ທ່ານຜູ່ຟັງທີ່ໂຄລົບ,ການໂຕ້ຖຽງກັນກ່ຽວກັບຢູ່ບົນພະຈັນມີນ້ຳກ້ອນບໍ່ນັ້ນ,ຍັງບໍ່ທັນມີຄຳຕອບອັນຈະແຈ້ງເທື່ອ,ເພື່ອເປີດຄວາມລັບຂອງພະຈັນດັ່ງກ່າວ ບັນດານັກວິທະຍາສາດເຄີຍໄດ້ຊອກຫາຫຼາຍວິທີມາແລ້ວ,ວັນທີ 1 ສິງຫາປີນີ້ ວັດຖຸພະລັງງານຂອງເຮືອເຫາະຈັກກະວານຊື່ວ່າຜູ່ຊອກຄົ້ນພະຈັນທີ່ໄດ້ສຳເລັດຫນ້າທີ່ແລ້ວນັ້ນກໍຈະໃຊ້ຫມົດກ້ຽງແລະຕົກລົງແຈໃດແຈຫນຶ່ງບົນພະຈັນ,ບັນດານັກວິທະຍາສາດຖືວ່າ,ຖ້າເປັນແນວນີ້,ກໍເຫັນວ່າເສີມຂະຫຍາຍຄຸນຄ່າສຸດທ້າຍຂອງມັນຍັງດີກວ່າ, ດັ່ງນັ້ນ,ໃນມື້ສຸດທ້າຍທີ່ຍັງຄຸມມັນໄດ້ຢູ່ຄືວັນທີ 31 ກໍລະກົດ,ກໍໃຫ້ເຮືອເຫາະຜູ່ຊອກຄົ້ນພະຈັນນຳເອົາອັດຖິຂອງທ່ານຢູຄິນ ຊຸເມັກ ນັກດາລາສາດຊື່ດັງທີ່ລ່ວງລັບໄປແລ້ວຂອງອາເມລິກາບິນໄປຕຳພະຈັນດ້ວຍຄວາມໄວ 3800ໄມຕໍ່ຊົ່ວໂມ.ເພື່ອເຮັດຫຼ້ອນຫນ້າທີ່ສອງລາຍສຸດທ້າຍທີ່ມວນມະນຸດມອບໃຫ້ນັ້ນ.
ພາລະກຳອັນດັບຫນຶ່ງຂອງເຮືອເຫາະຈັກກະວານແມ່ນສຳຫຼວດໃຫ້ຮູ້ຄັກແນ່ວ່າຢູ່ບົນພະຈັນມີນ້ຳກ້ອນຫຼືບໍ່?ເຮືອເຫາະສຳຫຼວດຊື່ວ່າ:ຜູ່ຊອກຄົ້ນພະຈັນທີ່ບໍ່ມີຄົນຂັບຂອງກົມການບິນອາວະກາດອາເມລິກາ ແມ່ນຖືກຍິງສົ່ງຂຶ້ນສູ່ທ້ອງຟ້າຢູ່ສະຖານທີ່ຍິງສົ່ງລູກສອນໄຟແຫ່ງຫນຶ່ງທີ່ແປະກັບສູນການບິນອາວະກາດເກນເນດີຢູ່ລັດໂຟຣລີດາໃນຕອນຄ່ຳ 9 ໂມງ 28 ນາທີຂອງວັນທີ 6 ມັງກອນ ປີ 1998,ເວລາພາກຕາເວັນອອກຂອງອາເມລິກາ,ທັງນີ້ແມ່ນກົມການບິນອາວະກາດຂອງອາເມລິກາຍິງສົ່ງພາຫະນະການບິນອາວະກາດຂຶ້ນສູ່ໂລກພະຈັນແລະຈັກກະວານອາໂປໂລ 17 ຂອງອາເມລິກາລົງຈອດຢູ່ເທິງພະຈັນຄັ້ງສຸດທ້າຍເມື່ອເດືອນທັນວາປີ 1972 ມານີ້,ແຕ່ສິ່ງທີ່ຕ່າງກັບເຮືອເຫາະຈັກກະວານບິນຂຶ້ນພະຈັນທີ່ປານີດແລະສັບສົນອື່ນໆນັ້ນແມ່ນເຮືອເຫາະຜູ່ຊອກຄົ້ນຄວ້າຈັນບໍ່ໄດ້ຕິດຕັ້ງຄອມພິວເຕີ,ຫນ້າທີ່ສຳຫຼວດທັງຫມົດຂອງມັນລ້ວນແຕ່ແມ່ນສູນຄວບຄຸມຢູ່ຫນ້າດິນຄວບຄຸມດ້ວຍວິທະຍຸ.
