ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-26 21:47:09    
ການ​ປະຕິ​ວັດ​ຂໍ້​ມູນ​ຂ່າວ​ສານ​ພວມ​ຈະ​ເລີນ​ຂຶ້ນຢູ່​ອິນ​​ເດຍ

cri Author: da
ພາຍຫລັງ​ສະຫະລັດ​ອາ​ເມ​ລິ​ກາ​ໄດ້​ນຳ​ຫນ້າ​ພາ​ຫມູ່​ວາງ​ໂຄງ​ຄວາມ​ຄຶດ​ແຫ່ງ​ການ​ກໍ່ສ້າງ​ທາງ​ດ່ວນ​ຂໍ້​ມູນ​ຂ່າວສານ​ໃນ​ທົ່ວປະ​ເທດ​ເມື່ອ​ປີ 1993 ​ແລ້ວ,ການ​າດາ ຍີ່ປຸ່ນ ອັງກິດ ຝຣັ່ງ ​ເຢຍລະ​ມັນ​ແລະ​ສາທາລະນະ​ລັດ​ເກົາຫລີ​ເປັນຕົ້ນກໍ​ຕິດ​ຕ້ອຍ​ຫອຍ​ຕາມ​ຢ່າງ​ໃກ້ຊິດ,​ໄດ້​ວາງ​ແຜນການ​ກໍ່ສ້າງ​ທາງ​ດ່ວນ​ຂໍ້​ມູນ​ຂ່າວສານ​ໃນ​ປະ​ເທດ​ຂອງ​ຕົນ.ອິນ​ເດຍ​ໃນ​ນາມ​ເປັນ​ປະ​ເທດ​ພວມ​ພັດທະນາ​ກໍ​ບໍ່​ຢາກຫຼ້າຫລັງ​ຫມູ່,ຈິ່ງ​ໄດ້​ອະນຸມັດ​ແຜນການ​ກໍ່ສ້າງ​ດ່ວນ​ຂໍ້​ມູນ​ຂ່າວສານນັ້ນ,ການ​ບຸກເບີກ​ອິນ​ເທີ​ແນັດ​ແລະ​ເຕັກນິກ​ຂໍ້​ມູນ​ຂ່າວສານ​ອື່ນໆ,ກໍ​ໄດ້​ກາຍ​ເປັນ​ກະ​ແສ​ຟອງ​ຟົດ​ຟື້ນ​ຂຶ້ນຢູ່ຕາມ​ບັນດາ​ປະ​ເທດ​ໃນ​ໂລກ,ຫມາຍ​ຄວມວ່າການ​ປະຕິວັດ​ຂໍ້​ມູນ​ຂ່າວສານ​ບັ້ນຫນຶ່ງ​ກໍ​ເກີດ​ຂຶ້ນຢູ່​ອິນ​​ເດຍ​ເຊັ່ນ​ດຽວ​ກັນ.

ອິນ​ເດຍ​ແມ່ນ​ຫນຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ມີ​ໂທລະ​​ເລກ​ແລະ​ໂທລະສັບ​ກ່ອນ​ຫມູ່​ໃນ​ໂລກ,ດຽວ​ນີ້,​ເຄືອ​ຂ່າວ​ໂທ​ລະ​ຄົມ​ຂອງ​ອິນ​ເດຍ​ໄດ້​ກາຍ​ເປັນ​ຫນຶ່ງ​ໃນ​ບັນດາ​ເຄືອ​ຂ່າຍ​ທີ່​ໃຫຍ່​ກວ່າ​ຫມູ່​ໃນ​ອາຊີ ນັບ​ມາ​ຮອດ​ວັນ​ທີ 31 ມີນາ ປີ 1999,ອິນ​ເດຍ​ໄດ້​ມີສູນ​ໂທລະສັບ 25 ພັນ​ເຄື່ອງ​ແລະ​ສາຍ​ໂທລະສັບ 26 ລ້ານ 5 ທມື່ນ​ສາຍ​ພ້ອມ​ດ້ວຍ​ສາຍ​ໂທລະສັບ​ຜ່ານ​ດາວ​ທຽມ 5 ພັນ​ສາຍ,ນັບ​ມາ​ຮອດ​ເດືອນ​ເມສາ​ປີນີ້,ອິນ​ເດຍມີ​ໂທະສັບ​ມືຖື 1 ລ້ານ 8 ​ຫມື່ນ​ເຄື່ອງ,​ໃຊ້​ໂທລະ​ເລກແລະ​ໂທລະສັບ​ຕິດ​ຕໍ່​ໄດ້​ເກືອບ​ຫມົດ​ທຸກ​ຂອກ​ທຸກ​ແຈ​ໃນ​ໂລກ.

