ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-31 11:29:04    
ກອງ​ພົນ​ນ້ອຍ​ຜູ້​ເສຍ​ສະ​ຫຼະ​ອານ​ອັກ​ຊາ​ ​ຝ່າຍ​ການ​ທະ​ຫານ​ທີ່​ສັງ​ກັດ​ອົງ​ການ​ອານ​ຟາ​ຕາ​ປະ​ຕິ​ເສດ​ບໍ່​ມອບ​ອາ​ວຸດ

cri Author: q
ຕາມ​ຂ່າວCRI,ວັນ​ທີ30​ພຶດສະພາ,ຜູ້ນຳ​ຜູ້​ໜຶ່ງ​ຂອງ​ກອງ​ພົນ​ນ້ອຍຜູ້​ເສຍສະຫຼະ​ອານ​ອັກ​ຊາ ຝ່າຍ​ການ​ທະຫານທີ່​ສັງກັດຂະ​ບວນການ​ປົດ​ປ່ອຍ​ຊາດ​ປາ​ເລັສຕິນຄື​ອົງການອານ​ຟາ​ຕາ ​ກ່າວ​ວ່າ,ອົງການ​ດັ່ງກ່າວ​ປະຕິ​ເສດ​ບໍ່​ຮັບ​ເອົາ​ຄວາມ​ຮຽກຮ້ອງ​ຂອງ​ທ່ານ​ອັບ​ບັສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາ​ດປາ​ເລັສຕິນທີ່​ຮຽກຮ້ອງ​ໃຫ້​ມອບ​ອາວຸດ.

ວັນ​ທີ30​ພຶດສະພາ,ທ່ານ​ຈູ​ເບ​ຕີ ຜູ້ນຳ​ກອງ​ພົນ​ນ້ອຍ​ຜູ້​ເສຍ​ສະຫຼະອານ​ອັກ​ຊາ​ຢູ່​ເຈ​ນິນ ​ເມືອງ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ໄດ້​ເວົ້າ​ຕໍ່​ສື່​ມວນ​ຊົນ​ວ່າ,ມີ​ແຕ່​ອິສຣາ​ແອນ​ຖອນ​ອອກ​ຈາກ​ດິນ​ແດນ​ປາ​ເລັສຕິ​ທີ່​ຖືກ​ຍຶດຄອງ​ແລະ​ຈຸດ​ຕັ້ງ​ຖິ່ນ​ຖານ​ຊາວ​ຢິວທັງ​ໝົດ​ແລະ​ປ່ອຍ​ຕົວ​ຊາວ​ປາ​ເລັສຕິນທີ່​ຖືກ​ກັກ​ຂັງ​​ເທົ່າ​ນັ້ນ,ອົງການ​ດັ່ງ​ກ່າວ​ຈິ່ງ​ຈະ​ມອບ​ອາວຸດ​ໃຫ້​ອົງການ​ອຳ​ນາດ​ແຫ່ງ​ຊາດ​ປາ​ເລັສຕິນ.ທ່ານ​ຍັງ​ໄດ້​ປະ​ຕິ​ເສດ​ບໍ່​ຮັບ​ຮູ້​ການ​ລາຍ​ງາ​ນຂ່າວ​ຂອງ​ໜັງສືພິມ​ມາ​ອາ​ວິ​ຟ​ເຕລີ​ໃນ​ຫວ່າງ​ມໍ່ໆ​ນີ້​ກ່ຽວ​ກັບ​ທ່ານ​ເຫັນ​ດີ​ເຂົ້າ​ຮ່ວມ​ກອງ​ທະຫານ​ປ້ອງ​ກັນ​ຄວາມ​ປອດ​ໄພ​ປາ​ເລັສຕິນ.