ເຮືອເຫາະຜູ່ຊອກຄົ້ນພະຈັນສູງ 1,2 ແມັດ,ຫນັກປະມານ 295 ກິໂລ,ມັນໄດ້ສຳຫຼວດພະຈັນຢ່າງລະອຽດຮອບດ້ານເປັນເວລາປີເຄິ່ງເຊິ່ງດົນວ່າແຜນການເດີມເຄິ່ງປີ,ກົມການບິນອາວະກາດອາເມລິກາປະກາດວ່າຜູ່ຊອກຄົ້ນພະຈັນໄດ້ເຮັດຫຼ້ອນຫນ້າທີ່ສຳຫຼວດພະຈັນຢ່າງເຕັມເມັດເຕັມຫນ່ວຍແລ້ວ. ຕັ້ງແຕ່ໃດໆພຸ້ນ,ມວນມະນຸດກໍໄຝ່ຝັນວ່າຢູ່ບົນພະຈັນອາດຈະມີນ້ຳ,ເມື່ອປີ 1961ນັກວິທະຍາສາດຈຳນວນຫນຶ່ງ,ກໍໄດ້ສະເຫນີທິດສະດີທີ່ວ່າ ຢູ່ບົນພະຈັນອາດຈະມີນ້ຳຫຼືນ້ຳກ້ອນອອກມາເປັນຄັ້ງທຳອິດ,ແຕ່ຕໍ່ມາ,ການເຄື່ອນໄຫວສຳຫຼວດຂອງເຮືອເຫາະອາໂປໂລອາເມລິກາ 7 ເທື່ອ,ລ້ວນແຕ່ບໍ່ໄດ້ເຫັນມີວີແວວຂອງນ້ຳໃນລັກສະນະໃດຫມົດຢູ່ບົນພະຈັນ,ດ້ວຍເຫດນີ້ ວັງການວິທະຍາສາດຈຶ່ງຖືວ່າຢູ່ບົນພະຈັນແມ່ນແຫ້ງແລ້ງບໍ່ມີນ້ຳກ້ອນ.
ເມື່ອເດືອນທັນວາປີ 1996 ທຳນຽບ 5 ແຈຂອງອາເມລິກາໄດ້ປະກາດວ່າໃນເວລາໃຊ້ລາດາຢັ່ງແທກຄວາມເລິກຂອງຂຸມດາວຮ່ວງຈາກດວງເດືອນນັ້ນ,ເຮືອເຫາະບໍ່ມີຄົນທີ່ຊື່ວ່າເຄຣເມນຕັນ ໂດຍແມ່ນທຳນຽບ 5 ແຈແລະກົມການບິນອະວະກາດຂອງອາເມລິກາຮ່ວມກັນຍິງສົ່ງເມື່ອເດືອນມັງກອນປີ 1995ນັ້ນໄດ້ຊອກເຫັນນ້ຳກ້ອນນ້ອຍທີ່ເປັນຮູບທະເລສາບກ້ອນຫນຶ່ງຢູ່ກົ້ນຂຸມດາວຮ່ວງອັນມະຫາສານມໍ່ຂົ້ວໃຕ້ຂອງພະຈັນໂດຍບັງເອີນເທື່ອນີ້,ກົມການບິນອາວະກາດຂອງອາເມລິກາໄດ້ດຳນົດເວລາເຮືອບິນຕຳພະຈັນໃຫ້ຢູ່ໃນຕອນຮຸ່ງເຊົ້າ 5 ໂມງ 52 ນາທີຂອງວັນທີ 31 ກໍລະກົດເວລາພາກຕາເວັນອອກຂອງອາເມລິກາ.
ອີງຕາມການຄາດຄະເນຂອງບັນດານັກວິທະຍາສາດ,ຢູ່ບໍລິເວນບ່ອນທີ່ຕຳກັນ,ຖ້າມີນ້ຳຫຼືນ້ຳກ້ອນແທ້,ອຸນຫະພູມສູງທີ່ເກີດຈາກເຮືອເຫາະຕຳພະຈັນນັ້ນ,ຈະເຮັດໃຫ້ນ້ຳທີ່ມີຢູ່ໃນດິນແລະຫີນເທິງພະຈັນກາຍເປັນອາຍໃນທັນທີ ແລ້ວລະເຫີຍອອກມາເປັນອາຍນ້ຳພຸ່ງຂຶ້ນສູ່ທ້ອງຟ້າຕາມກ້ອນຫີນທີ່ແຕກ,ແລ້ວຈໍ່ຕົວເປັນເມກບາງໆທີ່ສຸດຄາວຫນຶ່ງ,ຍອດມວນສານຂອງມັນປະມານ 40 ກິໂລກຣາມ.