ນັບ​ແຕ່​ເລີ່​ມ​ໃຊ້​ອິນ​ເທີ​ແນັດ​ເຂົ້າ​ໃນ​ການ​ຄ້າ​ຢູ່​ອິນ​ເດຍຢ່າງ​ເປັນ​ທາງ​ການ​ເມື່ອ​ປີ 1995 ​ເປັນຕົ້ນມາ,ຈຳນວນ​ຜູ່​ເຂົ້າອິນ​ເທີ​ແນັດ​ຢູ່​ອິນ​ເດຍ​ໄດ້​ເພີ່ມ​ຂຶ້ນຄົບ​ເທົ່າ​ດ້ວຍ​ລະດັບ​ໄວ​ພິລຶກ,​ເມື່ອ​ທ້າຍ​ປີ 1998 ຜູ່​ເຂົ້າອິນ​ເທີ​ແນັດ​ຢູ່​ອິນ​ເດຍມີ​ພຽງ 1 ​ແສນ 7 ຫມື່ນ​ຄົນ​ນັ້ນ,​ແຕ່​ມາ​ຮອດ​ທ້າຍ​ປີ 1999,ພັດ​ໄດ້​ເພີ່ມ​ຂຶ້ນຮອດ 6 ​ແສນ 1 ຫມື່ນ​ຄົນ,ປັດຈຸບັນ, ບັນລຸ​ເຖິງ 1 ລ້ານ​ຄົນ​ແລ້ວ,ຄຽງຄູ່​ກັບອິນ​ເທີ​ແນັດ​ໄດ້​ຂະຫຍາຍຕົວ​ຢ່າງ​ໄວ​ພະລັນ​ນັ້ນ,​ແວບ​ໄຊ​ທຸກ​ຊະນິດ​ກໍ​ປະກົດ​ຂຶ້ນຢູ່​ອິນ​ເດຍປານ​ດອກ​ເຫັດ​ໃນ​ຍາມ​ຝົນ,ຕາມ​ສະຖິຕິ​ຂອງ​ບໍລິສັດ​ນຳ​ໃຊ້​ອິນ​ເທີ​ແນັດ​ເຊິ່ງ​ເປັນ​ບໍລີ​ສັດ​ຂຶ້ນທະບຽນ​ຊື່,​ເຂດ​ອິນ​ເທີ​ແນັດ​ທີ່​ຕັ້ງສຳນັກງານ​ໃຫຍ່​ຢູ່​ອາ​ເມ​ລິ​ກາ,ຊື່​ເຂດ​ທີ່​ອິນ​ເດຍຂຶ້ນທະບຽນ​ຢູ່​ບໍລິສັດ​ແຫ່ງ​ນີ້​ມີ​ພຽງ 23 ພັນ​ເຂດ,ພາຍຫລັງ​ລັດຖະບານ​ອິນ​ເດຍ​ເຊົາ​ຈຳກັດ​ຕໍ່ອິນ​​ເທີ​ແນັດ​ເມື່ອ​ເດືອນ​ພະຈິກ​ປີ 1998 ​ແລ້ວມາ​ຮອດ​ປີ 1999 ຊື່​ເຂດ​ທີ່ອິນ​ເດຍຂຶ້ນທະບຽນ​ຢູ່​ບໍລິສັດ​ນຳ​ໃຊ້​ອິນ​ເທີ​ແນັດ​ໄດ້​ເພີ່ມ​ຂຶ້ນຮອດ 84  ພັນ​ເຂດ,ນັບ​ມາຮອດ​ປັດຈຸບັນ​ມີ​ເຖິງ 1 ​ແສນ​ເຂດ.

