|
|
(GMT+08:00)
2005-05-26 22:44:09
|
|
ປະຫວັດການປະດິດສ້າງກ້ອງຈຸນລະທັດ
cri
Author: da
ກ້ອງຈຸນລະທັດເຄື່ອງທຳອິດໃນໂລກແມ່ນປະດິດສ້າງເມື່ອປີ 1590 ໃນກາງສະຕະວັດທີ 18 ,ທ່ານເລວິນ--ຮຸກ ຊາວໂຮນລັງໄດ້ໃຊ້ກ້ອງຈຸນລະທັດຊອກເຫັນຈຸລັງພ້ອມດ້ວຍບົດບາດຂອງມັນ,ນີ້ແມ່ນຫລັກຫມາຍທາງອັນທີຫນຶ່ງໃນປະຫວັດການຂະຫຍາຍຕົວຂອງກ້ອງຈຸນລະທັດ.
ຄຽງຄູ່ກັບການຄົ້ນຄວ້າຈຸລັງໄດ້ລົງສູ່ລວງເລິກຢ່າງບໍ່ຢຸດຢັ້ງ ນັບມື້ນັບຮູ້ສຶກກ້ອງຈຸນລະທັດແສງມີສັບພະຄຸນຈຳກັດ,ເພາະວ່າມັນຕ້ອງໃຊ້ແສງທີ່ເຫັນໄດ້,ສະນັ້ນ, ຄວາມສາມາດຈຳແນກຈຶ່ງຖືກຜົນສະທ້ອນຂອງຄື້ນແສງ,ບໍ່ສາມາດຊອກຮູ້ອົງປະກອບຂອງຈຸລັງໃຫ້ລະອຽດຕື່ມອີກ,ຄົນທັງຫຼາຍຄອງຄອຍຢາກມີຊຸບເປີກ້ອງຈຸນລະທັດທີ່ມີສັບພະຄຸນດີກວ່າ.
ປີ 1931 ທ່ານເອີນສ໌ທ໌--ລຸສຄາ ນັກວິສະວະກອນທີ່ເກີດຢູ່ໄຮແດນແບກແຫ່ງເຢຍລະມັນໄດ້ດຳເນີນການດັດແປງທີ່ສຳຄັນທີ່ສຸດຕໍ່ກ້ອງຈຸນລະທັດແຕ່ສະຕະວັດທີ 16 ມານີ້ພາຍໃຕ້ການຊີ້ນຳຂອງທ່ານດຣ. ມາກສ໌--ຄະນໍ ຫົວຫນ້າຫນ່ວຍ,ພວກທ່ານໄດ້ຄົ້ນຄວ້າເຮັດກ້ອງຈຸນລະທັດເອເລັກໂຕຼນິກເຄື່ອງຫນຶ່ງ,ກ້ອງຈຸນລະທັດເຄື່ອງນີ້ສາມາດຂະຫຍາຍສິ່ງຂອງ 10 ກວ່າເທົ່າ,ປີ 1932 ທ່ານເອີສ໌ທ໌ ລຸສຄາໄດ້ສຸມກຳລັງຍົກຄວາມສາມາດຈຳແນກຂອງກ້ອງຈຸນລະທັດເອເລັກໂຕຼນິກໃຫ້ສູງຂຶ້ນ,ທ່ານໄດ້ປະກາດວິທະຍານິພົນທີ່ພາດຫົວເລື່ອງວ່າ,ການຄືບຫນ້າຂອງວິທະຍາສາດແສງເອເລັກໂຕຼນິກເລຂາຄະນິດ,ລົງໃສ່ວາລະສານ ການຄືບຫນ້າຂອງຟິຊິກວິທະຍາຂອງເຢຍລະມັນ,ໃນບົດນິພົນ,ທ່ານໄດ້ໃຊ້ຊື່ກ້ອງຈຸນລະທັດເອເລັກໂຕຼນິກເທື່ອທຳອິດ,ສະນັ້ນ ປີ 1932 ຈຶ່ງຖືກຖືເປັນປີປະດິດສ້າງກ້ອງຈຸນລະທັດເອເລັກໂຕຼນິກ,ຫລັງຈາກນັ້ນ,ກ້ອງຈຸນລະທັດເອເລັກໂຕຼນິກໄດ້ກາຍເປັນເຄື່ອງມືອັນແຂງແຮງຂອງນັກວິທະຍາສາດໃນການຄົ້ນຄວ້າອົງປະກອບຂອງວັດຖຸຈຸນລະທັດແລະຮູບແບບຊີວິດໃນໄລຍະທ້າຍຂອງສະຕະວັດທີ 20.
