ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-31 17:00:23    
ການ​ສ້າງ​ເຂດ​ກາ​ນ​ຄ້າ​ເສລີ​ຈີນ​ອາ​ຊຽນ​ຈະ​ພາ​ໃຫ້​ມີ​ທ່ວງ​ທ່າ​ປ່ຽນ​ແປງ​ໃຫຍ່ 10 ຢ່າງ(ພາກ​ປາຍ)

cri Author: sayvanny

6​ ການ​ຄ້າ​ລະ​ຫວ່າງ​ຈີນ​ອາ​ຊຽນ ໄດ້ຂະ​ຫຍາຍ​ຈາກ​ການ​ເອົາ​ໃຈ​ໃສ່​ນຳ​ການ​ຄ້າ​ທົວໄປ​ເປັນ​ການ​ຮ່ວມ​ມື​ຮອບ​ດ້ານ​ຂະ​ຫຍາຍ​ຕົວ​ຢ່າງ​ວ່ອງ​ໄວ​,ພາຍ​ໃຕ້​ການ​ຊູ​ກຍູ້​ຢ່າງ​ແຂງ​ແຮງ​ຂອງ​ລັດ​ຖະ​ບານ,ໄດ້​ເລີ່ມ​ດຳ​ເນີນ​ການ​ຮ່ວມ​ມື​ຫຼາຍ​ຂົງ​ເຂດ​ແລ້ວ,​ເຊັ່ນ:​ການ​ຮ່ວມ​ມື​ເສດ​ຖະ​ກິດ​ໃນ​ອະ​ນຸ​ພາກ​ພື້ນ ການ​ຮ່ວມ​ມື​ກະ​ສິ​ກຳ ການ​ຮ່ວມ​ມື​ຄົມມະ​ນາ​ຄົມ,ການ​ຮ່ວມ​ມື​ໃນ​ດ້ານ​ທ່ອງ​ທ່ຽວ ການ​ຮ່ວມ​ມື​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ ການ​ຮ່ວມ​ມື​ດ້ານ​ພະ​ລັງ​ງານ ການ​ຮ່ວມ​ມື​ດ້ານ​ອຸດ​ສາ​ຫະ​ກຳ​ຂໍ້​ມູນ​ຂ່າວ​ສານ ການ​ຮ່ວມ​ມື​ວິ​ທະ​ຍາ​ສາດ​ເຕັກ​ນິກ ການ​ຮ່ວມ​ມື​ອົບ​ຮົ່ມ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ເປັນຕົ້ນ​.ແລະ​ພວມ​ມີ​ທ່ວງ​ທ່າ​ຂະ​ຫຍາຍ​ຕົວ​ແບບ​ບຸກ​ທະ​ລຸ

7  ຕະ​ຫຼາດ​ສອງ​ແຫ່ງ​ຈີນ​ແລະ 10 ປະ​ເທດ​ ​ອາ​ຊຽນ​ພວມ​ເຊື່ອມ​ໂຍງ​ເຂົ້າ​ກັນ​ກາຍ​ເປັນ​ຕະ​ຫຼາດ​ໃຫຍ່​,ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​​ອາ​ຊຽນ​ຄື:ເຂດ​ການ​ຄ້​າເສ​ລີ​ຈີນ​ອາ​ຊຽນ,​ເຮັດ​ໃຫ້​ການ​ຄ້າ​ແລະ​ການ​ລົງ​ທຶນ​ເຊິ່ງ​ກັນ​ແລະ​ກັນ​ຫັນ​ເປັນ​ແບບ​ເສລີ  ແລະ​ສະ​ດວກ​ກວ່າ​ເກົ່າ​ ກາຍ​ເປັນ​ເລື່ອງ​ຈິງ, ແລະ​ຈະ​ສະ​ເຫ​ນີ​ຄວາມ​ຮຽກ​ຮ້ອງ​ໃຫມ່​ຕໍ່​ການ​ເຮັດ​ໃຫ້ການ​ແລກ​ປ່ຽນ​ດານ​ບຸກ​ຄະ​ລາກ​ອນ​ແລະ ການ​ຈໍລະ​ຈອນ​ເງິນ​ຕາ​ ​ສະ​ດວກ​ວ່າ​ເກົ່າ,​ເວົ້າ​ສຳລັ​ບ​ນັກ​ທຸລະ​ກິດ​ແລ້ວ,ພັດ​ຕ້ອງ​ພິ​ຈາ​ລະນາ​ຍຸດ​ໂທ​ບາຍ​ໃຫມ່​ໃນ​ການ​ທຸ​ລະ​ກິດ​ຂ້າມ​ຊາດ​ແລະ​ບຸກ​ເບີກ​ຕະ​ຫຼາດ​ໃຫມ່.

8  ການ​ລົງ​ທຶນ​ແກ່​ລະ​ຫວ່າງ​ຈີນ​ກັບອາ​ຊຽນ,​ໄດ້ຈາກ​ການ​ລົງ​ທຶນ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ​ແຕ່​ຝ່າຍ​ດຽວ​ຂອງວິ​ສາ​ຫະກິດ​ອາ​ຊຽນຢູ່​ຈີນ​ກ້າວ​ເຂົ້າ​ສູ່​ການ​ລົງ​ທຶນ​ແກ່​ກັນ​ລະ​ຫວ່າງ​ຈີນ​ອາ​ຊຽນ,​ໃນ​ຫຼາຍ​ປີ​ມາ​ນີ້, ວິ​ສາ​ຫະກິດ​ຈີນ​ໄດ້​ໄປ​ລົງ​ທຶນ​ຢູ່​ອາ​ຊີ​ອາ​ຄະ​ເນ​ເພີ່ມ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ໄລຍະ​ຕໍ່​ໄປ​ກໍ​ຈະ​ມີ​ທ່ວງທ່າ​ທີ່​ເພີ່ມ​ຂຶ້ນຢ່າງ​ວ່ອງ​ໄວ.