ອີງຕາມ​ການ​ລຽງ​ລຳດັບ​ຈຳນວນ​ບໍລິສັດ​ອິນ​ເທີ​ແນັດ​ຂອງບັນດາ​ປະ​ເທດ​ແລະ​ຕົວ​ເມືອງ​ໃນ​ໂລກ​ທີ່​ບໍລິສັດ​ນຳ​ໃຊ້​ອິນ​ເທີ​ແນັດ​ປະ​ກາດ​ເມື່ອ​ຕົ້ນ​ເດືອນ​ພຶດສະ​ພາປີ​ນີ້(ບໍ່​ນັບ​ອາ​ເມ​ລິ​ກາ ) ຈຳ​ນວນ​ບໍລິສັດ​ອິນ​ເທີ​ແ​ນັດ​ຂອງ​ອິນ​ເດຍ​ໄດ້​ເປັນ​ທີ 10 ອີກ, 9 ປະ​ເທດ​ທີ່​ຢູ່​ແຖວ​ຫນ້າ​ແມ່ນ​ອັງກິດ,ສາທາ​ລະນະ​ລັດ​ເກົາ​ຫລີ ກາ​ນາ​ດາ ຝຣັ່ງ ​ເຢຍລ​ະມັນ ຍີ່​ປຸ່ນ ຈີນ ​ແອ​ສປາຍ​ແລະ​ອີ​ຕາ​ລີ ຈຳນວນ​ບໍລິສັດ​ອິນ​ເທີ​ແນັດ​ທີ່ນະຄອນ​ບອມ​ເບ ​ເມືອງ​ຄ້າ​ທີ່​ໃຫຍ່​ກວ່າ​ຫມູ່​ແລະ​ສູນ​ທະນາຄານ​ຂອງ​ອິນ​ເດຍ​ໄດ້​ເປັນ​ທີ 10 ​ໃນ​ໂລກ,ອີກ 9 ຕົວ​ເມືອງ​ແມ່ນ​ເຊ​ອຸ່ນ,ລອນ​ດອນ ​ໂຕ​ໂຣນ​ໂຕ ອິສຕານ​ດາລີ ສິງກະ​ໂປ ປັກ​ກິ່ງ ມາ​ດິຼດ​ແລະ​ວັງ​ຄູ​ແວກ.

ການ​ປະຕິວັດ​ຂໍ້ມູນ​ຂ່າວ​ສານ​​ໄດ້​ກະຕຸກ​ຊຸກ​ຍູ້​ການ​ຂະຫຍາຍ​ອຸດສາ​ຫະກຳ​ຂໍ້​ມູນ​ຂ່າວສານ​ຂອງ​ອິນ​ເດຍ,​ໂດຍ​ເອົາ​ອຸດສາ​ຫະກຳ​ຊອຟ​ແວ​ຄອມ​ພິວ​ເຕີ​ເປັນ​ຫລັກ​ຢ່າງ​ແຂງ​ແຮງ,ຍ້ອນ​ອິນ​ເທີ​ແນັດ​ໄດ້​ຮັບ​ການ​ນຳ​ໃຊ້​ຢ່າງ​ກວ້າງ​ຂວາງ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ພ້ອມ​ທັງ​ບັນດາ​ບໍລິສັດ​ແລະ​ວິ​ສາ​ຫະກິດ​ໃຫຍ່​ໄດ້​ທະຍອຍ​ກັນ​ສ້າງ​ເຄືອ​ຂ່າຍ​ພາຍ​ໃນ,​ໂດຍ​ສະ​ເພາະ​ແມ່ນ​ການ​ຄ້າ​ເອ​ເລັກ​ໂຕຼນິກ​ໄດ້​ເກີດ​ຂຶ້ນ​ໃນ​ບໍ່​ທໍ່​ໃດປີ​ມາ​ນີ້, ອັນ​ໄດ້​ອຳນວຍ​ໂອກາດ​ການ​ຄ້າ​ຢ່າງ​ບໍ່ມີ​ການ​ຈຳກັດ,​ໃຫ້​ແກ່​ອຸດສາ​ຫະກຳ​ຊອຟ​ແວ​ຄອມ​ພິວ​ເຕີ​ຂອງ​ອິນ​ເດຍ,​ໃບ​ສັ່ງ​ຈອງ​ຊອຟ​ແວ​ອິນ​ເທີ​ແນັດ​ແລະ​ນຳ​ໃຊ້​ອິນ​ເທີ​ແນັດ,ຊອຟ​ແວ​ການ​ຄ້າ​ເອ​ເລັກ​ໂຕຼນິກ,ຊອຟ​ແວ​ຄຸ້ມ​ຄອງຊັບພະຍາກອນ​ມະນຸດ​ຂອງວິ​ສາ​ຫະກິດ​ແລະ​ຊອຟ​ແວ​ການ​ເງິນ​ເອ​ເລັກ​ໂຕຼນິກກໍ​ໄດ້​ປິວ​ເຂົ້າປະ​ເທດອິນ​ເດຍປານ​ຫ່າ​ຝົນ,​ໃນ​ຫຼາຍປີ​ມາ​ນີ້,ອິນ​ເດຍ​ໄດ້​ສົ່ງຊອຟ​ແວ​ອອກ​ຂາຍ​ນອກ​ເພີ່​ມ​ຂຶ້ນ​ເຖິງ 