ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-24 21:51:58    
ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີ​ຣັກ​ບໍ່​ຖືກ​ໃຈ​ຄົນ

cri Author: mo
ຕາມ​ຂ່າວCRI:​ໂດຍ​ປະ​ເຊີນ​ກັບ​ສະຖານະ​ການອນ​ຂ້ຽວຂາດ​ຂອງອີຣັກທີ່​ເກີດ​ເຫດການ​ລະ​ເບີດຫລອນ​ໂຈມ​ຕີ​, ວັນ​ທີ 23 ພືດ​ສະພາ, ທະຫານອາ​ເມ​ລິ​ກາປະຈຳ​ອີຣັກອອກ​ຖະ​ແຫລ​ງການວ່າ, ທະຫານ​ປະສົມ​ອາ​ເມ​ລິ​ກາ​ອີຣັກ​ໄດ້​ເລີ່​ມດຳ​ເນີນ​ການກວາດ​ລ້າງ​ຢູ່​ແບກ​ແດດ, ​ເພື່ອ​ລົບ​ລ້າງ​ພວກ​ປະກອບ​ອາວຸດ​ຢູ່​ແຫ່ງ​ນັ້ນ. ​ໃນ​ການ​ກວາດ​ລ້າງ​ເທື່ອ​ນີ້, ​ໄດ້​ມີ​ຜູ້​ຖືກ​ສົງ​​​​ໃສ​ຂອງອົງການ​ປະກອບ​ອາວຸດ 285 ຄົນ​ຖືກ​ຈັບ.

ໃນ​ຂະນະ​ທະຫານ​ປະສົມ​ອາ​ເມ​ລິ​ກາ​ອີຣັກດຳ​ເນີນ​ການ​​ກວາດ​ລ້າງ​ຢ່າງ​ຟົດ​ຟື້ນນັ້ນ, ວັນ​ທີ 22 ພຶດສະພາ, ​ແຜນການ​ຈັດ​ວາງ​ເ​ທື່ອ​ໃໝ່​ຂອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກກໍ​ໄດ້​ເປີດ​ເຜີຍອອກ​ເປັນຄັ້ງທຳ​ອິດ: ທະຫານ​ອາ​ເມ​ລິ​ກາ​ຈະ​ຖອນ​ອອກ​ຈາກ​ຕົວ​ເມືອງ​ອີຣັກ, ​ໄປ​ຢູ່​ຖານ​ທັບ​ໃຫຍ່ 4 ​ແຫ່ງ​ຢູ່​ພາກ​ເໜືອ ພາກ​ຕາ​ເວັນ​ຕົກ ພາກ​ກາງ​ແລະ​ພາກ​ໃຕ້​ຂອງ​ອີຣັກ​​ເທື່ອ​ລະ​ກ້າວ. ຕາບ​ໃດ, ລັດຖະບານ​ອີຣັກຕ້ອງການ, ທະຫານ​ອາ​ເມ​ລິ​ກາ​ກໍ​ຈະ​ສະໜັບສະໜູນ​ກອງ​ທະຫານ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ອີຣັກ​ໃນ​ດ້ານ​ພະລາທິການ​ແລະ​ເຄື່ອນ​ໄຫວ​ໄວ.

ທ່ານ​ນາງ​ໄລ​ສ໌ ລັດຖະມົນຕີ​ການ​ຕ່າງປະ​ເທດ​ແລະ​ທ່ານ​ລາມສ໌ຟິວດ໌ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​​ເປັນຕົ້ນ​ໄດ້​ກ່າວ​ຫລາຍ​ເທື່ອ​ແລ້ວ​ວ່າ, ຂະ​ບວນວິວັດ​ຖອນ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກຈະ​​ຕົກລົງ​ຕາມ​ສະຖານະ​ການ​ຄວາມ​ປອດ​ໄພ​ຂອງ​ອີຣັກ, ປັດຈຸບັນ, ຍັງ​ບໍ່​ມີ​ຕາລາງ​ເວລາ​ຖອນ​ທະຫານ​ທີ່​ຈະ​ແຈ້ງ. ສະນັ້ນ, ບຸກຄົນ​ວິ​ເຄາະ​ເຫັນ​ວ່າ, ​ແຜນການ​ສ້າງ​ຖານ​ທັບ​ໃຫຍ່ 4 ​ແຫ່ງ ​ໄດ້​ເຜີຍ​ແບ​ເຈດ​ຕະນາ​ຂອງ​ທະຫານ​ອາ​ເມ​ລິ​ກາ​ທີ່​ຫວັງ​ຢາກ​ປະຈຳ​ອີຣັກຢ່າງ​ຖາວອນ.

