ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-27 17:02:11    
ສຸຂະພາບ​ເຄິ່ງ​ແຂງ​ແຮງ

cri Author: li
ຂໍ​ໃຫ້​ທ່ານລອງ​ຄຶດ​​ເບິ່ງ​ວ່າ,ທ່ານ​ມີ​ຄວາມ​ຮູ້ສຶກ​ແນວ​ນີ້​ເລື້ອຍໆບໍ່​ຄື ບາງ​ທີ​ໃຈ​ສັ່ນ,ຫາຍ​ໃຈ​ຝືດ,ອ່ອນ​ເພຍ​ໝົດ​ຄີງ,​ແຕ່​​ໃບ​ບັນທຶກ​ຄື້ນ​ໄຟ​ຟ້າ​ຂອງ​ຫົວ​ໃຈພັດ​ປົກ​ກະຕິ,ບາງທີ​ເຈັບຫົວ,ວິນ​ຫົວ,​ແຕ່​ເລືອດດັນ​ແລະພາບ​ຄື້ນ​ໄຟຟ້າ​ສະໝອງ​ບໍ່​ມີ​ບັນຫາ. ຖ້າ​ເປັນ​ແນວ​ນັ້ນ,ສຸຂະພາບ​ຂອງທ່ານ​ກໍ​ອາດ​ຈະ​ຢູ່​ໃນ​ສະພາບ​ເຄິ່ງ​ແຂງ​ແຮງ,ກໍ​ແມ່ນ​ສະພາ​ບສີ​ຂີ້​ເທົ່າ​ແລະ​ຄົນເຄິ່ງ​ແຂງ​ແຮງ​ທີ່ມັກ​ເວົ້າກັນ.

"​ເຄິ່ງ​ແຂງ​ແຮງ"​ໝາຍ​ເຖິງ​ຮ່າງກາຍ​ຢູ່​ໃນ​ສະພາວະ​ລະຫວ່າງ​ສຸຂະພາບ​ເຂັ້ມ​ແຂງ​ກັບ​ເປັນ​ພະຍາດ,ກໍ​​ວ່າ​ພະຍາດ​ອິດ​ເໝື່ອຍ​ຊຳ​ເຮື້ອ​ຫຼື​ສະພາບ​ທີ​ສາມ. ນັກ​ແພດສາດ​ຂອງ​ບັນດາ​ປະ​ເທດ​ໃນ​ໂລກ​ລ້ວນ​ແຕ່​ໄດ້​ຄົ້ນຄວ້າ​ສະພາບ​ເຄິ່ງ​ແຂງ​ແຮງ​ຢ່າງ​ຫຼວງຫຼາຍ,​​ແຕ່ຈົນ​ຮອດ​ຊູ່​ມື້​ນີ້ ພວກ​ເພີ່ນກໍ​ບໍ່​ໄດ້​ຊອກ​ພົບ​ປັດ​ໄຈ​ພິ​ເສດ​ຫຍັງ​ທີ່​ພາ​ໃຫ້​ເປັນ​ແບບ​ນີ້,​ແພດສາດ​ປັດຈຸບັນ​ກໍ​ບໍ່​ໄດ້​ຊອກ​ເຫັນ​ມູນ​ເຫດ​ແລະ​ກົນ​ໄກ​ພາ​ໃຫ້​​ບໍ່​ສະບາຍ,ສະນັ້ນ ຈຶ່ງ​ຂາດ​​ເຂີນ​ວິທີ​ປິ່ນປົວ​ທີ່​ໄດ້​ຜົນ​​ແທ້​ຈິງ.

ການ​ສຳຫຼວດ​ສະ​ແດງ​ໃຫ້​ເຫັນ​ວ່າ,ຜູ້​ທີ່​ເຮັດ​ວຽກ​ຄຸ້ມ​ຄອງ​ວິ​ສາ​ຫະກິດ​ແລະ​ການ​ເຄື່ອນ​ໄຫວ​ການ​ຄ້າ​ຈະ​ມີສະພາບ​ບໍ່​ສະບາຍທີ່​ວ່າ​ມານັ້ນ​ຫຼາຍ​ແດ່. ຕາມ​ສະຖິຕິ,ຜູ້​ທີ່​ຢູ່​ໃນ​ສະພາວະ​ເຄິ່ງ​ແຂງ​ແຮງ​ຄື​ບໍ່​ສະບາຍ​ນັ້ນ​ສ່ວນຫຼາຍ​ອາຍຸ​ຢູ່​ໃນ​ລະຫວ່າງ​ 20 ປີ​ຮອດ 45 ປີ.