60% ຕໍ່​ປີ,​ແຕ່​ປີ 1995 ມາ​ຮອດ​ປີ 1996 ,ຍອດ​ບໍລິ​ມາດ​ຊອຟ​ແວ​ຂອງ​ອິນ​ເດຍທີ່​ສົ່ງອອກ​ຂາຍ​ນອ​ກ​ແມ່ນ​ມີ​ພຽງ 734 ລ້ານ​ໂດ​ລາ​ສະຫະລັດ​ທໍ່​ນັ້ນ,​ແຕ່​ມາ​ຮອດ​ປີ 1999 ​ເຖິງ ປີ 2000,ພັດຂຶ້ນ​ເຖິງ 3 ຕື້ 925 ລ້ານ​ໂດ​ລາ​ສະຫະລັດ,ກະ​ວ່າ​ແ​ຕ່ປີ 2000 ຮອດປີ 2001 ,ຈະ​ເພີ່ມ​ຂຶ້ນຮອດ 6 ຕື້ 500 ລ້ານ​ໂດ​ລາ​ສະຫະລັດ,​ເມື່ອ​ປີ​ກາຍ​ນີ້,ຕົວ​ເລກ​ດັດຊະນີ​ບັດ​ຫຸ້ນ​ສ່ວນ​ອຸດສາຫະກຳ 30 ຊະນິດ​ໃນ​ຕະຫຼາດ,ຫຸ້ນ​ບອມ​ເບ​ໄດ້​ສູງ​ຂຶ້ນ 64%,​ໃນ​ນັ້ນ,ມູນ​ຄ່າ​ຫຸ້ນ​ເຕັກນິກ​ຂໍ້​ມູນ​ຂ່າວສານ​ໄດ້​ສູງ​ຂຶ້ນຕັ້ງ 400% ບໍລິສັດ ​ເວ​ໂພຼ ທີ່​ເອົາ​ການ​ຜະລິດ​ຊອຟ​ແວ​ເປັນ​ຫລັກ​ແລະ​ບໍລິສັດ​ເຕັກນິກລະບົບ​ຂໍ້​ມູນ​ຂ່າວສານ,ກໍ​ໄດ້​ເຂົ້າຢູ່​ໃນ​ຖັນ​ແຖວ 500 ບໍລິສັດ​ໃຫຍ່​ທົ່ວ​ໂລກ​ເປັນ​ເທື່ອ​ທຳ​ອິດ​ໃນ​ປີ​ນີ້​ໂດຍ​ແມ່ນ​ວາລະສານ​ໂຝຫຸສ ​ເປັນ​ຜູ່​ປະ​ກວດ.

ການ​ປະຕິວັດ​ຂໍ້​ມູນ​ຂ່າວສານ ​ໄດ້​ໃສ່​ປິກ​ໃຫ້​ອຸດສາຫະກຳ​ດັ້ງ​ເດີມ​ຂອງ​ອິນ​ເດຍ​ແລະ​ໄດ້​ນຳ​ເອົາ​ພະລັງ​ຊີວິດ​ແຫ່ງ​ການ​ພັດທະນາ​ອັນ​ມະຫາສານ​ໃຫ້​ແກ່​ເຂົາ​ເຈົ້າ​ແລ້ວ.ຕົວຢ່າງ​ຄື:ບາງ​ບໍລິ​ສັດ​ຜະລິດ​ລົດຍົນ​ທີ່​ມີ​ຊື່​ສຽງ​ຂອງ​ອິນ​ເດຍ​ກໍ​ໄດ້​ຜ່ານ​ເຄືອ​ຂ່າວ​ພາຍ​ໃນ​ມາ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ພາຍ​ໃນ.ຫຼຸດຕ່ອງ​ໂສ້​ລະຫວ່າງ​ກາງ​ໃຫ້​ຫນ້ອຍ​ລົງ,ຍົກ​ສະມັດຖະພາບ​ການ​ຜະລິດ​ໃຫ້​ສູງ​ຂຶ້ນ,​ແລະ​ຂາຍ​ລົດ​ຜ່ານ​ຮ້ານ​ຄ້າ​ອິນ​ເທີ​ແນັດ,​ແຕ່​ປີ 1999 ມາ​ຮອດ​ປີ 2000,ຍອດ​ຈຳນວນ​ລົດ​ເກ໋ງທີ່​ຈຳຫນ່າຍ​ຢູ່​ພາຍ​ໃນ​ປະ​ເທດ​ອິນ​ເດຍ​ໄດ້​​ເພີ່ມ​ຂຶ້ນຫຼາຍກວ່າ​ປີ​ທີ່​ແ​ລ້ວ,ຄື​ເກີນ 6 ​ແສນ​ຄັນ,​ໃນ​ນັ້ນການຈຳຫນ່າຍ​ໂດຍ​ອິນ​ເທີ​ແນັດ​ແມ່ນ​ມີ​ຄຸນງາມຄວາມດີ​ຫຼາຍ.

