່າງ​ຢູ ຜູ້ອຳນວຍການ​ໃຫຍ່​ຂອງ​ກຸ່ມ​ບໍລິສັດ​ວັດທະນະທຳ​ຕໍ່​ຕ່າງປະ​ເທດ​ຂອງ​ຈີນ​ທີ່​ຮັບຜິດ​ຊອບ​ຈັດການ​ເຄື່ອນ​ໄຫວ​ເທື່ອ​ນີ້​ແນະ​ນຳ​ວ່າ:
​​
ເວົ້າ​ໃນ​ດ້ານ​ເນື້ອ​ໃນ​ແລ້ວ, ການ​ເຄື່ອນ​ໄຫວ"ນັດ​ພົບ​ທີ່​ປັກ​ກິ່ງ"​ໃນ​ປີ​ນີ້ອຸດົມສົມບູນ​ຄື​ກັນກັບ​ທຸກ​ປີ​ທີ່​ຜ່ານ​ມາ, ​ພ້ອມ​ກັນນັ້ນກໍ​ຍັງ​ມີ​ເນື້ອ​ໃນ​ໃໝ່, ​ແລະ​ມີການ​ຊຸກ​ຍູ້​ໃໝ່. ​ເວົ້າ​ໃນ​ດ້ານ​ຮູບ​ການ​ແລ້ວ, ປີ​ນີ້​ກໍ​ພົ້ນ​ເດັ່ນ​ກວ່າ​ແຕ່​ກ່ອນ​, ​ເມື່ອ​ທຽບ​ກັບ​ເມື່ອ​ກ່ອນ​ແລ້ວ ມີ​ທັງການ​ສືບ​ທອດ​​ແລະການ​ພັດທະນາ.

ທ່ານ​ຈ່າງ​ຢູ​ແນະນຳ​ວ່າ, ການ​ເຄື່ອນ​ໄຫວ​ໃນ​ປີນີ້ຍິ່ງ​​ເນັ້ນໜັກຄວາມ​ຫລາກ​ຫລາຍ​ຂອງ​ວັດທະນະທຳ ສິລະ​ປະ​ແລະ​ເຂດ​ແຄວ້ນ. ຄະນະ​ສິລະ​ປະ​ທີ່​ມີ​ທຳນອງ​ຕ່າງ​ກັນ​ຄື​ຄະນະດົນຕີ​ປະສານ​ສຽງ​ແຟງລັງ, ຄະນະຫຼີ້ນກົນ​ຂອງຍີ່​ປຸ່ນ, ຄະນະຮ້ອງ​​ແລະ​ຟ້ອນ​ຂອງກົງ​ໂກ, ຄະນະ​ດົນຕີ​ລອກ​ແອນ​ໂລ​ນອາ​ເມ​ລິ​ກາ​ແລະ​ຄະນະ​ດົນ​ຕີ​ສະ​ໄໝ​ນິຍົມ​ຣັດ​ເຊຍ​ເປັນຕົ້ນ​ຈະ​ສະ​ແດງ​ໃນ​ງານ​ສິລະ​ປະ​ທີ່ຈະ​ດຳ​ເນີນ​ໄປ​ເປັນ​ເວລາ 30 ກວ່າ​ມື້. ນອກ​ນີ້, ການ​ເຄື່ອນ​ໄຫວ​ປີວັດທະນະທຳ​ຝຣັ່ງພວມ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ປີນີ້ຍັງ​ແມ່ນ​ປີທີ່​ລະ​ລຶກ​ສະຫະພາບ​ເອີ​ລົບ​ສ້າງສາ​ຍສຳພັນ​ການ​ທູດ​ກັບ​ຈີນ​ຄົບຮອບ 30 ປີ, ສະນັ້ນ, ຄະນະ​ສິລະ​ປະ​ທັງຫລາຍ​ທີ່​ມາ​ຈາກ​​ເອີ​ລົບ​ໄດ້​ປະຈັກ​ຕາ​ຄົນ​ເປັນ​ພິ​ເສດ. ​ໃນ​ນັ້ນ, ຄະນະດົນຕີ​ປະສານ​ສຽງ​ແຫ່ງ​ຊາດ​ດານ​ມາກ​ຈະ​ສະ​ແດງ​ໃນ​ພິທີ​ປິດ​ງານ"ນັດ​ພົບ​ທີ່​ປັກ​ກິ່ງ"ຄັ້ງນີ້, ຄະນະ​ລະ​ບຳບານ​ເລຝຣັ່ງຈະສະ​ແດງ​ລະຄອນ​ເລື່ອງ"ທ່ານ​ໂລ​​ເມ​ໂອ​ກັບ​ນາງ​ຈູ​ລຽດ"ທີ່​ແຕ່ງ​​ໂດຍ​ທ່ານ​ເຊັກ​ສຼ​ເປຍດ້ວຍ​ລະບຳ​ທັນ​ສະ​ໄໝ, ຄະນະ​ສິລະ​ປະ​ແລະງານວາງສະ​ແດງ​ຂອງ​ປະ​ເທດ​ຕ່າງໆ​ຄື​ແບ​ນຊິກ ​ແຟງລັງ ​ເຢຍລະ​ມັນ ​ແລະ​ນອກ​ເວ​ເປັນຕົ້ນກໍ​​ໄດ້​ຈັດການ​ສະ​ແດງ​ອັນ​ຍອດ​ຢ້ຽມ​ໃນ​ການ​ເຄື່ອນ​ໄຫວ"ນັດ​ພົບ​ທີ່​ປັກ​ກິ່ງ".

