|
 |
(GMT+08:00)
2005-05-25 11:16:21
|
ເບີແທນສ໌ມານຕີເຂົ້າຕະຫຼາດປຶ້ມຂອງຈີນ
cri
Author: q
ຕາມໜັງສືພິມເຢິນມິນຢື້ປ້າວສະບັບຕໍ່ຕ່າງປະເທດຂອງຈີນ,ບໍລິສັດເບີແທນສ໌ມານ ວິສາຫະກິດສື່ມວນຊົນທີ່ມີຊື່ສຽງໃນໂລກໄດ້ຮ່ວມມືກັບກຸ່ມພິມຈຳໜ່າຍແຂວງລຽວນິງຈີນ,ໄດ້ຮັບໃບອະນຍາດເຂົ້າມາເຮັດທຸລະກິດຂາຍຍົກຢູ່ຕະຫຼາດແບ່ງຈຳໜ່າຍປຶ້ມຂອງຈີນ.
ຕາມໜັງສືພິມເຢິນມິນຢື້ປ້າວສະບັບຕໍ່ຕ່າງປະເທດທີ່ພິມຈຳໜ່າຍໃນວັນທີ25ພຶດສະພາລາຍງານວ່າ,ຈີນອີງຕາມຂໍ້ກຳນົດທີ່ກ່ຽວຂ້ອງ,ພາຍຫຼັງເຂົ້າຮ່ວມອົງການການຄ້າໂລກສາມປີແລ້ວ,ໄດ້ເລີ່ມໄຂຕະຫຼາດຂາຍຍົກປຶ້ມ,ໜັງສືພິມແລະວາລະສານຕໍ່ທຶນຕ່າງປະເທດ,ບໍລິສັດເບີແທນສ໌ມານໄດ້ຮ້ອງຂໍນຳພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານຈີນກ່ຽວກັບການເຮັດທຸລະກິດທີ່ກ່ຽວຂ້ອງໃນທັນທີ,ແລະໄດ້ຮັບການອະນຸຍາດແລ້ວ.
|
|
|