ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-27 16:50:43    
​ທ່ານ​ອັບ​ບາສໄປ​ຢ້ຽມຢາມ​ອາ​ເມ​ລິ​ການັ້ນ​ໄດ້​ຮັບ​ໝາກຜົນ​ຫຍັງ​ທ່ານ​ອັບ​ບາສ​ໄປ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ​ນັ້ນ​ໄດ້​ຮັບ​ໝາກ​ຜົນ​ຫຍັງ

cri Author: sayvanny
ຕາມ​ຂ່າວ CRI , ວັນ​ທີ 26 ພຶດ​ສະ​ພາ, ຫຼັງ​ຈາກ​ໄດ້​ພົບ​ປະ​ທ່ານ​ບຸສ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​​ແລ້ວ, ​ທ່ານ​ອັບ​ບາສ ປະ​ທານ​ອົງ​ການ​ອຳ​ນາດ​ແຫ່ງ​ຊາດ​ປາ​ເລັສ​ຕິນ​ໄດ້​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ​ສາມ​ມື້. ບຸກ​ຄົນ​ວິ​ເຄາະ​​ເຫັນ​ວ່າ, ການ​ຢ້ຽມ​ຢາມ​ຂອງ​ທ່ານ​ອັບ​ບາສ​ຄັ້ງ​ນີ້​ໄດ້​ຮັບ​ໝາກ​ຜົນ​ຈຳ​ນວນ​ໜຶ່ງ.

​ ກ່ອນ​ອື່ນ, ທ່ານ​ບູສ​ຖື​ທ່ານ​ອັບ​ບາສ​ເປັນ​ຜູ່​ນຳ​ທີ່​ຮ່ວມ​ມື​ໄດ້​ແລະ​ໜ້າ​ໄວ້​​ເນືອ​ເຊື່ອ​ໃຈ​ໄດ້. ທ່ານ​ບູສ​ຕ້ອນ​ຮັບ​ທ່ານ​ອັບ​ບາສຢູ່​ທຳ​ນຽບ​ຂາວ​ນັ້ນ​ໄດ້​ສົ່ງ​ສັນ​ຍານ​ດັ່ງ​ລຸ່ມ​ນີ້: ​ໄດ້​ຮັບ​ຮອງ​ແລະ​ຍ້ອງ​ຍໍ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ອັບ​ບາສ​ໃນ​​ການ​ໂຈມ​ຕີ​ກຳລັງ​ປະ​ກອບ​ອາ​ວຸດ​ຫົວ​ຮຸນ​ແຮງ​ປາ​ເລັສ​ຕິນ ​ຊຸກ​ຍູ້​ການ​ປະ​ຕິ​ຮູບ ລົບ​ລ້າງ​ການ​ເສຍ​ທາດ​ຂາດ​ຄຸນ​ແລະ​ສ້າງ​ເສດ​ຖະ​ກິດ​ຈະ​ເລີ​ນຮຸ່ງ​ເຮຶອງ. ​ເມື່ອ​ທຽບ​ກັບ​ທ່ານ​ບຸສ​ຂວ້ຳ​ບາດ​ທ່ານ​ອາ​ລາ​ຟັດໃນ 4 ປີ​ທີ່​ຜ່ານ​ມາ​ແລ້ວ, ອາ​ເມ​ລິ​ກາ​ໄດ້​ສະ​ແດງ​ທ່າ​ທີ​ທີ່​ຍິນ​ດີ​ຮ່ວມ​ມື​​ກັບ​ທ່ານ​ອັບ​ບາສ.

ຖັດມາ, ທ່ານ​ບຸສ​ໄດ້​ກ່າວ​ລື້ມ​ຫຼັກ​ໝັ້ນ​ຂອງ​ອາ​ເມ​ລິ​ກາ​ທີ່​ສະ​ໜັບ​ສະ​ໜູນ​ແຜນ ການ​ເສັ້ນ​ທາງ​ສັນ​ຕິ​ພາບ. ທ່ານ​ບຸສ​ເວົ້າ​ວ່າ, ຫຼັກ​ໝັ້ນ​ຂອງ​ລັດ​ຖະ​ບານ​ອາ​ເມ​ລິ​ກາຕໍ່​ການ​ເຈ​ລະ​ຈາ​ລະ​ຫວ່າງ​ປາ​ເລັສ​ຕິນ​ກັບ​ອິສ​ຣາ​ແອນ​ແມ່ນ, ທະ​ຫານ​ອິສ​ຣາ​ແອນ​ຄວນ​ຖອນ​ກັບ​​ຢູ່​ບ່ອນ​ກ່ອນ​ວັນ​ທີ 28 ກັນຍາ ປີ 2000; ບັນ​ຫາ​ຕ່າງໆ ​ຄື, ​ຮັບ​ຮອງ​ຖາ​ນະ​ສຸດ​ທ້າຍ​ເຊິ່ງ​ລວມ​ທັງ​ບັນ​ຫາ​ເຢ​ລູ​ຊາ​ເລັມ​ດັດ​ແກ້​ເສັ້ນ​ຢຸດ​ຍິງ​ໃນ​ປີ 1949 ​ແລະ​ອື່ນໆ​ລ້ວນ​ແຕ່​ຕ້ອງ​​ໃຫ້​ທັງ​ສອງ​ຝ່າຍ​ປາ​ເລັສ​ຕິນ​ກັບ​ອິສ​ຣາ​ແອນ​ເຈ​ລະ​ຈາ​ກັນ​ຕົກ​ລົງ; ຕ້ອງ​ຮັບ​ປະ​ກັນ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ກັບ​ເຂດ​ກາ​ຊາ​ເຊື່ອມ​ຕໍ່​ກັນ, ​ເພື່ອ​ສ້າງ​ຕັ້ງ​ປະ​ເທດ​ປາ​ເລັສ​ຕິນ.

