ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-25 17:37:07    
ເດັກນ້ອຍ​ອີ​ຣັກ​ຕ້ອນ​ຮັບ​ວັນ​ເດັກ​ສາ​ກົນ​1​ມິ​ຖຸ​ນາ​ໃນ​ທ່າມ​ກາງ​ຄວາມ​ທຸກ​ທໍ​ລະ​ມານ

cri Author: q

ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ24​ພຶດສະພາ,ຢູ່​ໂຮງ​ໝໍ​ແຫ່ງ​ໜຶ່ງ​ໃນເມືອງ​ແບກ​ແດດ,ນະຄອນຫຼວງ​ອີຣັກ,​ເດັກນ້ອຍ​ຜູ້​ໜຶ່ງ​ທີ່​ບາດ​ເຈັບ​ໃນ​ເຫດການ​ລະ​ເບີດ​ຖືກ​ຍາດ​ພີ່ນ້ອງ​ຫາມ​ໄປ​ໃສ່​ຕຽງ​ຄົນ​​ເຈັບ.​ຕອນ​ຄ່ຳ​ວັນ​ທີ23​ພຶດສະພາ,​ເຫດການ​ຫຼອນ​ໂຈມ​ຕີ​ດ້ວຍ​ລົດ​ຍົນ​ລະ​ເບີດ​ໄດ້​​ເຮັດ​ໃຫ້​ເດັກ​ນ້ອຍ​ຫຼາຍ​ຄົນ​ຕາຍ​ແລະ​ບາດ​​ເຈັບ.ຢູ່​ອີ​ຣັກ​ທີ່​​ສະ​ຖາ​ນະ​ການ​ປັ່ນ​ປັ່ນ,​ເດັກ​ນ້ອຍ​ຈຳ​ນວນ​ຫຼວງ​ຫຼາຍ​​​ຕ້ອນ​ຮັບ​ວັນ​ເດັກ​ສາ​ກົນ​1​ມິ​ຖຸ​ນາ​ໃນ​ທ່າມ​ກາງ​ຄວາມ​ທຸກ​ທໍ​ລະ​ມານ​ແລະ​ຄວາມ​ຫວາດ​ຫວັ່ນ.

ວັນ​ທີ24​ພຶດສະພາ,ຢູ່​​ໂຮງ​ໝໍ​ແຫ່ງ​ໜຶ່ງ​ໃນເມືອງ​ແດກ​ແດດ ນະຄອນ​ຫຼວງ​ອີຣັກ,​ເດັກ​ນ້ອຍ​ຜູ້​ໜຶ່ງ​ພວມ​ຢືນ​ຢູ່​ຂ້າງ​ອ້າຍ​ທີ່​ສະຫຼົບ​ຍ້ອນ​ຖືກ​ບາດ​ເຈັບ​ໃນ​ເຫດການ​ລະ​ເບີດ.

ວັນ​ທີ24​ພຶດສະພາ,ຢູ່​ໂຮງ​ໝໍ​ແຫ່ງ​ໜຶ່ງ​ໃນ​ເມືອງ​ແບກ​ແດດ ນະ​ຄອນ​ຫຼວງ​ອີ​ຣັກ,​ເດັກ​ຊາຍ​ຜູ້​ໜຶ່ງ​ທີ່​ບາດ​ເຈັບ​ໃນ​ເຫດ​ການ​ລະ​ເບີດ,ຄຽນ​ຜ້າ​ພັນ​ຕາ​ພວມ​ນັ່ງ​ຢູ່​ເທິງ​ຕຽງ​ຄົນ​ເຈັບ​.