ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-31 16:04:48    
ປະມຸກ​ລັດ​ສູງ​ສຸດ​ຂອງ​ມາ​ເລ​ເຊຍ​
ພົບ​ປະ​ທ່ານ​ອູ​ປາງ​ໂກ

cri Author: li

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 31 ພຶດສະພາ ຢູ່​ນະຄອນຫຼວງ​ກົວ​ລາ​ລຳ​ເປີ ທ່ານ​ຊີຣາຈູ​ດິນ ປະມຸກ​ລັດ​ສູງ​ສຸດ​ຂອງ​ມາ​ເລ​ເຊຍ​ໄດ້​ພົບ​ປະ​ທ່ານ​ອູ​ປາງ​ໂກ ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ.

ທ່ານ​ຊີຣາຈູດິນ​ເວົ້າວ່າ,ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະຫວ່າງ​ສອງ​ຝ່າຍ​ໄດ້​ນຳ​​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ມາ​ໃຫ້​ປະຊາຊົນ​ສອງ​ປະ​ເທດ. ຝ່າຍ​ມາ​ເລ​ເຊຍ​ຍິນ​ດີ​ເພີ່ມ​ຄວາມ​ແຮງ​ໃນ​ການ​ຮ່ວມ​ມື​ກັບ​ຝ່າຍ​ຈີນ​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ​ພະລັງ​ງານ,ການ​ສຶກສາ,ວັດທະ​ນະທຳ​ແລະ​ການ​ທ່ອງທ່ຽວ​ເປັນຕົ້ນ,ສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ປະ​ເທດ​​ດີ​ກວ່າ​ເກົ່າ.

ທ່ານ​ອູ​ປາງ​ໂກ​ເວົ້າວ່າ,ຝ່າຍ​ຈີນ​ຮູ້ສຶກ​ປີຕິ​ຊົມ​ຊື່ນທີ່​ໄດ້​ເຫັນ​ວ່າ,​ເມື່ອ​ໄດ້​ຂະຫຍາຍ​ຕົວ 30 ກວ່າ​ປີ​ແລ້ວ,ການ​ພົວພັນ​ມິດຕະພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ລະຫວ່າງ​ຈີ​ນກັບ​ມາ​ເລ​ເຊຍ​ໄດ້​ເຂົ້າສູ່​ໄລຍະ​ໃໝ່​ທີ່​ສຸກ​ງອມ​ແລະ​ຂະຫຍາຍ​ຕົວ​ຮອບດ້ານ,​ເຊື່ອ​ວ່າ,ທະ​ແນມ​ແຕ່​ສອງ​ຝ່າຍ​ມີ​ຄວາມ​ປາຖະໜາ​ຮ່ວມ,​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າ​ແລະ​ວັດທະນະທຳ​​ເປັນຕົ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ​ແລ້ວ,ການ​ພົວພັນ​ຈີນ​ມາ​ເລ​ເຊຍ​ກໍຍ່ອມ​ຈະ​ໄດ້​ມີ​ອະນາຄົດ​ທີ່​ດີງາມ​ກວ່າ​ເກົ່າ.