ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-31 17:43:15    
ຈາກ​ຜູ້​ມີ​ໂທດ​ສົງ​ຄາມ​ຮອດ​ທູດ​ສັນ​ຕິ​ພາບ---​ເລື່ອງ​ອັດ​ສະ​ຈັດ​ກ່ຽວ​ກັບ​ຈີນ​ດັດ​ສ້າງ​ອາ​ຊະ​ຍາກ​ອນ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ(ພາບ)(ສຽງ)

cri Author: q

ປີ​ນີ້​ແມ່ນປີ​ທີ່​ສົງຄາມ​ຈີນ​ຕໍ່ຕ້ານ​ຍີ່​ປຸ່ນ​ແລະ​ສົງຄາມ​ຕ້ານ​ຟັດ​ຊິດ​ໂລກ​ໄດ້​ຮັບ​ໄຊ​ຊະນະ​ຄົບ​ຮອບ60​ປີ.​ພວກ​ເຮົາ​ຈະ​ສະ​ເໜີ​​ເລື່ອງ​ທີ່ຈີນ​ດັດ​ສ້າງອາດ​ຊະ​ຍາ​ກອນ​ຍີ່​ປຸ່ນ​ໃນ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ​ເມື່ອ40​ປີ​ກ່ອນ.

                ສະຖານທີ່ຄຸ້ມຄອງອາຊະຍາກອນສົງຄາມ
ຢູ່​ແຂວງ​ລຽວນິງ ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ,ມີ​ຕົວ​ເມືອງ​ໜື່ງ​ທີ່​ມີ​ຊື່​ສຽງ​ຍ້ອນ​ຜະ​ລິດ​ຖ່ານ​ຫິນ,ນັ້ນ​ກໍ​ຄື​ເມືອງ​​ຟູ​ຊຸ້ນ.​ແມ່​ນ້ຳ​ສາຍ​ໃຫຍ່​​ໄຫຼ​ຜ່ານ​​ເມືອງ​ດັ່ງກ່າວ,​ແບ່ງ​ເມືອງ​ນີ້​ເປັນ​ສອງ​ພາກສ່ວນ,ຄື​ພາກ​ເໜືອ​ແລະ​ພາກ​ໃຕ້.ຢູ່​ຝັ່ງ​ໃຕ້​ແມ່​ນ້ຳ,ມີ​ຫໍ​ລະ​ລຶກ​ໂທດ​ກຳ​ສັງ​ຫານ​ໂຫດ​ພິງ​ຕິງ​ຊ່ານ,​ແຫ່ງ​ນັ້ນ​ມີຮ່ອງຮອຍ​ທີ່​ກອງ​ທະຫານ​ຍີ່​ປຸ່ນຮຸກ​ຮານ​ຈີນ​ເຂັ່ນ​ຂ້າ​ຮາ​ວີ​ສາ​ມັນ​ຊົນ​ຈີນ​ທີ່​ບໍ່​ມີ​ໂທດ​ຫຍັງ3​ພັນ​ກວ່າ​ຄົນ​.ສ່ວນ​ຢູ່​ຝັ່ງ​ເໜືອ​ແມ່​ນ້ຳ,ມີ​ສະ​ຖານ​ທີ່​ຄຸ້ມ​ຄອງ​ອາ​ຊະ​ຍາກ​ອນ​ສົງ​ຄາມ​​ແຫ່ງ​ໜຶ່ງ,​ເຄີຍ​ມີ​ອາ​ຊະ​ຍາກ​ອນສົງຄາມ​ຍີ່​ປຸ່ນ​ໃນ​ສົງ​ຄາ​ມ​ໂລກ​ຄັ້ງ​ທີ​ສອງ​ເກືອບ​1​ພັນ​ຄົນ​ໄດ້​ຮັບ​ການ​ດັດ​ສ້າງ​ຢູ່​ແຫ່ງ​ນັ້ນ.ພວກ​ເຂົາ​ເຈົ້າ​ບໍ່​ມີ​ຜູ້​ໃດ​ຖືກ​ຕັດ​ສິນ​ປະ​ຫານ​ຊີ​ວິດ,​ເມື່ອ​ໄດ້​ຜ່ານ​ການ​ດັດ​ສ້າງ​ເປັນ​ເວລາ6​ຮອດ8​ປີ​ແລ້ວ,ພວກ​ເຂົາ​ເຈົ້າ​ຖືກ​ປ່ອຍ​ຕົວ​ກັບ​ຄືນ​ປະ​ເທດຍ້ອນ​ນະ​ໂຍບາຍ​ອະ​ໄພ​ໂທດຂອງ​ຈີນ.