ປັດຈຸບັນ,ການ​ຂະຫຍາຍ​ອິນ​ເທີ​ແນັດ​ຂອງ​ອິນ​ເດຍຍັງ​ບໍ່​ທັນ​ສະ​ຫມ່ຳສະ​ເຫມີ​ເທື່ອ,ຄອມ​ພິວ​ເຕີ​ບຸກຄົນ 4 ລ້ານ​ເຄື່ອງ​ໃນ​ທົ່ວ​ປະ​ເທດ​ຕົ້ນຕໍ​ແມ່ນ​ຈຸ້ມ​ກັນ​ຢູ່​ຕົວ​​ເມືອງ,​ໃນ​ຈຳນວນ​ບ້ານ​ເກືອບ​ເຄິ່ງຫນຶ່ງ​ໃນ​ທົ່ວ​ປະ​ເທດ​ຍັງ​ບໍ່​ທັນ​ມີ​ໂທລະ​ສັບ​ເທື່ອ,ສະນັ້ນ, ​ເພື່ອ​ຊຸກ​ຍູ້​ການ​ປະຕິວັດ​ຂໍ້​ມູນ​ຂ່າວສານ​ຢູ່​ຊົນນະບົດ​ອິນ​ເດຍ,ລັດຖະບານ​ອິນ​ເດຍຈິ່ງ​ຕັ້ງ 15 ສູນ​ໂທລະ​ຄົມຊົນນະບົດ ​ໃນ​ທົ່ວ​ປະ​ເທດ​ແລະ​​ໄດ້​ວາງ​ແຜນການ​ໃນ​ບໍ່​ທໍ່​ໃດ​ປີ​ຂ້າງ​ຫນ້າ​ຈະ​ເຮັດ​ໃຫ້​ມີ​ໂທລະສັບໃຊ້​ໃນ​ທຸກ​ບ້ານ,ຍ້ອນ​ຜູ່​ໃຊ້​ເຄ​ໂບທີ​ວີ​ຢູ່​ອິນ​ເດຍ​ໃນ​ປະຈຸ​ບັນ​ມີ​ເຖິງ 40 ລ້ານຄອບ​ຄົວ​​ແລ້ວ,ສະນັ້ນ,ບາງ​ບໍລິສັດ​ຂອງ​ອິນ​ເດຍຈິ່ງ​ພວມ​ອອກ​ແຮງ​ເຜີ​ຍ​ແຜ່​ເຕັກນິກ​ທີ່​ໃຊ້​ສາຍ​ກາບ​ທີ​ວີ​ເຊື່ອມ​ຕໍ່​ອິນ​ເທີ​ແນັດ,​ເພື່ອ​ເຮັດ​ໃຫ້​ຜູ່​ໃຊ້​ອິນ​ເທີ​ແນັດ​ໂດຍ​ຜ່ານ​ເຄ​ໂບທີ​ວີ,ຜູ່​ຊ່ຽວຊານ​ທ້ອງ​ຖິ່ນ​ບາງ​ຄົນ​ເຫັນ​ວ່າ,ອິນ​ເດຍ​ໃນ​ນາມ​ເປັນ​ປະ​ເທດ​​ໃຫຍ່​ທີ່​ມີ​ປະຊາກອນ 1 ພັນ​ລ້ານ​ຄົນ​ໃນ 3 ປີ ຫາ 5 ປີ​ຕໍ່ຫນ້າ​ນີ້​ຈະ​ສາມາດ​ເຂົ້າຢູ່​ໃນ​ຖັນ​ແຖວ 5 ປະ​ເທດ​ອິນ​ເທີ​ແນັດ​ໃຫຍ່​ໃນ​ໂລກ.