ບຸກຄົນ​ເຫຼົ່ານີ້​ຊີ້​ອອກ​ວ່າ, ​ສາມັນ​ຊົນ​ອີຣັກຫວັງ​ໃຫ້​ຊາດ​ມີເອກະລາດ​ແລະ​ອະທິປະ​ໄຕ​​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້, ​ເຫັນ​ວ່າ ຈຸດປະສົງ​ຂອງທະຫານ​ອາ​ເມ​ລິ​ກາ​ຍຶດຄອງ​ອີຣັກແມ່ນ​ປຸ້ນ​ສະດົມ​ຊັບພະຍາກອນ​ນ້ຳມັນ​ເຊື້ອ​ໄຟ​ຂອງ​ອີຣັກ, ຢາກ​ໄດ້ຜົນ​ປະ​ໂຫຍດ​ເສດຖະກິດ; ຈ່ອງ​ດຶງອີຣານ​ແລະ​ຊີ​ເລຍ ​ສອງ​ປະ​ເທດ​ທີ່​ມີ​ຫລັກ​ໝັ້ນ​ແຂງ​ຕໍ່​ອາ​ເມ​ລິ​ກາ​​, ​ເພື່ອ​ສະໜອງ​ການ​ຮັບປະກັນ​ຄວາມ​ປອດ​ໄພ​ຍິ່ງ​ຫລາຍ​ກວ່າ​ເກົ່າ​ໃຫ້​ອິສຣາ​ແອນ, ບັນລຸ​ຍຸດ​ທະ​ສາດ​ຄວບ​ຄຸມ​ຕາ​ເວັນ​ອອກ​ກາງຂອງ​ເຂົາ​ຕື່ມ​ອີກ. ສະ​ນັ້ນ, ທະຫານ​ອາ​ເມ​ລິ​ກາ​ປະຈຳ​ຢູ່​ອີຣັກ​ແມ່ມບໍ່​ຖືກ​ໃຈ​ຄົນ, ຍ່ອມ​ຈະ​ຖືກ​ຫລາຍ​ຝ່າຍ​ຄັດຄ້ານ.

ກ່ອນ​ອື່ນ, ທະຫານ​ອາ​ເມ​ລິ​ກາ​ປະຈຳຢູ່​ອີຣັກ​ແມ່ນ​ຂໍ້​ອ້າງ​ຕົ້ນຕໍ​ທີ່​ອົງການ​ປະກອບ​ອາວຸດ​ກໍ່​ການ​ຫລອນ​ໂຈມ​ຕີ, ສະພາບ​ແວດ​ລ້ອມ​ຄວາມ​ປອດ​ໄພ​ອັນ​ຂີ້ຮ້າຍ​ຍ່ອມ​ຈະ​ເຮັດ​ໃຫ້​ຂະ​ບວນວິວັດ​ສ້າງສາ​ຄືນ​ໃໝ່​ຂອງ​ອີຣັກຖືກ​ຂັດ​ຂອງ.

ຖັດມາ, ການ​ເຄື່ອນ​ໄຫວ​ຄັດຄ້ານ​ອາ​ເມ​ລິ​ກາ​ດ້ວຍ​ກຳລັງ​ຮຸນ​ແຮງຢ່າງ​ບໍ່​ຢຸດ​ຢັ້ງ, ​ໄດ້​ເຮັດ​ໃຫ້​ການ​ປະ​ທະ​ກັນ​ລະຫວ່າງບັນດາ​ນິກາຍສາສະໜາ​ຂອງ​ອີຣັກນັບ​ມື້​ນັບ​ດຸ​ເດືອດຂຶ້ນ.

ສາມ, ​ໃນ​ບັນຫາ​ຕາ​ເວັນ​ອອກ​ກາງ, ອາ​ເມ​ລິ​ກາ​ໄດ້​ອຽງ​ໄປ​ຫາອິສຣາ​​ແອນ​​ໂດຍຕະຫລອດ, ໃນ​ຫລາຍ​ປີ​ມານີ້​​ ໄດ້​​ເຜີຍ​ແຜ່​ແຜນການ​ປະຊາທິ​ປະ​ໄຕ​ໃຫຍ່​ຢູ່​ຕາ​ເວັນ​ອອກ​ກາງ​, ບັງຄັບ​ໃຫ້​ປະ​ເທດ​ອາ​ລັບ​ໃນ​ພາກ​ພື້ນ​ແຫ່ງ​ນີ້​ດຳ​ເນີນ​ອັນ​ທີ່​ວ່າ"ການ​ປະຕິ​ຮູບ​ປະຊາທິປະ​ໄຕ", ​ເຮັດ​ໃຫ້​ອາລົມ​ຈິ​ດຄັດຄ້ານ​ອາ​ເມ​ລິ​ກາ​​ຢູ່​ພາກພື້ນ​ຕາ​ເວັນ​ອອກ​ກາງ​ແຮງ​ຂຶ້ນ​ຕື່ມ​ອີກ.

ສີ່, ຂະ​ບວນວິວັດ​ສ້າງສາ​ຄືນ​ໃໝ່​ຂອງ​ອີຣັກ​ຕ້ອງການ​ສະພາບ​​ແວດ​ລ້ອມ​ພາຍ​ນອກ​ທີ່​ດີງາມ. ຖ້າທະຫານ​ອາ​ເມ​ລິ​ກາ​ປະຈຳ​ຢູ່​ອີຣັກຖາວອນ, ຍ່ອມ​ຈະ​ຂົ່ມ​ຂູ່​ເຖິງ​ອີຣານ​ແລະ​ຊີ​ເລຍ ປະ​​ເທດ​​ໃກ້​ຄຽງ​ຂອງ​ອີຣັກ​.