ໃນທ້າຍຊຸມປີ 30 ສະຕະວັດທີ 20 ,ບໍລິສັດເຕັກນິກສູງທີ່ມີຊື່ສຽງເຊັ່ນ:ບໍລິສັດຊີແມນສ໌ຂອງເຢຍລະມັນເປັນຕົ້ນໄດ້ດັດແປງຫລັກມູນພື້ນຖານຂອງກ້ອງຈຸນລະທັດເອເລັກໂຕຼນິກໃຫ້ສົມບູນຂຶ້ນ.ປີ 1938 ,ກ້ອງຈຸນລະທັດເອເລັກໂຕຼນິກທີ່ສາມາດຂະຫຍາຍຮູບຖ່າຍ 3 ຫມື່ນເທົ່າໄດ້ຄົ້ນຄວ້າເຮັດສຳເລັດ.
ຫລັງຈາກນັ້ນ,ໄດ້ປະກົດມີກ້ອງຈຸນລະທັດເອເລັກໂຕຼນິກຊະນິດຫນຶ່ງທີ່ໄດ້ດັດແປງຕື່ມອີກ,ກ້ອງຈຸນລະທັດຊະນິດນີ້ສາມາດຂະຫຍາຍ 1 ແສນເທົ່າ,ຄຽງຄູ່ກັບເຕັກນິກແລະອຸປະກອນໄດ້ດັດແປງແລະຍົກລະດັບສູງຂຶ້ນຢ່າງບໍ່ຢຸດຢັ້ງ,ໃນທີ່ສຸດ,ຄົນທັງຫຼາຍໄດ້ບັນລຸຄວາມປາດຖະຫນາທີ່ຢາກສັງເກດປະລະມານູ,ສະມັດຖະພາບຈຳແນກສູງສຸດຂອງກ້ອງຈຸນລະທັດແສງແມ່ນປະມານ 200 ນາໂນແມັດ, ຂະຫຍາຍໄດ້ຜົນສູງສຸດ 1500 ເທົ່າ,ແຕ່ສະມັດຖະພາບຈຳແນກຂອງກ້ອງຈຸນລະທັດເອເລັກໂຕຼນິກສະໄຫມປະຈຸບັນໄດ້ບັນລຸ 0,1 ນາໂນແມັດ,ຂະຫຍາຍໄດ້ຮອດ 1 ລ້ານ 5 ແສນເທົ່າຂຶ້ນໄປ,ທໍ່ກັບເອົາຫມາກໂປ່ງທີ່ມີເສັ້ນຜ່າກາງ 4 ແມັດຂະຫຍາຍໃຫ້ໃຫຍ່ສ່ຳຫນ່ວຍໂລກ,ມັນຍັງສາມາດຂະຫຍາຍເມັດປະລະມານູໃຫ້ໃຫຍ່ສ່ຳຂະຫນົມກະລະເປົາແລະເຫັນຊັດເຈນທີ່ສຸດ.
--ຜ້າບັງປາກແມ່ນປະດິດສ້າງໃນເມື່ອໃດ?