ຕໍ່​ໄປ​​​ແມ່ນ​ຂ່າວ​ວິ​ທະຍາ​ສາດ:

ນັກວິທະຍາສາດ​ເອີ​ລົບ​ໄດ້​ປະກາດ​ບົດ​ລາຍ​ງານ​ຄົ້ນຄວ້າ​ຮ່ວມ​ກັນ​ໂດຍ​ຢືນຢັນ​ວ່າ,​ໂອ​ໂຊນ​ໃນ​ທາດ​ດິນ​ແ​ມ່ນສັດຕູ​ໂຕ​ໃຫຍ່​ແຫ່ງ​ການ​ເຕີບ​ໃຫຍ່​ຂອງ​ພືດ,ມັນ​ສາມາດ​ສະກັດ​ກັ້ນບໍ່​ໃຫ້​ພືດ​ທຸກ​ຊະນິດ​ເຕີບ​ໃຫຍ່​ຂຶ້ນ,ອັນ​ໄດ້​ນຳ​ເອົາ​ຄວາມ​ເສຍ​ຫາຍ​ອັນ​ຫນັກ​ຫນ່ວງ​ມາ​ສູ່​ການ​ຜະລິດ​ກະສິກຳ.

​ໂອ​ໂຊນ​ແມ່ນ​ອາກາດ​ບໍ່​ມີ​ສີ​ທີ່​ມີ​ກິ່ນ​ເຫມັນ​ພິ​ເສດ​ແນວ​ຫນຶ່ງ​ທີ່​ເກີດ​ຂຶ້ນ​ໂດຍ​ທຳ​ມະ​ຊາດ​ໃນ​ບັນຍາກາດ,ຕົ້ນຕໍ​ແ​ມ່ນມີ​ຢູ່​ໃນຊັ້ນ​ໂອ​ໂຊນ​ຂອງບັນຍາກາດ​ຫນ່ວຍ​ໂລກ,ບົດ​ລາຍ​ງານ​ຊີ້​ອອກ​ວ່າ,ຊັ້ນ​ໂອ​ໂຊນ​ສາມາດ​ດູດ​ເອົາ​ແສງ​ອຸນຕຼາວີ​ໂອ​ເລ​ຂອງ​ຕາ​ເວັນ​ກວ່າ 99%,​ແມ່​ນກຳ​ແພງ​ທຳ​ມະ​ຊາດ​ທີ່​ປ້ອງ​ກັນ​ບໍ່​ໃຫ້​ພືດ​ສາ​ຊາດ​ຕາມ​ຫນ້າ​ດິນ​ຖືກ​ທຳລາຍ,​ແຕ່​ວ່າ​ໂອ​ໂຊນ​ທີ່​ມີ​ຢູ່​ໃນ​ທາດ​ດິນ​ນັ້ນ,ພັດ​ຈະ​ພາ​ໃຫ້​ກີດ​ມີ​ການ​ເຊື່ອມ​ພິດ​ຢ່າງ​ຮ້າຍ​ແຮງ,ຈາກ​ຜົນ​ການຄົ້ນຄວ້າ​ຫຼ້າສຸດສະ​ແດງ​ໃຫ້​ເຫັນ​ວ່າ,​ໂອ​ໂຊນ​ມີ​ລັກສະນະ​ທຳລາຍ​ຜົນລະປູກ​ຮ້າຍ​ແຮງ​ທີ່​ສຸດ​ແລະ​ບ່ອນ​ທີ່​ມີ​ແສງ​ແດດ​ກ້າຫຼາຍ,ການ​ທຳລາຍ​ດັ່ງກ່າວ​ກໍ​ຍິ່ງ​ຫຼາຍ,ຜູ່​ຄົ້ນຄວ້າ​​ໄດ້​ທົດ​ລອງ​ຢູ່​ອັງກິດສະ​ແດງ​​ໃຫ້​ເຫັນ​ວ່າ,ຜົນ​ຜະລິດ​ຂອງ​ດິນ​ປູກຝັງ​ທີ່​ຖືກ​ໂອ​ໂຊນ​ທຳລາຍ​ນັ້ນຈະ​ຫຼຸດຫນ້ອຍ 15%,​ແສງ​ແດດ​ຢູ່​ແອສ​ປາຍ​ກ້າກ​ວ່າ​ອັງກິດ​ຫຼາຍ,ຜົນ​ຜະລິດ​ກະສິກຳ​ຂອງ​​ແອສປາຍ​ຈະຫຼຸດຫນ້ອຍ​ລົງ​ຈົນ​ຮອດ 39% .