ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-27 20:32:51    
ການ​ພົວ​ພັນ​ຈີນ​ມາ​ເລ​ເຊຍ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່​ທີ່​ຂະ​ຫຍາຍ​ຕົວ​ຮອບ​ດ້ານ

cri Author: da
ຕາມ​ຂ່າວ​ສານ​ຊິນ​ຮວາ:​ແຕ່​ຈີນ​ມາ​ເລ​ເຊຍ​ສ້າງ​ການ​ພົວພັນ​ທາງ​ການ​ທູດ 31 ປີ​ມາ​ນີ້,ການ​ພົວພັນ​ມິດຕະ​ພາບ​ແລະ​ຮ່ວມ​ມືລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ໜັກ​ແໜ້ນ.​ໂດຍ​ສະ​ເພາະ​ແມ່ນ​ໃນ 10 ກວ່າ​ປີ​ມາ​ນີ້,ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ການ​ເມືອງ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ເພີ່ມ​ທະວີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ​,ການ​ຮ່ວມມື​ທາງ​ເສດ​ຖະກິດ​ການ​ຄ້າກໍ​ພັດ​ທະນາ​ຢ່າງ​ໄວວາ​,ການ​ແລກ​ປ່ຽນ​ທາງ​ການ​ສຶກສາ​ວັດທະ​ນະທຳ​ແລະ​ການ​ທ່ອງ​ທ່ຽວ ​ແລະ​ການ​ໄປມາ​ຫາສູ່​ກັນ​ລະຫວ່າງ​ປະຊາ​ຊົນ​ທັງ​ສອງ​ຊາດນັບ​ມື້​ນັບ​ຫຼາຍ​ຂຶ້ນ,ການ​ພົວພັນ​ຮ່ວມ​ມື​ທີ່​ສະ​ເໝີ​ພາບ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະຫວ່າງ​ສອງ​ຝ່າຍ​ໄດ້​ຂຶ້ນ​ສູ່​ໄລຍະ​ໃໝ່​ທີ່​ຂະຫຍາຍ​ພົວ​ຮອບ​ດ້ານ.

​ແຕ່​ສອງ​ປະ​ເທດ​ສ້າງ​ການ​ພົວພັນ​ທາງ​ການ​ທູດ​ໃນ​ວັນ​ທີ 31 ພຶດ​ສະພາ​ປີ 1974 ​ເປັນຕົ້ນມາ,ການ​ພົວ​ພັນ​ສອງ​ຝ່າຍ​ຈີນ​ມາ​ເລ​ເຊຍ​ໄດ້​ເປີດ​ໜ້າ​ໃໝ່.​ໃນ​ຫຼາຍ​ປີ​ມາ​ນີ້,ຜູ້ນຳ​ສອງ​ປະ​ເທດ​ຢ້ຽມຢາມ​ເຊິ່ງ​ກັນ​ແລະ​ກັນ​ເປັນ​ຫຼາຍ​ເທື່ອ​,ນີ້ໄດ້​ສ້າງ​ພື້ນຖານ​ອັນ​ໜາ​ແໜ້ນ​ໃຫ້​ແກ່​ການ​ຂະຫຍາຍ​ການ​ພົວ​ພັນ​ລະຫວ່າງ​ສອງ​ຝ່າຍ.​ຜູ້ນຳ​ຈີນ​ຄືທ່ານ​ຈຽງ​ເຈີ​ມິນ​ແລະ​ທ່ານ​ຈູ​ຢົງ​ຈີ​ເຄີຍ​ຢ້ຽມຢາມ​ມາ​ເລ​ເຊຍ,​ທ່ານ​ມາ​ຮາ​ເຕຍ ອະດີດ​ນາຍົກ​ລັດ​ຖະມົນ​ຕີມາ​ເລ​ເຊຍ​ກໍ​ເຄີຍ​ຢ້ຽມ​ຢາມ​ຈີນ 7 ​ເທື່ອ.​ໃນ​ເວລາ​ຢ້ຽມຢາມ​ຈີນ​ໃນ​ເດືອນ​ພຶດສະພາ​ປີ​ກາຍ​ນີ້, ທ່ານ​ບາ​ຕາ​ວີ ນາຍົກ​ລັດຖະ​ມົນຕີມາ​ເລ​ເຊຍ​​ໄດ້​ເຈລະຈາ​ກັບ​ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ແລະ​ທ່ານ​ເວີນ​ເຈຍ​ປາວ ນາຍົກ​ລັດຖະ​ມົນຕີ,​ສອງ​ຝ່າຍ​ມີ​ຄວາມ​ເຫັນ​ເປັນ​ເອ​ກະສັນ​ກັນ​ຢ່າງ​ກວ້າງ​ຂວາງ​ໃນ​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ແລະ​ບັນ​ຫາ​ສາກົນ​ທີ່​ສົນ​ໃຈ​ນຳ​ກັນ.​ເນື່ອງ​ໃນ​ໂອກາດ​ສອງປະ​ເທດ​ສ້າງ​ການ​ພົວພັນ​ທາງ​ການ​ທູດ​ຄົບ​ຮອບ 31 ປີ,ທ່ານ​ອູ​ປາງ​ໂກ ປະທານ​ຄະນະ​ປະຈຳ​ສະພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ຈະ​ຢ້ຽມ​ຢາມ​ມາ​ເລ​ເຊຍ​ໃນ​ວັນ​ທີ 28 ພຶດ​ສະພາ,ນີ້​ຈະສ້າງ​ຄວາມ​ຊີວິດ​ຊີວາ​ໃໝ່​ແກ່​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ.