ການ​ເຄື່ອນ​ໄຫວ"ນັດ​ພົບ​ທີ່​ປັກກິ່ງ"​ໄດ້​ປະກອບ​ດ້ວຍ​ຫລາຍ​ພາກສ່ວນ​ຄືການສະ​ແດງ​ຢູ່​ໂຮງ​ລະຄອນ, ການສະ​ແດງ​ຢູ່​ສະໜາມ​ຫລວງ, ​ແລະ​ການວາງສະ​ແດງ​ສິລະ​ປະ​ເປັນຕົ້ນ. ການ​​ສະ​ແດງ​ຢູ່​ສະໜາມ​ຫລວງ​ປີນີ້ພໍດີ​ກົງ​ກັບ​ວັນ​ກຳມະກອນ​ສາກົນ 1 ພຶດສະພາ, ສິນລະປິນ​ຂອງ​ບັນດາ​ປະ​ເທດ​ໄດ້​​ໄປ​ຮອດ​ສວນ​ອຸທິຍານ​ແລະ​ສະໜາມ​ຫລວງ​ຈຳນວນ​ໜຶ່ງ​​ໃນ​ນະຄອນ​ປັກ​ກິ່ງ, ຈັດການສະ​ແດງອັນໜ້າ​ຊົມ​ໃຫ້​ໄທ​ເມືອງ​ທີ່​ພວມ​ພັກຜ່ອນ. ພວກ​ເຂົາ​ເຈົ້າ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ທຸກໆ​ທ່ານ​ດ້ວຍ​ການ​ສະ​ແດງອັນ​ຟົດ​ຟື້ນແລະ​ສິນລະປະ​ທີ່​ດີ​ເລີດ.

ຄະນະ​ດົນຕີ​ເພດ​ຍິງ​ແຊງ​ມາລີ​ຂອງນິວຊີ​ແລນ​ໄດ້​ຮອງ​ເພງ​ຮັບ​ຕ້ອນ​ແຂກ​ເພງ​ໜຶ່ງ. ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ທ່ານປາຕຼີວາ ຫົວໜ້າ​ຄະນະ​​ດົນຕີ​ເວົ້າດ້ວຍ​ຄວາມ​ກະ​ຕຸ້ນ​ໃຈ​ວ່າ:

ຂ້າພະ​ເຈົ້າ​ເຫັນ​ວ່າ, ງານ​ສິລະ​ປະ"ນັດ​ພົບ​ທີ່​ປັກ​ກິ່ງ"​ໄດ້​​ເພີ່ມ​ມິດຕະພາບ​ຂອງ​ພວກ​ເຮົາ​, ​ໂດຍ​ສະ​ເພາະ​ແມ່ນ​ຊາວ​ໜຸ່ມ, ຄົນ​ຈີນ​​ເປັນ​ຄົນ​ທີ່​ມີ​ຄວາມ​ຈູບ​ຈ້າວ, ມັກ​ແຂກ​ມັກ​ຄົນ. ຂ້າພະ​ເຈົ້າຮູ້ສຶກ​ດີ​ໃຈ​ຫລາຍ.

ທ່ານ​ຜູ້​ຟັງ, ປັດຈຸບັນ​, ການ​ເຄື່ອນ​ໄຫວ"ນັດ​ພົບ​ທີ່​ປັກ​ກິ່ງ"ຄັ້ງທີ 5 ພວມ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ດົນຕີ​ບູຮານ​ກັບ​ດົນຕີ​ສະ​ໄໝ​ນິຍົມ, ຄວາມດັ້ງ​ເດີມ​ກັບ​ທັນ​ສະ​ໄໝ, ຮີດຄອງ​ປະ​ເພນີ​ອາ​ເມ​ລິ​ກາ​ລາຕີ​ນທີ່​ເສລີ​ແລະຟົດ​ຟື້ນ, ລົດ​ນິຍົມ​ອັດ​ລັງ​ຕິກ​ທີ່​ມີ​ຂັງ​ຫວະ​ໄວ​ແລະ​ຈະ​​ແຈ້ງ, ຈັງຫວະ​ອາ​ເມ​ລິ​ກາ​ເໜືອ​ທີ່​ນິຍົມ​ຊົມ​ຊອບ​ໃນ​ປັດຈຸບັນ, ພ້ອມ​ດ້ວຍ​ພື້ນ​ສືບ​​ອາຊີ​ເອີ​ລົບ​ໃນ​ສະ​ໄໝບູຮານ, ​ເຮັດ​ໃຫ້​ຜູ້​ຊົມ​ປັກ​ກິ່ງ​ໄດ້ສຳຜັດ​ຄວາມ​ຫລາກຫລາຍ​ຂອງ​ວັດທະນະທຳ​ບັນດາ​ປະ​ເທດ​ຢ່າງ​ເຕັມ​ສ່ວນ.