ສະບາຍດີທ່ານຜູ່ຟັງທີ່ໂຄລົບ, ຍົນດີຕ້ອນຮັບທ່ານເຂົ້າສູ່ລາຍການນິທານສຸພາສິດ. ໃນລາຍການພາກນີ້, ຂ້າພະເຈົ້າຈະເລົ່ານິທານສຸພາສິດເລື່ອງ "ອູແຢຕູເຈິ່ນ" ສູ່ຟັງ, ຫວັງວ່າທ່ານຄົງຈະມັກ.
ໃນສະໄໝດຶກດຳບັນ, ຊາວຈີນມັກບູຊາດອຍໃຫຍ່ພູສູງ, ສະນັ້ນຈຶ່ງຮຽກດອຍໃຫຍ່ພູສູງທີ່ຂຶ້ນຊື່ລືຊາເປັນ "ເຢະ". ໃນສະໄໝເຈົ້າຢາວແລະເຈົ້າຊຸ້ນ, ຢູ່ຈີນກໍ່ມີຄຳທີ່ວ່າ "ອູເຢະ" ແປວ່າ "5ດອຍໃຫຍ່". ພະລາຊາທິລາດໃນສະໄໝນັ້ນ, ບາ 5 ປີໃດຈະຕ້ອງສະເດັດພາລາຊະດຳເນີນອອກລາດຕະເວນແຫ່ງຕ່າງໆເທື່ອໜຶ່ງ, ແລະໃຫ້ເຈົ້າພະຍາທີ່ປົກຄອງຢູ່ 5 ທິດຄື ທິດຕາເວັນອອກ ທິດຕາເວັນຕົກ ທິດໃຕ້ ທິດເໜືອແລະພາກກາງແຍກກັນເຂົ້າເຝົ້າ, ຈຸດເຂົ້າເຝົ້າກໍ່ແມ່ນຕ່າງຈັດຂຶ້ນຢູ່ເທິງ 5 ດອຍໃຫຍ່ດັ່ງກ່າວ.
5 ດອຍໃຫຍ່ດັ່ງກ່າວຢູ່ທິດຕາເວັນອອກແມ່ນພູທ້າຍຊານແຂວງຊານຕົງ ຢູ່ທິດຕາເວັນຕົກແມ່ນພູຮວາຊານແຂວງສ້ານຊີ ຢູ່ທິດໃຕ້ແມ່ນພູເຫິງຊານແຂວງຫູໜານ ຢູ່ທິດເໜືອແມ່ນພູເຫິງຊານແຂວງຊານຊີ. ສ່ວນດອຍໃຫຍ່ພາກກາງນັ້ນ ແມ່ນມີການປ່ຽນແປງໄປຕາມທີ່ຕັ້ງລາຊະທານີຂອງແຕ່ລະລາຊະວົງ. ພາຍຫຼັງລາຊະວົງໂຈວຕາເວັນອອກແລ້ວ ຈຶ່ງກຳນົດເອົາພູຊົງຊານ. ນອກຈາກພູຊົງຊານແລ້ວ, ດອຍໃຫຍ່ 4 ທິດເທິງນີ້ກໍ່ເລີຍກາຍເປັນຄຳແທນຊື່ຂອງເຈົ້າພະຍາທີ່ປົກຄອງ 4 ທິດນຳອີກ.
ໃນປື້ມ "ບັນທຶກປະຫວັດສາດ" ທີ່ແຕ່ງໂດຍສື່ມາຊຽນ ນັກປະຫວັດສາດທີ່ມີຊື່ສຽງໃນສະໄໝຮັ້ນຕາເວັນຕົກຂອງຈີນ ກໍ່ໄດ້ບັນທຶກເລື່ອງກ່ຽວກັບເຈົ້າຢາວກັບ 4 ດອຍໃຫຍ່ພູສູງ, ເພິ່ນບັນທຶກໄວ້ວ່າ ເຈົ້າຢາວກັບເຈົ້າພະຍາ 4 ທິດໄດ້ຮ່ວມກັນເປິກສາເລື່ອງຜູ່ສືບທອດລາຊະບັນລັງຂອງເພິ່ນ. ເພາະໃນຄາວນັ້ນ ເຈົ້າຢາວໄດ້ຄອງລາຊະບັນລັງມາເປັນເວລາ 70 ປີແລ້ວ, ຈຶ່ງຢາກຄັດເລືອກຜູ່ສືບທອດເພິ່ນໃຫ້ເໝາະສົມ. ເຈົ້າພະຍາ 4 ທິດຈິ່ງສະເໜີອີຊຸ້ນ ຊາຍທຳມະດາສາມັນຕໍ່ເຈົ້າຢາວ. ບັດນັ້ນເຈົ້າຢາວຈິ່ງໃຫ້ລູກສາວຂອງເພິ່ນສອງຄົນຈັດພິທີສົມລົດກັບຊຸ້ນ, ແລະສັງເກດໄປອີກຊົ່ວໄລຍະໜຶ່ງ, ເຈົ້າຢາວຈິ່ງຕົກລົງສະຫຼະບັນລັງໃຫ້ຊຸ້ນ, ຈາກນັ້ນ ປະເທດຈີນຈິ່ງເລີ່ມເຂົ້າສູ່ສະໄໝເຈົ້າຊຸ້ນທີ່ຂຶ້ນຊື່ລືນາມ. ເຈົ້າຢາວແລະເຈົ້າຊຸ້ນໄດ້ຮັບກຽດເປັນປັດຊະຍາເມທີສະໄໝຈີນບູຮານ.