​​ແຕ່​ປີ 1985 ​ເປັນ​ຕົ້ນ​ມາ,ສອງ​ປະ​ເທດ​ໄດ້​ເຊັນ​ເອກະ​ສານ​ຮ່ວມ​ມື 13 ສະບັບ​ເຊັ່ນ:"ສັນຍາ​ການ​ຄ້າ​ລັດຖະ​ບານ","ສັນຍາ​ການບິນ","​ເອກະສານ​ໂຄງ​ລ່າງ​ກ່ຽວ​ກັບ​ການ​ຮ່ວມ​ມື​ຮອບດ້ານ​ທີ່​ເດີນ​ໄປ​ສູ່​ສະ​ຕະວັດ​ທີ 21 "​ແລະ"ບົດ​ບັນທຶກ​ຊ່ອຍ​ຈຳ​ຮ່ວມ​ມື​ທາງ​ການ​ສຶກສາລະ​ຫວ່າງ​ຈີນ​ມາ​ເລ​ເຊຍ"​ເປັນ​ຕົ້ນ,ອັນ​ໄດ້​ຊຸກຍູ້​ການ​ພົວພັນ​ສອງ​ຕໍ່​ສອງ​ຂະຫຍາຍ​ໄປສູ່​ທິດ​ຮອບ​ດ້ານ​ຢ່າງ​ສະດວກ​.ນອກ​ນີ້,ສອງ​ປະ​ເທດ​ຍັງ​ຊອກ​ຫາ​ຊ່ອງ​ທາງ​ໃໝ່​ແຫ່ງ​ການ​ເພີ່​ມທະວີ​ການ​ຮ່ວມ​ມື​ສອງ​ຕໍ່​ສອງ​ແລະ​ຢູ່​ພາກ​ພື້ນ ພາຍ​ໃຕ້​ຂອບ​"ອາ​ຊຽນ-ຈີນ"​ແລະ"ອາ​ຊຽນ-ຈີນ ຍີ່ປຸ່ນ ສ.​ເກົາຫຼີ".