ນອກ​ນີ້, ທ່ານ​ບູສ​ໃຫ້​ຄຳ​ໝັ້ນສັນຍາ​ວ່າ​, ຈະ​ສະໜອງການ​ຊ່ວຍ​ເຫຼືອທາງ​ເສດ​ຖະກິດ​ໂດຍ​ກົງ​ທີ່​ຕົກ​ເປັນ​ເງິນ 50 ລ້ານ​ໂດ​ລາ​ສະຫະລັດ​ແກ່​ລັດຖະບານ​ປົກຄອງ​ຕົນ​ເອງ​ປາ​ເລັສຕິນ. ກ່ອນ​ນີ້, ອາ​ເມ​ລິ​ກາອ້າງ​ໂດຍ​ຕະຫຼອດວ່າ, ​ສະ​ກັດ​ກັ້ນການ​ເສຍ​ທາດ​ຂາດ​ຄຸນ​, ​ເອົາເງິນ​ທີ່ຊ່ວຍ​ເຫຼືອປາ​ເລັສຕິນນັ້ນ​ໃຫ້​ແກ່​ອົງການ​ບໍ່​​ແມ່ນ​ຂອງ​ລັດຖະບານ, ພັດ​ໃຫ້​ລັດຖະບານ​ປາ​ເລັສຕິນ​​ໂດຍ​ກົງໜ້ອຍທີ່ສຸດ. ຄັ້ງນີ້, ທ່ານ​ບຸສ​ໃຫ້​ຄຳ​ໝັ້ນສັນຍາ​ດັ່ງ​ກ່າວ​ກໍ່​ສະ​ແດງ​ໃຫ້​ເຫັນ​ວ່າ, ທ່ານ​ຮັບຮອງ​ຄວາມ​ພະຍາຍາມ​ຂອງ​ທ່ານ​ອັບ​ບາດ​ໃນ​​ການ​ໂຈມ​ຕີ​ການ​ເສຍ​ທາດ​ຂາດ​ຄຸນ​ແລະ​ຊຸກ​ຍູ້​ການ​ປະຕິ​ຮູບ.

​ແຕ່​ສິ່ງ​ທີ່​ຕ້ອງ​ເອົາ​ໃຈ​ໃສ່​ນັ້ນ​ແມ່ນ, ການສະ​ແດງ​ທ່າ​ທີ​ຂອງທ່ານ​ບຸສ​ໃນ​ແຜນ ການ​ເສັ້ນທາງສັນຕິ​ພາບ​ຍັງ​ຄົງ​ຄ້າຍຄື​ກັນ​ກັບ​ແຕ່​ກ່ອນ, ບໍ່​​ໄດ້​ໃຊ້ຫຼັກໝັ້ນ​ແຂງກວ່າ​ເກົ່າ​ຕໍ່​ອິສຣາ​ແອນ, ສ່ວນ​​ໃຫ້ການ​ຊ່ວຍ​ເຫຼືອທາງ​ເສດ​ຖະກິດ​ໂດຍ​ກົງ​ທີ່​ທ່ານ​ບຸສ​ຮັບປະກັນ​ນັ້ນຍັງ​ຕ້ອງ​ຖ້າ​ລັດຖະສະພາ​ອະນຸມັດ, ​ແຜນການ​ຊ່ວຍ​ເຫຼືອອື່ນໆ​ກໍ​ຕ້ອງ​ຄອຍຖ້າຈັດຕັ້ງ​ປະຕິບັດ​. ປັດຈຸບັນ, ສະມາຊິກ​ລັດຖະສະ​ພາ​ຈຳນວນ​ໜຶ່ງຂອງ​ອາ​ເມ​ລິ​ກາ​​ຍັງ​ເປັນ​ຫ່ວງ​ນຳສະພາບການ​ເສຍ​ທາດ​ຂາດ​ຄຸນ​ຂອງ​ລັດຖະບານ​ປາ​ເລັສ ຕິນຢູ່, ​​ເຈ​ຕະນາ​ຂີດ​ຂວາງ​ການ​ຜ່ານ​ຍັດຕິ​ກ່ຽວ​ກັບ​ການ​ໃຫ້​ເງິນ​ໂດຍ​ກົງ. ສະນັ້ນ, ຖ້າຄຳ​ໝັ້ນສັນຍາ​ຕ່າງໆ​ຂອງຝ່າຍ​ອາ​ເມ​ລິ​ກາ​ທີ່​ມີ​ຕໍ່​ທ່ານ​ອັບ​ບາສຄັ້ງນີ້​ຮັບ​ການ​ບັນລຸ​ຜົນ​ເປັນ​ຈິງ​ໝົດຍັງ​ມີ​ປັດ​ໃຈບໍ່ແນ່​ໃຈຈຳນວນ​ໜຶ່ງ.