ຢູ່​ສອງ​ຝັ່ງ​ແມ່​ນ້ຳ​ດັ່ງກ່າວ,ພົນລະ​ເມືອງ​ຈີນ​ແລະ​ຍີ່​ປຸ່ນພັດ​ມີ​ຊາຕາກຳ​ທີ່​​ແຕກ​ຕ່າງ​ກັນ​ໝົດ.​ໃນ​ສົງຄາມ​​ເມື່ອ60​ປີ​ກ່ອນ,ພວກ​ລັດທິ​ລັດຖະທະຫານ​ຍີ່​ປຸ່ນ​ໄດ້​ເຂັ່ນຂ້າ​ຮາ​ວີ​ສາ​ມັນ​ຊົນ​ຈີນ,​ຂຸ​ດ​ຊັບ​ພະ​ຍາ​ກອນ​ບໍ່​ແຮ່​ຕ່າງໆ​ເຊັ່ນ​ຖ່ານ​ຫິນ​ເປັນ​ຕົ້ນ​ແບບ​ປຸ້ນ​ສະດົມ,ໄດ້​ສ້າງ​ໂທດ​ກຳ​ອັນ​ລົ້ນ​ຟ້າ​ເຫຼືອ​ແຜ່ນ​ດິນ​ຕໍ່​ປະຊາຊົນ​ຈີນ.ພາຍຫຼັງ​ສົງຄ​າມ​ໂລກ​ຄັ້ງ​ທີ​ສອງ​ສິ້ນ​ສຸດ​ລົງ​ແລ້ວ,​ລັດ​ຖະ​ບານ​ຈີນ​​ໄດ້ເລີ່​ມຈາກ​ມະນຸດສະທຳ,​ໃຫ້ການສຶກສາ​ແບບມະນຸດ​ສະຍະ​ພາບ​ ​ແກ່​ອາ​ຊະ​ຍາກ​ອນ​ສົງ​ຄາມ​ຍີ່​ປຸ່ນ​ທີ່​ຖືກ​ກັກ​ຂັງ,ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ປ່ຽນຈາກພວກ​ກະ​ຫາຍ​ສົງ​ຄາມ​ມາ​ເປັນ​ທູດ​ສັນ​ຕິ​ພາບ,​ເຊິ່ງ​​ໄດ້​​ສ້າງ​ເລື້ອງ​ອັດສະຈັນ.

ທ່ານຢາ​ມາ​ກູ​ຊິ ​​ອີ​ໂຊ ​ແມ່ນອະດີດ​ອາ​ຊະ​ຍາກ​ອນສົງຄາມ​ທີ່​ໄດ້​ຮັບ​ການ​ດັດ​ສ້າງ​ຢູ່​ຈີນ​ແລ້ວ​ກັບ​ຄືນ​ຍີ່​ປຸ່ນ.​ເຖິງ​ວ່າ​ທ່ານ​ມີ​ອາຍຸ80​ກວ່າ​ປີ​ແລ້ວ​ກໍ​ຕາມ,​ແຕ່​ເມື່ອ​ກ່າວ​ເຖິງ​ປະ​ສົບ​ການ​ທີ່​ຮັບ​ການ​ດັດ​ສ້າງ​ຢູ່​ຈີນ,ທ່ານ​ຍັງ​ຈື່​ໄດ້​ຢ່າງແຈ່ມ​ແຈ້ງ,ທ່ານ​​ເວົ້າ​ວ່າ:

"ຢູ່​ສະຖານ​ທີ່​ຄຸ້ມ​ຄອງ​ອາ​ຊະ​ຍາກ​ອນສົງຄາມ​ທີ່​​ຟູ​ຊຸ້ນຂອງ​ຈີນ,ພວກ​ເຮົາໄດ້​ຮັບ​ການ​ປະ​ຕິ​ບັດ​ຕໍ່​ຢ່າງມີ​ມະນຸດສະທຳ​ທີ່​ສຸດ,ພວກ​​ເຮົາ​ໄດ້​ຮັບ​ການ​ດັດ​ສ້າງ​​ແນວ​ຄິດ,​ໄດ້​ເຫັນ​ແຈ້ງ​ຄວາມ​ຊົ່ວ​ຮ້າຍ​ຂອງ​ສົງຄາມ​ແລະ​ໂທດ​ກຳ​ຂອງ​ຕົນ,​ເມືອງ​ຟູ​ຊຸ້ນ​ແມ່ນ​ບ່ອນ​ທີ່​ໃຫ້​ຊີວິດ​ໃໝ່​ແກ່​ຂ້ອຍ."