ຈີນ​ແລະ​ມາ​ເລ​ເຊຍ​ແມ່ນ​ປະ​ເທດ​ພວມ​ພັດ​ທະນາ,​ລ້ວນ​ແຕ່​ອອກ​ແຮງ​ພັດ​ທະນາ​ເສດ​ຖະກິດ​ຂອງປະ​ເທດ​ຕົນ.ການ​ຮ່ວມ​ມື​ທາງ​ເສດ​ຖະກິດ​ແລະ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ,​ແມ່ນ​ຈຸດ​ຮຸ່ງ​ໃນ​ການ​ຂະຫຍາຍ​ຕົວ​ແຫ່ງ​ການ​ພົວ​ພັນ​ລະຫວ່າງ​ສອງ​ຝ່າຍ.​ເສດຖະກິດ​ຂອງ​ຈີນ​ແລະ​ມາ​ເລ​ເຊຍ​ສາມາດ​ຕາບ​ຈູ​ນກັນ​ຫຼາຍ​,ຜະລິດ​ຕະພັນ​ຂອງ​ສອງ​ປະ​ເທດ​ແມ່ນ​ຂາຍ​ດີ​ຂາຍ​ດິບ​ຢູ່​ຕະຫຼາດ​ຝ່າຍ​ກົງ​ກັນ​ຂ້າມ,ນີ້​ໄດ້​ສະໜອງ​ເງື່ອນ​ໄຂ​ທີ່​ດີ​ໃຫ້​ສອງ​ຝ່າຍ​ອອກ​ແຮງ​ພັດ​ທະນາ​ການ​ຄ້າ,ຍ​ອດມູນ​ຄ່າ​ການ​ຄ້າ​ຂອງ​ສອງ​ຝ່າຍ​ໄດ້​ເພີ່ມ​ຂຶ້ນ​ໃນ​ຫຼາຍ​ປີ​ຕິດ​ໆກັນ.ຕາມ​ສະຖິຕິ,​ຍອດ​ມູນ​ຄ່າ​ການ​ຄ້າ​ຈີນ​ມາ​ເລ​ເຊຍ​ໃນ​ປີ 2004 ​ໄດ້​ບັນລຸ 26 ຕື້ 200 ລ້ານ​ໂດ​ລາ​ສະຫະ​ລັດ,​​​ເຊິ່ງ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ປີ​ 2003 30%,​ເມື່ອ​ທຽບ​ກັບ​ປີ 1995,​ໄດ້​ເພີ່ມ​ຂຶ້ນ​ເກືອບ 7 ​​ເທົ່າ.

ພ້ອມ​ກັນນັ້ນ,​ໂຄງ​ການທີ່​ມາ​ເລ​ເຊຍ​ລົງທຶນ​​ຢູ່​ຈີນ​ໂດຍ​ກົງ​ໃນ​ປີ 2004 ມີ 352 ​ໂຄງ​ການ,​​ມູນ​ຄ່າ​ໃນຂໍ້​ຜູກ​ພັນ​ຫຼາຍ​ເຖິງ 1 ຕື້ 300 ລ້ານ​ໂດ​ລາ​ສະຫະ​ລັດ,​​​ເຊິ່ງ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ປີ 2003​ 35%.​ໂຄງ​ການ​ລົງ​ທຶນ​ຂອງ​ມາ​ເລ​ເຊຍ​ຢູ່​ຈີນ ນັບ​ລວມ​ແລ້ວ​ມີ 3200 ກວ່າ​ໂຄງ​ການ,​ຍອດ​ມູນ​ຄ່າ​ການ​ລົງ​ທຶນ​ຕົວ​ຈິງ​ມີ​ປະມານ 3 ຕື້ 500 ລ້ານ​ໂດ​ລາ​ສະຫະ​ລັດ.​ນັບ​ມາ​ຮອດ​ທ້າຍ​ປີ 2004,​ໂຄ​ງການ​​ຕ່າງໆ​ທີ່​ຝ່າຍ​ຈີນ​ຮັບ​ເໝົາ​ຢູ່​ມາ​ເລ​ເຊຍ​ນັ້ນມີ​ເຖິງ 1400 ກວ່າ​ໂຄງ​ການ,ມູນ​ຄ່າ​ໃນ​ຂໍ້​ຜູກ​ພັນມີ 3 ຕື້​ກວ່າ​ໂດ​ລາ​ສະຫະ​ລັດ.