ປີ 2003,ພະຍາດທີ່ເກີດຂຶ້ນກະທັນຫັນໄດ້ກະຫນ່ຳຫຼາຍທ້ອງຖິ່ນຂອງຈີນ,ນັ້ນກໍແມ່ນພະຍາດສາສ໌,ສ່ວນວິທີດີທີ່ສຸດໃນການປ້ອງກັນພະຍາດສາສ໌ກໍແມ່ນໃສ່ຜ້າບັງປາກ,ແຕ່ທ່ານຮູ້ບໍ່ວ່າ,ຜ້າບັງປາກແມ່ນປະດິດສ້າງໃນເມື່ອໃດ?
ຕາມຫນັງສືບັນທຶກການເດີນທາງຂອງມາໂກໂປໂລທີ່ຂຽນໂດຍທ່ານມາໂກໂປໂລນັກ ທ່ອງທ່ຽວທີ່ມີຊື່ສຽງຂອງອີຕາລີບັນທຶກໄວ້ວ່າ:ໃນສະໄຫມລາຊະວົງຢວນຂອງຈີນ,ໃນເວລາຮອງເຕສະເຫວີຍອາຫານນັ້ນ,ເພື່ອບໍ່ໃຫ້ລົມຫາຍໃຈຜູ່ຖະຫວາຍອາຫານຖືກກັບອາຫານ,ພາໃຫ້ພະອັງເອງຕິດພະຍາດ,ຈຶ່ງຕັດສັ່ງໃຫ້ເສນາທີ່ສົ່ງອາຫານໃຊ້ແພມົນໄຫມບັງປາກແລະດັງ,ແພມົນໄຫມກໍແມ່ນເຄົ້າເດີມຂອງຜ້າບັງປາກໃນຊູ່ມື້ນີ້,ຈາກນີ້,ກໍ່ເຫັນໄດ້ວ່າ,ຕັ້ງແຕ່ລາຊະວົງຢວນ 600 ກວ່າປີກ່ອນ,ຢູ່ໃນພະລາຊະວັງກໍໄດ້ເລີ່ມໃຊ້ຜ້າບັງປາກເພື່ອອະນາໄມແລ້ວ.
ປີ 1895 ,ນັກວິທະຍາສາດພະຍາດວິທະຍາຂອງເຢຍລະມັນໄດ້ຄົ້ນຄວ້າຢັ້ງຢືນວ່າ,ບາດແຜຂອງຄົນເຈັບຕິດເຊື້ອພະຍາດແມ່ນກ່ຽວພັນກັບເຊື້ອພະຍາດແຜ່ກະຈາຍຢູ່ໃນອາກາດ,ໃນເວລາຄົນເຮົາລົມກັນ,ນ້ຳລາຍທີ່ຟົ້ງອອກຈະມີເຊື້ອພະຍາດປົນຢູ່,ຖ້າໄປຕົກໃສ່ປາກບາດກໍຈະພາໃຫ້ບາດແຜນຕິດເຊື້ອ,ນັກວິທຍາສາດພະຍາດວິທະຍາໄດ້ສະເຫນີໃຫ້ນາຍຫມໍແລະຜູ່ພະຍາບານໃນຄາວນັ້ນໃສ່ເຄື່ອງບັງປາກແລະດັງທີ່ຫຍີບດ້ວຍຜ້າຝ້າຍ,ການກະທຳດັ່ງກ່າວໄດ້ຕັດຊ່ອງທາງທີ່ບາດແຜຕິດເຊື້ອພະຍາດໃນເວລາຜ່າຕັດ,ຈາກນັ້ນມາ,ໃນຫມູ່ນາຍຫມໍຜູ່ພະຍາບານແລະໃນຂະແຫນງການທີ່ຕ້ອງການເງື່ອນໄຂອະນາໄມຂ້ອນຂ້າງສູງນັ້ນໄດ້ໃຊ້ຜ້າບັງປາກໂດຍທົ່ວໄປ,ກາຍເປັນເຄື່ອງມືອະນາໄມແລະປ້ອງກັນພະຍາດທີ່ໃຊ້ກັນທົ່ວໄປ.
|
|
|