ເມື່ອ​ຕົ້ນ​ຊຸມ​ປີ50​ສະຕະວັດ​ແລ້ວ​ນີ້,ຢູ່​ຈີນ​ມີ​ອາ​ຊະ​ຍາກ​ອນສົງຄາມ​ຍີ່​ປຸ່ນທີ່​ຄື​ກັນ​ກັບ​ທ່ານ​ຢາ​ມາ​ກູ​ຊິ ອີ​ໂຊນັ້ນ​ລວມ1062ຄົນ,​ໃນ​ນັ້ນ,ມີ969​ຄົນ​ຖືກ​ກັກ​ຂັງ​ຢູ່​ສະຖານ​ທີ່​ຄຸມ​ຄອງ​ອາ​ຊາ​ຍາກ​ອນ​ສົງ​ຄາມ​ຟູ​ຊຸ້ນ.​ຕາມ​ສະ​ຖິ​ຕິ,​ມີ​ທະ​ຫານ​ແລະ​ປະ​ຊາ​ຊົນ​ຈີນ​ເກືອບ​1​ລ້ານ​ຄົນ​ເສຍ​ຊີ​ວິດ​ຢູ່​ໃຕ້​ດາບ​ຂອງ​ພວກ​ມັນ,ສ່ວນ​ຊັບ​ສິນ​ທີ່​ຖືກພວກ​ມັນ​ຍຶດ​ເອົາ​​ໄປ​ຈາກຈີນ​ນັ້ນ​ຍິ່ງ​ນັບ​ບໍ່​ຖ້ວນ.

ໂດຍ​ປະ​ເຊີນ​ໜ້າ​ກັບ​ພວກ​ກະຫາຍ​ສົງຄາມ​ຝູງ​ໜຶ່ງ​ທີ່​ຖືກລັດທິລັດ​ຖະ​ທະ​ຫານ​ຍີ່​ປຸ່ນລ້າງ​ສະ​ໝອງ,ລັດຖະບານ​ຈີນ​ໄດ້​​ໃຊ້​ມາດ​ຕະການ​ທີ່​ອົບຮົມ​ບົ່ມ​ນິ​ດໄສ​ພວກ​ເຂົາ​ເຈົ້າ​ດ້ວຍ​ຈິດ​ໃຈ​ມະ​ນຸດ​ສະ​ທຳ,​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ເຫັນ​ແຈ້ງ​ໂທດ​ກຳ​ຂອງ​ຕົນ​ເ​ທື່ອລະ​ກ້າວ.ທ່ານ​ຊຸຍ​ເຢິນ​ເຈ ທີ່​ເຄີຍ​ເຮັດ​ວຽກ​​ໃຫ້ການ​ສຶກສາຄຸ້ມ​ຄອງຢູ່​ສະຖານ​ທີ່​ຄຸ້ມ​ຄອງ​ອາ​ຊະ​ຍາກ​ອນ​ສົງ​ຄາມ​ຟູ​ຊຸ້ນ​ໄດ້​ຫວນ​ຄືນ​ວ່າ,​ໃນ​ຫົວ​ທີ່​ເມື່ອ​ທ່ານ​ຖືກ​ແຕ່ງ​ຕັ້ງ​​ໄປ​ເຮັດ​ວຽກ​ດັ່ງ​ກ່າວ,​ທ່ານ​ກໍ​ບໍ່​ຢາກ​ໄປ​ເຮັດ.​ແຕ່​ວ່າ,​ຄື​ກັນ​ກັບ​ພະນັກງານ​ອື່ນໆ​ໃນ​ສະຖານ​ທີ່​ຄຸ້ມ​ຄອງ,​ໃນ​ທີ່​ສຸດ,​ພວກ​ທ່ານ​ຜ່ານ​ຜ່າ​ຄວາມ​ຄຽດ​ແຄ້ນ​ສ່ວນ​ຕົວ,​ເຄົາລົບ​ກຽດ​ຂອງ​ອາ​ຊະ​ຍາ​ກ​ອນ​ສົງ​ຄາມ,​ອຳ​ນວຍ​ເງື່ອນ​ໄຂ​ດ້ານ​ອາ​ຫານ​ກາ​ນກິນ,​ເຄື່ອງ​ນຸ່ງ​ຫົ່ມ​ແລະ​ວັດ​ທະ​ນະ​ທຳ​ເປັນ​ຕົ້ນ​ທີ່ດີ​ທີ່​ສຸດ​ໃນ​ຄາວ​ນັ້ນ​ໃຫ້​ແກ່​ອາ​ຊະ​ຍາ​ກ​ອນ​ສົງ​ຄາມ,​ທ່ານ​ເວົ້າ​ວ່າ:

"​ລະດັບຊີວິດ​ການ​ເປັນ​ຢູ່​ຂອງອາ​ຊະ​ຍາກ​ອນສົງຄາມ​ໄດ້​ລື່ນ​ກາຍ​ລະດັບ​ສະ​ເລ່ຍຂອງ​ຊາວ​ຈີນ​ໃນ​ຄາວ​ນັ້ນ​ຕັ້ງ​ຫຼາຍ​ເທົ່າ.ອາຫານ​ຫຼັກ​ຂອງ​ພວກ​ເຂົາ​ເຈົ້າ​ແມ່ນ​​ເຂົ້າ,​​ແປ້ງ​ໝີ່,​ອາ​ຫານ​ສຳ​ຮອງ​ແມ່ນ​ຊີ້ນ,ຜັກ​ແລະ​ໄຂ່,​ໃຫ້​ພວກ​ເຂົາ​ເຈົ້າ​ກິນ​ຕາມ​ໃຈ.​ໃນ​ຊີວິດ​ດ້ານ​ວັດ​ທະ​ນະ​ທຳ,​ແຕ່​ລະ​ອາ​ທິດ,​ໃຫ້​ພວກ​ເຂົາ​ເຈົ້າ​​ເບິ່ງ​ຮູບ​​ເງົາ​ເລື່ອງ​ໜຶ່ງ​ຫຼື​ສອງ​ເລື່ອງ,​ຮ່ຳຮ​ຽນ​ເຄິ່ງ​ມື້,​​​ອ່ານ​ໜັງ​ສື,​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ແລະ​ກິລາ​​ ​ເຄິ່ງ​ມື້.​"

ພະນັກງານທັງ​ໝົດ​ທີ່​​ໃຫ້ການ​ສຶກສາ​ຄຸ້ມ​ຄອງ​ທັງ​ໝົດ​ລ້ວນ​ແຕ່​​ເວົ້າພາສາ​ຍີ່​ປຸ່ນ​ເປັນ,​ພວກ​ເຂົາ​ເຈົ້າ​ໄດ້​ສະ​ແດງ​ຄວາມ​ເອົາ​ໃຈ​ໃສ່​ ​ໃນ​​ເລື່ອງ​ເລັກໆ​ນ້ອຍໆ​ໃນ​ຊີວິດ​ປະຈຳ​ວັນ, ພວກ​ອາ​ຊະ​ຍາກ​ອນ​ສົງ​ຄາມ​ ​ຄ່ອຍໆ​​ຟື້ນ​ຟູ​ສັນດານ​ເກົ່າ​ອັນ​ບໍ່​ດີ.ຜ່ານ​ຈາກ​ວິທີ​ຕ່າງໆ​ເຊັ່ນ​ຮ່ຳຮ​ຽນ​ທິດ​ສະ​ດີ,​ຈັດ​ຕັ້ງ​ໜ່ວຍ​ ​ຊ່ອຍ​ເຫຼືອ​ກັນ​ເປັນ​ຕົ້ນ,ອາ​ຊະ​ຍາກ​ອນ​ສົງ​ຄາມ​ທັງ​ຫຼາຍ​ໄດ້​ທະ​ຍອຍ​ກັນ​ເຫັນ​ແຈ້ງ​ຄວາມ​ຊົ່ວ​ຮ້າຍ​ຂອງ​ສົງຄາມ,​ໄດ້​ຮັບ​ຮູ້​ໂທດ​ກຳ​ຂອງ​ຕົນ,​ແລະ​ຮ້ອງ​ຂໍ​ໃຫ້​ລັດ​ຖະ​ບານ​ຈີນ​ລົງ​ໂທດ​ຕົນຢ່າງ​ໜັກ.

1  2  3