ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-25 17:05:34    
ອີຣັກ: ຫຼານ​ເອີຍ, ​ເຈົ້າ​ບໍ່​ມີ​ອັນ​ອື່ນ​ຈະ​ເລືອກ​ໄດ້​(ພາບ)

cri Author: q
ຕາມ​ຂ່າວສານ​ຊິນ​ຮວາ: ​ເມື່ອ​ພວກ​ຫຼານ​ເງີຍ​ໜ້າ​ເບິ່ງ​ທ້ອງ​ຟ້າ,​ໃນ​ອາກາດ​ເວລາ​ໃດ​ກໍ​ເຕັມ​ໄປ​ດ້ວຍຄວັນ​ໝື້​ຄວັນ​ເຈ້ຍ,ກິ່ນ​ເໝັນ​ກິ່ນ​ຄາວ​ຂອງ​ຊາກ​ສົບ.​ເມື່ອ​ ​ງ່ຽງ​ຫູ​ຟັງ,​ເວລາ​ໃດ​ກໍ​ໄດ້​ຍິນ​ສຽງ​ລູກປືນ​ບິນ​ຊີ້​ວໆແລະ​ສຽງລະ​ເບີດ​ແຕກ​ທີ່​ດັງ​ກ້ອງ​ກັງວານ​ຢູ່​ບໍ່​ເຊົາ​.​ເມື່ອ​ພວກ​ເຂົາ​ເຈົ້າ​​ຫຼຽວ​​ເບິ່ງ​ສີ່​ດ້ານ​ໃນ​ທ່າມກາງ​ຕົກສະ​ທ້າ​ນຢ້ານ​ກົວ,​ໜ່ວຍ​ຕາ​ທີ່​ສົດ​​ໃສ​ແລະ​ແປກ​ປະ​ຫຼາດ​ຂອງ​ພວກ​ເຂົາ​ເຈົ້າ​ແມ່ນ​ເຕັມ​​ໄປ​ດ້ວຍພາບ​ນອງ​ເລືອດ.​ໃຜ​ນໍ?​ຈະ​ຕອບ​ຫຼານ​ນ້ອຍ​ອີຣັກ​ໄດ້: ​ເປັນ​ຫຍັງ​ຈິ່ງ​ເກີດ​ຢູ່​ອີຣັກ,ນີ້​ແມ່ນ​ຊີວິດ​ການ​ເປັນ​ຢູ່ຂອງ​ພວກ​ເຂົາ​ເຈົ້າ​ໂດຍ​ບໍ່​ມີ​ທາງ​ເລືອກ​ບໍ່?​ນີ້​ແມ່ນ​ຊາ​ຕາ​ກຳ​ທີ່​ມີ​ມາ​ແຕ່​ເກີດ​ບໍ່?ຕໍ່​ໄປ​ພວກ​ເຮົາ​ຈົ່ງ​ພາກັນ​ເຂົ້າ​ໃກ້​ຊີວິດ​ຂອງ​ພວກ​ຫຼານ​ນ້ອຍ​ອີຣັກ.


ວັນ​ທີ22​ເມສາ​ປີ2005,​ໃນພິທີ​ປົງ​ສົບ​ເທື່ອ​ໜຶ່ງ​ຢູ່​ແບກ​ແດດ,​ເດັກ​ຊາຍ​ຜູ້​ໜຶ່ງ​ພວມ​ຫຼຽວ​ເບິ່ງ​ທາງ​​ໄກ---ຄວາມ​ຕາຍ,ຈະ​ແມ່ນ​ໃກ້​​ແທ້​ແລະ​ຫຼາຍ​ແທ້.
1  2  3  4  5