 9  ການ​ຮ່ວ​ມມື​ລະ​ຫວ່າງ​ສະ​ມາ​ຄົມ​ການ​ຄ້າ​ຂອງ​ຈີນ​ແລະ​ອາ​ຊຽນ​ພວມ​ກ້າວ​ເຂົ້າ​ສູ່​ໄລຍະ​ໃຫມ່​ທີ່​ນັບ​ມື້​ນັບ​ຄຶກ​ຄັກ​ແລະ​ໃກ້​ຊິດ,ຄຽງ​ຄູ່​ກັບ​ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ,​ລະ​ຫວ່າງ​ວິ​ສາ​ຫະກິດ​ຂອງ​ສອງ​ຝ່າຍ​ມີ​ຄວາມ​ຮຽກ​ຮ້ອງ​ທີ່ຢາກ​ຮ່ວມ​ມື​ກັນ​ຮີບ​ດ່ວນ​ກວ່າ​ເກົ່າ​ແລະ​ສະ​ເຫ​ນີ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃຫມ່​ຫຼາຍ​ຢ່າງຕໍ່​ສະມາຄົມ​ການ​ຄ້າ​ປະ​ເພດ​ຕ່າງ​ໆ,ແລະ​ສະ​ມາ​ຄົມ​ຂະ​ແຫນງ​ການ​ຕ່າງ​ໆ​ຂອງ​ຈີນ​ແລະ​ອາ​ຊຽນ,ພ້ອມ​ທັງ​ສະ​ຫນອງ​ຊ່ອງ​ຫວ່າງ​ອັນ​ກວ້າງ​ຂວາງ,​ໃນ​ໄລ​ຍະ​ຫນຶ່ງ​ຕໍ່​ໄປ​ການ​ຮ່ວມ​ມື​ໃຫມ່​ລະ​ຫວ່າງ​ສະ​ມາ​ຄົມ​ການ​ຄ້າ​ຈີນ​ແລະ​ປະ​ເທດ​ອາ​ຊີ​ອາ​ຄະ​ເນ​ຈະ​ໄຂ​ທາງ​ການ​ຄ້າ​ອັນ​ກວ້າງ​ຂວາງ​ໃຫ້​ແກ່​ສະມາຊິກ​ວິ​ສາ​ຫະກິດຂອງຕົນ.

10  ຈາກ​ໂອ​ກາດ​ຈີນ​​ໄປ​ສູ່​ໂອ​ກາດ​ຮ່ວມ​ຈີນ​​ອາ​ຊຽນ​ໂດຍ​ປະ​ເຊີນ​ກັບ​ເສດ​ຖະ​ກິດ​ຈີນ​ເຕີບ​ໂຕ​ຢ່າງ​ສືບ​ເນື່ອງ​ແລະ​ວ່ອງ​ໄວ,ແລະ​ຢູ່​ຕໍ່​ຫນ້າ​ຕະ​ຫຼາດ​ທີ່​ໄຂ​ປະ​ຕູ​ໃຫມ່​ພາຍ​ຫລັງ​ຈີນ​ເຂົ້າ​ຮ່ວມ​ອົງ​ການ​ການ​ຄ້າ​ໂລກ​,ອາຊີ​ອາ​ຄະ​ເນ​ໄດ້​ສະ​ເຫ​ນີ​ທິດ​ສະ​ດີ​ໂອ​ກາດ​ຈີນ​​ຄື​ຈະ​ເລີນ​ຮຸ່ງ​ເຮືອງ​ໄປນຳ​ຄວາມ​ຈະ​ເລີ່ນ​ຮຸ່ງ​ເຮືອງ​ຂອງ​ຈີນ,​ການ​ສະ​ເຫ​ນີ​ໃຫ້​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ແລະ​​ເລີ່ມ​ປ​ະຕິ​ບັດ​ແຜນ​ການ​ດັ່ງ​ກ່າວ ​ໄດ້​ພາ​ໃຫ້​ປະ​ເທດ​ຈຳນວນ​ຫນຶ່ງ​ນອກ​ພາກພື້ນ​ເອົາ​ໃຈ​ໃສ່​ນຳອາຊີ​ອາ​ຄະ​ເນ​ໃນ​ລະ​ດັບ​ແນ່ນ​ອນ,​​ແລະ​ພ້ອມ​ກັນກັບ​ອາ​ຊຽນ​ແລະ​ປະ​ເທດ​ອາ​ຊຽນ​ຕົກ​ລົງ​ຫຼື​ພວມ​ຫາລື​ກັນ ສ້າງ​ການ​ພົວ​ພັນ​ການ​ຄ້າ​ເສລີ,ທັງ​ນີ້​ຈະ​ຊ່ອຍ​ໃຫ້​ເສດ​ຖະ​ກິດ​​ຂອງ​ອາ​ຊີ​ອາ​ຄະ​ເນ​ເຕີບ​ໂຕ.ຄຽງ​ຄູ່​ກັບ​ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ,​ເຂດ​ໃຫມ່​ທີ່​​ຈະ​ເລີ່ນ​ຮຸ່ງ​ເຮືອງ​ນຳ​ກັນຈະ​ປະ​ກົດ​ຕົວ​ຢູ່ຕໍ່​ຫນ້າຊາວ​ໂລກ.