ຫລັງຈາກນັ້ນປະມານ 4 ວິນາທີ 10 ກວ່າຈຸດສັງເກດເຊັ່ນກ້ອງສ່ອງອາວະກາດຮາໂບທີ່ຕັ້ງຢູ່ໂຄຈອນຫນ່ວຍໂລກແລະກ້ອງສ່ອງດາລາສາດທາງຫນ້າດິນຂອງຫ້ອງທົດລອງແມັກດອນນານມະຫາວິທະຍາໄລເທັກຊາສ ແຫ່ງອາເມລິກາ ເຊິ່ງໄດ້ແນ່ໃສ່ເຂດຕຳກັນແຕ່ດົນແລ້ວນັ້ນ ຈະວິເຄາະວັດຖຸທີ່ເດັນອອກຈາກຫນ້າດິນຂອງພະຈັນໃນທັນທີ.
ແຕ່ສິ່ງທີ່ເຮັດໃຫ້ຄົນຮູ້ສຶກເສຍດາຍນັ້ນແມ່ນໃນເວລາເຮືອເຫາະຊອກຄົ້ນພະຈັນຕຳປາກພູເປັນວົງທີ່ບໍ່ມີຊື່ແຫ່ງນັ້ນຢູ່ຂົ້ວໃຕ້ຂອງພະຈັນຢ່າງແມ່ນຢຳ ຕາມແຜນການເດີມຄືໃນເວລາຕອນຮຸ່ງເຊົ້າ 5 ໂມງ 52 ນາທີຂອງວັນທີ 31 ແລ້ວ,ຈຸດສັງເກດຢູ່ຫນ້າດິນພັດບໍ່ໄດ້ສັງເກດເຫັນວັດຖຸໃດໆທີ່ເດັນອອກມາຫລັງຈາກຕຳກັນແລ້ວ.
ທ່ານກູເດັສຕານທີ່ວາງແຜນຕຳກັນເທື່ອນີ້ເວົ້າວ່າ:ທັງນີ້ບໍ່ໄດ້ພິສູດວ່າແຜນການເຮືອເຫາະຈັກກະວານຕຳພະຈັນເທື່ອນີ້ໄດ້ຫລົ້ມເຫລວແລ້ວ,ເພາະວ່າຈຸດສັງເກດອະວະກາດອື່ນໆເຊິ່ງລວມທັງກ້ອງສ່ອງອະວະກາດຮ່າໂບຢູ່ໂຄຈອນຫນ່ວຍໂລກສືບຕໍ່ສັງເກດຈຸດຕຳກັນຢ່າງເຄັ່ງຄັດ,ເພາະວ່າວັດຖຸທີ່ເດັນອອກຫລັງຈາກຕຳກັນແລ້ວນັ້ນ, 13 ຊົ່ວໂມງຈຶ່ງຈະຫາຍສາບສູນທັງຫມົດ,ສ່ວນການຊຳລະຂ່າວສານທີ່ກ່ຽວຂ້ອງທີ່ໄດ້ຮັບຈາກການຕຳກັນເທື່ອນີ້,ອາດຈະຕ້ອງການເວລາ 3 ເດືອນຈຶ່ງຈະມີຂໍ້ສະຫຼຸບສຸດທ້າຍໄດ້.