ນອກ​ນີ້,ການ​ແລ​ກປ່ຽນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ດ້ານ​ວັດທະນະທຳ ການ​ສຶກສາ​ແລະ​ການທ່ອງທ່ຽວ​ເປັນ​ຕົ້ນ,​ໂດຍ​ສະ​ເພາະ​ແມ່ນ​ການ​ໄປມາ​ຫາສູ່​ກັນ​ຂອງ​ປະຊາຊົນ​ໃນ​ຂົງ​ເຂດ​ເຫຼົ່າ​ນີ້​ໄດ້​​ເພີ່ມ​ຂຶ້ນ​ຫຼາຍ.​ຄະນະ​​ສີ​ລະ​ປະວັດ​ທະນະ​ທຳ​ແລະ​ກິລາ​ຂອງ​ສອງ​ຝ່າຍ​ໄດ້​ຢ້ຽມຢາມ​​ເຊິ່ງກັນ​ແລະ​ກັນ​​ເລື້ອຍໆ​,ນັກ​ສຶກ​ສາມາ​ເລ​ເຊຍ​ຢູ່​ຈີນ​ກໍ​ເພີ່ມ​ຂຶ້ນ​​ຫຼາຍ​,ປະຈຸ​ບັນ​ມີ​ເຖິງ 1 ໝື່ນ​ກວ່າ​ຄົນ.ຈຳນວນ​ຜູ້​ທ່ອງ​ທ່ຽວ​ຂອງ​ຈີນ​ແລະ​ຂອງມາ​ເລ​ເຊຍ​ໃນ​ປີ 2004 ລວມ​ເຂົ້າ​ກັນ​ແລ້ວ ມີ​ປະມານ 1 ລ້ານ 3 ​ແສນ​ຄົນ.​ປະຊາ​ຊົນ​ຂອງ​ສອງ​ປະ​ເທດ​ຢ້ຽມຢາມ​ແລະ​ຕິດ​ຕໍ່​ພົວພັນ​ກັນ​ຢ່າງ​ກວ້າງ​ຂວາງ,​​ເຮັດ​ໃຫ້​​ມິດຕະ​ພາບ​ແລະ​ຄວາມ​ເຂົ້າ​ໃຈກັນ​ລະຫວ່າງ​ປະຊາຊົນ​ທັງ​ສອງ​ປະ​ເທດ​ລົງ​ສູ່​ລວງເລິກ​ຕື່ມອີກ.

ມາ​ເລ​​ເຊຍ​ຍຶດ​ໝັ້ນ​ຫຼັກ​ໝັ້ນ​ຈີນ​ດຽວ.ໃນ​ວຽກ​ງານ​ສາກົນ,ຈີນ​ແລະມາ​ເລ​ເຊຍ​ເອົາ​ໃຈ​ໃສ່​ນຳ​ການ​ປະສານ​ງານ​ແລະ​ການ​ຫາ​ລຶກັນ​,ສະໜັບ​ສະໜູນ​ເຊິ່ງ​ກັນ​ແລະ​ກັນ,ປະ​ສານ​ສົມທົບ​ກັນ,ມີ​ທັດ​ສະນະ​ຄື​ກັນ​ໃນ​ບັນຫາ​ສາກົນ​ທີ່​ສຳຄັນ,​ໄດ້​ພ້ອມ​ກັນທຳ​ຄວາມ​ພະຍາ​ຍາມ​ຢ່າງ​ບໍ່​ລົດ​ລະ​​ເພື່ອ​ຊຸກຍູ້​ສັນຕິ​ພາບ​ແລະ​ການ​ພັດ​ທະນາ​ຂອງ​ໂລກ.