ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-30 16:21:41    
ຈີນ​ວາງ​ກົດຫມາຍ​ກົດ​ບັນຍັດ​ແລະນະ​ໂຍບາຍຕ່າງໆ​ຊຸກ​ຍູ້​ການ​ພັດທະນາ​ເສດຖະ​ກິດ​ສັງຄົມ​ຂອງ​ເຂດ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ

cri
ຕາມ​ຂ່າວCRI: ວັນ​ທີ 30 ພຶດສະພາ,ຢູ່​ປັກ​ກິ່ງ,ທ່ານ​ໂມ​ວ​ເປິ​ນລີ ຮອງ​ຫົວຫນ້າ​ຄະນະ​ກຳ​ມະ​ການ​ວຽກ​ງານ​ຊົນ​ເຜົ່າ​ແຫ່ງ​ລັດ​ຈີນ​ເຜີຍ​ໃຫ້​ຮູ້​ວ່າ,ຫວ່າງ​ມໍ່ໆ​ນີ້,ລັດຖະ ບານຈີນ​ໄດ້​ວາງ​ກົດຫມາຍ​ກົດ​ບັນຍັດ​ແລະ​ນະ​ໂຍບາຍ​ມາດ​ຕະການ​ຕ່າງໆ,​ເພື່ອ​ຊຸກ​ຍູ້​ການ​ພັດທະນາ​ເສດຖະກິດ​ແລະ​ພາລະກິດ​ສັງຄົມ​ຂອງ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ແລະ​ເຂດ​ຊົນ​ເຜົ່າ.

ໃນ​ງານ​ຖະ​ແຫລ​ງຂ່າວ​ທີ່​ຫ້ອງການ​ຖະ​ແຫລ​ງຂ່າວ​ຄະນະ​ລັດຖະບານ​ຈີນ​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ພຶດສະພາ,ທ່ານ​ໂມ​ວ​ເປິ​ນລີ​​ແນະ​ນຳ​ວ່າ,​ໃນ​ກອງ​ປະຊຸມ​ວຽກ​ງານ​ຊົນ​ເຜົ່າ​ສູນ​ກາງ​ທີ່​ຫາ​ກໍ່​ອັດ​ລົງ,ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ໄດ້​ສະ​ເຫ​ນີອອກ​ມາ​ຢ່າງ​ຈະ​ແຈ້ງວ່າ,ຈະ​​ເລັ່ງລັດ​ພັດທະນາ​ເສດຖະກິດ​ແລະ​ພາລະກິດ​ສັງຄົມ​ຂອງ​ເຂດ​ຊົນ​ເຜົ່າ​ຕື່ມ​ອີກ.ກ່ອນ​ນີ້,ລັດຖະບານ​ຈີນ​ໄດ້​ຜ່ານ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະຕິບັດ​ກົດຫມາຍ​ວ່າ​ດ້ວຍ​ເຂ​ດຊົນ​ເຜົ່າ​ປົກຄອງ​ຕົນ​ເອງ,​​ຈັດຕັ້ງປະຕິບັດ​ກົດຫມາຍ​ສະບັບ​ດັ່ງກ່າວ,​​ເພື່ອ​ສະຫນັບສະຫນູນ​ການ​ພັດທະນາ​ຂອງ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ແລະ​ເຂດ​ຊົນ​ເຜົ່າ.