ສະບາຍດີທ່ານຜູ່ຟັງທີ່ໂຄລົບ, ຍິນດີຊົມເຊີຍທ່ານເຂົ້າສູ່ລາຍການນິທານສຸພາສິດ. ໃນລາຍການພາກນີ້, ຂ້າພະເຈົ້າຈະສະເໜີນິທານສຸພາສິດເລື່ອງ: "ລຽງຊ້າງຈິ່ນຈື" ສູ່ທ່ານຟັງ, ຫວັງວ່າທ່ານຄົງຈະມັກ.
ຄຳສຸພາສິດ "ລຽງຊ້າງຈິ່ນຈື" ໝາຍເຖິງຂະໂມຍເຂົ້າໄປລັກເຄື່ອງຢູ່ໃນຫ້ອງ. ແຕ່ວ່າກ່ຽວກັບຄວາມເປັນມາຂອງສຸພາສິດຄຳນີ້, ໃນປະຫວັດສາດຈີນແມ່ນມີນິທານທີ່ໜ້າຄຶດເລື່ອງໜຶ່ງ.
ໃນສະໄໝຮັ້ນຕາເວັນອອກຂອງຈີນ, ມີຜູ່ໜຶ່ງຊື່ວ່າເສິນສື, ເພິ່ນເກີດຢູ່ໃນຄອບຄົວທຸກຍາກ, ແຕ່ມັກອ່ານໜັງສືທີ່ສຸດແລະມີຄຸນນະທຳດີ. ເສິນສືເຄີຍເປັນເຈົ້າເມືອງໄທ້ຊິວ.ເວລາປະຕິບັດໜ້າທີ່, ເພິ່ນໄດ້ປະຕິບັດຕາມກົດໝາຍຢ່າງທ່ຽງທຳ, ຕັດສິນຄວາມຜິດຄວາມຖືກຢ່າງຖືກຕ້ອງ. ເວລາເພິ່ນເປັນນາຍກໍບໍ່ເຫັນແກ່ຕົວ, ຍາມໃດກໍຄຳນຶງເຖິງຜົນປະໂຫຍດຂອງຜູ່ອື່ນຢູ່ສະເໝີ, ເພາະສະນັ້ນຈິ່ງໄດ້ຮັບຄວາມໂຄລົບນັບຖືຈາກມວນຊົນ. ພາຍລຸນມາ ຍ້ອນການຍາດຊິງກັນລະຫວ່າງພັກຝ່າຍ, ເພິ່ນເລີຍຖືກປົດຕຳແໜ່ງ ກັບຄືນເມືອບ້ານ.ແຕ່ພໍ່ແມ່ປະຊາຊົນໃນບ້ານກໍຍັງໂຄລົບນັບຖືເພິ່ນທີ່ສຸດ, ຖ້າມີການຜິດຖຽງກັນຫຍັງໃນຊີວິດປະຈຳວັນ ກໍມັກຈະໄປໃຫ້ເພິ່ນແກ້ໄຂຄວາມຜິດຖືກຊ່ອຍ. ເສິນສືເປັນຄົນຈູບຈ້າວ, ມັກຊ່ອຍເຫຼືອຜູ່ອື່ນ, ທັງຊຳລະແກ້ໄຂບັນຫາຢ່າງທ່ຽງທຳ, ເພາະສະນັ້ນ ຄົນທັງສອງຝ່າຍທີ່ຜິດຖຽງກັນຈິ່ງມັກໃຫ້ເພິ່ນຊ່ອຍແກ້ໄຂໄກ່ເກ່ຍຢ່າງແຈບອົກແຈບໃຈໝົດທຸກຝ່າຍ.
ເສິນສືອອກການໄປຢູ່ບ້ານ, ຄ່ຳມື້ໜຶ່ງ, ມີຄົນຂີ້ລັກຜູ່ໜຶ່ງລັກເຂົ້າໄປໃນເຮືອນເພິ່ນ, ແຕ່ເວລານັ້ນມັນຍັງບໍ່ທັນກ້າລົງມືລັກຂອງໃນທັນທີເທື່ອ, ຈິ່ງເລີຍປີນຂຶ້ນເມືອລີ້ຢູ່ເທິງຂື່, ເພື່ອລໍຖ້າໂອກາດ. ເສິນສືເປັນຄົນມັກອ່ານໜັງສືທີ່ສຸດ, ຕອນຄ່ຳມື້ນັ້ນເດິກແລ້ວກໍ່ຍັງບໍ່ນອນເທື່ອ. ແຕ່ວ່າຄົນຂີ້ລັກໝູບຢູ່ເທິງຂື່ຮູ້ສຶກເມື່ອຍຫຼາຍ, ຈົນອົດບໍ່ໄດ້ຕ້ອງຢ່ອນຂາລົງຢຽດ, ພໍດີໄປເຕະເອົາກະຕ່າໜ່ວຍໜຶ່ງ ຈົນໄດ້ຍິນສຽງຄ່ອຍໆດັງຂຶ້ນ. ຄ້ອມພໍດີເວລານັ້ນ ເສິນສືອ່ານໜັງສືກໍ່ເມື່ອຍແລ້ວ, ພວມເອົານິ້ວມືບີບຂະໝັບຢູ່, ເລີຍໄດ້ຍິນສຽງຢູ່ເທິງຂື່, ເພິ່ນກໍຮູ້ໂລດວ່າຢູ່ເທິງຫັ້ນຈະຕ້ອງມີຄົນລີ້ຢູ່.
