ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-27 10:23:52    
ກອງ​ປະກອບ​ອາວຸດ​ອີຣັກຈະ​ຈັດ​ວາງ​ຢູ່​ແບກ​ແດດ​ຢ່າງ​ຂະຫນາດ​ໃຫຍ່

cri
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 26 ພຶດສະພາ,ທ່ານ​ດູ​ໄລ​ມີ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ລັດຖະບານ​ຂ້າມ​ຜ່ານ​ອີຣັກ​ເວົ້າວ່າ,ກອງ​ປະກອບ​ອາວຸດ​ອີຣັກຈະ​ຈັດ​ວາງ​ທະຫານ 4 ຫມື່ນ​ກວ່າ​ຄົນ​ຢູ່​​ແບກ​ແດດ ນະຄອນຫລວງ​ອີຣັກ,​ເພື່ອ​ໄລ່​ປາບ​ຜູ້​ປະກອບ​ອາວຸດ​ຕ້ານ​ລັດຖະບານ.

ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ແບກ​ແດດ​ໃນ​ວັນທີ 26 ພຶດສະພາ,ທ່ານ​ດູ​ໄລ​ມີ​ເວົ້າ​ວ່າ,ການຈັດ​ວາງ​ກອງ​ທະຫານ​ທີ່​ຈະ​ດຳ​ເນີນ​ໃນ​ໄວໆ​ນີ້​ແມ່ນ​ກອງ​ປ້ອງ​ກັນ​ຄວາມ​ສະຫງົບ​ອີຣັກ​ໃຊ້​ການ​ເຄື່ອນ​ໄຫວ​ປ້ອງ​ກັນ​ຄວາມ​ສະຫງົບ​​ທີ່​ໃຫຍ່​ກວ່າ​ຫມູ່ຢູ່​ແບກ​ແດດ.ທ່ານ​ເວົ້າວ່າ,​ແບກ​ແດດ​ຈະ​ຖືກ​ແບ່ງ​ອອກ​ເປັນ 22 ​ເຂດ,​ເຂດ​ເຫົ່ຼານີ້​ຈະຕັ້ງດ່ານ​ຫລາຍໆ​ຊັ້ນ,ມາດ​ຕະການ​ກວດກາ​ຄວາມ​ປອດ​ໄພ​​ແມ່ນ​ບໍ່​ເຄີຍ​ມີ​ມາ​ກ່ອນ,ຜູ້​ປ້ອງ​ກັນ​ຄວາມ​ສະຫງົບ​ມາ​ຈາກ​ກະຊວງ​ພາຍ​​ໃນ​ແລະ​ກະຊວງ​ປ້ອງ​ກັນ​ປະ​ເທດ.ທ່ານ​ດູ​ໄລ​ມີ​ຊີ້​ອອກ​ວ່າ,ນີ້​ຈະ​ແມ່ນ​ຂັ້ນຕອນ​ທຳ​ອິດ​ຂອງ​ການ​ເຄື່ອນ​ໄຫວ​ໂຈມ​ຕີ​ຢ່າງ​ເຂັ້ມງວດ​ທີ່​ແນ​ໃສ່​ກອງ​ປະກອບ​ອາວຸດ​ຕ້ານ​ລັດຖະບານ​ໃນ​ທົ່ວ​ປະ​ເທດ.