ພາລະກຳອີກລາຍຫນຶ່ງຂອງເຮືອເຫາະຈັກກະວານແມ່ນປົງສົບຢູ່ເທິງພະຈັນເປັນຄັ້ງທຳອິດຂອງມວນມະນຸດສິ່ງທີ່ເປັນຕາກ່າວເຖິງເປັນພິເສດນັ້ນແມ່ນເຮືອເຫາະຊອກຄົ້ນພະຈັນຕຳຫນ້າດິນໂລກພະຈັນເທື່ອນີ້,ນອກຈາກເພື່ອຢັ້ງຢືນພະຈັນມີນ້ຳຫຼືນ້ຳກ້ອນຫຼືບໍ່ແລ້ວ,ຍັງມີຫນ້າທີ່ພິເສດຫນຶ່ງອີກ,ເຊິ່ງກໍຄືປົງສົບຢູ່ເທິງພະຈັນຢ່າງມີຄວາມຫມາຍຜິດທຳມະດາ ຜູ່ທີ່ຖືກປົງສົບຢູ່ເທິງພະຈັນຜູ່ທຳອິດກໍແມ່ນທ່ານຢູຄິນ ຊູເມັກ ນັກດາລາສາດຊື່ດັງທີ່ລ່ວງລັບໄປແລ້ວຂອງອາເມລິກາ ຄົນທັງຫຼາຍໄດ້ຂຽນໃສ່ລີລາຈາລຶກພິເສດໃຫ້ເພິ່ນວ່າ,ນີ້ແມ່ນມະນຸດຫນ່ວຍໂລກຜູ່ທຳອິດທີ່ນອນຢູ່ດາລານອກຫນ່ວຍໂລກ ນີ້ມີຄວາມຫມາຍສຳຄັນທີ່ສຸດ ເພາະວ່າມັນຫມາຍຄວາມວ່າມະນຸດໄດ້ຂະຫຍາຍອານາເຂດຈາກຫນ່ວຍໂລກໄປສູ່ທົ່ວສຸລິຍະຈັກກະວານແລ້ວ,ສຸລິຍະຈັກກະວານພວມຮຽກຮ້ອງພວກເຮົາ.
ທ່ານຢູຄິນ ຊູເມັກແມ່ນນັກທໍລະນີສາດຈັກກະວານຜູ່ດີເລີດ,ຢູ່ໃນຕະຫຼອດຊີວິດທ່ານຢູຄິນ ຊຸເມັກ ກັບພັນລະຍາຂອງເພິ່ນລວມໄດ້ຊອກພົບດາວຫາງ 20 ກວ່າດວງແລະດາວນົບພະເຄາະນ້ອຍ 800 ກວ່າດວງ ແຕ່ການຊອກຫາດາວໃຫມ່ບໍ່ແມ່ນວຽກສະເພາະຂອງເພິ່ນ ຕະຫຼອດຊີວິດຂອງເພິ່ນ ເພິ່ນໄດ້ສຸມກຳລັງຄົ້ນຄວ້າພູເຂົາເປັນວົງເທິງພະຈັນແລະການເຄື່ອນໄຫວພາຍໃນຂອງທໍລະນີບົນພະຈັນທີ່ຈໍ່ຕົວຂຶ້ນເປັນພູເຂົາເປັນວົງດັ່ງກ່າວ.
ປີ 1997 ໃນເວລາປະຕິບັດຫນ້າທີ່ສຳຫຼວດສັງເກດເບິ່ງພູເຂົາວົງບົນພະຈັນຢູ່ທີ່ອົສຕຣາລີນັ້ນ,ທ່ານຢູຄິນ ຊຸເມັກໄດ້ເສຍຊີວິດຍ້ອນອຸປະຕິເຫດຈະລາຈອນ,ລວມອາຍຸ 69 ປີ ກ່ອນທ່ານຢູຄິນເສຍຊີວິດ,ເພິ່ນເຄີຍເວົ້າວ່າ ສິ່ງທີ່ຮູ້ສຶກເສຍດາຍທີ່ສຸດໃນຕະຫຼອດຊີວິດຂອງເພິ່ນກໍແມ່ນບໍ່ໄດ້ເອົາຄ້ອນທໍລະນີໄປເຄາະຫີນຢູ່ເທິງພະຈັນດ້ວຍມືຕົນເອງຫຼາຍຄົນເມື່ອຟັງຂ້າພະເຈົ້າເລົ່າເລື່ອງຂອງທ່ານຢູຄິນ ຊຸເມັກແລະຄວາມເວົ້າຂອງເພິ່ນດັ່ງກ່າວແລ້ວ,ໃຜກໍອົດເສຍດາຍນຳນັກວິທະຍາສາດອາວຸໂສຜູ່ນີ້ທີ່ຄິດຢາກຂຶ້ນໂລກພະຈັນນັ້ນບໍ່ໄດ້,ທ່ານໂປນໂດສາສະດາຈານມະຫາວິທະຍາໄລອາລີຊັງນາເວົ້າວ່າ,ບັດນີ້ເພິ່ນໄດ້ສົມຫວັງແລ້ວ.
|