ອາການບໍ່​ສະບາຍ​ມັກ​ຖືກ​ບົ່ງມະຕິ​ເປັນ​ພະຍາດສັງ​ລວມຍ້ອນ​ອິດ​ເໝື່ອຍ,ນ້ຳ​ຊຶມ​ພາຍ​ໃນຮ່າງກາຍ​ເສຍ​ຄວາມ​ດຸນ​ດ່ຽງ,​ເສັ້ນປະສາດ​ອ່ອນ​ແລະ​ພະຍາດ​ໝົດ​ລະດູ​ປັນຕົ້ນ. ອາການ​​ໃນ​ດ້ານ​ຈິດ​ໃຈ​ແມ່ນ:ຈິດ​ໃຈ​ບໍ່​ຊື່ນ,ກະທົບ​ຕອບ​ຊ້າ,ນອນ​ບໍ່ຫຼັບ,ຝັນ​ຫຼາຍ,ຫົວ​ນອນ​ໃນຍາມ​ກາງ​ເວັນ,​ໃຈ​ບໍ່​ຕ້ອມ,ຄວາມ​ຊົງ​ຈຳ​ເສື່ອມ,ໝຸດໝັດ,​ໃຈຮ້ອນ,ມັກ​ຕື່ນ​ເປັນຕົ້ນ,ອາການ​ໃນ​ດ້ານ​ຮ່າງກາຍ​ແມ່ນມັກ​ເໝື່ອຍ,ອ່ອນ​ເພຍ,ຫາຍ​ໃຈ​ຝືດ​ໃນ​ເວລາ​ຫັດກາຍ,​ເຫື່ອ​ອອກຫຼາຍ,​ເຈັບ​ແອວ​ເຈັບ​ຫຼັງ​ປວດ​ແຂ່ງ​ປວດ​ຂາ​ເປັນຕົ້ນ. ນອກ​ນີ້,ຍັງ​ອາດ​ຈະ​ມີ​ອາການ​ລະບົບ​ເສັ້ນ​ເລືອດ​ຫົວ​ໃຈ​ເຊັ່ນຫົວ​ໃຈ​ສັ່ນ,​ໃຈ​ເຕັ້ນບໍ່​ສະ​ໝ່ຳສະ​ເໝີ​​ເປັນຕົ້ນ.
ການ​ຄົ້ນຄວ້າ​ຂອງ​ຜູ້​ຊ່ຽວຊານ​ທີ່​ກ່ຽວຂ້ອງ​ສະ​ແດງ​ໃຫ້​ເຫັນ​ວ່າ,ປັດ​ໄຈ​ທີ່​ພາ​ໃຫ້​​ບໍ່​ສະບາຍ​​ເລື້ອຍໆ​ນັ້ນ​ມີ​ຫຼາຍຂໍ້​ດັ່ງ​ລຸ່ມ​ນີ້​ຄື:

ໜຶ່ງ,ຍ້ອນ​ວ່າການ​ແກ່ງ​ແຍ່ງ​​ແຂ່ງຂັນ​ກັນນັບ​ມື້​ນັບ​ດຸ​ເດືອດ,ຄົນ​ເຮົາ​ຕ້ອງໃຊ້​ສະໝອງ​ແລະ​ຄຶດຫຼາຍ​ເກີນ​ໄປ,ອະ​ໄວ​ຍະ​ວະ​ສຳຄັນ​ໃນ​ຮ່າງກາຍ​ຢູ່​ໃນ​ສະພາບ​ຫາບ​ແບກ​ໜັກ​ເກີນ​ໄປ​ເປັນ​ເວລາ​ຍາວ​ນານ.

ສອງ,ຍ້ອນ​ຮ່າງກາຍ​ເຖົ້າ​​ເຂົ້າ​ໄປ​ເລື້ອຍໆ​ຈຶ່ງປະກົດ​​ວ່າ,​ແຮງ​ບໍ່ພໍ,ກຳລັງ​ວັງຊາ​ບໍ່​ພຽງພໍ,​ເສັ້ນ​ປະສາດ​ກໍ​ອ່ອນລົງ,ບໍ່​ສາມາດ​ສອດຄ່ອງ​ກັບ​ສະພາບ​ແວດ​ລ້ອມ.

