|
 |
(GMT+08:00)
2005-05-25 19:15:26
|
ສັບປະດາໄມຕີຈິດຮ່ວມມືລະຫວ່າງແຂວງເຊສວນຈີນກັບສ.ເກົາຫລີຈັດຂຶ້ນຢູ່ນະຄອນເສີງຕູ
cri
ຕາມຂ່າວສານຊິນຮວາ: ສັບປະດາໄມຕີຈິດຮ່ວມມືກັນລະຫວ່າງແຂວງເຊສວນຈີນກັບສ.ເກົາຫລີໄດ້ຈັດຂຶ້ນຢູ່ນະຄອນເສີງຕູຂອງຈີນໃນວັນທີ 24 ພຶດສະພາ.
ໃນສັບປະດາດັ່ງກ່າວທີ່ຮ່ວມຈັດໂດຍອົງການປົກຄອງປະຊາຊົນແຂວງເຊສວນກັບສະຖານທູດສ.ເກົາຫລີປະຈຳຈີນ,ໂຮງສາຍຮູບເງົາໃຫຍ່ 4 ແຫ່ງຂອງນະຄອນເສີງຕູຈະສາຍຮູບເງົາດີເລີດ 8 ເລື່ອງ,ຈະຈັດງານວາງສະແດງຮູບຖ່າຍ ງານລາຕີສິນລະປະຂະຫນາດໃຫຍ່"ຄ່ຳຄືນສ.ເກົາຫລີ".ຄະນະຜູ້ແທນເສດຖະກິດການຄ້າສ.ເກົາຫລີທີ່ປະກອບດ້ວຍ 200 ກວ່າຄົນຍັງຈະຈັດງານສັງສັນການຄ້າການລົງທຶນກັບຝ່າຍທີ່ກ່ຽວຂ້ອງແລະວິສາຫະກິດແຂວງເຊສວນ.
|
|
|