ເສິນສືເຮັດຕິມິດໆຢູ່, ເພິ່ນເອີ້ນລູກຫຼານພາກັນລຸກຂຶ້ນ, ນຸ່ງສົ້ງເສື້ອແລ້ວໃຫ້ເຂົາເຈົ້າມາໂຮມກັນຢູ່ອ້ອມຂ້າງເພິ່ນ. ເສິນສືເຮັດໜ້າເຄັ່ງອຶ້ງຕຶ້ງແລ້ວກໍສັ່ງສອນຕັກເຕືອນພວກລູກຫຼານວ່າ: "ເປັນຄົນຈະຕ້ອງເຄັ່ງຄັດຕໍ່ຕົນເອງ, ຕໍ່ໄປເມືອໜ້າຈິ່ງຈະເປັນຄົນດິບຄົນດີຄືໝູ່. ຄົນທີ່ເຮັດແນວຮ້າຍກໍ່ບໍ່ແນ່ນອນວ່າບໍ່ມີເຈດຕະນາດີ, ມີແຕ່ເມື່ອເຂົາໄດ້ເຮັດແນວຮ້າຍແລ້ວບໍ່ຢາກແກ້ຄວາມຜິດ, ຫຼາຍເດືອນຫຼາຍປີຜ່ານໄປແລ້ວກໍກາຍເປັນສັນດານ, ແລ້ວຄ່ອຍໆເດີນໄປຕາມເສັ້ນທາງຕ້ອງໂທດ. ຜູ່ທີ່ໝູບຢູ່ເທິງຂື່ດຽວນີ້ກໍ່ແມ່ນຄົນຄືແນວນີ້ຫັ້ນແຫຼະ". ພໍໄດ້ຍິນຄຳເວົ້າຂອງເສິນສື, ຄົນຂີ້ລັກທີ່ໝູບຢູ່ເທິງຂື່ກໍຕົກໃຈວາບຈົນໜ້າມ້ານ, ແລ້ວຟ້າວລົງຈາກຂື່, ຂຸເຂົ່າກົ້ມຫົວລົງຂໍຂະມາໂທດ. ເສິນສືສັ່ງສອນເຂົາວ່າ: "ເບິ່ງໜ້າຕາແລະທ່າທາງຂອງເຈົ້າແລ້ວເຫັນວ່າເຈົ້າບໍ່ແມ່ນຄົນຮ້າຍ, ເຈົ້າຄວນສຳຫຼວດຕົນໃຫ້ມັນເລິກ, ປ່ຽນຈາກຄົນຮ້າຍມາເປັນຄົນດີ. ເວົ້າອີກດ້ານໜຶ່ງແລ້ວ: ເຈົ້າເປັນຄົນຂີ້ລັກອາດຈະແມ່ນຍ້ອນຄວາມທຸກຍາກບີບບັງຄັບ!" ເພິ່ນເລີຍສັ່ງໃຫ້ຄົນໃນເຮືອນເອົາຜ້າສອງໄມ້ມາໃຫ້ຄົນຂີ້ລັກຜູ່ນີ້. ຈາກນັ້ນຕໍ່ມາດົນນານ, ໃນເມືອງໄທ້ຊິວກໍ່ບໍ່ມີຄະດີຂີ້ລັກເກີດຂຶ້ນເລີຍ.
ນີ້ກໍ່ແມ່ນຄວາມເປັນມາຂອງຄຳສຸພາສິດທີ່ວ່າ "ຄົນຂີ້ລັກຢູ່ເທິງຂື່". ມັນສັ່ງສອນໃຫ້ພວກເຮົາຮູ້ວ່າ, ເປັນຄົນຕ້ອງຄົນສະຫງ່າຜ່າເຜີຍ, ຢ່າໄປຕາມທາງຂີ້ຮ້າຍ; ຍັງສັ່ງສອນພວກເຮົາວ່າ, ເຖິງວ່າຜູ່ໃດເຄີຍເຮັດແນວຮ້າຍຫຼາຍເທື່ອຫຼາຍທີມາແລ້ວກໍ່ຕາມ, ທະແນມແຕ່ເຂົາບໍ່ປະປ່ອຍໃຫ້ເຈົ້າຂອງເຮັດຕະພຶດໄປຕາມມີຕາມເກີດ, ເມື່ອຜ່ານການສັ່ງສອນແລ້ວກໍຍັງຈະກັບກາຍມາເປັນຄົນດີໄດ້. ພ້ອມກັນນັ້ນ, ວິທີຂອງເສິນສືໃນການສັ່ງສອນ "ຄົນຂີ້ລັກຢູ່ເທິງຂື່" ນັ້ນ, ບໍ່ຮູ້ວ່າໄດ້ສ້າງພາບປະທັບໃຈອັນເລິກເຊິ່ງໄວ້ກັບທ່ານຜູ່ຟັງຫຼືບໍ່!
|