ສາມ,​ອາດ​ຈະ​ແມ່ນໄລຍະ​ຕົ້ນຂອງ​ພະຍາດ​ເສັ້ນ​ເລືອດ​ຫົວ​ໃຈ​​ແລະ​ສະໝອງ​ແລະ​ຊີ້ນ​ປົ່ງ​ເປັນຕົ້ນ. ກ່ອນ​ເປັນ​ພະຍາດ,ຮ່າງກາຍ​ຈະ​ບໍ່​ມີ​ການ​ປ່ຽນ​ແປງ​​ເປັນ​ພະຍາດ,​ໃນ​​ໄລຍະເວລາ​ຍາວ​ນານ​ສົມຄວນ,​ແຕ່​​ໃນ​ດ້ານ​ສັບພະ​ຄຸນ​ຂອງ​ອະ​ໄວ​ຍະ​ວະ​ໃດ​ໜຶ່ງໄດ້​ຕິດ​ຂັດ​ແລ້ວ,ຕົວຢ່າງ​ຄື​ຫາຍ​ໃຈ​ຝືດ,ວິນ​ຫົວ,ຕາລາ​ຍ,ນອນບໍ່ຫຼັບ​ແລະ​ຂີ້ລືມ.

ສີ່,​ໄລຍະ​ກະ​ແສ​ຕ່ຳ​ຂອງ​ຮອບ​ວຽນ​ຊີວະ​ຊາດ​ໃນ​ຮ່າງກາຍ​ຂອງຄົນ. ຈະ​ແມ່ນ​ຄົນ​​ແຂງ​ແຮງ,ກໍ​ອາດ​ຈະ​ຢູ່​ໃນ​ສະພາວະ​ບໍ່​ສະບາຍ​ໃນ​​ໄລຍະ​ອັນ​ແນ່ນອນ.ຖ້າ​ຢູ່​ໃນ​ສະພາວະ​​ເຄິ່ງ​ແຂງ​ແຮງ​ທີ່ບໍ່​ສະບາຍ​ກໍ​ຄວນ​ບຳລຸງ​ຮ່າງກາຍ. ວິທີ​ຕ້ານ​ກັບ​ການບໍ່​ສະບາຍ​ທີ່​ວິທະຍາສາດ​ກວ່າ​ໝູ່​ແມ່ນ​ຮັບປະກັນ​ໃຫ້​ມີທາດ​ບຳລຸງຢ່າງ​ສະ​ໝ່ຳສະ​ເໝີ. ​ໃນ​ຊີວິດ​ປະຈຳ​ວັນ,ອາຫານ​​ແຕ່ລະມື້​ຕ້ອງ​ຮັບປະກັນ​ບໍ່​ໃຫ້​ຂາດ​ທາດ​ບຳລຸງ​​ທີ່​ຮ່າງກາຍ​ຕ້ອງການ​ຈັກຢ່າງ​ເຊັ່ນ​ນ້ຳຕານ,​ໂປຼຕິນ,​ໄຂມັນ,​ທາດແຮ່​ແລະ​ວິຕາມິນ​ເປັນຕົ້ນ. ພ້ອມ​ກັນນັ້ນ ຍັງ​ຄວນ​ເອົາ​ໃຈ​ໃສ່ສອງ​ດ້ານ​ໃນ​ອາຫານ​ການ​ກິນ​ຄື,ໜຶ່ງ​ແມ່ນ​ຢ່າ​ໃຫ້ທາດ​ບຳລຸງ​ແລະ​ກາ​ໂລ​ລີຫຼາ​ຍ​ເກີນຄວາມ​ຕ້ອງການ;​ສອງ​ແມ່ນ​ຢ່າ​ອົດ​ອາຫານເພື່ອ​ຈຸດປະສົງໃດ​ໜຶ່ງ​ຈົນ​ພາ​ໃຫ້​ຂາດທາດ​ບຳລຸງໃດ​ໜຶ່ງ​​ແລະ​ກາ​ໂລ​ລີ​ບໍ່​ພຽງ​ພໍ. ​ເພາະຄວາ​ມຜິດພາດ​ສອງ​ຢ່າງ​ດັ່ງກ່າວ​ລ້ວນ​ແຕ່​ຈະ​ພາ​ໃຫ້​ຮ່າງກາຍ​ຕົກ​ຢູ່​ໃນ​ສະພາວະ​ບໍ່​ສະບາຍ​ຄື​ເຄິ່ງ​ແຂງ​ແຮງ. ​ເວົ້າລະອຽດ​​ແລ້ວ​ກໍ​ແມ່ນ,​ຜູ້ໄວ​ກາງຄົນ​ທີ່​​ແຂງ​ແຮງ​ຕ້ອງການ 1500 ກາ​ໂລ​ລີ​ຕໍ່​ມື້,ຜູ້​ທີ່​ເຮັດ​ວຽກ​ຫຼາຍ​ຕ້ອງການ 2000 ກາ​ໂລ​ລີຕໍ່​ມື້,ການ​ເພີ່ມ​ທາດ​ບຳລຸງ​ເລື້ອຍໆ​ແມ່ນ​ປະຖົມ​ປັດ​ໄຈ​ທີ່​ຈະ​ຮັກສາ​ກຳລັງ​ວັງຊາ​ຂອງ​ຄົນ​ເຮົາ.