ຊາວຈີນບູຮານພາກັນບູຊາດອຍໃຫຍ່ພູສູງ, ແລ້ວກ້າວຂຶ້ນຖືດອຍໃຫຍ່ເຫຼົ່ານັ້ນເປັນສັນຍະລັກຂອງເຈົ້າພະຍາທີ່ປົກຄອງທິດໜຶ່ງໆ. ດອຍໃຫຍ່ທີ່ໄດ້ຮັບຄວາມນັບຖືຫຼາຍກວ່າໝູ່ໃນຈຳນວນ 5 ດອຍນັ້ນ ແມ່ນພູທ້າຍຊານ ຢູ່ທິດຕາເວັນອອກ, ຍ້ອນຄົນທັງຫຼາຍພາກັນບູຊາພະອາທິດຫຼາຍ, ພໍພະອາທິດໂພ່ຂຶ້ນຈາກທິດຕາເວັນອອກ, ກໍ່ສົ່ງແສງແຈ້ງຮຸ່ງໄປທົ່ວໂລກ, ສະນັ້ນຄົນບູຮານຈິ່ງຖືວ່າພູທ້າຍຊານແມ່ນເປັນກົກເຄົ້າຂອງດອຍທັງຫຼາຍ, ເປັນກກຽດຕິພູມຂອງທົ່ວໂລກແລະເປັນອ້າຍກົກໃນຈຳນວນ 5 ດອນໃຫຍ່. ນີ້ກໍ່ແມ່ນຄວາມເປັນມາຂອງຄຳສຸພາສິດ "ອູເຢະຕູເຈິ່ນ" ແປວ່າ "ຕັ້ງໂຈ້ໂກ້ຂຶ້ນສູງກວ່າໝູ່ໃນຈຳນວນ 5 ດອຍ".
ປື້ມປະຫວັດສາດຈີນຊື່ "ຊູ້ຢີ້ຈີ້" ໄດ້ບັນທຶກເທບນິຍາຍໄວ້ວ່າ: ຜານກູ ຜູ່ສ້າງໂລກສ້າງແຜ່ນດິນແມ່ນຄົນໃຫຍ່ພິລຶກຜູ່ໜຶ່ງ, ບາດເພິ່ນລົ້ມຕາຍນອນຫງາຍຢູ່ບົນແຜ່ນດິນ, ຫົວເພິ່ນຫງາຍໄປທາງທິດຕາເວັນອອກ, ກັບກາຍເປັນພູທ້າຍຊານທີ່ເອີ້ນວ່າດອຍໃຫຍ່ທິດຕາເວັນອອກ; ສ່ວນທ້ອງເພິ່ນໄດ້ກັບກາຍເປັນດອຍໃຫຍ່ພາກກາງ, ແຂນເບື້ອງຊ້າຍກັບກາຍເປັນດອຍໃຫຍ່ທິດໃຕ້, ແຂນເບື້ອງຂວາກັບກາຍເປັນດອຍໃຫຍ່ທິດເໜືອ, ສອງຂາກັບກາຍເປັນດອຍໃຫຍ່ທິດຕາເວັນຕົກ. ຫົວຂອງເພິ່ນກັບກາຍເປັນດອຍໃຫຍ່ທິດຕາເວັນອອກ.ສະນັ້ນ ພູທ້າຍຊານຈິ່ງເປັນ "ຫົວໜ້າໝູ່ໃນ 5 ດອຍໃຫຍ່ພູສູງ" ດັ່ງກ່າວ.
ເທບນິຍາຍກໍ່ສາມາດປ່ຽນເປັນຄວາມຈິງໄດ້. ຕັ້ງແຕ່ເຈົ້າຝູຊີມາຮອດເຈົ້າອຽນ ເຈົ້າຫວງ, ຕັ້ງແຕ່ສິນຊີວ້ອງເຕ້ແລະຮັ້ນອູວ້ອງເຕ້ລາຊະວົງຮັ້ນມາຮອດຄ່າງຊີ່ວ້ອງເຕ້ແລະສຽນຫຼົງວ້ອງເຕ້ ໄລຍະທ້າຍຂອງສັງຄົມສັກດິນາຈີນ, ເຈົ້າຈັກກະພັດໃນທຸກສະໄໝລ້ວນແຕ່ເຄົາລົບນັບຖືພູທ້າຍຊານທີ່ສຸດ, ຕັ້ງໂຈ້ໂກ້ຂຶ້ນສູງກວ່າໝູ່ໃນຈຳນວນ 5 ດອນດັ່ງກ່າວ, ທັງຈັດພິທີບວງສວງ. ພູທ້າຍຊານໄດ້ທ້ອນໂຮມເອົາວັດທະນະທຳປະຫວັດສາດອັນລ້ຳເລີດຂອງທຸກລາຊະວົງຈີນ, ທ່ານໂກະໂມະເຢີ ນັກປະຫວັດສາດຈີນຖືເປັນຮູບຫຍໍ້ພາກສ່ວນໜຶ່ງຂອງປະຫວັດວັດທະນະທຳຈີນ, ແລະປະຈຸບັນກໍກາຍເປັນມໍລະດົກທຳມະຊາດແລະວັດທະນະທຳຂອງໂລກແລ້ວ.
|